ການຄ້າມະນຸສ ເປັນບັນຫາທ້າທາຍ ສຳລັບຣັຖບານລາວ
2023.08.01

ໃນໂອກາດວັນສາກົລ ຕ້ານການຄ້າມະນຸສ ວັນທີ 30 ກໍຣະກະດາປີນີ້ ພົນເອກ ວິໄລ ຫລ້າຄໍາຟອງ ກັມມະການ ກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ, ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ, ປະທານຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕ ໄດ້ກ່າວວ່າ ຍັງມີບັນຫາທີ່ໜ້າເປັນຫ່ວງທີ່ສຸດ ແມ່ນ ພົລເມືອງລາວຈໍານວນບໍ່ໜ້ອຍ ຖືກນາຍໜ້າຕົວະຍົວະ ຫລອກລວງໄປອອກ ແຮງງານ ແລ້ວຖືກຂູດຮີດແຮງງານ ແລະຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ເປັນຈໍານວນຫລາຍຢູ່ປະເທດໃກ້ຄຽງ. ໃນໄລຍະຜ່ານມາ, ຜູ້ຄ້າມະນຸສ ໄດ້ນໍາໃຊ້ຫລາຍຮູບການ ທີ່ເປັນການຄ້າມະນຸສ ຢູ່ລາວ. ການກະທຳດັ່ງກ່າວກາຍ ເປັນສິ່ງທ້າທາຍໜຶ່ງ ທີ່ຕ້ອງແກ້ໄຂໃຫ້ໄດ້.
ດັ່ງທີ່ທ່ານກ່າວວ່າ:
“ຜ່ານມາພວກຄ້າມະນຸສ ມີການເຄື່ອນໄຫວ ຊອກຫາ ເຄື່ອນຍ້າຍ ຂົນສົ່ງ ໃຫ້ບ່ອນພັກເຊົາ ລີ້ຊ່ອນ ຕົວະຍົວະ ຫລອກລວງ ເພື່ອໃຫ້ຜູ້ຖືກເຄາະຮ້າຍ ກະທໍາຜິດຖານຖືພາ ບໍ່ຖືກຕ້ອງ. ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ ແລະອື່ນໆ ການກະທໍາດັ່ງກ່າວ ເປັການກະທໍາຜິດຕໍ່ກົດໝາຍ ແລະວັທນະທັມອັນດີງາມ ຂອງຊາຕ ບັນຫາທີ່ນ່າເປັນຫ່ວງທີ່ສຸດ ແມ່ນພົລເມືອງລາວ ຈໍານວນບໍ່ໜ້ອຍ ຖືກນາຍໜ້າຕົວະຍົວະ ຫລອກລວງ ໄປອອກແຮງງານ ແລ້ວກໍຖືກຂູດແຮງງານ ຢູ່ບາງປະເທດໃກ້ຄຽງ ຊຶ່ງໄດ້ຕົກເປັນຖືກເຄາະຮ້າຍ ຈາກການຄ້າມະນຸສ ເປັນຈໍານວນຫລວງຫລາຍ.”
ຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕ ມີສາຍດ່ວນຕ້ານການຄ້າມະນຸສ ເບີ 1300 ແລະແຕ່ເດືອນພຶສພາ 2022 ຮອດເດືອນກໍຣະກະດາ 2023 ນີ້ ມີປະຊາຊົນໂທເຂົ້າ ສເລັ່ຍມື້ນຶ່ງ 4-5 ສາຍ. ໃນນັ້ນ ສ່ວນຫລາຍເປັນເຣື່ອງພໍ່ແມ່ ແລະພົລເມືອງດີ ຂໍຄວາມຊ່ອຍເຫລືອ ຕິດຕາມລູກຫລານ ແລະຊາວໜຸ່ມ ທັງຍິງ ແລະຊາຍ ເທົ່າໆກັນ ອາຍຸປະມານ 22-23 ປີ ແລະຕໍ່າກວ່ານັ້ນ ທີ່ຕົກເປັນເປັນເຫຍື່ອ ຂອງການຄ້າມະນຸສ ຢູ່ປະເທດພະມ້າ ແລະຄາສິໂນ ຄິງໂຣມັນ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເຣື່ອງດັ່ງກ່າວ ສະແດງໃຫ້ເຫັນວ່າ ຢູ່ປະເທດລາວ ຍັງມີບັນຫາການຄ້າມະນຸສຫລາຍ.
ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສງົບ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ສິງຫານີ້ວ່າ:
“ມື້ນີ້ກໍປະມານ 4-5 ສາຍນີ້ແຫລະ ສ່ວນຫລາຍໄປພະມ້າ ກັບຢູ່ສາມຫລ່ຽມຄໍາດຽວນີ້ນ່າ. ຮູບການຂອງເຂົາເຈົ້າໄປຫັ້ນແມ່ນ ບາງຄົນວ່າໄປເຮັດວຽກເນາະ ເຮັດບໍ່ໄດ້ ຂາຍຕໍ່ໄປບໍຣິສັດໃໝ່. ຮູບການຕົວະຫັ້ນ ໃຫ້ເດືອນຫລາຍ ສົມມຸດເງິນເດືອນບ້ານເຮົາ 2 ລ້ານກີບ ໄປບ້ານເຂົາແລ້ວເປັນ 10 ລ້ານກີບ ເດືອນແລກກໍໄດ້ເງິນ ເດືອນຕໍ່ໄປກໍບໍ່ໄດ້. ເຂົາກໍແຈ້ງເຮົາໃຫ້ໄປຊ່ວຍ ຄືນາຍໜ້າເຂົາວ່າ ໄປເຮັດວຽກຕອບແຊັດເນາະ ການທີ່ເຮົາເຮັດບໍ່ໄດ້ ເຂົາກໍໃສ່ໂທດເຮົາຫັ້ນນ່າ, ແບບບໍ່ໃຫ້ກິນເຂົ້າ ແລ້ວກໍແບບຖືກໄຟຟ້າຊັອດກໍມີ ບາງຄົນຫັ້ນນ່າ.”
ສໍາລັບຢູ່ແຂວງສວັນນະເຂດ ທ່ານ ແຖວຄໍາ ພົມມະວົງ ຮອງຫົວໜ້າແຜນກແຮງງານ ແລະສວັດດິການສັງຄົມແຂວງສວັນນະເຂດ ກ່າວຕໍ່ກອງປະຊຸມ ສລຸບຣາຍງານການຈັດຕັ້ງ ປະຕິບັດວຽກງານ ຕ້ານການຄ້າມະນຸສ ປະຈໍາປີ 2022 ແລະວາງທິດທາງແຜນການປະຈໍາປີ 2023 ວ່າ ແຂວງສວັນນະເຂດກໍເປັນອີກແຂວງນຶ່ງ ທີ່ຍັງມີກຸ່ມຄົນ ຈໍານວນນຶ່ງເຄື່ອນໄຫວ ລະດົມຂົນຂວາຍເອົາຊາຍໜຸ່ມຍິງສາວ ແລະເດັກນ້ອນ ທີ່ມີອາຍຸຕໍ່າກວ່າ 18 ປີໄປຂາຍແຮງງານ, ບໍຣິການທາງເພດ ທັງຢູ່ພາຍໃນ ແລະຕ່າງປະເທດ ເຮັດໃຫ້ໃນນຶ່ງປີຜ່ານມາ ແຂວງສວັນນະເຂດມີຜູ້ເຄາະຮ້າຍ ອາຍຸຕໍ່າກວ່າ 18 ປີ 2 ຄົນ ຍິງນຶ່ງ ຊາຍນຶ່ງ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງຄະນະກັມມະການ ຕ້ານການຄ້າມະນຸສ ແຂວງສວັນນະເຂດ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໂດຍອີງໃສ່ຂໍ້ມູນ ບໍ່ເປັນທາງການວ່າ ຜູ້ຊາຍຄົນນຶ່ງ ທີ່ມີພູມລໍາເນົາຢູ່ເມືອງໄຊບູຣີ, ແຂວງສວັນນະເຂດ ຕົກເປັນເຫຍື່ອຂອງການຄ້າມະນຸສ ຢູ່ປະເທດອິນໂດເນເຊັຽ ແລະແມ່ຍິງຄົນນຶ່ງ ທີ່ມີພູມລໍາເນົາ ຢູ່ແຂວງຫລວງພຣະບາງ ກໍຕົກເປັນເຫຍື່ອຂອງການຄ້າມະນຸສ ຢູ່ຮ້ານບັນເທີງ ທີ່ເມືອງອາດສະພັງທອງ ແຂວງສວັນນະເຂດ.
ດັ່ງທີ່ນາງກ່າວວ່າ:
“ອັນຄົນລາວເຮົານີ້ແຫລະ ໄປເຮັດວຽກຢູ່ອິນໂດເນເຊັຽເນາະ ແລ້ວບາດນີ້ກໍຖືກອັນຕົວະຍົວະ ຫລອກລວງຫັ້ນແຫລະ ແລ້ວກໍບໍ່ໄດ້ຄ່າແຮງງານອິຫຍັງຫັ້ນນ່າ ອີກກໍຣະນີ ຢູ່ເມືອງອາດສະພັງທອງ ພວກເອື້ອຍກໍໄດ້ຊ່ວຍຢູ່ສູນແສງສະຫວ່າງ ແລ້ວກໍຢູ່ຫລວງພຣະບາງ ແລ້ວກໍມາເຮັດວຽກຢູ່ຮ້ານອາຫານແຫ່ງນຶ່ງ ແລ້ວບາດນີ້ ເພິ່ນກໍ ຕາມການຣາຍງານ ຄ້າປະເວນີຫັ້ນແຫລະ ກໍໄດ້ຊ່ວຍເຫລືອເພິ່ນ ສໍາລັບພາຍໃນແຂວງ ປັດຈຸບັນ ບັນຫາການຄ້າມະນຸສ ກໍບໍ່ສໍ່າໃດແລ້ວເດ້ ອັນທີ່ເວົ້າມານີ້ແມ່ນໃນໄລຍະຜ່ານມາ.”
ເພື່ອແກ້ໄຂບັນຫາດັ່ງກ່າວ ທີ່ຜ່ານມາ ຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕໄດ້ສນອງງົບປະມານ ເພື່ອໃຊ້ເຂົ້າໃນການປູກຈິດສໍານຶກ ໃຫ້ສົງຄົມຮູ້ກ່ຽວກັບຄວາມອັນຕະລາຍ ແລະຜົລກະທົບຈາກການຄ້າມະນຸສ ດ້ວຍການເຜີຍແພ່ໂຄສະນາ ຜ່ານສື່ສັງຄົມອອນລາຍນ໌ ເພື່ອໃຫ້ຂແນງການທີ່ກ່ຽວຂ້ອງ ແລະປະຊາຊົນໃນທົ່ວປະເທດ ເປັນເຈົ້າການຕ້ານການຄ້າມະນຸສ ຢ່າງຈິງຈັງ, ອີງຕາມຄໍາເວົ້າຂອງປະທານ ຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕ.
ໄລຍະນີ້ ຢູ່ນະຄອນຫລວງວຽງຈັນ ມີຄົນຈີນເຂົ້າມາເຄື່ອນໄຫວສິ່ງຜິດປົກກະຕິ ເຮັດໃຫ້ປະຊາຊົນມີຄວາມກັງວົນວ່າ ລູກ-ຫລານ ຂອງພວກຕົນຈະຖືກຫລອກລວງ ແລະຕົກເປັນເຫຍື່ອຂອງການຄ້າມະນຸສ ຍ້ອນຄົນຈີນມາເຊົ່າຢູ່ໂຮງແຮມ, ຢູ່ເຮືອນພັກ ທີ່ໃກ້ກັບເຮືອນປະຊາຊົນ. ເມື່ອປະຊາຊົນໄດ້ຍິນສຽງ ບໍ່ຊອບມາພາກົນ ກໍໄດ້ໂທຣະສັບສາຍດ່ວນ ເບີ 1300 ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຮູ້.
ດັ່ງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ:
“ຢູ່ໃກ້ກັບໂຮງແຮມ ທີ່ມັນບໍ່ຊອບມາພາກົນຫັ້ນນ່າ ແລ້ວກໍໂທແຈ້ງວ່າ ຄ້າຍໆ ແບບນີ້ ມັນເປັນການຄ້າມະນຸສບໍ່ ຄືເຂົາເຈົ້າໄປເຊົ່າໂຮງແຮມຢູ່ເນາະ ຄືຫ້ອງນຶ່ງຫລືສອງຫ້ອງ ແຕ່ມັນໃກ້ເຮືອນ ໄດ້ຍິນສຽງແບບເດັກນ້ອຍແມ່ຍິງອິຫຍັງນ່າ. ຮ້ອງອໍ້ໆອ້າໆ ອິຫຍັງປະມານນັ້ນຫັ້ນແຫລະ ແລ້ວມີສຽງຜູ້ຊາຍ ເປັນສຽງຄົນຈີນ.”
ນາງເວົ້າຕື່ມວ່າ ພາຍຫລັງທີ່ໄດ້ໂທແຈ້ງສາຍດ່ວນໄປແລ້ວ ທາງເຈົ້າໜ້າທີ່ຜູ້ຮັບສາຍ ກໍໄດ້ແນະນໍາໃຫ້ແຈ້ງເຣື່ອງນັ້ນໄປຍັງ ປກສ ຄຸ້ມ ຫລືບ້ານ ເນື່ອງຈາກເປັນເຈົ້າໜ້າທີ່ ຂອງຣັຖ ທີ່ຕິດຕາມ ກວດກາ ຢູ່ຂັ້ນທ້ອງຖິ່ນ.
ໃນວັນສາກົລ ຕ້ານການຄ້າມະນຸສ ປີ 2023 ນີ້ ທາງແຂວງບໍ່ແກ້ວ ກໍຈັດພິທີລະລຶກ ດ້ວຍການເດີນຂະບວນ ຖືປ້າຍໂຄສະນາ ທີ່ມີຂໍ້ຄວາມວ່າ ຈົ່ງຊ່ອຍກັນຢຸດການຄ້າມະນຸສ, ຜູ້ຖືກເຄາະຮ້າຍ ຄົນຕໍ່ໄປ ອາດແມ່ນລູກຫລານຂອງທ່ານ, ໄປອອກ ແຮງງານແບບຖືກຕ້ອງ ຈຶ່ງປອດພັຍ ແລະຫ່າງໄກຈາກການຄ້າມະນຸສ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ກ່າວວ່າ:
“ກໍຣະນີ້ຂອງມື້ວານນີ້ເນາະ ນຶ່ງລະແມ່ນເຂົາເຈົ້າຈະມີແຜ່ນປ້າຍ ແຜ່ນປ້າຍໂຄສນາ ກ່ຽວກັບວັນລະນຶກຫັ້ນນ່າ. ກັບການໄປອອກ ແຮງງານຫັ້ນນ່າ ກໍມີການເດີນຂະບວກັບປ້າຍຫັ້ນແຫລະ ກິຈກັມກໍແມ່ນໂຕນັ້ນຫັ້ນແຫລະເນາະ.”
ແຂວງອື່ນໆ ເປັນຕົ້ນ ແຂວງຊຽງຂວາງ ໄດ້ຈັດພິທີລະລຶກວັນສາກົລ ຕ້ານການຄ້າມະນຸສ ດ້ວຍການເວົ້າເຖິງການຄ້າມະນຸສ ທີ່ພົບຫລາຍໃນພາກພື້ນເອເຊັຽ ຄືການລະເມີດທາງເພດ ແລະການຂູດຮີດແຮງງານ ຈາກການຖືກຕົວະຍົວະ ໄປທ່ອງທ່ຽວ, ຄ້າຂາຍ, ອອກແຮງງານ, ແຕ່ງດອງກັບຄົນຕ່າງປະເທດ ແບບບໍ່ຜ່ານອົງການ ທີ່ກ່ຽວຂ້ອງ. ໃນນັ້ນ ໄດ້ຈັດກິຈກັມ ທັງເຕັ້ນແອໂຣບິກ ແລະຍ່າງຖືປ້າຍຕ້ານການຄ້າມະນຸສ ເພື່ອໃຫ້ສັງຄົມຮູ້ເຖິງຜົນຮ້າຍ ຂອງການຄ້າມະນຸສ.
ສ່ວນອົງການຈັດຕັ້ງສາກົລ ຕ່າງໆ ເປັນຕົ້ນອົງການ USAID ແລະ Winrock International ກໍໄດ້ເຮັດຄລິບວິດິໂອ ກາຕູນ ຕ້ານການຄ້າມະນຸສ ແລະວິທີປ້ອງກັນ ເປັນພາສາລາວ ພ້ອມທັງເຊີນຊວນໃຫ້ທຸກຄົນ ແບ່ງປັນຄລິບວິດິໂອ ກາຕູນນັ້ນ ໃນສື່ສັງຄົມອອນລາຍນ໌ ຂອງໂຕເອງ ແລະສະມາຊິກໃນຄອບຄົວ ເພື່ອເປັນເຈົ້າການຢຸດ ແລະປ້ອງກັນການຄ້າມະນຸສ ຮ່ວມກັນ.