ຊາວຄຣິສຕຽນລາວ ຖືກຈັບ ລ່າມໂສ້

ຈໍາປາທອງ
2019.04.25
F-christian ທ້າວ ອະງຸ່ນ ທີ່ຖືກລ່າມໂສ້ ແລະ ຖືກຕົບຕີຫູ ທັງສອງຂ້າງ
ຮູບພາບຈາກ : ນັກຂ່າວພົລເມືອງ

ຊາວຄຣິສຕຽນລາວ ທີ່ແຂວງສວັນນະເຂດ ຄົນນຶ່ງ ຖືກຈັບ ຍ້ອນເຊື່ອຖື ສາສນາເຍຊູ, ອີງຕາມແຫຼ່ງຂ່າວ ທີ່ໜ້າເຊື່ອຖືໄດ້ ຈາກ ເມືອງພີນ ແຂວງສວັນນະເຂດ ທີ່ໄດ້ຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອວັນທີ 19 ເມສາ ທີ່ຜ່ານມາ. ເຈົ້າໜ້າທີ່ປ້ອງກັນຄວາມສງົບ ປະຈຳ ເມືອງພີນ ແຂວງສວັນນະເຂດ ໄດ້ຈັບຊາວຄຣິສຕຽນລາວ ຊື່ວ່າ ທ້າວ ອະງຸ່ນ, ຊາວບ້ານ ໃນເຂດບ້ານສົບບອນ, ເມືອງພີນ ແຂວງ ສວັນນະເຂດ ແລ້ວເອົາໄປ ກັກຂັງໄວ້ ສະຖານທີ່ແຫ່ງນຶ່ງ ຕັ້ງແຕ່ ວັນທີ 11 ມີນາ 2019 ທີ່ຜ່ານມານັ້ນ, ຈົນເທົ້າດຽວນີ້ ກໍຍັງບໍ່ທັນ ຖືກປ່ອຍໂຕເທື່ອ.

ໃນເບື້ອງຕົ້ນ, ທ້າວ ອະງຸ່ນ ໄດ້ຖືກນຳໂຕ ໄປສືບສວນສອບສວນ ພຽງຜູ້ດຽວ ຍ້ອນເຈົ້າໜ້າທີ່ ກ່າວຫາວ່າ ຜູ້ກ່ຽວ ໄປລັກລອບ ຕັດໄມ້ຫວງຫ້າມ ຢ່າງຜິດກົດໝາຍ ທັງໆທີ່ໄປກັບ ເພື່ອນບ້ານຫຼາຍຄົນ, ແຕ່ພັດຖືກນຳໂຕ ໄປກັກຂັງ ພຽງຜູ້ດຽວ. ພາຍລຸນມາ, ຄອບຄົວ, ຊາວບ້ານ ແລະ ຍາຕພີ່ນ້ອງ ບອກວ່າ ຜູ້ກ່ຽວ ຖືກກັກໂຕ ຍ້ອນໄປເຊື່ອສາສນາເຍຊູ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍຖືໂອກາດນີ້ ເອົາຂໍ້ຫາ ລັກລອບຕັດໄມ້ນີ້ ບັງຄັບ ໃຫ້ລາວ ປະລະການເຊື່ອຖື ສາສນາເຍຊູ, ແຕ່ຜູ້ກ່ຽວ ບໍ່ຍອມປະລະ ຍ້ອນໄດ້ເຊື່ອຖືແລ້ວ ຈຶ່ງຖືກເຈົ້າໜ້າທີ່ ຕີຫູທັງ 2 ຂ້າງ ຈົນໄດ້ຮັບບາດ ເຈັບຢ່າງຮຸນແຮງ, ທັງຍັງ ໃສ່ກັບຕີນກັບມື ຜູ້ກ່ຽວນຳດ້ວຍ, ອີງຕາມຄວາມເວົ້າ ຂອງແຫຼ່ງຂ່າວ ໃນແຂວງສວັນນະເຂດ ທີ່ໄດ້ຢືນຢັນຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 23 ເມສາ ນີ້.

ກ່ຽວກັບເຣື້ອງນີ້, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ໂທຣະສັບ ຕິດຕໍ່ສອບຖາມ ໄປຍັງຫ້ອງການ ປ້ອງກັນຄວາມສງົບ ປະຈຳເມືອງພີນ ແຂວງສວັນນະເຂດ ໃນຕອນບ່າຍ ຂອງວັນທີ 23 ເມສາ ນີ້, ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສາມາດ ໃຫ້ຄວາມເຫັນ ໃນເຣື້ອງນີ້ໄດ້.

ໃນຂນະດຽວກັນ, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ໂທຣະສັບ ຕິດຕໍ່ສອບຖາມ ໄປຍັງຫ້ອງການ ສູນກາງແນວລາວສ້າງຊາຕ ປະຈຳແຂວງສວັນນະເຂດ ໃນຕອນບ່າຍ ຂອງມື້ດຽວກັນນີ້, ເຊິ່ງເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ຊີ້ແຈງວ່າ ໄດ້ມີການຈັບຜູ້ກ່ຽວແທ້, ແຕ່ບໍ່ກ່ຽວຂ້ອງ ກັບການເຊື່ອຖືສາສນາ. ຜູ້ກ່ຽວ ອາຈຜິດເຣື້ອງ ລັກລອບຕັດໄມ້, ດັ່ງທ່ານກ່າວວ່າ:

“ກັກລາວ ເຣື້ອງຄະດີລາວ ລັກຕັດໄມ້ ທີ່ບໍ່ຖືກຕ້ອງ ແນວນັ້ນໄດ໋. ຕັດໄມ້ຜິດກົດໝາຍ ປ່າໄມ້ ມັນກະຕ້ອງ ໄດ້ກັກຕົວຫັ້ນແຫຼະເນາະ, ມັນກະຕ້ອງ ເວົ້າເຣື້ອງ ການປັບໃໝ ໃສ່ໂທສ ການເສັຽເງິນ ພຸ້ນແຫຼະ ຕາມກົດໝາຍ ປ່າໄມ້ພຸ້ນແຫຼະ ໄມ້ຫວງຫ້າມ. ບໍ່ໄດ້ກ່ຽວກັບສາສນາ ເດີ້."

ເຖິງຢ່າງໃດກໍດີ, ມາຮອດມື້ນີ້ ຍາຕພີ່ນ້ອງ ແລະ ໝູ່ເພື່ອນ ຂອງ ທ້າວ ອະງຸ່ນ ກໍພວມຢູ່ ໃນໄລຍະປຶກສາຫາລືກັນ ເພື່ອໂຮມເງິນ ກຽມໄປ ໄຖ່ຖອນ ເອົາລາວອອກມາ ເພາະ ທ້າວ ອະງຸ່ນ ເປັນກຳລັງຫຼັກ ໃນການຫາລ້ຽງ ຄອບຄົວ ແລະ ບິດາ-ມານດາ.

ໃນໄລຍະ ຫຼັງໆມານີ້, ກຸ່ມຜູ້ທີ່ນັບຖື ສາສນາຄຣິສຕຽນ ໃນລາວ ມັກຈະຖືກ ເຈົ້າໜ້າທີ່ທ້ອງຖິ່ນ ຄຸກຄາມເລື້ອຍໆ ໃນຂໍ້ຫາ ປະກອບ ພິທີນະມັສການ ພຣະເຈົ້າ ປະຈຳສັປດາ ຢູ່ພາຍໃນເຮືອນ ໂດຍບໍ່ໄດ້ຮັບ ອະນຸຍາດ. ນອກຈາກນີ້, ຊາວຄຣິສຕຽນລາວ ຫຼາຍຄົນ ໃນແຂວງສວັນນະເຂດ ຍັງຖືກ ເຈົ້າໜ້າທີ່ ທ້ອງຖິ່ນ ດູໝິ່ນ-ສຽດສີ ທາງກາຍ ແລະ ວາຈາ ໃນຫຼາຍໂອກາດ, ເປັນຕົ້ນ ກໍແມ່ນ ບໍ່ອຳນວຍ ຄວາມສະດວກ ໃນເຣື້ອງ ເອກກະສານຕ່າງໆ ໃຫ້ແກ່ພວກເຂົາ.

ຫຼ້າສຸດ, ອີງຕາມແຫຼ່ງຂ່າວ ຈາກແຂວງຈຳປາສັກ ທີ່ໄດ້ຢືນຢັນ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 19 ເມສາ ຜ່ານມາວ່າ ຊາວຄຣິສຕຽນລາວ ທີ່ເມືອງມຸນລະປະໂມກ ແຂວງຈຳປາສັກ ຈຳນວນ 11 ຄົນ, ໄດ້ຖືກ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ພາຍໃນເມືອງ ກັກໂຕ ເປັນເວລາ 5 ມື້ ຄືກັກແຕ່ ວັນອາທິດ ວັນທີ 14 ເມສາ ຈົນເຖິງວັນທີ 18 ເມສາ ຈຶ່ງມີການປ່ອຍໂຕ ຍ້ອນພວກກ່ຽວທັງ 11 ຄົນ ປະກອບ ພິທີນະມັສການ ພຣະເຈົ້າ ປະຈຳສັປດາ ຢູ່ພາຍ ໃນເຮືອນ ຂອງໂຕເອງ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກເຈົ້າໜ້າທີ່ ທ້ອງຖິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.