ການນໍາສເນີຂ່າວໃນລາວ ຍັງບໍ່ ເສຣີ

ຈໍາປາທອງ
2020.04.24
F-Mouay ນາງໝວຍ ຖືກເຈົ້າໜ້າທີ່ຈັບ ໃນວັນທີ 12 ກັນຍາ 2019 ໃນຂໍ້ຫາ ໂຄສະນາຕ້ານ ສປປລາວ ແລະ ຕໍ່ມາ ເຈົ້າໜ້າທີ່ຕຳຣວດ ແຂວງ ຈຳປາສັກ ກ່າວຕໍ່ສື່ມວນຊົນວ່າ ນາງໝວຍ ໄດ້ຮັບສາຣະພາບ ແລະ ກໍມີຂໍ້ມູນວ່າ ນາງໝວຍ ມີການພົວພັນ ກັບກຸ່ມຄົນບໍ່ດີ ທັງພາຍໃນ ແລະ ຕ່າງປະເທດ.
ຮູບຈາກ : ນັກຂ່າວພົລເມືອງ

ເມື່ອບໍ່ດົນມານີ້ ອົງການນັກຂ່າວບໍ່ມີພົມແດນ ໄດ້ຣາຍງານປະຈໍາປີ 2020 ກ່ຽວກັບເສຣີພາບ ໃນການສເນີຂ່າວ ຂອງສື່ມວນຊົນ ໃນລາວ ໂດຍໄດ້ຈັດໃຫ້ ສປປລາວ ຢູ່ໃນອັນດັບທີ 172 ໃນຈໍານວນ 180 ປະເທດໃນໂລກ ຄືຫລຸດຈາກປີກາຍ 1 ອັນດັບຄືເກືອບວ່າຈໍາກັດບໍ່ໃຫ້ ປະຊາຊົນລາວ ມີສິດເສຣີພາບໃນການສເນີຂ່າວຈັກດີ້.

ໃນບົດຣາຍງານ ໄດ້ຣະບຸວ່າ ທາງການລາວ ຄວບຄຸມສື່ມວນຊົນຢ່າງເຂັ້ມງວດ, ເມື່ອປີກາຍທາງການລາວ ໄດ້ຈັບຜູ້ໃຊ້ສື່ສັງຄົມອອນລາຍ ທີ່ອອກຄໍາເຫັນຂັດແຍ່ງກັບຣັຖບານ ເປັນຕົ້ນກໍຣະນີ ນາງ ຮວາຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ຊາວເມືອງໂພນທອງ ແຂວງຈໍາປາສັກ ທີ່ຖືກທາງການຈັບ ຍ້ອນວິພາກວິຈານ ການປະຕິບັດວຽກງານ ຂອງເຈົ້າໜ້າທີ່ ໃນໄລຍະນໍ້າຖ້ວມ ຢູ່ເຂດພາກໃຕ້ຂອງລາວ ແລະ ຖືກສານ ຕັດສິນຈໍາຄຸກ 5 ປີ.

ກ່ຽວກັບເຣຶ່ອງນີ້ ຊາວລາວທ່ານນຶ່ງເວົ້າວ່າ ປັດຈຸບັນ ການສເນີຂ່າວສານ ຂອງສື່ມວນຊົນ ທີ່ບໍ່ເປັນຂອງທາງການ ເຊັ່ນສື່ອອນລາຍ ແລະ ເຟສບຸກ ຍັງຖືກທາງການລາວ ຈໍາກັດສິດເສຣີພາບຢູ່ໂດຍສະເພາະ ຈໍາກັດເນື້ອໃນຂ່າວ, ຄວບຄຸມບໍ່ໃຫ້ອອກຂ່າວດ້ານບໍ່ດີ ຫລື ມີເນື້ອໃນ ຂັດແຍ່ງຕໍ່ນະໂຍບາຍຂອງຣັຖບານ, ເຮັດໃຫ້ການຮັບຮູ້ຂໍ້ມູນຂ່າວສານ ຂອງປະຊາຊົນ ຖືກຈໍາກັດ, ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນວັນທີ 24 ເມສາ ນີ້ວ່າ:

“ຕາມຄວາມເປັນຈິງແນວນີ້ ເຣື່ອງການສເນີຂ່າວແນວໃດ ທີ່ວ່າແຕະຕ້ອງ ເຣື່ອງແນວທາງ ນະໂຍບາຍຂອງເພິ່ນ ເພິ່ນຢາກສົນ ຫັ້ນນະ, ສ່ວນຫຼາຍແລ້ວມັກແຕ່ຍ້ອງຍໍບໍ່ ແບບວ່າເພິ່ນບໍ່ຢາກເວົ້າຄວາມຈິງ ປານໃດຫັ້ນນະ, ອັນນີ້ໜິ ແຕ່ໃດມາດອກ.”

ທ່ານເວົ້າຕື່ມວ່າ ການໃຊ້ສື່ສັງຄົມອອນລາຍ ໃນລາວ ໂດຍສະເພາະເຟສບຸກ ຖືກຈໍາກັດສິດເສຣີພາບ. ຖ້າປະຊາຊົນຜູ້ໃດ ສະແດງຄວາມ ຄິດເຫັນກ່ຽວກັບສິ່ງທີ່ ແຕກຕ່າງກັບຣັຖບານ ຫລື ມີການຖ່າຍທອດສົດ ເວົ້າວິພາກວິຈານ ການປະຕິບັດງານ ຂອງ ເຈົ້າໜ້າທີ່ທາງການ ຜູ້ນັ້ນກໍຈະຖືກທາງການ ຕັ້ງຂໍ້ຫາໃສ່ ແລະຖືກຈັບໂຕ ຍົກຕົວຢ່າງນາງ ຫມວຍ ເປັນຕົ້ນ:

ຄືຜ່ານມາຫັ້ນແລ້ວ ຫຼາຍຄົນທີ່ວ່າອອກເຟສບຸກ ກະຖືກຈັບແນວນັ້ນແນວນີ້ຄື ນາງຫມວຍ ຫັ້ນແຫຼະ ໄປແຕະຕ້ອງເພິ່ນໜ້ອຍນຶ່ງ ລະບໍ່ໄດ້, ມີການຍ້ອງຍໍບໍ ຫຼືວ່າບໍ່ປາກບໍ່ເວົ້າບໍ ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າກ່ຽວກັບຂ່າວສານ ແລະການປ່ອຍຂໍ້ມູນຜ່ານສື່ສັງຄົມອອນລາຍ ຢູ່ລາວ ໃນປັດຈຸບັນ ຖືກທາງການລາວຈໍາກັດແທ້, ທາງການເພິ່ນຢາກໃຫ້ ປະຊາຊົນ ຟັງແຕ່ຂ່າວຂອງທາງການຖແລງ ດັ່ງທີ່ນາງກ່າວວ່າ:

“ເຂົາກະລົງມາສືບມາຫຍັງນີ້ໄດ໋ ຄັນເວົ້າບໍ່ຖືກ ເພິ່ນກະຢາກໃຫ້ມີມູນຄວາມຈິງເນາະ ຕ້ອງຟັງຄໍາຖແລງຂອງເພິ່ນ ອອກມາແຕ່ລະມື້.”

ກ່ຽວກັບເຣຶ່ອງນີ້ ທ່ານ ຟິລ ໂຣເບິດສັນ ຮອງຜູ້ອໍານວຍການອົງການສິ້ງຊອມ ດ້ານສິດທິມະນຸດ Human Rights Watch ປະຈໍາພາກພື້ນ ເອເຊັຽຕາເວັນອອກສ່ຽງໃຕ້ ກ່າວວ່າການຈໍາກັດສິດທິ ໃນການສເນີ ຂ່າວສານ, ການໃຊ້ສື່ສັງຄົມອອນລາຍ ໃນລາວ ປັດຈຸບັນໜ້າເປັນຫ່ວງ ໂດຍສະເພາະໃນສະຖານະການ ການແພ່ຣະບາດຂອງໄວຣັສ ໂຄວິດ-19 ຊຶ່ງທາງການລາວຄວນໃຫ້ເສຣີພາບ ແກ່ສື່ມວນຊົນອິສຣະ ແລະ ໃຫ້ແກ່ປະຊາຊົນໃນການສເນີຂ່າວສານ ຫຼື ຂໍ້ມູນທີ່ເປັນປໂຍດ ໃຫ້ແກ່ການປະຕິບັດງານ ຂອງພາກສ່ວນທີ່ກ່ຽວຂ້ອງ ດັ່ງທີ່ທ່ານກ່າວວ່າ:

“ຂ້າພະເຈົ້າຄິດວ່າ ໜ້າເປັນຫ່ວງ ເພາະວ່າເມື່ອວິກິດ ໂຄວິດ-19 ກໍຕ້ອງມີການສື່ສານທີ່ໂປ່ງໃສ ຣະຫວ່າງຣັຖບານ ແລະປະຊາຊົນ ເມື່ອ ຣັຖບານຈໍາກັດຂ່າວທີ່ອອກມາ ກໍຈະເລິ້ມເປັນບັນຫາ ເມື່ອຣັຖບານລາວ ສູ້ກັບໄວຣັສໂຄວິດ-19 ຈະຕ້ອງມີປະຊາຊົນ ຮ່ວມສນັບສນູນ ນໍາດ້ວຍ ດັ່ງນັ້ນຈຶ່ງຕ້ອງມີການຮ່ວມມືກັນ.”

ໃນຂນະດຽວກັນ ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງເວົ້າວ່າ ສະຖານະການປັດຈຸບັນ ຣັຖບານຈໍາເປັນຕ້ອງມີການຈໍາກັດ ການສເນີຂ່າວສານ ຜ່ານທາງສື່ສັງຄົມອອນລາຍ ແທ້ ເພື່ອບໍ່ໃຫ້ມີຂ່າວປອມ ອອກສູ່ ສາທາຣະນະຊົນ ອັນຈະເຮັດໃຫ້ເກີດຄວາມແຕກຕື່ນ ໃນສັງຄົມ ແລະ ໃຫ້ປະຊາຊົນເຊື່ອຖື ຂ່າວຂອງທາງການເປັນຫລັກ ດັ່ງທີ່ທ່ານກ່າວວ່າ:

“ຄືໃນເຟສມັນກະມີອັນຈິງ ມີອັນບໍ່ຈິງ ສ່ວນຫລາຍມັນເປັນຂ່າວບິດເບືອນ ຂ່າວບໍ່ມີຄວາມຈິງຫັ້ນນະ ຄືກັນກັບຂ່າວກ່ຽວກັບເຣື່ອງໂຄວິດນີ໋. ເຣື່ອງໂຄວິດນີ໋ ກະຖືວ່າຕ້ອງມີການອອກຂ່າວ ຖແລງຂ່າວ ແຕ່ກໍວ່າ ຫາກແມ່ນທາງການຫັ້ນນະ.”

ເມື່ອປີ 2019 ທາງການລາວໄດ້ອອກກົດຣະບຽບ ບັງຄັບໃຫ້ສື່ສັງຄົມອອນລາຍ ທຸກສື່ໃນປະເທດລາວ ຕ້ອງມາລົງທະບຽນ ກັບທາງການ, ຫາກບໍ່ມາລົງທະບຽນ ຈະຖືວ່າເປັນສື່ທີ່ບໍ່ຖືກຕ້ອງ ຖ້າຫາກຈັບໄດ້ຈະ ຖືກລົງໂທດຕາມຣະບຽບກົດໝາຍ ແລະຫຼ້າສຸດນີ້ທາງການທ້ອງຖິ່ນ ຂອງລາວ ກໍໄດ້ເຂັ້ມງວດໃນການຕິດຕາມຊອກຈັບ ຜູ້ອອກຂ່າວປອມຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.