ເຣື້ອງທີ່ເກັບບັນທຶກໄວ້
2022-05-15
ແມ່ຍິງລາວ 3 ຄົນ ຂໍຄວາມຊ່ອຍເຫຼືອ ອອກຈາກ ສາມຫຼ່ຽມຄຳ, ປະຊາຊົນບໍ່ເຊື່ອໝັ້ນ ກັບຄະນະປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ, ແຂວງອຸດົມໄຊ ປະຕິບັດວິນັຍພະນັກງານພັກ-ຣັຖ ທີ່ສໍ້ຣາສບັງຫລວງ 35 ຄົນ.
2022-05-09
ສັມພາດ ທ່ານ ແສງໄຊ ລາສວັດ, ນັກທຸຣະກິຈ ເຈົ້າຂອງຟາມ ໄກ່ໄຂ່, ທີ່ໃຊ້ຊີວິດ ແບບລຽບງ່າຍ ແລະ ພໍພຽງ ທີ່ເມືອງ ຟອຣ໌ດ ສມິທຕ໌, ຣັຖ ອາຣ໌ແຄນຊໍສ໌.
2022-05-09
ທ່ານຜຸຍ ລໍຖ້າຄໍາຕອບ ຈາກນາຍພົນພູມີ ໜໍ່ສວັນ ວ່າ ຈະໃຫ້ທ່ານໄປຊ່ອຍ ໃນການເຮັດປຕິວັຕຊ້ອນ ເພື່ອປົດປ່ອຍ ນະຄອນຫຼວງວຽງຈັນ ຕາມການຂໍຮ້ອງ ຂອງທາງການ ສະຫະຣັຖອາເມຣິການັ້ນ ຫຼືບໍ່.
2022-05-08
ສິດຜົລປໂຍດ ຂອງຄົນງານລາວ ຍັງບໍ່ໄດ້ຄຸ້ມຄອງ ຈາກຣັຖ ຢ່າງຈິງຈັງ, ພະນັກງານ ຣັຖ ວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ, ຄົນງານລາວ ຍັງລັກລອບ ເຂົ້າໄປເຮັດວຽກຢູ່ໄທຍ.
2022-05-01
ຮ້ອຍເອກກອງແລ ໂຄ້ນລົ້ມ ຣັຖບານ ເຈົ້າສົມສນິດ ສໍາເຣັດ ແຕ່ຢ້ານ ຈະບໍ່ສາມາດ ຄວບຄຸມສຖານະການ ໄດ້ຢ່າງທົ່ວເຖິງ ເພາະມີທະຫານ ບໍ່ຮອດພັນຄົນ ຈຶ່ງຮຽກຮ້ອງ ກໍາລັງແນວລາວ ເຂົ້າມາຊ່ອຍ.
2022-05-01
ເພສັຊກອນ, ທ່ານໝໍ ສິດທິສັກ ວັດທະນະທັມ ເປັນຄົນລາວຜູ້ທໍາອິດ ທີ່ປະສົບຜົລສໍາເຣັດ ຈົບການສຶກສາ ຝ່າຍການຢາ ທີ່ເມືອງ ຟອຣ໌ດ ສມິທຕ໌.
2022-05-01
ຣົຖໄຟລາວ-ຈີນ ຍັງບໍ່ສົ່ງສິນຄ້າ ຂ້າມໄປຈີນໄດ້, ການ ສໍ້ຣາສ-ບັງຫຼວງ ຍັງມີຢູ່ ເພາະບັງຄັບໃຊ້ ກົດໝາຍບໍ່ໄດ້, ນັກລົງທຶນຈີນ ເຊົ່າດິນນາ ເພື່ອປູກເຂົ້ານາແຊງ ດ້ວຍເທັກນິກໃໝ່.
2022-04-25
ເຖິງແມ່ນວ່າ ທ່ານຜຸຍ ຊນະນິກອນ ຈະບໍ່ມີ ໜ້າທີ່ສໍາຄັນ ໃນດ້ານການເມືອງ ແຕ່ປະກົດວ່າ ຍັງມີຜູ້ປອງຮ້າຍ ເອົາຊີວິຕທ່ານ ຈົນນັກການທູຕຕ່າງປະເທດ ແນະນໍາໃຫ້ທ່ານ ເດີນທາງໄປຕ່າງປະເທດຊົ່ວຄາວ.
2022-04-23
ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ, ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກເພື່ອ ການຜລິດ ແລະ ຊາວບ້ານ ເມືອງວຽງໄຊ ກັງວົນ ຜົລກະທົບ ຂອງໂຄງການບໍ່ແຮ່.
2022-04-18
ນາຍພົນພູມີ ໜໍ່ສວັນ ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ເອົາຜູ້ແທນຣາສດອນ ຊຸດໃໝ່ ແຕ່ທ່ານປຕິເສດ ທີ່ຈະຮັບຈັດຕັ້ງ ຣັຖບານຊຸດໃໝ່, ແຕ່ສເນີໃຫ້ ພຼະເຈົ້າມຫາຊີວິຕ ຊົງແຕ່ງຕັ້ງ ເຈົ້າສົມສນິດ ເປັນນາຍົກຣັຖມົນຕຣີແທນ.
2022-04-17
ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນເຣື່ອງດິນ ຍັງບໍ່ຖືກປ່ອຍໂຕ ແລະ ຫລາຍໆຄົນຂ້ອງໃຈ ກ່ຽວກັບ ເຣື່ອງຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທຍ ເສັຽພັນທະ ຫຼື ພາສີ ໃຫ້ແກ່ ຣັຖບານລາວ.
2022-04-10
ກອງທັບແຫ່ງຊາຕ ໄດ້ເຮັດຣັຖປະຫານ ແລະ ຂາບບັງຄົມທູນສເນີ ໃຫ້ພຼະເຈົ້າມະຫາຊີວິຕ ຊົງແຕ່ງຕັ້ງ ຣັຖບານທະຫານຂຶ້ນ ແທນຣັຖບານຜຸຍ ຊນະນິກອນ ທີ່ລາອອກໄປແລ້ວ, ແຕ່ພຼະອົງຊົງ ບໍ່ເຫັນດີນໍາ ຄໍາສເນີດັ່ງກ່າວ.
2022-04-10
ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ, ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ, ປີນີ້ ລາຄານໍ້າມັນ ຂຶ້ນ 8 ເທື່ອ ແຕ່ທາງການ ຍັງແກ້ໄຂ ບໍ່ໄດ້, ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ.
2022-04-03
ພຼະບາດສົມເດັດ ພຼະເຈົ້າມຫາຊີວິຕ ຊົງຮັບ ເອົາການລາອອກ ຂອງຣັຖບານ ຜຸຍ ຊນະນິກອນ ແຕ່ບໍ່ຊົງອານຸຍາຕ ໃຫ້ບໍຣິຫານ ປະເທດ ຕໍ່ໄປ ຊາມຊາລໍຖ້າ ໃຫ້ມີຣັຖບານໃໝ່ ຖືກແຕ່ງຕັ້ງ ຂຶ້ນມາແທນ.
2022-04-02
ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ, ລາວ ເລັ່ງຄວບຄຸມ ອັຕຣາແລກປ່ຽນເງິນ ທີ່ຂຶ້ນສູງ, ສັດປ່າໃນລາວ ອາຈສູນພັນ ເພາະການລັກລ່າ ໄປຂາຍ.