ເຣື້ອງທີ່ເກັບບັນທຶກໄວ້
2023-09-27
ເດັກນ້ອຍລາວ 16 ຄົນ ທີ່ອອກມາຈາກໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ເຊິ່ງທາງການພະມ້າ ເປັນຜູ້ນຳເອົາເດັກນ້ອຍ ຈຳນວນ 16 ຄົນ ທີ່ຖືກປ່ອຍອອກມານັ້ນ ໄປທີ່ສະຖານີຕຳຣວດ ແລະ ທາງການປະເທດພະມ້າ ຕ້ອງການຜັກດັນ ກັບຄືນປະເທດແລ້ວ.
2023-09-20
ຄົນງານລາວ ຈຳນວນບໍ່ໜ້ອຍ ເຮັດວຽກແບບຜິດກົດໝາຍ ຢູ່ປະເທດໄທຍ ເຊິ່ງສ່ຽງຕໍ່ການຖືກນາຍຈ້າງ ຂົ່ມເຫັງ, ເອົາລັດເອົາປຽບ ແລະ ຕົກເປັນເຫຍື່ອ ຂອງການຄ້າມະນຸສ ຂະນະທີ່ທີ່ເດັກນ້ອຍ ນັກຮຽນ ໃນລາວ ປະລະການຮຽນ ເພື່ອໄປເຮັດວຽກ ຢູ່ປະເທດໄທຍຫຼາຍຂຶ້ນ ສະທ້ອນໃຫ້ເຫັນເຖິງບັນຫາ.
2023-09-20
ຫຼ້າສຸດນີ້ ເດັກນ້ອຍລາວ ທີ່ຕົກເປັນເຫຍື່ອການຄ້າມະນຸສ ເຮັດວຽກຕອບແຊັດ ຢູ່ໃນໂຮງກາສິໂນຂອງຈີນ ໃນປະເທດພະມ້າ ທີ່ອອກມາຈາກກາສິໂນ ດັ່ງກ່າວ ເມື່ອວັນ 29 ເດືອນສິງຫາ 2023 ມີຈໍານວນທັງໝົດ 16 ຄົນ ປັດຈຸບັນ ແມ່ນຢູ່ໃນການຄວບຄຸມ ຂອງເຈົ້າໜ້າທີ່ຕໍາຣວດພະມ້າ.
2023-09-13
ເປັນເວລາ 10 ປາຍມື້ແລ້ວ ຍັງບໍ່ຮູ້ຂ່່າວຄາວ ເຣື່ອງເດັກນ້ອຍລາວ ຈໍານວນ 28 ຄົນ ທີ່ຖືກປ່ອຍອອກມາຈາກ ກາສິໂນຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ວ່າພວກເຂົາເຈົ້າຢູ່ໃສ ແລະເປັນຕາຍຮ້າຍດີ ແນວໃດ.
2023-09-12
ຜູ້ຕ້ອງຫາຊາວຈີນ ຈໍານວນ 164 ຄົນ ໃນຄະດີຮ່ວມກັນເປັນແກ້ງ ສໍ້ໂກງຊັບ ຜ່ານລະບົບ ໂທຣະຄົມຂ້າມຊາຕ ຫຼື ແກ້ງຄອລເຊັນເຕີ້ຣ໌ ຖືກຈັບ, ສົ່ງກັບຄືນ ໂດຍມີເຈົ້າໜ້າທີ່ ຕຳຣວດຈີນ ເຂົ້າມາຮັບທີ່ສນາມບິນວັດໄຕ.
2023-09-11
ຄົນຈີນບາງກຸ່ມ ຈ້າງແມ່ຍິງລາວ ຢູ່ນະຄອນຫຼວງວຽງຈັນ ແລະແຂວງພາກເໜືອ ຖືພາໃຫ້ ຊຶ່ງເປັນການກະທໍາ ທີ່ກ່ຽວຂ້ອງກັບການຄ້າມະນຸສ ແຕ່ຂະນະດຽວກັນ ທາງພາກຣັຖ ຍັງບໍ່ມີມາຕການປ້ອງກັນ ຫຼື ຄວບຄຸມ ເຖິງແມ່່ນວ່າ ສປປ ລາວ ຈະມີ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ການຖືພາແທນ ກໍຕາມ.
2023-09-09
ພວກພໍ່ແມ່ ຂອງເດັກນ້ອຍ ແຂວງຫຼວງນໍ້າທາ ເມື່ອຮູ້ຂ່າວວ່າ ພວກລູກຖືກລັກພາໂຕ ໄປປະເທດພະມ້າ ຈຶ່ງພາກັນຮວມໂຕກັນຮ້ອງທຸກ ຂໍໃຫ້ທາງການລາວຊ່ອຍເຫຼືອ ເພາະມັນເປັນບັນຫາ ການຄ້າມະນຸດຂ້າມຊາດ ຄໍາຮ້ອງທຸກດັ່ງກ່າວນີ້ ທາງການລາວ ກໍໄດ້ຮັບຮູ້ໄວ້ເກືອບຈະຮອດປີແລ້ວ ແຕ່ກໍຍັງບໍ່ມີຫຍັງຄືບໜ້າເລີຍ.