ສິດທິຂອງກຸ່ມຄົນ ປະເພດ 2 ຫຼື LGBT ຢູ່ລາວ
2018.06.12
ບັນຫາຕ່າງໆທີ່ກ່ຽວຂ້ອງ ກັບຊຸມຊົນ LGBTIQ ຫລືກຸ່ມຄົນປະເພດ 2 ອັນໝາຍເຖິງ ຜູ້ທີ່ເປັນ ເກ, ເປັນກະເທີຍ ເປັນຜູ້ແມ່ ແລະປ່ຽນເພດ ແລະກຸ່ມປົກປ້ອງສິດທິ ມະນຸດຂອງລາວ ບໍ່ໄດ້ມີການເວົ້າເຖິງ ຢ່າງຈະແຈ້ງໃນຣະຫວ່າງ ການທົບທວນເປັນຣະຍະ ກ່ຽວກັບການປະຕິບັດ ສິດທິມະນຸດ ຫຼື UPR ທັງ 2 ຄັ້ງ ຄືຄັ້ງທີ່ນຶ່ງປີ 2010 ແລະຄັ້ງທີ 2 ປີ 2015 ທີ່ສໍານັກງານສິດທິມະນຸດ ສະຫະປະຊາຊາດ ຢູ່ນະຄອນ Geneva ປະເທດ Switzerland -ຕາມບົດວິເຄາະ ສະພາບ ສິດທິມະນຸດ ຂອງຊຸມຊົນ LGBTIQ ແລະກຸ່ມປົກປ້ອງ ສິດທິມະນຸດ ເມື່ອໄວໆມານີ້.
ບົດວິເຄາະ ເວົ້າວ່າ ເຖິງແມ່ນວ່າຈະບໍ່ໄດ້ ເວົ້າກັນຢ່າງຈະແຈ້ງເຖິງສິດທິ ຂອງກຸ່ມຄົນທີ່ເອີ້ນກັນວ່າ ປະເພດ 2 ແລະເຖິງກຸ່ມປົກປ້ອງສິດທິ ມະນຸດຂອງລາວກໍຕາມ ແຕ່ການສເນີແນະຂອງ UPR ກໍໄດ້ກວມເອົາສິດທິ ໂດຍທົ່ວໄປທີ່ສົ່ງຜົລ ຕໍ່ກຸ່ມຄົນປະເພດ 2 ນັ້ນນໍາດ້ວຍ.
ແລະສປປລາວ ກໍໄດ້ເນັ້ນເຖິງ ພັລທະຂອງຕົນໃນການຕ້ານ ການຈໍາແນກ ແລະໃນການປັບປຸງເສຣີພາບ ທາງດ້ານການສະແດງອອກ ແລະການໂຮມຊຸມນຸມ. ແຕ່ຕາມບັນທຶກ ສະພາບການ ກ່ຽວກັບສິດທິ ດັ່ງກ່າວ ຢູ່ປະເທດລາວ ທີ່ມີຂໍ້ມູນ ຈໍາກັດນັ້ນແລ້ວ ຊຸມຊົນປະເພດ 2 ແລະກຸ່ມທີ່ປົກປ້ອງສິດທິ ຂອງພວກເຂົາເຈົ້າແລະກຸ່ມອື່ນໆ ໄດ້ຮຽກຮ້ອງໃຫ້ຫລີກລ້ຽງ ການຈໍາແນກຄົນ, ການປະຕິບັດຕໍ່ແບບບໍ່ດີ ແລະການຫາຍສາບສູນນັ້ນ ຫລາຍຂຶ້ນຕື່ມອີກ.
ແລະກ່ອນຈະຮອດ UPR ຄັ້ງທີ 3 ໃນເດືອນມົກຣາ/ກຸມພາ 2020 ທີ່ຈະມາເຖິງນີ້ປະເທດຕ່າງໆ ແລະອົງການພາກ ປະຊາສັງຄົມ ທີ່ໃຫ້ ຄໍາແນະນໍາ ປັບປຸງສິດທິໃຫ້ດີຂຶ້ນ ມີຂໍ້ສເນີແນະ UPR ທີ່ມີເປົ້າໝາຍໃຫ້ການປົກປ້ອງສິດທິຂອງກຸ່ມ ທີ່ປົກປ້ອງສິດທິ ຂອງກຸ່ມຄົນປະເພດ 2 ແລະກຸ່ມເປົ້າໝາຍອື່ນໆ ຫລາຍຂຶ້ນຕື່ມອີກ.
ບົດຣາຍງານທີ່ ລາວ ສົ່ງໃຫ້ UPR ເພື່ອທົບທວນ UPR ຮອບທໍາອິດປີ 2010 ນັ້ນ ບໍ່ໄດ້ເວົ້າເຖິງກຸ່ມຄົນ LGBTIQ ຫລືກຸ່ມທີ່ປົກປ້ອງ ພວກເຂົາໃດໆ, ຫາກມີແຕ່ໄດ້ຊີ້ແຈງ ວ່າສປປລາວໄດ້ຮັບຜ່ານກົດໝາຍ 90 ສະບັບເພື່ອສົ່ງເສີມ ແລະປົກປ້ອງສິດທິມະນຸດ.
ແຕ່ເຖິງຢ່າງໃດ ສປປລາວ ກໍໄດ້ຍອມຮັບ ຂໍ້ສເນີແນະ UPR ຈາກປະເທດ Switzerland ເຣື່ອງການຕ້ານການຈໍາແນກຄົນ ແຕ່ກໍເວົ້າວ່າ ການນັບຖືສິດທິພື້ນຖານ ຂອງກຸ່ມຄົນສ່ວນໜ້ອຍ ແມ່ນປະຕິບັດຢູ່ແລ້ວ.
ແຕ່ບົດວິເຄາະ ເວົ້າວ່າຊຸມຊົນ ປະເພດ 2 ແລະກຸ່ມປົກປ້ອງຂະເຈົ້າ ໃນລາວເກືອບວ່າ ບໍ່ສັງເກດເຫັນ. ຍ້ອນແນວນັ້ນ ການທີ່ຈະໄດ້ຂໍ້ມູນ ກ່ຽວກັບສະພາບ ຂອງພວກເຂົາເຈົ້າ ແມ່ນຍາກ.
ຢ່າງໃດກໍດີ ຕາມຄໍາເວົ້າຂອງ ປາລົດ ຕໍ່ RFA ຜ່ານທາງໂທຣະສັບ ຈາກນະຄອນປາກເຊ ແຂວງຈໍາປາສັກ ເມື່ອໄວໆມານີ້ ແລ້ວແມ່ນວ່າ ຖານະບົດບາດ ຂອງກຸ່ມຄົນປະເພດ 2 ໃນລາວປັດຈຸບັນ ບໍ່ຄືເມື່ອປະມານ 10 ປີກ່ອນ ທຸກມື້ນີ້ສັງຄົມ ຍອມຮັບ ເກ ຜູ້ແມ່ ຫລາຍຂຶ້ນ ຍ້ອນຂະເຈົ້າ ເກັ່ງ
"ອອກແບບນັ້ນອອກແບບນີ້ ງານນັ້ນນີ້ ເປີດງານຫຍັງຂະເຈົ້າ ກະຖາມຫາເກ ເກນີ້ດັງດຽວນີ້ນະ ເຂົາເປັນ designer ເກັ່ງ ອອກແບບເກັ່ງ ຄູ່ມື້ນີ້ກໍຢູ່ໃນສະພາບ ດີຫລາຍ ສັງຄົມຕ້ອນຮັບຫລາຍ."
ທຸຣະກິດຫລືກິຈກັມເດັ່ນນັ້ນ ກວມເອົາທັງການອອກແບບ ເສື້ອຜ້າ-ເຄື່ອງນຸ່ງຫົ່ມ ການຕົກແຕ່ງໜ້າແລະຜົມ. ແມ່ນແຕ່ການເປີດງານ ຫ້ອງການ, ງານສໍາຄັນຣະດັບແຂວງ ຊຶ່ງປາລົດ ຍົກຕົວຢ່າງ ງານປະກາດ ເມືອງປາກເຊ ເປັນນະຄອນປາກເຊເມື່ອວັນທີ 31 ພຶສພາ ທີ່ຜ່ານມານີ້ ກໍແມ່ນຫົວຄິດປະດິດສ້າງ ສີໄມ້ລາຍມື ໃນການຕົກແຕ່ງ ປະດັບປະດາສະຖານທີ່ ຣົດຂະບວນແຫ່ ກໍແມ່ນຄົນປະເພດ 2 ເປັນຜູ້ປະກອບສ່ວນສໍາຄັນ.
"ຫວ່າງວັນທີ 31 ປາກເຊ ເປີດນະຄອນປາກເຊ ຕົກແຕ່ງຣົດ 50 ປາຍຄັນ ມີແຕ່ກຸ່ມເກ ກຸ່ມກະເທີຍ ແຕ່ງ ໂອ໊ ອາລັງການ ຄືບໍຣິສັດ ໄຟຟ້າ ໃຫ້ແຕ່ງຣົດໃຫ້ ຜ້າອ້ອມລະໃສ່ດອກໄມ້ 5-60 ຄັນ ກະເທີຍນີ໊ 50 ຄັນລະປະດັບປະດາ."
ນັ້ນກໍຄືຄວາມສາມາດ ຫລືຈຸດເດັ່ນພິເສດ ທີ່ມີໃນຕົວຂອງກຸ່ມຄົນປະເພດ 2 ຫລືກຸ່ມຄົນເປັນເກ໊ ເປັນກະເທີຍ ຄົນປ່ຽນເພດ ສ່ວນໃຫຍ່. ຫາກຖາມເຖິງຈຸດເດັ່ນ ສະເພາະຕົວ ຂອງປາລົດເອງ ມີແນວໃດນັ້ນ ຄໍາຕອບທີ່ໄດ້ຍິນ ຄືຢາກວ່າຄ້າຍຄືກັນ ກັບຄົນ ອື່ນໆໃນກຸ່ມຄົນ ປະເພດດັ່ງກ່າວ ຄືເກັ່ງເຣື່ອງການເວົ້າ ມີວາທະສິນ ຕົກແຕ່ງປະດັບປະດາ ມີຄວາມຕັ້ງໃຈມຸ້ງໝັ້ນ ບໍ່ວ່າຈະເຮັດຫຍັງກໍຢ່າ ເພື່ອໃຫ້ໄດ້ ຜົລທີ່ອອກມາດີ.
ນອກຈາກນີ້ແລ້ວ ປາລົດ ຍັງມີຈຸດເດັ່ນ ໃນການກ້າເວົ້າກ້າວ່າ ເປັນຄຣູສອນກິລາ Tennis ຊຶ່ງສອນມາໄດ້ 30 ປາຍປີແລ້ວ ແລະໃນ ປັດຈຸບັນ ກໍຍັງຮູ້ສຶກມ່ວນນໍາຢູ່ ແລະຈະສອນຕໍ່ໄປ ຕລອດຊີວິດ ແລະກໍຍ້ອນເປັນຄຣູສອນ ກິລາເຕັນນິສ ແລະຢືນດ້ວຍລໍາແຂ່ງ ລໍາຂາຂອງຕົນເອງ ປາລົດ ຈຶ່ງໄດ້ມີໂອກາດ ເຂົ້າຮ່ວມໃນພິທີເປີດ ກິລາ ຊີເກັມສ ທີ່ລາວເປັນເຈົ້າພາບຈັດຂຶ້ນ ເປັນຄັ້ງທໍາອິດ ທີ່ນະຄອນຫລວງວຽງຈັນ ໃນປີ 2009:
"ທັງໆທີ່ປາລົດບໍ່ເຄີຍຮຽນ ກໍມີຄວາມຕົກແຕ່ງໄດ້ ຄືກັບຜູ້ຍິງຜູ້ຊາຍ ທົ່ວໄປ ກະພູມໃຈທີ່ວ່າເຮົາເປັນເກ ກະຄິດວ່າເຮົາເກັ່່ງ ຢືນດ້ວຍ ລໍາແຂ່ງຂອງຕົນເອງ."
ແລະເມື່ອເວົ້າເຖິງ ການເປັນຢູ່ແລະບົດບາດ ໃນສັງຄົມຂອງກຸ່ມຄົນປະເພດ 2 ທີ່ວ່າມີການຍອມຮັບ ຫລາຍຂຶ້ນໃນສັງຄົມລາວ ເມື່ອ 4-5 ປີຫລັງມານີ້ ກັບເມື່ອກ່ອນນັ້ນ ປາລົດ ບອກວ່າບໍ່ວ່າຕອນນັ້ນ ຫລືຕອນນີ້ ກຸ່ມເກ ກຸ່ມກະເທີຍ ກະຢູ່ຂອງເຂົາເອງ
"ເຂົາກະມີກຸ່ມຂອງ ເຂົາເອງ ມີບົດບາດ ບາງຄົນກໍເກັ່ງເຣື່ອງຄ້າຂາຍ ຕົກແຕ່ງເສີມສວຍ ກ້າເວົ້າໄດ້ວ່າຢູ່ປາກເຊ ກຸ່ມເກກຸ່ມກະເທີຍ ມາແຮງ ແຕ່ງໜ້າແຕ່ງຕາ ໃຫ້ເຈົ້າສາວ ແມ່ຍິງຜູ້ຊາຍ ບໍ່ທັນ ດຽວນີ້ 100 ກະເທີຍນີ້ມີໄປລະ 90 ຜູ້ຍິງຜູ້ຊາຍມີແຕ່ 10."
ເມື່ອຖາມຄໍາເຫັນ ເຣື່ອງການອອກກົດໝາຍ ຮັບຮູ້ຖານະ-ບົດບາດ ການແຕ່ງດອງ-ຢູ່ກິນ ນໍາກັນຂອງກຸ່ມເກ ກຸ່ມກະເທີຍ ກຸ່ມປ່ຽນເພດ ຄືກັນກັບປະເທດອື່ນ ຈໍານວນນຶ່ງນັ້ນ ປາລົດ ບອກວ່າກໍຢາກໃຫ້ມີ ກົດໝາຍຍອມຮັບເພື່ອຈະຢູ່ນໍາກັນໄດ້ ແບບເປັນຄູ່ຄອງ ຢ່າງຖືກຕ້ອງ ຕາມກົດໝາຍ:
"ຢາກໃຫ້ທາງຂັ້ນເທິງ ຍອມຮັບໃຫ້ເກກັບກະເທີຍ ຢູ່ນໍາກັນໄດ້ ກະພໍໃຈໂຕເອງກະຍັງ ຢາກໄດ້ຢູ່ຄົນເປັນຕົນ ເປັນໂຕຢູ່ນໍາກັນ ຢາກຫາແຟນ ເປັນຜູ້ຊາຍ ຢຸູ່ນໍາກັນລະມີຄວາມສຸກ ຖານະແນວນີ້ ປ່ຽນບໍ່ໄດ້ ຄູ່ມື້ນີ້ເຂົາກໍເປັນກຸ່ມເປັນກຸ່ມ."
ແລະຕລອດເວລາ ທີ່ລົມກັນຢູ່ນັ້ນ ປາລົດ ຢໍ້າຢ່າງພາກພູມໃຈ ວ່າພວກເຮົາ ຢູ່ໃນກຸ່ມເກ ກຸ່ມກະເທີຍ ຫລືກຸ່ມຄົນປະເພດ 2 ເລືອກເກີດບໍ່ໄດ້ ແຕ່ພວກເຮົາເລືອກ ເປັນຄົນດີໄດ້:
"ມັນຂຶ້ນກັບໂຕເຮົາເອງ ເຮົາເລືອກສິເປັນຄົນປະເພດໃດ ລະເຮົາທໍາ ໂຕດີຢູ່ໃນສັງຄົມ ລະສັງຄົມຍອມຮັບ ລະກະຢູ່ໄດ້ ກະພູມໃຈທີ່ວ່າ ເປັນກຸ່ມເກ ຫັ້ນນະ ມີບົດບາດໃນສັງຄົມ."
ຢ່າງໃດກໍຕາມ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ລາວແລ້ວແມ່ນວ່າ ຣັຖບານລາວ ກໍຊຸກຍູ້ໃຫ້ມີຄວາມເທົ່າທຽມ ສເມີພາບກັນທັງດ້ານວຽກເຮັດ ງານທໍາ ການສຶກສາ ການແຕ່ງດອງສ້າງຄອບຄົວ ແລະອື່ນໆ, ບໍ່ໄດ້ຈໍາແນກຫຍັງ. ເມື່ອຖາມວ່າມີການ ບໍ່ໃຫ້ກຽດ ຫລືດູມິ່ນຜູ້ເປັນເກ ແນວໃດຫລືບໍ່ນັ້ນ ນາງບອກວ່າ ບໍ່ມີເພາະພວກເຂົາເຈົ້າ ກໍມີວຽກງານເຮັດ ບໍ່ແຕກຕ່າງໄປຈາກແມ່ຍິງ ຫລືຜູ້ຊາຍທົ່ວໄປ, ທໍາມາຫາກິນ ຕາມຣະບຽບກົດໝາຍ
"ຂະເຈົ້າກະມີທໍາມາຫາກິນ ລະກະປະຕິບັດ ຣະບຽບກົດໝາຍບ້ານເມືອງ ແລ້ວຂະເຈົ້າບໍ່ໄດ້ເຮັດຜິດພາດ ສັງຄົມ ກໍບໍ່ໄດ້ດູຫມິ່ນປະຫມາດ ຂະເຈົ້ານະ ຂະເຈົ້າກໍເຮັດດີ ໄປດີນໍາສັງຄົມ ສ້າງຜົນງານນໍາ ບ້ານນໍາເມືອງ ພັທນາບ້ານເມືອງ ຕາມຄວາມຮູ້ ຄວາມສາມາດ ຂະເຈົ້າ ຜູ້ໃດຮຽນວິຊາສະເພາະ ຂະເຈົ້າກໍໄດ້ເຮັດວຽກ ເປັນຣັຖກອນກໍມີ ຜູ້ທີ່ວ່າຮຽນບໍ່ສູງ ຂະເຈົ້າກໍທໍາມາຫາກິນ ຕາມແຮງງານຕົວເອງເນາະ."
ເມື່ອວັນທີ 25 ມີຖຸນາ 2012 ໄດ້ຈັດງານ ຂຶ້ນເປັນຄັ້ງທໍາອິດພາຍໃຕ້ຄໍາຂັວນ “Proud to be Us” ຫຼື “ພວກເຮົາພູມໃຈທີ່ພວກເຮົາເປັນ” ຊຶ່ງທາງສະຖານທູດ ສະຫະຣັຖອາເມຣິກາ ປະຈໍາລາວ ຈັດຂຶ້ນທີ່ນະຄອນຫລວງ ວຽງຈັນ ມີຜູ້ເຂົ້າຮ່ວມເຖິງ 100 ປາຍຄົນ.
ຢ່າງໃດກໍຕາມ ມາຮອດມື້ນີ້ ຢູ່ລາວ ຍັງບໍ່ມີກົດໝາຍ ທີ່ເວົ້າເຖິງກຸ່ມຄົນປະເພດ 2 ນັ້ນເທື່ອ.