ເຈົ້າໜ້າທີ່ຊົນນະບົດ ຈໍາກັດ ການນັບຖື ສາສນາ
2020.06.12
ຣັຖທັມມະນູນ ສປປລາວ ບົ່ງໄວ້ວ່າ ປະຊາຊົນລາວ ມີສິດເສຣີພາບ ຈະນັບຖືຫລືບໍ່ນັບຖືສາສນາ ນອກຈາກນັ້ນ ຣັຖບານຍັງໄດ້ອອກດຳຣັດ 315 ເພື່ອຄວບຄຸມການເຄື່ອນໄຫວ ຂອງສາສນາ ຕ່າງໆໃນປະເທດ.
ຜົນປະກົດວ່າ ເຈົ້າໜ້າທີ່ຣັຖບານສູນກາງ ສ່ວນຫລາຍກໍເຂົ້າໃຈ ແລະ ປະຕິບັດຕາມຣະບຽບກົດໝາຍດີຢູ່ ແຕ່ເຈົ້າໜ້າທີ່ທ້ອງຖິ່ນບາງເຂດ ຍັງຈຳກັດສິດເສຣີພາບ ນັ້ນຢ່າງແຮງ ເຊັ່ນຍັງຈັບ ແລະກັກຂັງ ປະຊາຊົນຜູ້ນັບຖືສາສນາ ສ່ວນນ້ອຍ ເປັນຕົ້ນຜູ້ນັບຖື ສາສນາຄຣິສຕຽນ.
ນັ້ນແມ່ນເນື້ອຫາສາຣະ ທີ່ສຳຄັນຂອງບົດຣາຍງານປະຈຳປີ ຂອງກະຊວງການຕ່າງປະເທດ ສະຫະຣັດ ອະເມຣິກາ ທີ່ໄດ້ເຜີຍແຜ່ເມື່ອວັນທີ່ 10 ເດືອນມິຖຸນາ ປີ 2020 ນີ້ ທີ່ນະຄອນຫລວງວໍຊິງຕັນ ເມືອງຫຼວງ ຂອງ ສະຫະຣັຖອະເມຣິກາ.
ນອກຈາກກ່ຽວກັບລາວ ກະຊວງການຕ່າງປະເທດ ສະຫະຣັດ ຍັງໄດ້ຣາຍງານ ສະພາບການນັບຖື ແລະ ການລະເມີດສິດເສຣີພາບໃນການ ນັບຖືສາສນາເມື່ອປີກາຍ ໃນຫຼາຍປະເທດທົ່ວໂລກ ແລະໃນພິທີ ເຜີຍແຜ່ບົດຣາຍງານນັ້ນຕອນນຶ່ງ ທ່ານ Michael Pompeo ຣັຖມົນຕຣີ ກະຊວງການຕ່າງ ປະເທດສະຫະຣັດ ອະເມຣິກາ ໄດ້ກ່າວກ່ຽວກັບ ຈີນ ວ່າ:
“ຢູ່ປະເທດຈີນ ຣັຖບານຍັງສືບຕໍ່ປາບປາມ ສາສນາແຮງຂຶ້ນ; ພັກຄອມມິວນິສຈີນ ສັ່ງໃຫ້ອົງການສາສນາ ຕ່າງໆເຄົາຣົບນັບຖື ແລະປະຕິບັດ ຕາມຄຳສັ່ງຂອງປະທານ ຊີ ຈິນປິ່ງ ເທົ່ານັ້ນ.”
ທ່ານ Samuel Brownback ຫົວໜ້າຄະນະວ່າດ້ວຍເສຣີພາບດ້ານສາສນາ ກະຊວງການຕ່າງປະເທດສະຫະຣັດ ກໍຣາຍງານເຊັ່ນກັນວ່າ:
“ພະມ້າປ່ອຍ ຊາວໂຣຮິງຢ່າ ແຕ່ໃນຫຼາຍປະເທດໃນໂລກ ປະຊາຊົນຍັງບໍ່ມີສິດເສຣີໃນການນັບຖືສາສນາ ຍັງຖືກປາບປາມຢ່າງແຮງເປັນຕົ້ນ ຢູ່ຈີນແລະຢູ່ອີຣານ.”
ກ່ຽວກັບປະເທດລາວ ກະຊວງການຕ່າງປະເທດ ສະຫະຣັດ ຣາຍງານ ຕື່ມວ່າ ປະເທດມີການ ຈຳແນກ ແລະຈຳກັດການນັບຖືສາສນາຢ່າງ ຈະແຈ້ງ ຕົວຢ່າງວັດວາອາຣາມ ແລະອົງການສາສນາພຸດບໍ່ຈຳເປັນ ຕ້ອງຈົດທະບຽນ ກັບກະຊວງພາຍໃນ ແລະ ການເຄືອນໄຫວທຸກຢ່າງ ກໍບໍ່ຈຳເປັນຕ້ອງຂໍ ອະນຸຍາດ; ແຕ່ຕົງກັນຂ້າມ ອົງການສາສນາອື່ນໆ ເປັນຕົ້ນສາສນາຄຣິສຕຽນ ຈຳເປັນຕ້ອງຈົດທະບຽນ ແລະກ່ອນຈະທຳ ພິທີສາສນາອັນໃດ ກໍຕ້ອງຂໍອະນຸຍາດ ຈາກ ອຳນາດການປົກຄອງ ທຸກຂັ້ນ ນັບແຕ່ຂັ້ນບ້ານ ເມືອງ ແຂວງ ແລະຂຶ້ນໄປຈົນຮອດ ອົງການ ແນວລາວສ້າງຊາດ.
ໃນດ້ານການຈຳກັດ ກໍເຊັ່ນດຽວກັນ ສາສນາຄຣິສຕຽນ ຖືກຈຳກັດເຄັ່ງຄັດກວ່າໝູ່ ຕົວຢ່າງ ກ່ອນຈະສ້າງໂບດ ກໍຕ້ອງຂໍອະນຸຍາດ; ກ່ອນຈະທຳພິທີ ສາສນາ ກໍຕ້ອງຂໍອະນຸຍາດ; ກ່ອນຈະເດີນທາງໄປ ຕ່າງເມືອງ ຕ່າງແຂວງ ຜູ້ນຳຄຣິສຕຽນ ກໍຕ້ອງໄດ້ຮັບອະນຸຍາດ ເສັຍກ່ອນ ຈຶ່ງໄປໄດ້. ການເຜີຍແຜ່ສາສນາຄຣິສຕຽນ ແຮ່ງຖືກຈຳກັດ ຖືກຫ້າມເລີຍໃນຫລາຍເມືອງ ຫລາຍແຂວງ.
ການນຳເຂົ້າເອກກະສານ ກ່ຽວກັບການສອນສາສນາຄຣິສຕຽນ ກໍຖືກຫ້າມ ຢ່າງເຂັ້ມງວດ ທັງໆທີ່ເມື່ອເດືອນ ມິຖຸນາປີ 2019 ທີ່ຜ່ານມາ ຣັຖບານລາວ ກໍໄດ້ອອກດຳຣັດ ອີກສະບັບນຶ່ງ ຄືດຳຣັດເລກທີ່ 184 ທີ່ຫ້າມຈຳແນກ ສາສນາ ຢ່າງເດັດຂາດ ເຈົ້າໜ້າທີ່ທາງການຕ້ອງ ໃຫ້ການບໍຣິການ ແກ່ຊາວລາວທຸກຄົນ ທຸກສາສນາ ແລະທຸກເພດທຸກວັຍ.
ແຕ່ໃນສະພາບປະຕິບັດຕົວຈິງ ຊາວລາວຄຣິສຕຽນ ຍັງຖືກປາບປາມຕລອດມາ ຕົວຢ່າງ; ເມື່ອເດືອນມົກກະຣາ ປີກາຍ ຜູ້ນຳຄຣິສຕຽນ ສາມຄົນ ແລະ ຊາວຄຣິສຕຽນ ສີ່ຄົນ ລວມເປັນເຈັດຄົນ ຖືກຈັບຢູ່ເມືອງ ພິນ ແຂວງສວັນນະເຂດ ໃນຂໍ້ຫາຈັດງານບຸນ ໂດຍທີ່ບໍ່ໄດ້ ຮັບອະນຸຍາດ; ເຈົ້າໜ້າທີ່ເມືອງພິນ ໄດ້ມ້າງຮ້ານສະແດງ ຕັດໄຟ ທຳຣາຍເຄື່ອງກະຈາຍສຽງ ແລະຍຶດໂທຣະສັບມືຖື ຂອງຊາວຄຣິສຕຽນ ເຫລົ່ານັ້ນ.
ກ່ຽວກັບການຈັບເທື່ອນີ້ ນັກຂ່າວວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ເມືອງພິນ ທີ່ອະທິບາຍ ເຫດຜົນໃນການຈັບນັ້ນວ່າ Religious1:
“ກະມີການຄຸ້ມຄອງຄືເກົ່າຫັ່ນແຫລະ; ເຂົາຫ້າມບໍ່ໃຫ້ເຮັດແບບຍິ່ງໃຫຍ່ຫັ່ນ ໜ໋າ ຫ້າມພິທີອັນຍິ່ງໃຫຍ່ ໃຫ້ເຮັດຕາມຮີດຕາມຄອງ.”
ບົດຣາຍງານຂອງທາງການ ສະຫະຣັດ ຣາຍງານຕໍ່ວ່າ ຫລັງຈາກນັ້ນ ໃນເດືອນມິນາ ປີກາຍ ຊາວຄຣິສຕຽນຄົນນຶ່ງກໍຖືກຈັບຢູ່ ເມືອງພິນ ເຊັ່ນກັນ. ເຈົ້າໜ້າທີ່ຜູ້ຈັບ ໃຫ້ເຫດຜົນວ່າ ຈັບຍ້ອນຜູ້ກ່ຽວ ລັກຕັດໄມ້ ແຕ່ຜູ້ຖືກຈັບເວົ້າວ່າ ເຂົາຖືກຈັບ ຍ້ອນເຂົາເປັນຄຣິສຕຽນ ເພາະວ່າ ຄົນອື່ນທີ່ໄປຕັດໄມ້ ນຳກັນ ແລະ ກໍບໍ່ນັບຖືສາສນາຄຣິສຕຽນ ບໍ່ຖືກຈັບ.
ບໍ່ພຽງແຕ່ຖືກຈັບຊື່ໆ ຊາວຄຣິສຕຽນຜູ້ນິ້ເວົ້າວ່າ ເຂົາຖືກຕີຂມັບຫູ ເກືອບຫູໜວກ ແລະກໍຖືກເອົາໄຟຟ້າຊ໊ອດ. ໃນເວລາຕີນັ້ນ ເຈົ້າໜ້າທີ່ ຍັງເວົ້າວ່າ ຖ້າບໍ່ປະລະຄວາມເຊື່ອຖື ເຂົາກໍຈະບໍ່ຖືກປ່ອຍຕົວ.
ໃນເດືອນເມສາ ປີກາຍ ຊາວອະເມຣິກັນຄຣິສຕຽນສາມຄົນ ກໍຖືກຈັບເປັນເວລາສິບມື້ຢູ່ ແຂວງຫຼວງນ້ຳທາ ໃນຂໍ້ຫາແຈກຢາຍເອກສານ ສາສນາ ຄຣິສຕຽນ ຢ່າງບໍ່ໄດ້ຮັບອະນຸຍາດ.
ການຈຳກັດສິດເສຣີພາບດ້ານສາສນາ ທີ່ໜ້າສົນໃຈ ກໍຄື ຢູ່ແຂວງຫົວພັນ ອຳນາດການປົກຄອງຂັ້ນເມືອງ ໄດ້ອອກໃບແຈ້ງການ ສັ່ງໃຫ້ ນາຍບ້ານ ບໍ່ອອກບັດປະຊາຊົນ ໃຫ້ຊາວຄຣິສຕຽນ.
ຊາວຄຣິສຕຽນ ບາງຄົນ ຈຳເປັນຕ້ອງຕົວະ ເຈົ້າໜ້າທີ່ວ່າ ຕົນຍັງນັບຖືຜີ ຢູ່ຄືເກົ່າ ຈຶ່ງໄດ້ບັດປະຊາຊົນ. ຢູ່ແຂວງຄຳມ່ວນ ຖ້າອອກບັດໃຫ້ ແລ້ວເຈົ້າໜ້າທີ່ທ້ອງຖິ່ນ ກໍຍຶດບັດ ປະຊາຊົນຂອງຊາວຄຣິສຕຽນ ໄວ້ເລີຍ.
ຜູ້ນຳຄຣິສຕຽນຄົນນຶ່ງເວົ້າວ່າ ທາງການລາວມີກົດໝາຍ ແລະຣະບຽບແບບລັບໆ ທີ່ຈຳກັດຜູ້ນັບຖືສາສນາຄຣິສຕຽນ ບໍ່ໃຫ້ມີໂອກາດໄດ້ ເປັນສະມາຊິກພັກ ແມ້ແຕ່ເປັນນາຍບ້ານ ກໍບໍ່ໄດ້ ຫລືເປັນທະຫານ ກໍບໍ່ໄດ້.
ສະມາຊິກໂບດຄຣິສຕຽນ ເຈັດມື້ Seven-Day ໃນນະຄອນຫລວງວຽງຈັນ ເວົ້າວ່າພວກເຂົາບໍ່ສາມາດເຜີຍແຜ່ ຄຳສອນຂອງພະເຈົ້າໄດ້ ແມ້ແຕ່ສອນ ພາສາອັງກິດ ກໍຍັງຖືກຫ້າມ ສອນວິທີອະນາມັນ ກໍບໍ່ໄດ້.
ພຣະຄຳພີ ກໍຖືກຫ້າມນຳເຂົ້າ ຊາວຄຣິສຕຽນ ຈຳເປັນຕ້ອງອ່ານ ພຣະຄຳພີໃນອິນເຕີແນ໊ດເອົາ. ຕໍ່ການຈຳກັດທັງໝົດທີ່ກ່າວມານັ້ນ ເຈົ້າໜ້າທີ່ ແນວລາວສ້າງຊາດ ແລະ ກະຊວງພາຍໃນ ກໍຍອມຮັບວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວບາງຄົນ ຍັງບໍ່ເຂົ້າໃຈຣະບຽບ ແລະກົດໝາຍ ໂດຍສະເພາະດຳຣັດ 315. ຜ່ານມາທາງການລາວ ກໍໄດ້ເຜີຍແຜ່ຣະບຽບກົດໝາຍສາສນາ ແລະຝຶກອົບຣົມເຈົ້າໜ້າທີ່ ທ້ອງຖິ່ນ ຢູ່ເລື້ອຍ.