ທິດສີ ຖືກຈັບຍ້ອນບັລຍາຍ ຄໍາເວົ້າ ເຈົ້າໜ້າທີ່

ໄຊຍາ
2020.08.28
F-Thisi ທ່ານ ສັງຂານ ພະຈັນທະວົງ ຫຼື (ທິດສີ) ໄດ້ຖືກເຈົ້າໜ້າທີ່ຕຳຣວດ ປກສ, ແຂວງຈຳປາສັກ ຄວບຄຸມໂຕ ທີ່ເຮືອນພັກ ຂອງທ່ານ ທີ່ບ້ານຫຼັກ 14, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເມື່ອວັນທີ 26 ສິງຫາ ທີ່ຜ່ານມາ.
ຮູບຈາກວີດີໂອ ນັກຂ່າວພົລເມືອງ

ທ່ານ ສັງຂານ ພະຈັນທະວົງ ຫຼື ທີ່ຮູ້ຈັກກັນດີ ໃນນາມ (ທິດສີ), ໄດ້ຖືກເຈົ້າໜ້າທີ່ຕຳຣວດ ປ້ອງກັນຄວາມສງົບ, ແຂວງຈຳປາສັກ ຄວບຄຸມ ໂຕທີ່ເຮືອນພັກຂອງທ່ານ ທີ່ບ້ານຫຼັກ 14 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເມື່ອວັນທີ 26 ສິງຫາ ທີ່ຜ່ານມາ ຈົນມາເຖິງປັດຈຸບັນ ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ທິດສີ ຖືກເຈົ້າໜ້າທີ່ ຄວບຄຸມໂຕ ໃນຂໍ້ຫາອັນໃດ ຈຶ່ງເຖິງຂັ້ນ ໃສ່ກະຫຼັບມື.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນຕອນບ່າຍ ຂອງວັນທີ 28 ສິງຫາ ນີ້ວ່າພາກສ່ວນທີ່ກ່ຽວຂ້ອງ ໄດ້ຄວບຄຸມໂຕ ທ່ານ ສັງຂານ ພະຈັນທະວົງ ຫຼື ທິດສີ ເພື່ອທຳການສືບສວນສອບສວນ ຢູ່. ສ່ວນວ່າຈະມີການອະນຸຍາດໃຫ້ປະກັນໂຕ ຫຼືບໍ່ນັ້ນທ່ານບໍ່ສາມາດໃຫ້ ຄວາມເຫັນໄດ້.

ເຖິງຢ່າງໃດກໍຕາມ, ມີການຄາດການກັນໄປຕ່າງໆນາໆວ່າ ທິດສີ ອາຈຖືກເຈົ້າໜ້າທີ່ຄວບຄຸມໂຕ ຍ້ອນວິພາກວິຈານ ບັນຫາສັງຄົມຜ່ານສື່ ສັງຄົມ ອອນລາຍ ຢ່າງຖືກຕ້ອງ ແລະ ຕຣົງໄປຕຣົງມາ ເກີນໄປ ຈົນໄປແຕະຕ້ອງຜົລປໂຍດ ຂອງຜູ້ມີອຳນາດບາງກຸ່ມ ທີ່ຮູ້ສຶກບໍ່ພໍໃຈຕໍ່ໂຕ ທິດສີ ແລ້ວພະຍາຍາມຈັບລາວ.

ຫຼ້າສຸດນີ້, ໃນສື່ສັງຄົມອອນລາຍ ໄດ້ມີການເຜີຍແຜ່ເອກະສານ ທີ່ເປັນໃບສເນີ ລົງວັນທີ 19 ສິງຫາ 2020 ທີ່ສເນີໂດຍ ອົງການອັຍການ ປະຊາຊົນ ແຂວງຈຳປາສັກ ແລະ ສານປະຊາຊົນ ແຂວງຈຳປາສັກ ສເນີໄປຍັງຫົວໜ້າຄນະໂຄສະນາອົບຮົມ ແຂວງຈຳປາສັກໃນເຣື່ອງ: “ບຸກຄົນທີ່ລົງເຟສບຸກກ່າວເຖິງອົງການດຳເນີນຄດີ”, ອັນທີ່ຜູ້ສເນີເຫັນວ່າ ເປັນການນຳໃຊ້ສື່ສັງຄົມອອນລາຍເຟສບຸກ ໄປໃນທາງເວົ້າຈາ ສຽດສີ ໃສ່ອົງການດຳເນີນຄດີ ຂອງຣະບົບຕຸລາການ ຂອງປະເທດລາວ ແລະ ມີເຈດຕະນາ ສ້າງຄວາມເຂົ້າໃຈ ທີ່ບໍ່ຖືກຕ້ອງໃຫ້ແກ່ສັງຄົມ. ດັ່ງນັ້ນ, ຫຼາຍຄົນເຊື່ອວ່າ ຍ້ອນໃບສເນີນີ້ ຈຶ່ງເຮັດໃຫ້ ທິດສີ ຖືກເຈົ້າໜ້າທີ່ມາຄວບຄຸມໂຕ ໄປດຳເນີນຄດີ.

ໃນຂະນະດຽວກັນ, ຊາວລາວຫຼາຍຄົນ ຕ່າງກໍພາກັນຮູ້ສຶກຕົກໃຈຢ່າງແຮງ ພາຍຫຼັງທີ່ໄດ້ຮູ້ຂ່າວ ກ່ຽວກັບການຄວບຄຸມໂຕ ທິດສີ ພ້ອມໃສ່ ກະຫຼັບມືເຫຼັກ ໃນຕອນເຊົ້າ ຂອງວັນທີ 28 ສິງຫາ ນີ້ເພາະຫຼາຍຄົນກໍຮູ້ດີວ່າ ທິດສີ ເປັນພຽງຊາວບ້ານທັມມະດາ ທີ່ໃຊ້ສື່ສັງຄົມອອນລາຍ ສະທ້ອນບັນຫາຕ່າງໆ ເພື່ອໃຫ້ສັງຄົມໄດ້ຄຶດ ແລະ ຫາວິທີແກ້ໄຂຊ່ອຍກັນ ຕາມສິດທິເສຣີພາບ ຂອງພົລເມືອງລາວ ທີ່ໄດ້ກຳນົດໄວ້ໃນ ຣັຖທັມນູນລາວ ແລະ ບໍ່ນຶກບໍ່ຝັນວ່າ ລາວຈະໂຊກຮ້າຍພຽງນີ້. ດັ່ງຊາວລາວທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສືຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

“ເປັນສິ່ງທີ່ເສົ້າສລົດໃຈຫັ້ນແຫຼະ ທີ່ເຫັນເນາະ ເພາະວ່າ ເຫັນກະຈາຍກັນຢູ່ ທາງສື່ສັງຄົມ ອອນລາຍ ມື້ເຊົ້ານີ້ວ່າ ອ້າຍ ທິດສີ ຫຼືວ່າອ້າຍ ສັງຂານ ພະຈັນທະວົງ ຫັ້ນ ແມ່ນຖືກເຈົ້າໜ້າທີ່ ໄປຈັບໂຕຢູ່ເຮືອນເນາະ. ກະເຫັນຮູບຫຼາຍຄົນແບ່ງປັນ ລະແມ່ນວ່າໃສ່ກະຫຼັບມື ຢູ່ກັບ ເຮືອນຫັ້ນແຫຼະ ກະເຫັນວ່າມັນຮຸນແຮງເກີນໄປ.”

ຊາວລາວອີກທ່ານນຶ່ງ ກໍກ່າວໃນທຳນອງດຽວກັນ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານຮູ້ສຶກຕົກໃຈທີ່ໄດ້ຮັບຮູ້ຂ່າວກ່ຽວກັບ ອ້າຍ ທິດສີ ແລະ ບໍ່ຄຶດວ່າ ຈະມີຫຍັງ ຮ້າຍແຮງ ປານນີ້.

“ເຫັນຂ່າວໂຕກ່ຽວກັບລາວນີ້ກະ ຂພຈ ກະຮູ້ສຶກຕົກໃຈຫຼາຍເນາະທີ່ວ່າ ນັກທຸຣະກິຈກະຕາມທີ່ິຕິດຕາມລາວ ກະບໍ່ມີຫຍັງທີ່ວ່າຈະຮ້າຍແຮງ, ແຕ່ວ່າມາເຫັນຂ່າວ ທີ່ວ່າຖືກຈັບແບບນີ້ ມັນກະຮູ້ສຶກຕົກໃຈ. ລະກະມັນກະຕັ້ງຄຳຖາມ ໂຕເອງວ່າ ເປັນຍ້ອນຫຍັງຫັ້ນເນາະ.”

ປັດຈຸບັນ, ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ທິດສີ ຖືກຄວບຄຸມໂຕ ແລ້ວນຳໄປໄວ້ໃສຕໍ່, ແຕ່ຄາດວ່າ ຍັງຄົງຖືກຄວບຄຸມໂຕ ໃນແຂວງຈຳປາສັກ ເພື່ອທຳການສືບສວນສອບສວນ ໃນຂັ້ນຕອນ ຕໍ່ໄປ ຕາມຂະບວນການທາງກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Michaelrak
Jan 25, 2021 07:00 AM

The most popular and convenient Cryptocurrency Exchange in 16 languages.
Everything is made for people. Earning is now easier.
No restrictions. Huge selection of tools
Come and earn now!
http://bit.ly/3bAtK2O
***
Самая ТОПОВАЯ и удобная Биржа криптовалют на 16 языках.
Все создано для людей. Зарабатывать теперь проще.
Никаких ограничений. Огромный выбор инструментов
Заходи и зарабатывай сейчас!
http://bit.ly/3bAtK2O

Michaelrak
Feb 02, 2021 02:31 AM

The most popular and convenient Cryptocurrency Exchange in 16 languages.
Everything is made for people. Earning is now easier.
No restrictions. Huge selection of tools
Come and earn now!
http://bit.ly/3bAtK2O
***
Самая ТОПОВАЯ и удобная Биржа криптовалют на 16 языках.
Все создано для людей. Зарабатывать теперь проще.
Никаких ограничений. Огромный выбор инструментов
Заходи и зарабатывай сейчас!
http://bit.ly/3bAtK2O

Petertrapy
Feb 22, 2021 05:09 PM

If you entertain received sms from anyone and are not happy with it, then you can fetch a untied transportable integer with a transportable re-naming service. The other option is to wriggle a provisional unfixed number that needs activation after some time. This is rhyme of the finest features of modern communication systems like unstationary phones. It allows you to keep your existing connection report such as email location or speak to numbers while providing a fresh many due to the fact that a short days of time https://patriotsjerseyswholesale.blogspot.com/2021/01/sms-services-gets-disposable-phone.html