ບົດບາດແມ່ຍິງໃນລາວ
2017.03.08
ໃນຫລາຍປີມານີ້ ສະຫະພັນ ແມ່ຍິງລາວ ແລະ ຫນ່ວຍງານສົ່ງເສີມ ຄວາມກ້າວໜ້າ ຂອງ ແມ່ຍິງ ເວົ້າວ່າ ພວກຕົນໄດ້ ຊຸກຍູ້ ແມ່ຍິງລາວ ແລະ ບັນດາ ແມ່ຍິງຊົນເຜົ່າ ໃຫ້ຮູ້ຈັກ ສິດທິຕ່າງໆ ຂອງ ຕົນເອງ ໃຫ້ສິດທິ ຂອງເຂົາເຈົ້າ ໄດ້ຮັບການ ຍົກຣະດັບ ຫຼາຍຂຶ້ນ ເປັນຕົ້ນ ສິດທິ ດ້ານການສຶກສາ ສິດທິ ໃນການເຂົ້າ ເຮັດວຽກ ໃນພາກຣັຖ ແລະ ເອກກະຊົນ ເພື່ອໃຫ້ມີ ຄວາມສະເໝີພາບ ກັບຜູ້ຊາຍ ການເຂົ້າ ເຖິງ ການບໍຣິການ ກວດພຍາດແມ່ຍິງ, ເມື່ອທຽບກັບ ຫຼາຍໆປີຜ່ານມາ ເຫັນວ່າຈໍານວນ ແມ່ຍິງລາວ ແລະບັນດາ ແມ່ຍິງຊົນເຜົ່າມີຄວາມ ກ້າວໜ້າ ຫຼາຍກວ່າ ແຕ່ກ່ອນ ເຖິງແມ່ນວ່າ ການສົ່ງເສີມ ບໍ່ໄດ້ເຕັມ ຮ້ອຍສ່ວນຮ້ອຍ ກໍດີ. ການສົ່ງເສີມ ໃຫ້ແມ່ຍິງລາວ ມີບົດບາດສູງ ໃນທຸກຣະດັບ ຂອງສັງຄົມ ຍັງບໍ່ກ້າວໜ້າ ເທົ່າທີ່ຄວນ ໂດຍສະເພາະ ແມ່ຍິງຊົນເຜົ່າ ທີ່ຢູ່ ຫ່າງໄກຈາກ ຄວາມຈະເຣີນ ແລະ ຍັງຍຶດຖື ປະເພນີ ເກົ່າແກ່. ດັ່ງເຈົ້າໜ້າທີ່ ຫ້ອງການ ແມ່ຍິງລະດັບ ແຂວງ ທ່ານນຶ່ງ ໄດ້ກ່າວ:
"ສິວ່າຍົກລະດັບ ພວກເຮົາກ່າ ຍົກລະດັບໄປ ແຕ່ລະຍະຫັ້ນແລ້ວ ຕາມຄວາມເຂົ້າໃຈເນາະ ກ່າວ່າບໍ່ໄດ້ ມັນກໍມີຫຼາຍ ຮີດຄອງປະເພນີ ເດ້ ເຣື້ອງຕົວນີ້ ພວກເຮົາກ່າບໍ່ສາມາດ ທີ່ວ່າຈະໃຫ້ໄດ້ 100 ເປີເຊັນບໍ ພວກເຮົາກໍຍັງ ຂານຮັບບໍ່ໄດ້ ເພາະວ່າມັນ ແມ່ນການແກ້ໄຂ ແນວຄິດ ຈິດໃຈ ໂດຍລວມແລ້ວ ແມ່ຍິງພວກເຮົາ ກໍຖືວ່າ ໄດ້ຮັບການ ປົດປ່ອຍ ຫຼາຍອັນເນາະ ໃນການເຮັດວຽກໜັກ ໃນເມື່ອກ່ອນ ແຕ່ວ່າດ້ານ ຮີດຄອງ ບາງອັນ ຂອງຊົນເຜົ່າ ພວກເຮົາ ສິໄດ້ເຮັດສືບຕໍ່".
ນັບແຕ່ ແມ່ຍິງລາວ ຈໍານວນນຶ່ງ ໄດ້ຮັບການຍົກລະດັບ ດ້ານສິດທິ ແລະຄວາມສາມາດ ສັງຄົມ ໃນປັດຈຸບັນ ກໍຍອມຮັບ ເຖິງບົດບາດ ແມ່ຍິງຫຼາຍຂຶ້ນ ໃນຫຼາຍຂົງເຂດ ວຽກງານ. ຍົກຕົວຢ່າງ ຢູ່ໃນລະດັບ ການສຶກສາຊັ້ນສູງ ຈໍານວນແມ່ຍິງ ທີ່ເຂົ້າໄປຮຽນ ໃນ ມະຫາ- ວິທຍາໄລ ແລະ ວິທຍາໄລ ຕ່າງໆ ມີເພີ້ມຂຶ້ນຫຼາຍ. ຈໍານວນແມ່ຍິງ ທີ່ຮຽນ ວິຊາ ວິສວະກັມສາຕ ຊຶ່ງແຕ່ກ່ອນ ເປັນວິຊາ ທີ່ແມ່ຍິງ ບໍ່ຄ່ອຍມັກຮຽນ ແຕ່ດຽວນີ້ ກໍມີແນວໂນ້ມ ເພີ້ມຂຶ້ນ ຕາມການສັມພາດ ນັກສຶກສາຍິງ ຢູ່ ມະຫາວິທຍາໄລ ສຸພານຸວົງ:
"ປັດຈຸບັນສິດທິ ຂອງແມ່ຍິງ ກໍເປີດກວ້າງ ໄປຫຼາຍແລ້ວເນາະ ເພາະວ່າທີ່ຜ່ານມາ ສ່ວນຫຼາຍ ຜູ້ຍິງ ຈະບໍ່ຄ່ອຍ ໄດ້ຮຽນຫຍັງເດ້ ດຽວນີ້ ກໍເປີດໃຫ້ ແມ່ຍິງ ມີສິດທິ ຫຼາຍຂຶ້ນ ແລ້ວກໍໃຫ້ຜູ້ຍິງ ໄດ້ຮັບ ໂອກາດ ຫຼາຍກວ່າ ຜູ້ຊາຍ ທີ່ຜ່ານມາ ໄຟຟ້າ ຈະມີປີລະຄົນ ແຕ່ດຽວນີ້ ເພີ້ມຂຶ້ນເປັນ 3 ຄົນ ປີລະ 4 ຄົນ ຄືໂຍທາ ຄືກັນມີແຕ່ 3 ຄົນ ແຕ່ດຽວນີ້ ຮອດ 6 ຄົນ".
ເຈົ້າໜ້າທີ່ເວົ້າວ່າ ໃນຂົງເຂດວຽກງານ ຣັຖ ແລະເອກກະຊົນ ປັດຈຸບັນ ອັດຕຣາແມ່ຍິງ ທີ່ເຮັດວຽກ ຢູ່ໃນຫ້ອງການ ຮ່ວມກັບຜູ້ຊາຍ ມີ ເພີ້ມຂຶ້ນ ຍົກຕົວຢ່າງ ຢູ່ແຂວງຊຽງຂວາງ ແຕ່ລະຫ້ອງການ ຈະມີແມ່ຍິງ ປະມານ 30 ສ່ວນຮ້ອຍ, ໃນແຂວງ ຫຼວງພຣະບາງ ໂຄຕາ ໃຫ້ແມ່ຍິງເຮັດວຽກ ໃນແຕ່ລະຫ້ອງການມີ 10 ຄົນ ໃນນັ້ນມີທັງ ແມ່ຍິງ ທີ່ຈົບການສຶກສາ ຈາກມະຫາວິທຍາໄລ ແລະ ວິຊາຊີບຊັ້ນສູງ ຮ່ວມທັງແມ່ຍິງ ບັນດາຊົນເຜົ່າ.
ທ່ານວ່າ ການສົ່ງເສີມ ໃຫ້ແມ່ຍິງ ຮູ້ຈັກສິດທິ ແລະຍົກລະດັບ ຄວາມຮູ້ ຄວາມສາມາດ ຂອງເຂົາເຈົ້ານີ້ ຈະປະສົບ ຄວາມສໍາເຣັດສູງ ສະເພາະແຕ່ ໃນເມືອງ ສ່ວນຢູ່ໃນເຂດ ຊົນນະບົດ ຍັງມີຄວາມ ຫຍຸ້ງຍາກຫຼາຍຢູ່ ຍ້ອນຮີດຄອງ ປະເພນີ ເກົ່າແກ່. ຍົກຕົວຢ່າງ ເມື່ອບໍ່ດົນມານີ້ ແມ່ຍິງຊົນເຜົ່າ ຢູ່ເມືອງດັກຈຶງ ຖືກສັງຄົມ ໃນບ້ານໄລ່ໜີ ອອກຈາກບ້ານ ຍ້ອນມີລູກ ກ່ອນແຕ່ງດອງ. ຊາວບ້ານ ບອກໃຫ້ນາງ ໄປອອກລູກ ຢູ່ບ່ອນອື່ນ ເພາະເຂົາເຈົ້າ ຢ້ານວ່າ ການອອກລູກ ໃນບ້ານ ຈະນໍາເອົາ ຄວາມບໍ່ຈົບ ບໍ່ງາມ ໃສ່ບ້ານ.
"ແມ່ນັ້ນເປັນແມ່ ທີ່ຖືພາແລ້ວ ບໍ່ມີຜົວນະ ແລ້ວທາງປົກຄອງບ້ານ ເຂົາເຈົ້າແມ່ນບໍ່ໃຫ້ ເກີດລູກເດັດຂາດ ເພາະວ່າຄວາມເຊື່ອຖື ເຂົາເຈົ້າ ຖ້າວ່າເກີດລູກ ຢູ່ບ້ານ ສີ່ເຮັດໃຫ້ຄົນ ຢູ່ບ້ານມີການ ເຈັບປ່ວຍ ໝົດບ້ານ ຫລືຕາຍ ຈັ່ງຊີ້ນະ".
ທ່ານກ່າວຕື່ມວ່າ ການໄລ່ແມ່ຍິງຖືພາ ກ່ອນແຕ່ງດອງ ໃຫ້ໄປອອກລູກ ຢູ່ນອກບ້ານ ບໍ່ແມ່ນເກີດຂຶ້ນ ເທື່ອດຽວ ແຕ່ເຄີຍເກີດຂຶ້ນມາ ຫຼາຍເທື່ອແລ້ວ ແລະ ທາງການແມືອງ ກໍບໍ່ມີ ວິທີແກ້ໄຂ.
ໃນດ້ານການເຮັດໃຫ້ ແມ່ຍິງ ຮູ້ຈັກສິດ ທາງດ້ານກວດ ພຍາດແມ່ຍິງ ຢູ່ໃນໂຮງໝໍ ຫລື ຢູ່ໃນສຸຂສາລາ ຕ່າງໆນັ້ນ ຣັຖບານ ໄດ້ຮ່ວມມືກັບ ອົງກອນ ຕ່າງປະເທດ ຫຼາຍໂຄງການ ເພື່ອຫລຸດຜ່ອນ ການຕາຍຂອງ ແມ່ແລະເດັກ ໃນເວລາເກີດລູກ ໂດຍໃຫ້ເດັກນ້ອຍ ເກີດໃໝ່ ໄດ້ ຮັບການ ສັກຢາວັກຊີນ ໃຫ້ແມ່ຍິງຖືພາ ແລະອອກລູກແລ້ວ ໄດ້ຮັບການກວດ ແລະ ປິ່ນປົວພຍາດ, ແຕ່ຍັງມີ ອຸປສັກ ບາງຢ່າງ ເປັນຕົ້ນ ແມ່ຍິງຊົນເຜົ່າ ຍັງບໍ່ຍອມໄປກວດ ພຍາດນໍາທ່ານໝໍ ເພາະເຂົາເຈົ້າໜ້າອາຍ:
"ອັນນີ້ກໍແນວວ່າຫັ້ນແຫລະ ຢູ່ຊົນນະບົດນັ້ນເຂົາອາຍ ແບບຜູ້ຍິງ ເຈັບເປັນດ້າມນ້ອຍ ສ່ວນຫລາຍ ພຍາດອື່ນ ເຂົາກໍມາຢູ່ ມາຮັກສາ ແຕ່ ກ່ຽວກັບ ພຍາດຍິງ ແທ້ນັ້ນ ເຂົາລະບໍ່ມາ ເພາະເຂົາອາຍ ເຂົາບໍ່ໄປຢາກໃຫ້ ໝໍເບິ່ງ ແລ້ວສຸຂສາລາ ກໍມີໝົດແລ້ວ ຢູ່ບ້ານນອກ ມັນເປັນ ກຸ່ມບ້ານເນາະ ບ່ອນຫ່າງໄກສອກຫລີກ ເຂົາກໍລົງໄປຕັ້ງ ສຸຂສາລາ ຢູ່ແລ້ວ ກໍມີ ພະນັກງານ ລົງໄປປະຈໍາ".
ເຖິງແມ່ນວ່າ ຣັຖບານ ມີນະໂຍບາຍ ແລະ ຈຸດປະສົງ ສົ່ງເສີມ ໃຫ້ແມ່ຍິງ ມີບົດບາດຫຼາຍຂື້ນກໍດີ ແຕ່ຫຼາຍໜ່ວຍງານ ໂຄງການ ທີ່ດໍາເນີນ ວຽກງານນີ້ ຍັງປະສົບກັບ ການຂາດເຂີນງົບປະມານ ອັນເຮັດໃຫ້ ວຽກງານສົ່ງເສີມ ແລະ ຍົກລະດັບ ບົດບາດແມ່ຍິງ ໃນເຂດ ຊົນນະບົດ ຫ່າງໄກ ບໍ່ມີຄວາມກ້າວໜ້າ ເທົ່າທີ່ຄວນ.