ຄົນງານຫາປາລາວຢາກ ກັບບ້ານ

ມະນີຈັນ
2015.06.03
f-image ເຄືອຂ່າຍ ຂອງໄທ ຍັງຫາລື ກັບ ສະຖານທູດລາວ ເພື່ອຫາເງິນຄ່າ ເດີນທາງ ໃຫ້ຄົນງານປະມົງລາວ
RFA

ເຈົ້າໜ້າທີ່ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ, ຍັງ ຈະ ຫາລື ກັບ ສະຖານທູດ ລາວ ປະຈໍາ ອິນໂດເນເຊັຽ ອີກຕື່ມ, ໃນການ ຊອກຫາ ເງິນ ຄ່າ ເດີນທາງ ໃຫ້ ຄົນງານ ປະມົງ ລາວ 4 ຄົນ ໄດ້ ເດີນທາງ ຈາກ ອິນໂດເນເຊັຽ ກັບ ຄືນ ປະເທດ ລາວ, ຊຶ່ງ ຈະມີ ການຕັ້ງ ສູນ ເປີດ ຮັບ ບໍຣິຈາກ ໃນ ໄວໆນີ້. ຕາມ ຄໍາເວົ້າ ຂອງ ທ່ານ ສົມພົງ ສະແກ້ວ ຜູ້ຈັດການ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ໃນ ວັນທີ 2 ມິຖຸນາ ນີ້:

"ທ່ານ ກ່າວວ່າ ຄົນງານ ລາວ ກັບ ຄົນງານ ກັມພູຊາ ທີ່ ພວກທ່ານ ຊ່ວຍເຫລືອ ຍັງຢູ່ ທີ່ ອິນໂດເນເຊັຽ, ເປັນຊ່ວງ ທີ່ ພວກທ່ານ ອາຈ ຕ້ອງ ປະສານ ວຽກ ຕໍ່ ເພາະວ່າ ທາງ ຣັຖບານ ລາວ ບໍ່ມີ ງົບປະມານ ຄ່າ ປີ້ຍົນ ແລະ ໃຊ້ຈ່າຍ ຕ່າງໆ ຊຶ່ງ ທາງ ພວກທ່ານ ກໍາລັງ ຈະເປີດ ຮັບ ບໍຣິຈາກ ເງິນ ເພື່ອ ຊື້ ປີ້ຍົນ ໃຫ້ ຄົນງານ ລາວ ໄດ້ ກັບ ປະເທດ".

ສໍາລັບ ຄ່າ ໃຊ້ຈ່າຍ ໃນ ການ ເດີນທາງ ໃຫ້ ຄົນງານ ລາວ 4 ຄົນ ໄດ້ ກັບບ້ານ ນັ້ນ ທ່ານ ເວົ້າວ່າ ອາຈ ໃຊ້ ເງິນ ປະມານ 10 ພັນບາດ ຕໍ່ ຄົນ, ຊຶ່ງ ທາງ ມູນນິທິ ຕຣຽມ ຈະເປີດ ບັນຊີ ເປັນ ທາງການ ເພື່ອ ໃຫ້ ຜູ້ ໃຈບຸນ ບໍຣິຈາກ ເງິນ ຊ່ວຍ ເຫລືອ.

ເຈົ້າໜ້າທີ່ ມູນນິທິ ອີກ ທ່ານນຶ່ງ ກ່າວ ເສີມວ່າ, ເມື່ອ ຄົນງານ ລາວ ໄດ້ເດີນ ທາງ ຮອດ ບ້ານເກີດ ແລ້ວ, ກໍ ສາມາດ ຮຽກຮ້ອງ ໃຫ້ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ເປັນຜູ້ ປະສານງານ ກັບ ກະຊວງ ແຮງງານ ຂອງໄທ ສົ່ງຟ້ອງ ຜູ້ເປັນ ນາຍຈ້າງ ໄທ, ເພື່ອ ຂໍ ຄ່າ ຊົດເຊີຍ ຈາກ ການທີ່ ຕົກເປັນ ຜູ້ ເຄາະຮ້າຍ.

ນອກຈາກ ຄົນງານ ປະມົງ ລາວ 4 ຄົນ ດັ່ງກ່າວ ແລ້ວ ກໍມີການ ຄາດ ກັນວ່າ ອາຈມີ ຄົນງານ ລາວ ອີກ 10 ກວ່າ ຄົນ ທີ່ ຍັງຢູ່ ໃນ ເຮືອ ປະມົງດ ຊຶ່ງ ເມືອ ບໍ່ດົນ ມານີ້ ເຈົ້າໜ້າທີ່ ສະຖານທູດ ລາວ ປະຈໍາ ອິນໂດເນເຊັຽ ກໍໄດ້ ຕິດຕໍ່ ໄປ ສຳພາດ ຄົນງານ ລາວ 8 ຄົນ ທີ່ ຢູ່ເກາະ ເບັນຈິນາ ເພື່ອ ຢັ້ງຢືນ ວ່າ ເຂົາເຈົ້າ ເປັນຄົນ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.