ພຸທທະສອນໃຫ້ຄົນຢູ່ດ້ວຍ ສັນຕິ

ໄມຊູລີ
2015.09.30
F-Wat ວັດຂອງສາສນາພຸທ ທີ່ ແຂວງຫຼວງພຣະຍາງ
RFA

ພຣະສົງ ລາວ ຮູປນຶ່ງ ກ່າວເຖິງ ຫລັກ ຄຳສອນ ຂອງ ພຸທທະ ວ່າ ບໍ່ໃຫ້ ກີດກັນ ແບ່ງແຍກ ຜູ້ ທີ່ຖື ສາສນາ ອື່ນ, ແລະ ທ່ານ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ເຖິງ ການນັບຖື ສາສນາ ໃນລາວ ວ່າ, ປະເດັນ ສຳຄັນ ຄື: ຄົນລາວ ທຸກຄົນ ບໍ່ວ່າຈະ ນັບຖື ສາສນາ ໃດ ກໍຕາມ ຕ້ອງ ປະຕິບັດ ຕາມ ກົດຫມາຍ. ດັ່ງ ພຣະສົງ ອົງນີ້ ກ່າວວ່າ:

“ບໍ່ມີ ປັນຫາ ຫຍັງດອກ ເພາະວ່າ ເຣື້ອງ ສາສນາ ມັນກ່ຽວກັບ ຄວາມເຊື່ອ. ຖ້າວ່າເຮົາ ເຮັດ ບໍ່ຖືກ ບໍ່ວ່າ ຄຣິສ ກໍຕາມ, ພຸທ ກໍຕາມ ກໍຈະຖືກ ກັກ ຫລື ຖືກ ປະຕິບັດ ຕາມ ກົດໝາຍ. ຖ້າເຮົາ ເຜີຍແຜ່ ຄຳສອນ ໃຫ້ ມັນ ຖືກຕ້ອງ ສອດຄ້ອງ ບໍ່ໃຫ້ມີ ແນວ ຂັດແຍ້ງກັນ ມັນກໍບໍ່ ເປັນຫຍັງ ໃດ໋. ແຕ່ຖ້າ ສອນໃຫ້ ແຕກແຍກ ແບ່ງແຍກ ວ່າ, ຂ້ອຍເປັນ ພຸດ, ກະຢູ່ ແບບ ພຸທ, ຂ້ອຍ ເປັນຄຣິສ ກະຢູ່ສ່ວນ ຄຣິສ, ໄປມາ ຫາສູ່ກັນ ບໍ່ໄດ້ ແບບນີ້ ມັນກະ ບໍ່ຖືກຕາມ ແນວທາງ ເພິ່ນນະ”.

ສໍາລັບ ທ່ານ ຟິລ ໂຣເບິຕເຊິ້ນ ຮອງ ຜູ້ ອຳນວຍການ ອົງກອນ ສິ້ງຊອມ ສິດທິ ມະນຸດ Human Rights Watch ປະຈໍາເຂດ ເອເຊັຽ ໃຫ້ ຄຳເຫັນ ວ່າ, ຊາວ ຄຣິສຕຽນ ຄື ກຸ່ມຄົນ ທີ່ ຖືກສົງໄສ ຢູ່ຕລອດ, ຣັຖ ຈ້ອງວ່າ ສາສນາ ຄຣິສ ແມ່ນ ຊ່ອງທາງ ການຂຍາຍ ອິດທິພົນ ຂອງ ຊາວ ຕະເວັນຕົກ. ທີ່ ຜ່ານມາ ທ່ານວ່າ, ຊາວ ຄຣິສຕຽນ ໃນລາວ ຍໍ່ໄດ້ ເຮັດຫຍັງ ຜິດ ກົດໝາຍ, ພຽງແຕ່ ປະກອບ ກິຈກັມ ທາງ ສາສນາ ຕາມສິດທິ ກຳນົດໄວ້ ໃນ ຣັຖທັມມະນູນ, ຊຶ່ງ ຄວາມ ຫຼາກຫຼາຍ ຂອງ ເຊື້ອຊາດ ແລະ ສາສນາ ກໍເປັນເຣື້ອງ ປົກກະຕິ ໃນທຸກ ປະເທດ ທົ່ວໂລກ.

“ບໍ່ເປັນຫຍັງ ທຸກ ສາສນາ ທຸກເຜົ່າ ຢູ່ຮ່ວມກັນ ໄດ້ ເບິ່ງ ປະເທດ ອື່ນ ທີ່ ມີປັນຫາ ຫຼາຍກວ່າ ຍັງຢູ່ ຮ່ວມກັນໄດ້ ຢ່າງເຊັ່ນ ມາເລ ມີທັງ ຄຮິສ ອິສລາມ ຮິນດູ. ເຣື້ອງ ສາສນາ ເປັນຄວາມ ເຊື່ອຖື ຂອງ ແຕ່ລະຄົນ, ຊຶ່ງ ສາສນາ ພຸທ ມີມາກ ກວ່າ 95% ຂອງລາວ ຢູ່ແລ້ວ, ເປັນຫຍັງ ຕ້ອງເປັນ ຫ່ວງ ເຣື້ອງ 5% ບໍ່ຫາເຣື້ອງ ດີກວ່າ ໃຫ້ ແຕ່ລະຄົນ ອິສຣະ ບໍ່ເລືອກ ປະຕິບັດ, ເໝືອນ ທີ່ຂຽນ ໃນ ຣັຖທັມມະນູນ, ເປັນຫຍັງ ບໍ່ເຮັດຕາມ ຣັຖທັມມະນູນ ນັ່ນແມ່ນ ຄຳຖາມ ທີ່ ຈະຝາກເຖິງ ຣັຖບານ ລາວ”.

ສປປ ລາວ ເປັນ ປະເທດນຶ່ງ ທີ່ ມີຫຼາຍ ເຊື້ອຊາດ, ມີຄວາມ ແຕກຕ່າງ ທາງ ສາສນາ, ຈາກການ ເກັບກຳ ຂໍ້ມູນ ຂອງ ອົງການ Pew Research ພົບວ່າ ປະຊາຊົນ ສ່ວນໃຫຽ່ ນັບຖື ສາສນາ ພຸດ, ຮອງລົງມາ ແມ່ນ ສາສນາ ຂອງ ກຸ່ມ ຊົນເຜົ່າ ທີ່ຖື ຜີ, ຜູ້ທີ່ ນັບຖື ພະເຍຊູ ຄຣິສ ມີພຽງ 1.5 ສ່ວນຮ້ອຍ ຂອງ ພົລເມືອງ.

ບົດຣາຍງານ ເມື່ອປີ 2012 ຣະບຸ ວ່າ ສປປລາວ ເປັນ 1 ໃນ 17 ປະເທດ ທີ່ ຈຳກັດ ສິດທິ ການນັບຖື ສາສນາ, ແລະ ອີກ ປະເທດ ນຶ່ງໃນ ຂົງເຂດ ທີ່ ມີປັນຫາ ແບບ ດຽວກັນ ຄື ປະເທດ ກຳພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.