ສິທທິການເຊື່ອຖື ຢູ່ ລາວ

ພູວົງສ໌
2019.01.04
ພິທີແຮ່ວໍ່ ຢູ່ນະຄອນຫຼວງພຣະບາງ ຕາມຮີດຄອງປະເພນີ ທີ່ ປະຕິບັດກັນມາ, ຊຶ່ງປະຊາຊົນລາວສ່ວນຫຼາຍ ເຊື່ອຖືໃນສາສນາພຸທ ຕໍ່ໆກັນມາ ແຕ່ດຶກດໍາບັນ
RFA

ສິທທິໃນການເຊື່ອຖື ສາສນາຕ່າງໆຢູ່ ໃນລາວ ມີທ່າທີດີຂຶ້ນໃນໄລຍະ 2-3 ປີຫຼັງມານີ້, ອີງຕາມຄວາມເວົ້າ ຂອງອາຈານສອນສາສນາ ຄຣິສຕຽນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອທ້າຍປີ 2018 ທີ່ຜ່ານມາ. ທ່ານໄດ້ຢືນຢັນ ວ່າF ຫວ່າງ 2-3 ປີຫຼັງມານີ້, ຣັຖບານລາວ ໄດ້ພຍາຍາມເອົາໃຈໃສ່ ຕໍ່ຊາວລາວຜູ້ທີ່ນັບຖືສາສນາຕ່າງໆຢ່າງດີ, ໂດຍໄດ້ສະແດງອອກຜ່ານ ດຳຣັຖເລຂທີ 315/ລບ ວ່າດ້ວຍການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວ ດ້ານສາສນາຢູ່ລາວ ທັງໃຫ້ການຮ່ວມມື ກັບອົງການຈັດຕັ້ງ ທາງສາສນາຕ່າງໆ ຢ່າງດີເລື້ອຍມາ.

“ທາງຣັຖບານເພິ່ນກະເອົາໃຈໃສ່ດີຢູ່ໄດ໋, ຈັດກອງປະຊຸມເຜີຍແຜ່ດຳຣັຖ 315. ລະກະພວກເຮົາຮ່ວມກັນ ໄປເຜີຍແຜ່ຫຼັກຄວາມເຊື່ອ ຂອງ ພວກເຮົາແບບຊີ້ໄປນຳກັນຕລອດ. ເພິ່ນກະເອົາໃຈໃສ່ດີ ເປັນຫ່ວງເປັນໄຍດີ. ພວກເຮົາກະໄປຕລອດແຫຼະ ແລະ ກໍຍັງຖ້າມີບັນຫາໃດ ພວກເຮົາກໍພົວພັນກັບເພິ່ນ ເພິ່ນກໍເອົາໃຈໃສ່ ເພິ່ນກໍໃຫ້ການແກ້ໄຂທີ່ດີ."

ເຊັ່ນດຽວກັນກັບຄຸນແມ່ປະຈຳວັດກາໂຕລິກ ແຫ່ງນຶ່ງໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ ໃນທຳນອງດຽວກັນ ກັບອາຈານສອນສາສນາຄຣິສຕຽນ ໃນນະຄອນຫຼວງວຽງຈັນ ນັ້ນວ່າທາງການ ທ້ອງຖິ່ນ ກໍໃຫ້ອິສຣະ ໃນການັບຖືສາສນາຂອງພວກຕົນ ເປັນປົກກະຕິ, ແຕ່ກໍບໍ່ປະຕິເສດວ່າ ຍັງເກີດມີຄວາມບໍ່ເຂົ້າໃຈກັນຢູ່ ໃນຂັ້ນທ້ອງຖິ່ນຫ່າງໄກເຮັດໃຫ້ການ ເຄື່ອນໄຫວ ວຽກງານທາງສາສນາ ມີຄວາມຕິດຂັດແດ່ບາງໄລຍະ.

“ເພິ່ນກະໃຫ້ອິສຣະຢູ່ໄດ໋ ໃນການເຊື່ອຖືອີງຕາມເຮົາ. ເພິ່ນກະມີນະໂຍບາຍໃຫ້ເຮົາມາໂບດມາຫຍັງ ປົກກະຕິຂອງເຮົາ ເຮົາກະສາມາດໄປໄດ້ ທົ່ວໄປ ເປັນນັກບວດເຮົາກະໄປປົກກະຕິຢູ່ໄດ໋ແຕ່ລະມື້ກະດີ. ແຕ່ກີ້ລະຊິມີແບບວ່າ ມັນຊິເຄັ່ງຄັດຫຍັງ ອາຈຊິ ເພິ່ນບໍ່ເຂົ້າໃຈບາງສິ່ງບາງຢ່າງ ເນາະ, ເພິ່ນອາຈຊິມີການເຂົ້າໃຈຜິດກັນ ເພິ່ນບໍ່ໄດ້ສືບຖາມ ບໍ່ໄດ້ສື່ສານກັນ. ຫຼັງຈາກເພິ່ນໄດ້ມາຢ້ຽມຢາມ ເພິ່ນສືບຖາມ ເມື່ອມີເຫຕການ ຕ່າງໆເກີດຂຶ້ນ ເພິ່ນກະເລີຍວ່າ ເອີ່ເພິ່ນເຂົ້າໃຈຜິດບາງຢ່າງ ເພິ່ນກະເລີຍ ບໍ່ເຂົ້າໃຈ. ເພິ່ນກະເລີຍບໍ່ເຂົ້າໃຈກັບເຮົາ ເພິ່ນກະເລີຍວ່າ ບໍ່ມີ ການເຂົ້າໃຈກັນ ເພິ່ນກະເລີຍໃຫ້ຢຸດສງັກຫຍັງແດ່ ກະຢາກຝືດຢາກເຄືອງ. ດຽວນີ້ເພິ່ນເຂົ້າໃຈແລ້ວ ເຮົາຖືມາແບບໃດ ລະເພິ່ນກະປ່ອຍ ໃຫ້ເຮົາຖື ເປັນປົກກະຕິໄດ໋."

ຢ່າງໃດກໍຕາມ, ເຖິງວ່າສິທທິເສຣີພາບ ໃນການເຊື່ອຖືສາສນາຕ່າງໆໃນລາວ ຈະໄດ້ຮັບການປັບປຸງ ໃຫ້ດີຂຶ້ນແດ່ແລ້ວກໍຕາມ ແຕ່ການຈັບກຸມ ຜູ້ທີ່ເຊື່ອຖືສາສນາຄຣິສຕຽນ ໃນຂັ້ນທ້ອງຖິ່ນ ກໍປະກົດໃຫ້ເຫັນອອກມາເປັນໄລຍະ ເນື່ອງຈາກຍັງມີຄວາມບໍ່ ເຂົ້າໃຈກັນຣະຫວ່າງຜູ້ທີ່ນັບຖື ສາສນາ ແລະ ເຈົ້າໜ້າທີ່ອຳນາດການປົກຄອງທ້ອງຖິ່ນ ທີ່ບໍ່ຢາກໃຫ້ບ້ານ ຫຼືເມືອງຂອງຕົນ ມີສາສນາຕ່າງປະເທສ ໃນເຂດອຳນາດ ການປົກຄອງຂອງຕົນ.

ຜູ້ນຳດ້ານສາສນາຄຣິສຕຽນໃນລາວ ໄດ້ຢືນຢັນຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອທ້າຍປີ 2018 ຜ່ານມານັ້ນວ່າ ອຳນາດການປົກຄອງ ໃນຂັ້ນທ້ອງຖິ່ນ ເຂົ້າໃຈດີໃນການຈັດຕັ້ງປະຕິບັດ ຣັຖທັມມະນູນ ແລະ ກົດໝາຍຂອງລາວ, ແຕ່ພວກເພິ່ນ ພັດຍັງຍຶດຖື ລັກສນະ ຄວາມຄຶດແບບແບ່ງແຍກ ຖືວ່າສາສນາຄຣິສຕຽນ ເປັນສາສນາຂອງຄົນຕ່າງປະເທສ ແລະ ບໍ່ຢາກໃຫ້ຜູ້ທີ່ເຊື່ອຖື ສາສນາຄຣິສຕຽນ ອາໃສຢູ່ໃນເຂດບ້ານ ແລະ ເມືອງຂອງຕົນ. ທ່ານວ່າ:

“ທາງແຂວງ ເມື່ອໄດ້ຮັບທາງເທິງ ລະກະດີຢູ່. ແຕ່ມັນສຳຄັນຄືຢູ່ເມືອງກັບບ້ານ ທີ່ບໍ່ຢາກຈະຮ່ວມມືຄື ບ້ານຂອງຂ້ອຍ ຂ້ອຍບໍ່ຢາກໃຫ້ ມີສາສນານີ້. ສາສນາຄຣິສອັນນີ້ ບໍ່ແມ່ນສາສນາ ຢູ່ປະເທສລາວ, ສາສນາຄຣິສຕຽນ ນີ້ເປັນສາສນາມາແຕ່ຕ່າງປະເທສ. ດັ່ງນັ້ນບໍ່ໃຫ້ມີ ວັທນາທັມພວກເຮົາ ໃນບ້ານພວກເຮົາຮັບບໍ່ໄດ້ ແລະ ເມືອງພວກເຮົາເປັນເມືອງວິຣະຊົນ ພວກເຮົາຮັບບໍ່ໄດ້. ມີລັກສນະຈັ່ງຊີ້ ໃນບາງບ່ອນ ກະບໍ່ແມ່ນເບິດທຸກບ່ອນ ມີບາງບ່ອນ. ແຕ່ວ່າບາງແຂວງ ກະຫຼາຍບ່ອນຢູ່ ບາງແຂວງກະມີບໍ່ຫຼາຍ ບ່ອນປານໃດ. ບາງບ່ອນກະຈົນບໍ່ໃຫ້ ຢູ່ໃນເມືອງໃນແຂວງ ພຸ້ນແຫຼະບາງບ່ອນ”. ນັ້ນແມ່ນຄວາມເວົ້າ ຂອງຜູ້ນຳສາສນາຄຣິສຕຽນ ໃນລາວ.

ຫຼ້າສຸດ ເມືອທ້າຍເດືອນພຶສຈິກາ 2018 ກໍເກີດມີການຈັບກຸມຊາວຄຣິສຕຽນ 4 ຄົນໃນເຂດບ້ານສີວິໄລ ເມືອງວິລະບູຣີ ແຂວງສວັນນະເຂດ ໂດຍ 1 ໃນນັ້ນມີແມ່ຕູ້ 1 ຄົນ ອາຍຸເຖິງ 78 ປີ ກໍຖືກຈັບ, ເຊິ່ງກຸ່ມຊາວຄຣິສຕຽນລາວ ດັ່ງກ່າວ ຖືກກ່າວຫາວ່າ ປະກອບພິທີນະມັສການ ສັລເສີນພຣະເຈົ້າປະຈຳສັປດາ ໂດຍບໍ່ໄດ້ຮັບອະນຸຍາດ, ແຕ່ພາຍຫຼັງທີ່ໄດ້ ມີການໄກ່ເກັ່ຽກັນ ໃນຂັ້ນແຂວງ ແລະຂັ້ນເມືອງ ກໍໄດ້ມີການ ປ່ອຍໂຕໃນເວລາຕໍ່ມາ.

ອີກເຫຕການນຶ່ງ, ແມ່ນເກີດຂຶ້ນເມື່ອວັນທີ 28 ທັນວາ 2018 ຜ່ານມາມໍ່ໆນີ້, ໂດຍມີຜູ້ນຳໂບດຄຣິສຕຽນ ແລະ ຊາວຄຣິສຕຽນລາວທັງໝົດ 7 ຄົນ ຖືກເຈົ້າໜ້າທີ່ ອຳນາດການປົກຄອງທ້ອງຖິ່ນ ຈັບໃສ່ກຸນແຈມື ທີ່ບ້ານນາຄະນອງ, ເມືອງພິນ ແຂວງ ສະຫວັນນະເຂດ ແລ້ວພາໄປ ຂັງໄວ້ ທີ່ກອງບັນຊາການ ປກສ ເມືອງພິນ ພາຍຫຼັງທີ່ຊາວຄຣິສຕຽນລາວ ກຸ່ມນີ້ ທຳພິທີສເລີມສລອງບຸນ ຄຣິສມາສ ໂດຍບໍ່ໄດ້ຮັບ ອະນຸຍາດ, ອີງຕາມຄວາມເວົ້າຂອງທ່່ານ ສິຣິກູນ ປຣະເສີດສີ, ຫົວໜ້າກຸ່ມຕິດຕາມສິ້ງຊອມ ສິທທິມະນຸສ ເພື່ອເສຣີພາບໃນການນັບຖື ສາສນາຢູ່ລາວ ທີ່ລົງເຜີຍແຜ່ຜ່ານນິຕຍາສານ ໄຊ໋  (Sight). ບັນດາຊາວຄຣິສຕຽນລາວ 7 ຄົນ ດັ່ງກ່າວ ປະກອບດ້ວຍຫົວໜ້າໂບດ 3 ຄົນ ໄດ້ແກ່ທ້າວ ອະແກ້ວ, ທ້າວ ເກີດ ແລະ ທ້າວ ສົມຫວັງ ແລະ ຊາວຄຣິສຕຽນລາວ ອີກ 4 ຄົນ ຄື; ທ້າວ ບູໄລ, ທ້າວ ຈຳປີ, ທ້າວ ອະແກ ແລະ ທ້າວ ອະຢັ້ງ.

ແຕ່ຕໍ່ມາ, ຄືໃນຕອນເຊົ້າຂອງວັນທີ 2 ມົກກະຣາ 2019 ກໍໄດ້ມີການປ່ອຍໂຕຊາວຄຣິສຕຽນລາວ ກຸ່ມດັ່ງກ່າວ, ອີງຕາມຄວາມເວົ້າສັ້ນໆ ຂອງເຈົ້າໜ້າທີ່ ເມືອງພິນ ທີ່ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນຕອນບ່າຍຂອງວັນທີ 2 ມົກກະຣາ.

ຣັຖທັມມະນູນແຫ່ງ ສປປລາວ ສບັບປັບປຸງເມື່ອປີ 2015 ໃນມາດຕຣາ 43 ໄດ້ຣະບຸໄວ້ວ່າ “ພົລເມືອງລາວ ມີສິທເຊື່ອຖື ຫຼືບໍ່ເຊື່ອຖືສາສນາ ທີ່ບໍ່ຂັດກັບກົດໝາຍ”. ແຕ່ເມື່ອເຮົາມາສັງເກດ ແລະ ຕິດຕາມການຈັດຕັ້ງ ປະຕິບັດ ຣັຖທັມມະນູນລາວ ໃນມາດຕຣາ ນີ້ດີໆແລ້ວກໍສາມາດ ເຫັນໄດ້ວ່າ ເຖິງຈະມີຄວາມກ້າວໜ້າ ຂຶ້ນບາງດ້ານ ໃນການຈັດຕັ້ງປະຕິບັດ ຣັຖທັມມະນູນໃນມາດຕຣານີ້, ແຕ່ກໍຍັງມີຂໍ້ຄົງຄ້າງ ຢູ່ບໍ່ໜ້ອຍ ໃນຊຸມ 2-3 ປີຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.