ລາວ ຈໍາກັດສິດນັບຖື ສາສນາ

ສິດນີ
2017.05.10
f-christian ຄອບຄົວຊາວລາວຄຣິສຕຽນ 5 ຄອບຄົວ ຢູ່ເມືອງຊ່ອນ ແຂວງຫົວພັນ ຖືກໄລ່ອອກຈາກບ້ານ ແລ້ວພາກັນໄປຕັ້ງເຕັ້ນ ອາໃສຢູ່ເຂດເດີ່ນ ໂຮງໝໍເມືອງຊ່ອນ
Courtesy of world watch monitor.org photo: Open Doors

ຄນະກັມມາທິການ ສິດເສຣີພາບ ທາງດ້ານສາສນາ ຂອງ ສະຫະຣັດ ຫລື USCIRF ອອກບົດຣາຍງານ ປະຈຳປີ ໃນປີນີ້ວ່າ ສປປລາວ ຍັງຈຳກັດ ສິດເສຣີພາບ ໃນການນັບຖື ສາສນາຫຼາຍຢູ່ ເປັນຕົ້ນ ສາສນາຄຣິສ ແລະ ສາສນາອື່ນໆ ນອກຈາກ ສາສນາພຸດ.

ອົງການດັ່ງກ່າວຍັງຈັດ ສປປລາວຢູ່ໃນ TIER 2 ອີກຄືເກົ່າ ໃນກຸ່ມປະເທດ ທີ່ຍັງຈຳກັດ ສິດເສຣີພາບ ໃນການນັບຖື ສາສນາໃນໂລກ ເລີ້ມແຕ່ປີ 2009 ເປັນຕົ້ນມາ ຍັງບໍ່ມີ ການປ່ຽນແປງເລີຍ.

ເຈົ້າຫນ້າທີ່ທ້ອງຖິ່ນໃນລາວ ໃນບາງເຂດ ຍັງກົດຂີ່ຂົ່ມເຫັງ ຊາວຄຣິສຕຽນ ຊົນກຸ່ມນ້ອຍໃນລາວຢູ່ ຊາວຄຣິສຕຽນ ຖືກບັງຄັບ ໃຫ້ປະລະ ການນັບຖື ສາສນາ ແລະຖືກຈັບກຸມ ໃນບາງ ກໍຣະນີ ຜູ້ສອນສາສນາ ຄຣິສຕຽນຫລາຍຄົນ ກໍຖືກນາບຂູ່ ແລະຈັບກຸມ ຫລື ຖືກໄລ່ຫນີ ຈາກບ້ານ. ຄນະກັມມາທິການ ສິດເສຣີພາບ ທາງສາສນາ ໄດ້ໃຫ້ຄຳແນະນຳ ຕໍ່ຣັຖບານ ສະຫະຣັດ ວ່າ:

1-ໃຫ້ພົວພັນກັບຣັຖບານລາວ ໃນການແກ້ໄຂ ບັນຫາ ດັ່ງກ່າວ ໃຫ້ເປັນແບບດຽວ ກັບວຽດນາມ ແລະ ພະມ້າ.

2-ເຮັດວຽກກັບຣັຖບານລາວ ເພື່ອຄ້ຳປະກັນ ການບັງຄັບໃຊ້ ດຳຣັດ ເລກທີ 315 ວ່າດ້ວຍການ ນັບຖືສາສນາ ໃນລາວ ໃຫ້ສອດຄ່ອງ ກັບມາຕຖານ ດ້ານ ສິດທິມະນຸດ ແລະ ການນັບຖື ສາສນາສາກົນ.

3-ຊັກຊວນໃຫ້ ຣັຖບານລາວ ບໍ່ໃຫ້ບີບບັງຄັບ ຊາວຄຣິສຕຽນ ໃຫ້ປະລະ ການນັບຖືສາສນາ ຂອງພວກຂະເຈົ້າ.

4-ສົ່ງເສີມການຊ່ອຍເຫລືອ ທາງດ້ານເທັກນິກ ແກ່ ຣັຖບານລາວ ໃນຈຸດປະສົງ ເພື່ອປົກປ້ອງ ສິດເສຣີພາບ ການນັບຖື ສາສນາໃນລາວ.

5-ຄ້ຳປະກັນ ໃຫ້ເຈົ້າຫນ້າທີ່ ຮັກສາຄວາມປອດພັຍ ໃນລາວ ເຂົ້າຮ່ວມ ໃນການຝຶກອົບຮົມ ໃນການປະຕິບັດ ຕໍ່ກຸ່ມຜູ້ທີ່ຖື ສາສນາໃນລາວ ໂດຍສະເພາະ ສາສນາ ຄຣິສຕຽນ ໃຫ້ປະຕິບັດ ຕາມກົດຫມາຍ ຣັຖບານ ໃນການຄ້ຳປະກັນ ສິດເສຣິພາບ ການນັບຖື ສາສນາໃນລາວ ເປັນຕົ້ນ ມາດຕຣາ 315 ລົງໂທດ ຜູ້ໃດຣະເມີດ ສິດທິ ດັ່ງກ່າວ.

6-ສືບຕໍ່ຊັກຖາມ ຣັຖບານລາວ ກ່ຽວກັບການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ບັນຫາອື່ນໆ ທີ່ຮ່ວມດ້ວຍ ບັນຫາ ສິດທິມະນຸດ ສິດທິ ປະຊາສັງຄົມ ແລະ ສິດທິ ຂອງສ່ວນບຸກຄົນ ໂດຍທົ່ວໄປ.

ອົງການດັ່ງກ່າວ ຍັງໄດ້ແນະນຳ ໃຫ້ຣັຖບານລາວ ຍຸດຕິ ການຣະເມີດ ສີດເສຣີພາບ ການນັບຖື ສາສນາ ຄຣິສຕຽນ ໃນລາວ.

ອິງຕາມບົດຣາຍງານ ທາງດ້ານສາສນາ ແລະສີດທິມະນຸດ, ຣັຖບານລາວ ຍັງສືບຕໍ່ຣະເມີດ ສິດທິມະນຸດ ແລະສິດທິ ການນັບຖື ສາສນາ ຂອງປະຊາຊົນ ລາວ ຫລາຍຢູ່ ໃນນັ້ນຮ່ວມດ້ວຍ ສິດທິໃນການປາກເວົ້າ ສິດທິ ໃນການສະແດງອອກ ສິດທິ ໃນການຊຸມນຸມ ແລະສິດທິ ໃນການໃຊ້ ອີນເຕີເນັດ ຫລື ສື່ມວນຊົນ ອອນລາຍ ແລະສິດທິອື່ນໆ ຮ່ວມທັງສິດທິ ການນັບຖື ສາສນາ.

ການນັບຖືສາສນາໃນລາວ ເປັນຕົ້ນສາສນາພຸດ ມີການເປີດກວ້າງ ໃນທົ່ວປະເທດ ໃຫ້ປະຊາຊົນ ມີສິດເສຣິພາບ ໃນການນັບຖືແຕ່ໃນອີກ ດ້ານນຶ່ງ ການນັບຖື ສາສນາ ອື່ນ ດັ່ງສາສນາຄຣິສຕຽນ ທາງການລາວ ໄດ້ຈຳກັດ ແລະນາບຂູ່ ຈັບກຸມ ລົງໂທດ ຜູ່ທີ່ນັບຖື. ເຈົ້າຫນ້າທີ່ ທ້ອງຖີ່ນ ໃນຫລາຍເຂດ ໃນລາວ ຍັງສືບຕໍ່ ກົດດັນ ກຸ່ມ ທີ່ຖືສາສນາອື່ນ ໃນລາວ ໃນຫລາຍເຂດ ເປັນຕົ້ນທີ່ ແຂວງສວັນນະເຂດ ແລະ ແຂວງອື່ນໆ ໃນລາວ. ດັ່ງເຈົ້າຫນ້າທີ່ ສິດເສຣີພາບ ທາງດ້ານສາສນາ ສະຫະຣັດ ທ່ານນຶ່ງເວົ້າວ່າ: ສຽງ...

ບົດລາຍງານຈາກຄນະກັມມາທິການ ດັ່ງກ່າວ ຣະບຸຕໍ່ໄປວ່າ ສິດເສຣີພາບ ໃນການນັບຖື ສາສນາໃນລາວ ໃນປີ 2015 ແລະ 2016 ໂດຍສະເພາະ ສາສນາ ຄຣິສຕຽນ ຜ່ານມາ ຣັຖບານລາວ ໄດ້ມອບອຳນາດ ການຄວບຄຸມ ຫລື ຈັດການບໍຣິຫານ ກິຈການ ການນັບຖື ສາສນາ ໃນລາວ ຜ່ານສອງຫນ່ວຍງານ ຂອງກະຊວງ ຮັກສາ ຄວາມປອດພັຍ ພາຍໃນ ຜູ້ທີ່ສາມາດ ອອກໃບ ອະນຸຍາດ ໃນການສ້າງຕັ້ງ ໂບດ ສະຖານທີ່ສວດມົນ ແລະ ດຳເນີນກິຈກັມ ທາງສາສນາຕ່າງໆ, ຫນ່ວຍງານທີ່ສອງ ແມ່ນ ອົງການ ແນວລາວສ້າງຊາດ ຜູ້ທີ່ປະຕິບັດ ແລະ ບັງຄັບໃຊ້ ນະໂຍບາຍ ກ່ຽວກັບ ການນັບຖື ສາສນາ ໃນລາວ.

ໃນເດືອນສິງຫາ ປີ 2016 ທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ໄດ້ອອກດຳຣັດໃຫມ່ ກ່ຽວກັບ ກົດຣະບຽບ ການນັບຖື ສາສນາ ຄຣິສຕຽນ ໃນລາວ ທີ່ເອີ້ນວ່າ ດຳຣັດ ເລກທີ 315 ກ່ຽວກັບ ຈັດການບໍຣີຫານ ຈັດການ ແລະ ການປົກປ້ອງສິດທິ ການນັບຖື ສາສນາ ໃນລາວ ທີ່ຮ່ວມດ້ວຍ ສາສນາ ຄຣິສຕຽນ ຊື່ງໃນທີ່ສຸດ ດຳຣັດ ດັ່ງກ່າວບໍ່ໄດ້ ສົ່ງຜົລກະທົບ ທາງບວກ ຕໍ່ຊາວຄຣິສຕຽນ ຕາມທີ່ຄາດໃວ້. ດຳຣັດນີ້ ແມ່ນໃຊ້ແທນ ດຳຣັດ ເລກທີ 92 ທີ່ໄດ້ອອກ ມາໃຫ້ ປະຕິບັດ ໃນປີ 2002. ທັງສອງ ດຳຣັດ ຍັງບໍ່ມີການ ປົກປ້ອງ ສິດທິການ ນັບຖືສາສນາ ອື່ນຢູ່ໃນລາວ ຍັງມີການ ຈຳກັດ ການເຊື່ອຖື ຂອງ ພວກຂະເຈົ້າຢູ່.

ດຳຣັດໃຫມ່ ຍັງເຕືອນກຸ່ມຖື ສາສນາຄຣິສຕຽນບໍ່ໃຫ້ຍຸຍົງ ແລະສ້າງຄວາມແຕກແຍກ ໃນສັງຄົມລາວ ໃນເຂດທ້ອງຖີ່ນ ຍັງມີການຈັບກຸມ ລົງໂທດ ກຸ່ມ ນັບຖືສາສນາ ຄຣິສຕຽນ ຫລາຍຢູ່ ເປັນຕົ້ນ ກຸ່ມຊົນເຜົ່າ ດັ່ງຊາວມົ້ງ ລື້ ແລະລາວເທີງ ຜູ້ທີ່ນັບຖື ສາສນາ ຄຣິສຕຽນ ກຸ່ມ ດັ່ງກ່າວ ຖືກເປັນເປົ້າ ການໂຈມຕີ ຂອງເຈົ້າຫນ້າທີ່ ລາວ ໃນການ ນັບຖືສາສນາ ຄຣີສຕຽນ ໃນຫລາຍແຂວງ.

ເມື່ອປີ 2016 ຊາວຄຣິສຕຽນຫຼາຍຄົນ ຍັງຖືກຈັບຢູ່ ເປັນຕົ້ນທີ່ ແຂວງຫລວງພຣະບາງ ນາຍຄຣູຊາວຄຣິສຕຽນ ຖືກເຈົ້າຫນ້າທີ່ ຈັບຍ້ອນ ລາວໄດ້ຊັກຊວນ ໃຫ້ຊາວບ້ານ ຄົນອື່ນ ຫັນມານັບຖື  ສາສນາຄຣິສຕຽນ ເພາະເຊື່ອວ່າ ເປັນຫົນທາງ ໃຫ້ຫາຍປ່ວຍ ຫລັງຈາກນັ້ນ ເມຶ່ອຫົວຫນ້າ ໂຮງຮຽນຮູ້ ລາວກໍຖືກໄລ່ ອອກການ.

ເຫດການລອບຈູດບ້ານ ຂອງຫົວຫນ້າໂບດ ຄຸນພໍ່ເຢັງ ເປັນເຫດການ ອັນລ່າສຸດ ໃນການຂົ່ມຂູ່ ຊາວຄຣີສຕຽນ ໃນລາວ ໃນເດືອນ ມົກຣາ ຜ່ານມາ, ເຮືອນຂອງຄຸນພໍ່ ເຢັງ ຖືກຈູດ ໃຫມ້ຫມົດ ເຫດການ ດັ່ງກ່າວເກີດຂື້ນ ໃນຕອນທ່ຽງຄືນ ເວລາປະມານ 1 ໂມງ ຕອນທີ່ລາວ ແລະຄອບຄົວ ບໍ່ຢູ່ບ້ານ.

ໃນຣະຍະສອງປີ ຜ່ານມາ ຊາວຄຣິສຕຽນລາວ ຖືກໂຈມຕີ ແລະຖືກນາບຂູ່ ມາຕຣອດ ຍ້ອນການ ເຊື່ອຖື ສາສນາ ຄຣິສ ຂອງພວກຂະເຈົ້າ ຫລາຍຄົນ ກໍຖືກໄລ່ ຫນີຈາກບ້ານ ຖືກຈັບໃສ່ຄຸກ ຖືກປະນາມ ໃນຊຸມຊົນ ບ້ານທີ່ພວກຂະເຈົ້າ ອາສັຍຢູ່ ບາງລາຍ ຖືກຍີງປືນໃສ່ ເຮືອນ ແລະຄົນໃນຄອບຄົວ ທີ່ເປັນຊາວພຸດ ບາງກໍຣະນີ ກໍໄລ່ລ້າ ຜູ້ທີ່ເຊື່ອຖື ສາສນາຄຣິສ ໃນຄອບຄົວ ໂຕເອງກໍມີ ຍ້ອນເຊື່ອວ່າ ເປັນຜູ້ສ້າງ ບັນຫາ ໃຫ້ແກ່ຄອບຄົວ. ດັ່ງກໍຣະນີ ຄຸນພໍ່ຊູ ທີ່ແຂວງ ຫລວງພຣະບາງ ແລະ ໃນຫລາຍ ກໍຣະນີ ແຕ່ບໍ່ມີ ຣາຍງານ. ເຈົ້າຫນ້າທີ່ ສິດເສຣີພາບ ທາງສາສນາ ສະຫະຣັດ ທ່ານນັ້ນ ກ່າວເພີ້ມວ່າ: ສຽງ...

ເຫດການອື່ນໆ ກໍແມ່ນໃນເດືອນ ຕຸລາ ປີ 2016 ຄອບຄົວ ຊາວຄຣີສຕຽນ 3 ຄອບຄົວ ຖືກບອກໃຫ້ຫນີ ອອກຈາກບ້ານ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຊື່ງໃນປັດຈຸບັນ ສາມຄອບຄົວດັ່ງກ່າວ ຍັງເຈຣະຈາ ກັບພໍ່ບ້ານຢູ່ວ່າ ອານາຄົດຂະເຈົ້າ ຈະເປັນແນວໃດ.

ໃນເດືອນກັນຍາ ປີ 2016 ຊາວຄຣິສຕຽນລາວ 10 ຄອບຄົວ ປະມານ 50 ຄົນ ຢູ່ແຂວງ ບໍຣິຄຳໄຊ ຖືກບັງຄັບໃຫ້ ເຊົານັບຖື ສາສນາຄຣິສຕຽນ ຈາກຍາດພີ່ນ້ອງ ຢູ່ໃນບ້ານ ດຽວກັນ. ກຸ່ມດັ່ງກ່າວ ໃຫ້ເວລາ ສາມວັນ ໃນການຕັດສີນໃຈ ບໍ່ດັ່ງນັ້ນ ຕ້ອງອອກຫນີ ຈາກບ້ານ.

ທີ່ແຂວງຫລວງນ້ຳທາ ຊື່ງເປັນແຂວງ ທີ່ຕິດຊາຍແດນ ກັບຈີນ ຊາວຄຣິສຕຽນ ສາມຄົນ ຖືກຈັບໃສ່ຄຸກ ເປັນເວລາ 5 ເດືອນ ຍ້ອນວ່າ ຄົນໃກ້ບ້ານ ແຈ້ງຕໍ່ ຕຳຣວດວ່າ ຂະເຈົ້າ ໄຫວ້ພຣະສົດມົນ ໃຊ້ສຽງດັງ ເກີນໄປ ໃນຍາມກາງຄືນ.

ໃນເດືອນມີນາ ປີ 2016 ທະຫານກອງທັບ ຈຳນວນນື່ງ ຮ່ວມກັບ ຊາວບ້ານ ໄດ້ບັງຄັບໃຫ້ ຊາວຄຣິສຕຽນ ຫລາຍຄົນຫນີອອກຈາກບ້ານ ທີ່ແຂວງຫົວພັນ ກຸ່ມດັ່ງກ່າວ ຖືກບອກ ຈາກພໍ່ບ້ານວ່າ ຍ້ອນຂະເຈົ້າ ນັບຖື ສາສນາຄຣີສຕຽນ ຈື່ງຖືກໃຫ້ຫນີ ຈາກບ້ານ.

ໃນເດືອນທັນວາ ປີ 2015 ຊາວຄຣິສຕຽນ 3 ຄົນ ຈາກເມືອງຫົວພູຄາ ແຂວງຫົວພັນ ຖືກເຈົ້າຫນ້າທີ່ ຕຳຣວດ ຈັບໃສ່ຄຸກ ເປັນເວລາ 8 ເດືອນ ຫລັງຈາກ ຖືກຟ້ອງ ຈາກຍາດພີ່ນ້ອງ ວ່າຂະເຈົ້າ ໄດ້ປ່ຽນມາ ນັບຖືສາສນາ ຄຣິສຕຽນ ຊື່ງກ່ອນຫນ້ານີ້ ຍາດພີ່ນ້ອງ ພຍາຍາມໄລ່ ຂະເຈົ້າຫນີ ຈາກບ້ານ ແຕ່ບໍ່ໄດ້ຜົລ ເລີຍໄປບອກໃຫ້ ເຈົ້າຫນ້າທີ່ ມາຈັບ.

ນື່ງໃນຈຳນວນ 3 ຄົນ ທີ່ຖືກຈັບນັ້ນ ມີຊື່ວ່າ ທ່າວ ລັ່ງ ລາວເວົ້າວ່າ ໃນຊ່ວງທີ່ລາວ ຖືກຂັງ ໃນຄຸກນັ້ນ ຖືກເຈົ້າຫນ້າທີ່ ຕຳຣວດ ນາບຂູ່ ແລະ ຕີລາວຕຣອດ ໃຫ້ກີນເຂົ້າ ເລັກນ້ອຍ ໃນແຕ່ລະມ໋ື້.

ໃນປັດຈຸບັນ ທັງສາມ ຖືກປ່ອຍອອກຈາກຄຸກແລ້ວ ແຕ່ຍັງຖືກ ນາບຂູ່ ຈາກຍາດພີ່ນ້ອງ ຊາວບ້ານ ແລະເຈົ້າຫນ້າທີ່ ທ້ອງຖີ່ນຢູ່.

ໃນເດືອນກຸມພາ ປີ 2015 ຄອບຄົວ ຊາວຄຣີສຕຽນ 7 ຄອບຄົວ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຖືກໄລ່ອອກ ຈາກບ້ານ ພວກຂະເຈົ້າ ບໍ່ມີບ່ອນຢູ່ ກໍເລີຍພາກັນ ໄປປຸກຕູບຢູ່ ບໍຣິເວນ ນອກບ້ານ ໃກ້ນາ ຂອງພວກຂະເຈົ້າ ໃນທີ່ສຸດ ໃນເດືອນກຸມພາ ປີ 2017 ສາມຄອບຄົວ ໃນນັ້ນ ກໍກັບມານັບຖື ສາສນາພຸດ ຄືນໃຫມ່ ແລະ ສ່ວນເຫລືອ 4 ຄອບຄົວ ກໍຫນີໄປຢູ່ ບ່ອນອື່ນ.

ເຫດການດັ່ງກ່າວ ທັງຫມົດ ຂ້າງເທີງນີ້ແມ່ນ ຖືກບອກຈາກ ຊາວຄຣິສຕຽນ ຜູ້ທີ່ຖືກ ກົດຂີ່ຂົ່ມເຫັງ ໃນລາວ ຕໍ່ພະນັກງານ ຜູ້ເຮັດວຽກ ໃຫ້ກັບ ອົງການ CHRISTIAN CHARITY OPEN DOORS ໃນລາວ ແລະລາຍງານ ໂດຍ ອົງການ CHRISTIAN MONITOR ຜູ້ທີ່ໄດ້ຊ່ອຍ ຊາວຄຣິສຕຽນລາວ ກຸ່ມດັ່ງກ່າວ ໃນຄ່າໃຊ້ຈ່າຍ ໃນການຍ້າຍ ບ້ານ.

ຄນະກຳມາທິການ ດ້ານສິດເສຣີພາບ ທາງສາສນາ ຂອງສະຫະຣັດ ຍັງໄດ້ ແນະນຳໃຫ້ ທາງການລາວ ປະຕິບັດຕໍ່ ດຳຣັດ ເລກທີ 315 ຢ່າງຈິງຈັງ ແລະຍຸຕິການ ລ່ວງລະເມີດ ສິດທິ ການນັບຖື ສາສນາ ຄຣີສຕຽນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.