ສານສູງສຸດໄທຍ ປະຕິເສດ ຄໍາອຸທອນ ຂອງ ໄຊຊະນະ

ໄຊຍາ
2020.12.22
ສານສູງສຸດໄທຍ ປະຕິເສດ ຄໍາອຸທອນ ຂອງ ໄຊຊະນະ ວັນທີ 22 ທັນວາ 2020, ທີ່ ບາງກອກ ປະເທດໄທຍ ສານສູງສຸດຂອງໄທຍ ຍົກເລີກ ຄຳຮ້ອງດີກາຂອງ ທ້າວ ໄຊຊະນະ ແກ້ວພີມພາ ອາຍຸ 44 ປີ ຜູ້ຕ້ອງຫາຄະດີຢາເສພຕິດ ຣາຍໃຫຍ່ຊາວລາວ.
File photo: AFP

ເມື່ອເວລາ 10 ໂມງເຊົ້າ ຕາມເວລາໃນໄທຍ ວັນທີ 22 ທັນວາ 2020, ທີ່ສານອາຍາ ບາງກອກປະເທດໄທຍ ນັດອ່ານຄຳສັ່ງດີກາ ຄະດີ ທີ 1 ໝາຍເລກ ອຍ.1642/ 2560 ໂດຍ ສານດີກາ ຫຼື ສານຍຸຕິທັມ ຂັ້ນສູງສຸດຂອງໄທຍ ຍົກເລີກຄຳຮ້ອງດີກາຂອງ ທ້າວ ໄຊຊະນະ ແກ້ວພີມພາ ອາຍຸ 44 ປີ ຜູ້ຕ້ອງຫາຄະດີຢາເສພຕິດ ຣາຍໃຫຍ່ຊາວລາວ.

ເຮັດໃຫ້ຄະດີເປັນໄປຕາມຄຳຕັດສີນ ຂອງສານອຸທອນກ່ອນໜ້ານີ້ ຄືໃຫ້ຈຳຄຸກຕລອດຊີວິດ. ດັ່ງທະນາຍຄວາມ ຂອງ ທ້າວໄຊຊະນະ ແກ້ວພີມພາ ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 22 ທັນວາ ວ່າ:

"ເຂົາຂໍອະນຸຍາດຍື່ນດີກາ ແຕ່ສານດີກາບໍ່ຮັບດີກາ ກໍເຮັດໃຫ້ ຄະດີເຖິງທີ່ສຸດ. ເປັນອຳນາດເດັດຂາດຂອງສານດີກາແລ້ວສີ້ນສຸດໄປ 1 ເຣື່ອງ, ເຫຼືອອີກ 1 ເຣື່ອງ, ເຂົາຖືກຟ້ອງ 2 ຄະດີເຫຼືອອີກຄະດີນຶ່ງເນາະ, ມັນຂຶ້ນຢູ່ກັບສານ ກະຕອບຍາກໃນເຣື່ອງພວກນີ້, ການພິຈາຣະນາຂອງສານແມ່ນສຳຄັນທີ່ສຸດ."

ທະນາຍໄດ້ກ່າວຕື່ມ ສານດີກາຍົກເລີກຄຳຮ້ອງ ບໍ່ຮັບດີກາຂອງ ທ້າວ ໄຊຊະນະ ເທື່ອນີ້ສືບເນື່ອງມາຈາກ ເມື່ອວັນທີ 19 ທັນວາ 2019 ສານອຸທອນໄດ້ຕັດສິນຈຳຄຸຸກ ຕລອດຊີວິດ ຕາມຄຳຕັດສີນ ຂອງສານຊັ້ນຕົ້ນ, ໃນຂໍ້ກ່າວຫາສົມຄົບກັນຂົນຍ້າຍຢາບ້າ 1.2 ລ້ານເມັດເຂົ້າໄທຍ ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ຕາມພຣະຣາຊບັນຍັດຢາເສພຕິດ ໃຫ້ໂທດປີ 1979 ຂອງປະເທດໄທຍ.

ສ່ວນຄະດິໝາຍເລກ 2833/2560 ເຊິ່ງເປັນຄະດີທີ 2 ຂອງ ທ້າວ ໄຊຊະນະ ໃນຂໍ້ກ່າວຫາສົມຄົບກັນຕັ້ງແຕ່ 2 ຄົນຂຶ້ນໄປເພື່ອ ກະທໍາຄວາມຜິດ ກ່ຽວກັບຢາເສພຕິດຕາມ ພຣະຣາຊບັນຍັດ ໃນການປາບປາມ ຜູ້ກະທໍາຜິດກ່ຽວກັບຢາເສພຕິດປີ 1991 ຂອງ ປະເທດໄທຍ, ໂດຍສານ ຊັ້ນຕົ້ນໄດ້ຕັດສິນ ປະຫານຊີວິດ ແຕ່ຈຳເລີຍໃຫ້ການເປັນປໂຍດ ຈຶ່ງຫຼຸດໂທດເຫຼືອຈຳຄຸກ ຕລອດຊີວິດ ເມື່ອ ວັນທີ 26 ກັນຍາ 2018. ຕໍ່ມາ ທ້າວ ໄຊຊະນະໄດ້ຍື່ນອຸທອນ ແຕ່ ສານອຸທອນກໍ ໄດ້ຕັດສີນຈຳຄຸກ ຕລອດຊີວິດຢືນຢັນ ຕາມສານຊັ້ນຕົ້ນ ໃນວັນທີ 20 ສິງຫາ 2020. ປັຈຈຸບັນ ທ້າວ ໄຊຊະນະ ຢູ່ໃນຣະຫວ່າງການຍື່ນດີກາສູ້ຄະດີນີ້ຢູ່.

ທະນາຍຄວາມຂອງ ທ້າວໄຊຊະນະ ກ່າວຕື່ມວ່າຕົນບໍ່ມີສິດ ແລະ ອຳນາດທີ່ຈະຮັບຮູ້ຄຳຕັດສີນ ຂອງສານໄດ້ເຣື່ອງທັງໝົດຂຶ້ນກັບ ການພິນິດພິຈາຣະນາ ຂອງສານ ວ່າຈະຕັດສີນ ອອກມາແນວໃດ.

ໃນການຕັດສີນດັ່ງກ່າວຖ້າສານໄທຍ, ຕັດສິນບໍ່ຮັບດີກາ ທ້າວໄຊຊະນະ ແລະ ໃຫ້ຈຳຄຸກຕລອດຊີວິດທັງ 2 ຄະດີ ຣັຖບານລາວ ສາມາດດຳເນີນເຣື່ອງ ຂໍສົ່ງໂຕຜູ້ຮ້າຍ ຂ້າມແດນ ເພື່ອໄປຮັບໂທດ ໃນປະເທດລາວ ໄດ້ຕາມສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນ ຣະຫວ່າງ ລາວ-ໄທຍ.

ທັງນີ້ກໍຂຶ້ນກັບຣະບຽບການ, ເງື່ອນໄຂຂອງກົດໝາຍໄທຍ ເຊິ່ງກຳນົດໄວ້ວ່າຕ້ອງໃຫ້ ນັກໂທດຮັບໂທດຢ່າງນ້ອຍ 1 ໃນ 3 ຕາມບົດ ລົງໂທດທັງໝົດ ເຊິ່ງທະນາຍຄວາມຂອງ ທ້າວໄຊຊະນະ ກ່າວວ່າກໍຣະນີຂອງທ້າວໄຊຊະນະ ອາດຈະຕ້ອງໃຊ້ເວລາຫຼາຍປີ.

"ຍັງບໍ່ໄດ້ເພາະວ່າ ການສົ່ງເຣື່ອງຜູ້ຮ້າຍຂ້າມແດນ ຕາມກົດໝາຍຂອງໄທຍ, ຕາມສົນທິສັນຍາເນາະ, ເຂົາຈະຕ້ອງມີການຈຳຄຸກຕາມ ກຳນົດໄລຍະເວລາ, ມີໂອກາດ ກັບປະເທດ ຕາມສົນທິສັນຍາ ແຕ່ວ່າມັນຕ້ອງໃຊ້ເວລາດົນ ຕາມກົດໝາຍກຳນົດ ວ່າຕ້ອງຮັບໂທດ 1 ໃນ 3 ໄວບໍ່ໄດ້."

ໄຊຊະນະ ແກ້ວພີມພາ ຖືກຕຳຣວດຈັບໂຕໄດ້ ທີ່ສນາມບິນນາໆ ຊາດສຸວັນນະພູມ ຢູ່ບາງກອກປະເທດໄທຍ. ຣະຫວ່າງວັນທີ 24 ກໍຣດາ ຫາ ວັນທີ 16 ກັນຍາ 2015 ທ້າວ ໄຊຊະນະ ກັບພວກອີກຫຼາຍຄົນ ທັງໃນລາວ ແລະ ໄທຍ ຈັດຫາຢາບ້າ ຈຳນວນ 2,3 ລ້ານເມັດ ແລະ ເງິນຈຳນວນນຶ່ງ ສົ່ງໄປໃຫ້ເຄືອຂ່າຍ ຢູ່ພາກໃຕ້ຂອງໄທຍ ແລະ ມາເລເຊັຽ. ໃນຣະຫວ່າງ ວັນທີ 17-22 ສິງຫາປີ 2016 ທ້າວ ໄຊຊນະ ແລະ ພວກຄົນໄທຍ ອີກ 3 ຄົນ ຮ່ວມກັນລັກຂົນສົ່ງຢາບ້າອີກ 1.2 ລ້ານເມັດ ໃຫ້ເຄືອຂ່າຍທາງພາກໃຕ້ ເພື່ອສົ່ງໄປຂາຍທີ່ ມາເລເຊັຽ ໂດຍມີການຮັບໂອນເງິນກັນຫຼາຍເທື່ອຮວມ 144 ລ້ານບາດ ກ່ອນຈະໂອນໃຫ້ ທ້າວສີສຸກ ດາວເຮືອງ ຢູ່ລາວ.

ສ່ວນ ທ້າວ ສີສຸກ ດາວເຮືອງ ຖືກເຈົ້າໜ້າທີ່ຕຳຣວດຂອງລາວ ຈັບໄດ້ຢູ່ ແຂວງຫຼວງພຣະບາງ ໃນວັນທີ 31 ມີນາ ປີ 2017. ປັຈຈຸບັນຍັງບໍ່ມີຄວາມຄືບໜ້າ ເຣື່ອງການຕັດສີນຄະດີ. ນອກຈາກນີ້ ຍັງມີ ທ້າວ ຄອນປະສົງ ສຸກກະເສີມ ຜູ້ຄ້າຢາເສບຕິດຣາຍໃຫຍ່ ອີກຄົນນຶ່ງເຄືອຂ່າຍໃນລາວ ແລະ ພົວພັນກັບ ທ້າວ ໄຊຊະນະ ນັ້ນໄດ້ຖືກເຈົ້າໜ້າທີ່ ຕຳຣວດຈັບໂຕ ເມື່ອວັນທີ 10 ມົກຣາ ປີ 2017 ປັຈຈຸບັນ ຖືກສານຊັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສີນຄະດີໄປແລ້ວ ເມື່ອ ວັນທີ 23 ມົກຣາ 2020 ໃນຂໍ້ຫາກະທໍາ ຄວາມຜິດທາງອາຍາຂາຍຢາ ເສພຕິດ ປະເພດຢາບ້າ ແລະ ເຮໂຣອີນ, ການຟອກເງິນ, ມີອາວຸດສົງຄາມ ໃນຄອບຄອງ ແລະ ການຊື້-ຂາຍ ອາວຸດສົງຄາມ ຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.