ທ້າວ ແພງ ຖືກປ່ອຍ ຫຼັງຈາກ ຖືກຂັງຄຸກ 2 ເດືອນ

ອຸ່ນແກ້ວ ສຸກສະຫວັນ
2017.08.22
f-pheng ທ້າວ ແພງ ພັດທະກອນ, ອາຍຸ 45 ປີ, ຊາວບ້ານຫຼັກ 8 ເມືອງ ຫຼວງພ​ຣະບາງ ຖືກປ່ອຍ​ແລ້ວ ພາຍ​ຫຼັງ ທີ່​ຖືກຈັບຂັງ​ຄຸກ ໃນວັນທີ 3 ມິຖຸນາ ເພື່ອສືບສວນ
RFA/OK

ກໍຣະນີ ທີ່ເຈົ້າໜ້າທີ່ ຕໍາຣວດ ແຂວງຫຼວງພຣະບາງ ຈັບໂຕ ທ້າວ ແພງ ພັດທະກອນ, ອາຍຸ 45 ປີ, ຊາວບ້ານຫຼັກ 8, ເມືອງຫຼວງພຣະບາງ ເມື່ອວັນທີ 3 ມິຖຸນາ ມາສືບສວນ-ສອບສວນ ກ່ຽວກັບ ເຣື່ອງ ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ໄດ້ຫາຍໄປ.

ຫຼ້າສຸດ ໃນວັນທີ 17 ສິງຫາ, ທ້າວ ແພງ ຖືກເຈົ້າໜ້າທີ່ຕຳຣວດ ປ່ອຍໂຕແລ້ວ ຫຼັງຈາກ ເຈົ້າໜ້າທີ່ ສືບສວນສອບສອບ ແລະ ພົບວ່າ ລາວ ບໍ່ມີຄວາມຜິດ ແລະ ບໍ່ມີສ່ວນກ່ຽວຂ້ອງ ກັບການຫາຍສາບສູນ ຂອງນັກທ່ອງທ່ຽວ ຄົນດັ່ງກ່າວ. ແຕ່ໃນເວລາ ທີ່ຖືກກັກຂັງ ຢູ່ໃນຄຸກ ນັ້ນ, ເຈົ້າໜ້າທີ່ ຕຳຣວດ ໄດ້ມີການ ຕົບ-ຕີ ແລະ ຂູ່ຈະເອົາປືນມາຍິງ ເພື່ອໃຫ້ຮັບສາລະພາບ, ດັ່ງ ທ້າວ ແພງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 21 ສິງຫາວ່າ:

“ຄັ້ງທີ 2 ເອົາບິກ ມາທັ່ງແກ້ມ ຄັ້ງທີ 3 ກະເຕະອີກ ຫຼັງຈາກນັ້ນ ມັນເວົ້າ ຊິເອົາປືນຍິງຫົວຂ້ອຍຖິ້ມ ເອົາບິກເອົາເຈັ້ຽ ໂຍນໃສ່ຂ້ອຍ ໃຫ້ຂ້ອຍ ຂຽນວ່າ ຂ້ອຍໄດ້ເຮັດຂ້ອຍໄດ້ທຳ ຂ້ອຍບໍ່ຍອມຂຽນ ເດັດຂາດ".

ໃນເບື້ອງຕົ້ນ ເຈົ້າໜ້າທີ່ຕຳຣວດ ເອີ້ນ ທ້າວ ແພງ ໄປສືບສວນ-ສອບສວນ ແລະ ຕໍ່ມາ ກໍເອີ້ນໄປອີກ ແລ້ວກໍຈັບໂຕໄວ້ເລີຍ, ດັ່ງລາວ ກ່າວຕໍ່ ເອເຊັຽເສຣີ ວ່າ:

“ວັນທີ 1 ເດືອນ 6 ເຂົາສືບທຳອິດ ວັນທີ 3 ເຂົາ ກະເອີ້ນໄປສືບ ວັນເສົາ ວັນທີ 3 ແລ້ວ ເຂົາກະກັກຕົວໄວ້ເລີຍ ບາດນັ້ນນະ ຫຼັງຈາກ ກັກໂຕແລ້ວ ເຂົາກະສືບໝົດມື້ ວັນເສົາ ຮຸນແຮງເລີຍ.”

ທ້າວ ແພງ ກ່າວຕື່ມວ່າ ລາວໄດ້ເຫັນຜູ້ຍິງ ຄົນເກົາຫລີ ກຳລັງຍ່າງຂຶ້ນພູ ໃນຂະນະທີ່ ໂຕລາວເອງ ກຳລັງຂີ່ຣົດລົງມາ ຢູ່ໃນຣົດມີໝາກປີ 2 ເປົ໋າ ແລະ ລາວເອງ ກໍບໍ່ໄດ້ຄິດຫຍັງ.  ລາວ ກ່າວອີກວ່າ ລາວ ເຫັນຄົນເກົາຫລີ ຄົນນັ້ນ ປະມານ 14 ໂມງ ໃນ​ວັນ​ທີ 22 ພຶ​ສ​ພາ ແລະ ຕໍ່​ມາ ໃນວັນທີ 1 ມິຖຸນາ ແລ້ວ ກັບໄປອາບນ້ຳ ຢູ່ເຮືອນ, ແລ້ວຕອນແລງ ກິນເຫຼົ້າກັບໝູ່, ແລ້ວ ກໍລົມສູ່ໝູ່ຟັງວ່າ ລາວເຫັນ ຄົນເກົາຫລີ ຄົນດັ່ງກ່າວ ແລະ ບໍ່ຄິດວ່າ ຫຼັງຈາກນັ້ນ ເຈົ້າໜ້າທີ່ ເຂົາກໍຮ້ອງໄປຫ້ອງການ ແລະ ເຈົ້າໜ້າທີ່ຮ້ອງສອບຖາມອີກ ແລ້ວກໍກັກໂຕໄວ້ເລີຍ.

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ຕຳຣວດທ່ອງທ່ຽວ ແຂວງຫຼວງພຣະບາງ, ນັກທ່ອງທ່ຽວ ຄົນເກົາຫລີໃຕ້ ໄດ້ຫາຍສາບສູນໄປ ໃນວັນທີ 22 ພືສພາ ຊຶ່ງເຈົ້າໜ້າທີ່ ເຊື່ອວ່າ ລາວຫາຍໄປ ໃກ້ກັບ ເຂດຕາດກວາງຊີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.