ລາວຄຣິສຕຽນສລອງວັນ ຄຣິສມາສ ໄດ້

ອຸ່ນແກ້ວ ສຸກສະຫວັນ
2018.12.26
ໂບດຂອງຊາວລາວ ທີ່ນັບຖືສາສນາຄຣິສຕຽນ ຢູ່ ສປປລາວ
RFA/LX

ທາງການລາວ ອະນຸຍາດໃຫ້ຊາວລາວຄຣິສຕຽນ ໃນທົ່ວປະເທດຈັດງານສລອງບຸນຄຣິສມາສ ວັນທີ 25 ທັນວາ ໄດ້ຕາມປົກກະຕິ ຄືກັບປີ ທີ່ຜ່ານມາ ແຕ່ຫ້າມບໍ່ໃຫ້ຄຸນພໍ່ຕາມໂບສຕ່າງໆ ມີການສອນເທສນາ ທີ່ບໍ່ດີຕໍ່ປະເທດຊາດ ຫລື ຂັດແຍ່ງກັບແນວທາງ ຂອງພັກ-ຣັຖ. ດັ່ງ ເຈົ້າໜ້າທີ່ອົງການແນວລາວສ້າງຊາດ ທ່ານນຶ່ງ ຢູ່ເມືອງພູກູດ ແຂວງຊຽງຂວາງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ທັນວາ ວ່າ:

"ກໍອະນຸຍາດເປັນປົກກະຕິທຸກປີ ຂໍ້ຈຳກັດກໍມີແຕ່ວ່າ ເພິ່ນເວລາເທສນານັ້ນນະ ບໍ່ໃຫ້ເວົ້າສິ່ງທີ່ມັນຜິດຕໍ່ລະບຽບກົດໝາຍບ້ານເມືອງ ສັ່ງສອນ ແຕ່ແນວດີໆ ກະເທົ່ານັ້ນແລ້ວ ອັນອື່ນກະບໍ່ມີບັນຫາດອກ."

ທ່ານກ່າວອີກວ່າ ປັດຈຸບັນຢູ່ເມືອງພູກູດ ມີຊາວລາວທີ່ຖືສາສນາຄຣິສຕຽນປະມານ 800 ແລະໃນວັນທີ 25 ທັນວາ ທຸກໆປີ ພວກເຂົາເຈົ້າ ຈະສລອງຄຣິສມາສ ມີທັງຈັດຢູ່ໂບດ ຫລືຈັດຢູ່ເຮືອນ ຄຸນພໍ່ ໃນແຕ່ລະທ້ອງຖິ່ນ, ແຕ່ວ່າການຈັດງານນັ້ນຕ້ອງໄດ້ ເຊີນເອົາເຈົ້າໜ້າທີ່ ທາງການ ໄປຮ່ວມງານນຳ ເພື່ອຮັກສາຄວາມເປັນລະບຽບ ຮຽບຮ້ອຍ ແລະຄວາມປອດໄພ.

ນອກຈາກນີ້ ຊາວລາວຜູ້ນັບຖືສາສນາຄຣິສຕຽນ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າໃນປີນີ້ ຕາມໂບດຄຣິສຕຽນ ແຕ່ລະແຫ່ງ ໃນນະຄອນຫລວງວຽງຈັນ ກໍກຽມຈັດງານດັ່ງກ່າວ ຕາມປົກກະຕິ ແລະ ຈະມີຊາວຄຣິສຕຽນ ຈຳນວນຫລາຍມາຮ່ວມພິທີ ໂດຍຈະມີເຈົ້າໜ້າທີ່ທ້ອງຖິ່ນ ມາຮັກສາຄວາມປອດພັຍໃນງານ.

ປະເທດລາວ ມີດຳຣັດວ່າ ດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສນາ ຂອງ ສປປ ລາວ ນັບແຕ່ເດືອນ ສິງຫາ ປີ 2016 ເປັນຕົ້ນມາ.

ທີ່ຜ່ານມາ ກໍມີຂ່າວວ່າ ເຈົ້າໜ້າທີ່ທ້ອງຖິ່ນໄດ້ຈັບຊາວລາວຄຣິສຕຽນ ຫລາຍຄັ້ງ ແລະ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ແຂວງສວັນນະເຂດ ໄດ້ຈັບຊາວລາວ ທີ່ຖືສາສນາຄຣິສຕຽນ 4 ຄົນ ໃນຂໍ້ຫາ ຈັດພິທີກັມທາງສາສນາ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ທ້ອງຖິ່ນ ແລະ ຫາກໍ່ຖືກປ່ອຍຕົວອອກມາ ເມື່ອສອງອາທິດ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.