ເຣື້ອງທີ່ເກັບບັນທຶກໄວ້
2023-08-02
ເດັກນ້ອຍລາວ ທີ່ຖືກຄ້າມະນຸສໄປພະມ້າ ຖືກກຸ່ມຄ້າມະນຸສ ລົງໂທດໜັກຂຶ້ນ ໃນນີ້ ມີເດັກນ້ອຍຍິງຄົນນຶ່ງ ຍັງບໍ່ຮູ້ຊາຕາກັມ ແລະບໍ່ຮູ້ວ່າ ເປັນຕາຍຮ້າຍດີ ແນວໃດ ເຊິ່ງພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍເຫຼົ່ານັ້ນ ໄດ້ພະຍາຍາມ ຂໍຄວາມຊ່ອຍເຫຼືອ ຈາກທາງການລາວທຸກວິທີທາງ, ແຕ່ກໍບໍ່ມີຄວາມຄື້ບໜ້າໃດໆ.
2023-08-01
ແມ່ຍິງລາວຫລາຍຄົນ ຖືກຫລອກລວງ ແລະ ບັງຄັບໃຊ້ແຮງງານ ລວມທັງຂາຍບໍຣິການ ທາງເພດ ໃນຫລາຍຮູບແບບ ຊຶ່ງເປັນບັນຫາທ້າທາຍ ທີ່ທາງການລາວ ຈະຕ້ອງໄດ້ແກ້ໄຂ ຂະນະທີ່ ຍັງບໍ່ມີມາຕການ ຫຼືແນວທາງ ທີ່ເປັນຮູບປະທັມ ອອກມາຈາກຣັຖບານ ເພື່ອແກ້ໄຂບັນຫາ ການຄ້າມະນຸສ ຢ່າງຈິງຈັງ.
2023-07-21
ທາງລາວ ແລະທາງການພະມ້າ ຮ່ວມມື ຊອກຫາທີ່ຢູ່ ທີ່ແນ່ນອນ ຂອງເດັກນ້ອຍລາວ ທີ່ຖືກຄ້າມະນຸສໄປພະມ້າ ເຖິງຢ່າງໃດກໍຕາມ ໃນປັດຈຸບັນນີ້ ຍັງບໍ່ສາມາດ ທີ່ຈະຊ່ວຍເຫຼືອກຸ່ມເດັກນ້ອຍ ຜູ້ເຄາະຮ້າຍເຫຼົ່ານັ້ນໄດ້ເທື່ອ.
2023-07-20
ກຸ່ມຄົນຈີນທີ່ຈ້າງໃຫ້ແມ່ຍິງລາວ ເຕັ້ນໂຊ ປະມານ 7 ຄົນ ແລ້ວຖ່າຍວິດີໂອລົງ ເຜີຍແຜ່ໃນສື່ສັງຄົມອອນລາຍນ໌ (TikTok) ຈົນເປັນກະແສດັງ ໃນໂລກສັງຄົມອອນລາຍນ໌ ນັ້ນ, ຫລ້າສຸດນີ້ ມີຣາຍງານ ຢ່າງບໍ່ເປັນທາງການວ່າ ຖືກເຈົ້າໜ້າທີ່ຕຳຣວດ ກັກໂຕໄດ້ແລ້ວ ຈຳນວນນຶ່ງ ສ່ວນຣາຍລະອຽດ ຍັງບໍ່ທັນມີການເປີດເຜີຍເທື່ອ.
2023-07-18
ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ຈະປາບປາມອາຊຍາກັມ ທາງອອນລາຍນ໌ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ດ້ວຍການວາງ ລະບຽບແລະມາຕກວດກາ ຢ່າງເຂັ້ມງວດກວ່າເກົ່າ ຂະນະທີ່ຊາວບ້ານ ຈຳນວນນຶ່ງເຫັນວ່າ ເປັນການແກ້ໄຂເອົາໜ້າ ເຊິ່ງບໍ່ມີຜົລໃນທາງປະຕິບັດແທ້.
2023-07-10
ຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ ຢູ່ບັນດາແຂວງຕ່າງໆ ໄດ້ອອກໂຄສະນາເຜີຍແຜ່ ກ່ຽວກັບຜົລຮ້າຍ ຂອງການຄ້າມະນຸສ ໃຫ້ແກ່ບັນດານັກຮຽນມັທຍົມ ຢູ່ຕາມໂຮງຮຽນຕ່າງໆ ແຕ່ເຈົ້າໜ້າທີ່ຕຳຣວດ ຍັງບໍ່ສາມາດເຂົ້າເຖິງກຸ່ມສຽ່ງ ທີ່ຢູ່ເຂດຫ່າງໄກສອກຫຼີກໄດ້.
2023-06-30
ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ແຂວງຫຼວງນໍ້າທາ ທີ່ຍັງຕິດຄ້າງ ຢູ່ພະມ້າ ຍັງສືບຕໍ່ຮຽກຮ້ອງ ໃຫ້ທາງການລາວ ຊ່ອຍເຫຼືອພວກລູກໆ ທີ່ຖືກຂົ່ມເຫັງແບບຂ້າທາດ ໂດຍໄວ, ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃຫ້ເຫດຜົລວ່າ ມີຄວາມຊັກຊ້າ ຍ້ອນຂໍ້ມູນການຊ່ວຍເຫຼືອ ບໍ່ພຽງພໍ.
2023-06-23
ກຸ່ມຄອລເຊັນເຕີ້ຣ໌ (Call Center) ຄົນຈີນ ພ້ອມເຄືອຂ່າຍຄົນໄທຍ 11 ຄົນ ມີທີ່ຕັ້ງຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຖືກເຈົ້າໜ້າທີ່ໄທຍ ຈັບໄດ້ ຫຼັງຈາກຫຼອກເອົາເງິນ ຄົນໄທຍກວ່າ 2,000 ຄົນມູນຄ່າ ຄວາມເສັຍຫາຍ ຫຼາຍກວ່າ 3 ຕື້ບາທໄທຍ.
2023-06-21
ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ຊີ້ນໍາ ຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເນັ້ນໃຫ້ຮີບຮ້ອນ ຮັບປະກັນຄວາມປອດພັຍ ຕ້ານການຄ້າມະນຸສ ແລະການໂຈຣະກັມ-ອາຊຍາກັມ ທາງອິນເຕີເນັດ ຫຼື Scammer ຢູ່ພາຍໃນ ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ.
2023-06-15
ທ້າວ ອາລຸນ ຫຼື “ຈ່ອຍ” ພົມມະລາດ ປັດຈຸບັນ ມີອາຍຸໄດ້ 24 ປີ, ເປັນຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຖືກຈັບ ຢູ່ປະເທດມາເລເຊັຽ ໃນວັນທີ 8 ເດືອນ 6 ປີ 2021 ປັດຈຸບັນ ໄດ້ສົ່ງຂ່າວຫາຄອບຄົວແລ້ວ ວ່າຍັງມີຊີວິດຢູ່.
2023-06-07
ເດັກນ້ອຍລາວ ທີ່ຖືກຄ້າມະນຸສ ແລ້ວໄປຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ກໍາລັງຖືກທໍລະມານ ຮຸນແຮງຂຶ້ນທຸກມື້, ສ່ວນທາງການລາວ ໄດ້ປະສານຄວາມຮ່ວມມື ກັບທາງການປະເທດພະມ້າແລ້ວ, ແຕ່ຍັງບໍ່ສາມາດຊ່ວຍເຫຼືອ ເຫຍື້ອຜູ້ເຄາະຮ້າຍ ທີ່ເປັນເຍົາວະຊົນລາວ ໄດ້ເທື່ອ.
2023-06-06
ວຽກງານຕ້ານການຄ້າມະນຸສ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ຂອງຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫຼວງນໍ້າທາ ເຮັດໃຫ້ຮູ້ວ່າ ແຂວງຫຼວງນໍ້າທາ ໄດ້ຊ່ອຍເຫຼືອ ແມ່ຍິງ ແລະເດັກນ້ອຍ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສໄດ້ ຈຳນວນນຶ່ງ.
2023-06-01
ປັດຈຸບັນ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງດໍາເນີນການ ສົ່ງຂໍ້ມູນ ຈໍານວນເດັກນ້ອຍລາວ ທີ່ຕິດຄ້າງ ແລະ ບ່ອນທີ່ເຂົາເຈົ້າຖືກກັກຂັງນັ້ນ ໃຫ້ກັບທາງການປະເທດພະມ້າ ຂະນະທີ່ ພໍ່ແມ່ ຜູ້ປົກຄອງ ຂອງເດັກນ້ອຍເຫຼົ່ານັ້ນ ດີໃຈຫຼາຍ ເມື່ອໄດ້ຍິນຄວາມຄືບໜ້າ ການຊ່ວຍເຫຼືອ ລູກຫຼານຂອງຕົນ.
2023-05-25
ເດັກນ້ອຍລາວ ບໍ່ຕໍ່າກວ່າ 30 ຄົນ ທີ່ຖືກຕົວະຍົວະ ໄປເຮັດວຽກ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ຍັງຄອງຖ້າ ການຊ່ອຍເຫຼືອ ຈາກທາງການລາວ ຂະນະທີ່ພໍ່ແມ່ ຂອງເດັກນ້ອຍເຫຼົ່ານັ້ນ ຫວັງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ແລະພະມ້າ ຊ່ວຍລູກຫຼານຂອງຕົນ.
2023-05-09
ທາງການລາວ ເປີດສູນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຫຼາຍແຫ່ງ ເນື່ອງຈາກໃນຫຼາຍແຂວງ ຍັງມີຜູ້ຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸສ ແລະ ຜູ້ເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ແລະ ຫຼ້າສຸດນີ້, ມີການເປີດ ສູນອີກແຫ່ງນຶ່ງ ໃນແຂວງຫຼວງນ້ຳທາ.