ຈີນວ່າລາວເຂົ້າຂ້າງເຣື້ອງ ທະເລ ຈີນໃຕ້

ສິດນີ
2016.07.18
F-Spratlyisland ຈຸດສີແດງ ເປັນເສັ້ນຈໍ້າ ອ້ອມເກາະ Paracel ແລະເກາະ Spratly ເປັນເຂດທີ່ ຈີນ ຢືນຢັນວ່າ ເປັນເຂດ ນ່ານນໍ້າ ຂອງຕົນ Source: United Nations Convention on the Law of the Sea (UNCLOS)
Source: United Nations Convention on the Law of the Sea (UNCLOS)

ຫນັງສືພິມ ຊິນຮົວ ຂອງຈີນ ຣາຍງານ ໃນວັນສຸກ ຜ່ານມາວ່າ ຈີນ ໄດ້ຮັບການ ສນັບສນູນ ຈາກ ສປປລາວ ທີ່ ບໍ່ເຫັນພ້ອມ ໃນ ຄຳ ພິພາກສາ ຂອງ ສານນາໆຊາດ ທີ່ ປະນາມ ຈີນ ກ່ຽວກັບ ການອ້າງ ອະທິປະຕັຍ ໃນເຂດ ທະເລຈີນໃຕ້ ໃນມື້ ວັນອັງຄານ ຜ່ານມາ ທີ່ວ່າ ຈີນ ບໍ່ມີສີດ ໃນການອ້າງ ອະທິປະຕັຍ ຕາມປະຫວັດສາດ ເກືອບທັງຫມົດ ເຂດນ່ານນ້ຳ ທະເລຈີນໃຕ້ ແລະ ກໍເປັນ ການຣະເມີດ ອະທິປະຕັຍ ຂອງ ຟິລິປປິນ ຊື່ງ ຄະດີນີ້ ແມ່ນ ຟີລິປປິນ ຟ້ອງຈີນ.

ຈີນ ປະຕິເສດ ຕໍ່ຄຳຕັດສີນ ຂອງ ສານ ນາໆຊາດ ແລະ ຈະບໍ່ໃຫ້ ຄວາມຮ່ວມມື ໃນຄໍາຕັດສິນ ດັ່ງກ່າວ ໂດຍເວົ້າວ່າ ສານ ນາໆຊາດ ທີ່ ກຸງເຮັກ ບໍ່ມີຫນ້າທີ່ ໃນ ການຕັດສິນ ກ່ຽວກັບ ເຣື້ອງນີ້ ແຕ່ຢ່າງໃດ.

ບັນຫາ ດັ່ງກ່າວ ໄດ້ໂອ້ລົມກັນ ໃນມື້ ວັນພະຫັດ ໃນຊ່ວງການ ພົບພໍ້ກັນ ຣະຫວ່າງ ທ່ານ ລີກິກຽງ ນາຍົກ ຣັຖມົນຕຣີ ຈີນ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ລາວ ກ່ອນ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ທີ່ ກຸງ ອາລານບາຕໍ ປະເທດ ມົງໂກເລັຽ. ທ່ານ ລີກິກຽງ ກ່າວວ່າ ຈີນ ຍັງຢຶດຫມັ້ນ ໃນທ່າທີເດີມ ໃນບັນຫາ ທະເລຈີນ ໃຕ້ ແລະ ກັບ ຟີລິປປີນ.

ທ່ານ ທອງລຸນ ເວົ້າວ່າ ສປປລາວ ໃຫ້ການ ສນັບສນູນ ທ່າທີ ຂອງຈີນ ແລະ ພ້ອມທີ່ຈະ ເຮັດວຽກ ຮ່ວມກັບ ຈີນ ເພື່ອສະເຖັຽຣະພາບ ແລະ ຄວາມສງົບ ໃນເຂດ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.