ເຣື້ອງທີ່ເກັບບັນທຶກໄວ້
2022-05-01
ຣົຖໄຟລາວ-ຈີນ ຍັງບໍ່ສົ່ງສິນຄ້າ ຂ້າມໄປຈີນໄດ້, ການ ສໍ້ຣາສ-ບັງຫຼວງ ຍັງມີຢູ່ ເພາະບັງຄັບໃຊ້ ກົດໝາຍບໍ່ໄດ້, ນັກລົງທຶນຈີນ ເຊົ່າດິນນາ ເພື່ອປູກເຂົ້ານາແຊງ ດ້ວຍເທັກນິກໃໝ່.
2022-04-25
ເຖິງແມ່ນວ່າ ທ່ານຜຸຍ ຊນະນິກອນ ຈະບໍ່ມີ ໜ້າທີ່ສໍາຄັນ ໃນດ້ານການເມືອງ ແຕ່ປະກົດວ່າ ຍັງມີຜູ້ປອງຮ້າຍ ເອົາຊີວິຕທ່ານ ຈົນນັກການທູຕຕ່າງປະເທດ ແນະນໍາໃຫ້ທ່ານ ເດີນທາງໄປຕ່າງປະເທດຊົ່ວຄາວ.
2022-04-23
ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ, ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກເພື່ອ ການຜລິດ ແລະ ຊາວບ້ານ ເມືອງວຽງໄຊ ກັງວົນ ຜົລກະທົບ ຂອງໂຄງການບໍ່ແຮ່.
2022-04-18
ນາຍພົນພູມີ ໜໍ່ສວັນ ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ເອົາຜູ້ແທນຣາສດອນ ຊຸດໃໝ່ ແຕ່ທ່ານປຕິເສດ ທີ່ຈະຮັບຈັດຕັ້ງ ຣັຖບານຊຸດໃໝ່, ແຕ່ສເນີໃຫ້ ພຼະເຈົ້າມຫາຊີວິຕ ຊົງແຕ່ງຕັ້ງ ເຈົ້າສົມສນິດ ເປັນນາຍົກຣັຖມົນຕຣີແທນ.
2022-04-17
ຊາວບ້ານ 5 ຄົນ ທີ່ຖືກຈັບ ຍ້ອນເຣື່ອງດິນ ຍັງບໍ່ຖືກປ່ອຍໂຕ ແລະ ຫລາຍໆຄົນຂ້ອງໃຈ ກ່ຽວກັບ ເຣື່ອງຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທຍ ເສັຽພັນທະ ຫຼື ພາສີ ໃຫ້ແກ່ ຣັຖບານລາວ.
2022-04-10
ກອງທັບແຫ່ງຊາຕ ໄດ້ເຮັດຣັຖປະຫານ ແລະ ຂາບບັງຄົມທູນສເນີ ໃຫ້ພຼະເຈົ້າມະຫາຊີວິຕ ຊົງແຕ່ງຕັ້ງ ຣັຖບານທະຫານຂຶ້ນ ແທນຣັຖບານຜຸຍ ຊນະນິກອນ ທີ່ລາອອກໄປແລ້ວ, ແຕ່ພຼະອົງຊົງ ບໍ່ເຫັນດີນໍາ ຄໍາສເນີດັ່ງກ່າວ.
2022-04-10
ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ, ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ, ປີນີ້ ລາຄານໍ້າມັນ ຂຶ້ນ 8 ເທື່ອ ແຕ່ທາງການ ຍັງແກ້ໄຂ ບໍ່ໄດ້, ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ.
2022-04-03
ພຼະບາດສົມເດັດ ພຼະເຈົ້າມຫາຊີວິຕ ຊົງຮັບ ເອົາການລາອອກ ຂອງຣັຖບານ ຜຸຍ ຊນະນິກອນ ແຕ່ບໍ່ຊົງອານຸຍາຕ ໃຫ້ບໍຣິຫານ ປະເທດ ຕໍ່ໄປ ຊາມຊາລໍຖ້າ ໃຫ້ມີຣັຖບານໃໝ່ ຖືກແຕ່ງຕັ້ງ ຂຶ້ນມາແທນ.
2022-04-02
ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ, ລາວ ເລັ່ງຄວບຄຸມ ອັຕຣາແລກປ່ຽນເງິນ ທີ່ຂຶ້ນສູງ, ສັດປ່າໃນລາວ ອາຈສູນພັນ ເພາະການລັກລ່າ ໄປຂາຍ.
2022-03-30
ທ່ານ ສຸລິຍາ ທັມມະວົງສາ, ໜຸ່ມລາວ ຂັບຣົຖບັນທຸກ 18 ລໍ້ ຂົນສົ່ງໄປທົ່ວ ສະຫະຣັຖ ອາເມຣິກາ, ບາງຄັ້ງ 3 ມື້ ຫຼື ອາທິດນຶ່ງ ຈຶ່ງໄດ້ກັບບ້ານ.
2022-03-28
ບັນຫາຫຍຸ້ງຍາກ ພາຍໃນປະເທດ ສົມທົບເຂົ້າກັບ ຄວາມຂັດແຍ້ງ ລະຫວ່າງ ຝ່າຍບໍຣິຫານ ແລະ ພຼະຣາຊວັງ ເຮັດໃຫ້ ຣັຖບານ ຜຸຍ ຊນະນິກອນ ຕ້ອງລາອອກຈາກ ຕໍາແໜ່ງ.
2022-03-26
ຊາວບ້ານຫົວຊ້າງຕໍ່ລອງ ຄ່າຊົດເຊີຍ ທີ່ດິນ, ຄອບຄົວ ຂອງຜູ່ທີ່ເສັຽຊີວິດ ຍື່ນໜັງສື ຮ້ອງທຸກ ພາຍຫຼັງ ອອກລູກ ຢູ່ໂຮງໝໍ, ມີຄໍາຮຽກຮ້ອງ ໃຫ້ເລັ່ງປັບປຸງ ເສັ້ນທາງກາສີ-ເມືອງນານ ໃຫ້ປອດພັຍຂຶ້ນ.
2022-03-26
ການສລອງວັນກອງທັບ ແຫ່ງພຣະຣາຊອານາຈັກລາວ 23 ມີນາຄົບ ຮອບ 72 ປີ ຊຶ່ງສະມາຄົມນັກຣົບເກົ່າແລະຜູ້ປະສົບພັຍສົງຄາມໃນຂົງເຂດກຸງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາໄດ້ຈັດຂຶ້ນ ເຖິງບໍ່ໃຫຍ່ແຕ່ກໍມີຄວາມໝາຍ.
2022-03-20
ການເດີນທາງ ມານະຄອນຫຼວງ ວຽງຈັນ ຂອງເລຂາທິການໃຫຍ່ ອົງການ ສະຫະປະຊາຊາຕ ປະກົດວ່າ ໄດ້ສ້າງ ຄວາມກະວົນ ກະວາຍໃຈ ຢ່າງຫລວງຫລາຍ ໃຫ້ແກ່ສາະຫະຣັຖ ອາເມຣິກາ.
2022-03-19
ການດູດຊາຍ ສ້າງຄວາມ ເດືອດຮ້ອນ ໃຫ້ຊາວ ນະຄອນຫຼວງ, ທ່ານຄູຄຳ ຈະສືບຕໍ່ ເປັນສຽງໃຫ້ ປະຊາຊົນ, ສວນໃບຢາສູບ ສ້າງຣາຍໄດ້ດີ, ແຕ່ສົ່ງຜົລກະທົບ ຫຼາຍດ້ານ, ເງິນກີບເຟີ້ ກະທົບຊີວິດ ການເປັນຢູ່ ປະຊາຊົນ.