ທາງການລາວ ເປີດສູນຊ່ວຍເຫຼືອ ແມ່ຍິງ, ເດັກນ້ອຍ ຕື່ມ

ພູວົງສ໌
2023.05.09
ທາງການລາວ ເປີດສູນຊ່ວຍເຫຼືອ ແມ່ຍິງ, ເດັກນ້ອຍ ຕື່ມ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງ ສະຫະພັນແມ່ຍິງລາວ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNFPA ແລະ ລັດຖະບານອົດສະຕຣາລີ ໄດ້ເປີດຂຶ້ນເປັນທາງການທີ່ ແຂວງ ບໍ່ແກ້ວ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ.
UNFPA Laos

ທາງການລາວ ເປີດສູນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຫຼາຍແຫ່ງຕື່ມ. ຫຼ້າສຸດນີ້, ເມື່ອວັນທີ 3 ພຶສພາ 2023, ທາງການລາວ ກໍຮັບ-ມອບ ສູນຕ້ອນຮັບຊົ່ວຄາວ ຜູ້ເຄາະຮ້າຍ ຈາກການຄ້າມະນຸສ ປະຈຳພາກເໜືອ, ເຊິ່ງຕັ້ງຢູ່ບ້ານນາລື, ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ແລະ ກ່ອນໜ້ານີ້, ເມື່ອວັນທີ 20 ເມສາ 2023, ທາງການແຂວງບໍ່ແກ້ວ ກໍເປີດສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ກ່ອນໜ້ານັ້ນອີກ, ເມື່ອວັນທີ 4 ເມສາ 2023, ທາງການແຂວງອັດຕະປື ກໍເປີດສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຢູ່ເມືອງສນາມໄຊ.

ການເປີດສູນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຫຼາຍຂຶ້ນ ເຫດຜົລຫຼັກໆ ກໍເພາະວ່າ ແມ່ຍິງ ແລະ ເດັກນ້ອຍລາວ ຈຳນວນບໍ່ໜ້ອຍ ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ ແລະ ໄດ້ຮັບເຄາະຮ້າຍ ຈາກຄວາມຮຸນແຮງ ຫຼາຍຂຶ້ນ.

ດັ່ງເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕຳແໜ່ງ ໄດ້ກ່າວກັບວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 8 ພຶສພາ 2023 ນີ້ວ່າ: 

“ຖືກໂຄວິດ-19 ແລ້ວເຂົາເຈົ້າສະກັດ ແມ່ນບໍ່, ແລ້ວກໍເລີຍເຫັນສາວລາວຫຼາຍ ແລ້ວເພິ່ນກໍສົ່ງມາ ສົ່ງກັບມາ, ບໍ່ມີເອກສອກ ເອກສານ ເຂົາກໍສົ່ງກັບລາວ. ສ່ວນຫຼາຍກະແມ່ນຄົນຫຼວງນ້ຳທາ ຫຼືວ່າຄົນແຂວງວຽງຈັນ, ຫຼວງພຣະບາງ. ສ່ວນຫຼາຍ ກໍແຕ່ງງານແອບແຝງ, ບາງເທື່ອຜູ້ນີ້ມາ ບາງເທື່ອກະວ່າ ເອີ້ ໄປເອົາຜົວ ຜົວບໍ່ຮັກ, ບໍ່ມັກ ລະກັບມາ. ບາງເທື່ອ ຜົວຜູ້ນີ້ບໍ່ຮັກ ຂາຍຕໍ່ໃຫ້ຜູ້ໃໝ່, ຈັ່ງຊີ້ນ່າ.”

ເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ອີກທ່ານນຶ່ງ ກ່າວວ່າ ຍ້ອນແຂວງຫຼວງນ້ຳທາ ມີຊາຍແດນຕິດກັບ ປະເທດຈີນ ອີກຢ່າງນຶ່ງ, ທັງແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ ໃນພາກເໜືອ ຂອງລາວ ກໍມີແມ່ຍິງຖືກຄ້າມະນຸສຫຼາຍ, ຣັຖບານລາວ ຈຶ່ງລົງທຶນ 14 ຕື້ກີບ ເພື່ອສ້າງສູນຕ້ອນຮັບແມ່ຍິງ ທີ່ໃຫຍ່ສົມຄວນ ຢູ່ແຂວງຫຼວງນ້ຳທາ, ເຊິ່ງສ້າງສຳເຣັດໄປແລ້ວ 3 ໄລຍະ ແລະ ມີແຜນຈະສ້າງ ໄລຍະທີ 4 ໃນມໍ່ໆນີ້.

ດັ່ງເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ:

“ໄລຍະສີ່ນີ້, ມັນຈະມີຫຼາຍຢ່າງເນາະ ເພາະວ່າດຽວນີ້ ມັນຈະມີປະເພດເທພື້ນບໍ່ ຫຼືວ່າສ້ອມແຊມ ອີ່ຫຍັງຕ່າງໆ ກ່ຽວກັບປັບປຸງໃຫ້ມັນງາມ, ມີຫຍັງສະຖານທີ່ ແບບໜ້າບ້ານບໍ່ ເທພື້ນບໍ່. ລະພວກຊິປັບປຸງເຮືອນຄົວບໍ່ ອີ່ຫຍັງປະມານນີ້, ຫັ້ນນ່າ. ເພາະວ່າໄລຍະສາມຫັ້ນ ມີແຕ່ຕຶກເດ, ມີ 4-5 ຕຶກຫັ້ນເນາະ. ແຕ່ໄລຍະສີ່ ເຂົາຍັງບໍ່ທັນເຊັນສັນຍາເທື່ອເດ, ເຂົາກໍາລັງລະດົມທຶນກ່ອນ, ຫັ້ນນ່າ.”

ເຈົ້າໜ້າທີ່ທ່ານນີ້ ອະທິບາຍຕື່ມວ່າ ເມື່ອປີ 2022 ທີ່ຜ່ານມາ, ດ່ານສາກົລບໍ່ເຕັນ ສາມາດຊ່ວຍເຫຼືອແມ່ຍິງລາວ ທີ່ຖືກຄ້າມະນຸສໄປຈີນ ໄດ້ປະມານ 100 ຄົນ. ສ່ວນໂຕເລກສຳລັບປີ 2023 ນີ້, ທາງການ ຍັງບໍ່ສຣຸບເທື່ອ. ຮູບການ ໃນການຄ້າມະນຸສ ສ່ວນຫຼາຍ ກໍແມ່ນການແຕ່ງດອງ ແບບແອບແຝງ, ເຊິ່ງແມ່ຍິງລາວ ຈາກແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ ໃນພາກເໜືອ ຂອງລາວ ຫຼາຍຄົນ ແຕ່ງດອງກັບຄົນຈີນ ແບບບໍ່ມີເອກກະສານ ຢ່າງຖືກຕ້ອງ ເຮັດໃຫ້ຫຼາຍຄົນ ເມື່ອໄປຮອດຈີນແລ້ວ, ຖືກກົດຂີ່ຂົ່ມເຫັງ ຖືກຂາຍຕໍ່ ໃຫ້ຜູ້ຊາຍຈີນຄົນອື່ນໆ.

ພົລຈັດຕະວາ ແກ່ນຈັນ ພົມມະຈັກ, ຮອງຫົວໜ້າກົມໃຫຍ່ຕຳຣວດ, ຫົວໜ້າກອງເລຂາ ຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕ ຂອງລາວ ກ່າວຕໍ່ສື່ມວນຊົນລາວ ເມື່ອວັນທີ 3 ພຶສພາ 2023 ນີ້ວ່າ ໃນໄລຍະຜ່ານມາ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຢູ່ນະຄອນຫຼວງວຽງຈັນ ບໍ່ສາມາດຕອບສນອງ ຄວາມຮຽກຮ້ອງຕ້ອງການ ໄດ້ເທົ່າທີ່ຄວນ ຣັຖບານລາວ ຈຶ່ງຈຳເປັນຕ້ອງສ້າງສູນ ທີ່ແຂວງຫຼວງນ້ຳທາຂຶ້ນ.

ສຳລັບຢູ່ແຂວງບໍ່ແກ້ວ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ອະທິບາຍ ໃຫ້ວິທຍຸ ເອເຊັຽ ເສຣີ ຟັງວ່າ ແຂວງບໍ່ແກ້ວ ຈຳເປັນຕ້ອງມີ ສູນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງຕົນເອງ ເພາະແຂວງນີ້ ມີຜູ້ເຄາະຮ້າຍຈາກການຄ້າມະນຸສ ຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຈຳນວນຫຼາຍສົມຄວນ.

ດັ່ງທ່ານ ໄດ້ກ່າວຕອນນຶ່ງວ່າ:

“ໂຕນີ້, ມັນເປັນສູນຂອງແຂວງເຮົາເດ ເພາະວ່າ ມັນເປັນຫ້ອງການເກົ່ານ່າ ໂຕນີ້ເຮັດອັນນີ້ເນາະ. ເຫດຜົລກະວ່າ ຊິຮອງຮັບ ຈາກຂະບວນນີ້ແຫຼະເນາະ, ຜູ້ຖືກເຄາະຮ້າຍນີ້ແຫຼະເນາະ ຖືກໃຊ້ຄວາມຮຸນແຮງອິຫຍັງນີ້ແຫຼະ, ໄປພັກໄປເຊົາຢູ່ຫັ້ນ.”

ເຈົ້າໜ້າທີ່ ແຂວງບໍ່ແກ້ວ ທ່ານນີ້ ອະທິບາຍວ່າ ໃນແຂວງບໍ່ແກ້ວ ມີນາຍໜ້າ ທີ່ເປັນຄົນລາວໄປຕົວະຍົວະເອົາຄົນລາວ ພາຍໃນແຂວງ ແລະ ຈາກແຂວງອື່ນໆ ມາເຮັດວຽກຕອບແຊັດ ຢູ່ໃນຂອບເຂດ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລ້ວບາງຄົນ ເຮັດວຽກບໍ່ໄດ້ ຖືກທຳຮ້າຍຮ່າງກາຍ ຫຼື ຖືກຂາຍຕໍ່ ໄປໃຫ້ບໍຣິສັດອື່ນ ຫຼື ຫຼາຍຄົນ ຖືກຂາຍໄປຈີນເລີຍ.

ດັ່ງທ່ານໄດ້ກ່າວອີກວ່າ:

“ໄລຍະຜ່ານມາ ລະມັນໄປຕາມຊ່ອງທາງ ທາງທັມມະຊາຕ ສ່ວນຫຼາຍຫັ້ນນ່າ. ໄປເປັນທາງການ ເຂົາເຈົ້າບໍ່ເອົາໄປຈັກເທື່ອ, ຍ່າງຂ້າມຊາຍແດນບໍ່. ຄົນຈີນນີ້, ສ່ວນຫຼາຍມັນມາ ມາຖືກຕ້ອງຫັ້ນແຫຼະ ພວກເຂົາເຈົ້າມາອອກແຮງງານ ມານັ້ນມານີ້. ແຕ່ວ່າ ມັນມີນາຍໜ້າຄົນລາວເຮົານີ້ ພາເອົາໄປສົ່ງໃຫ້ນ່າ, ລະມາຮູບການ ລັກສະນະແຕ່ງດອງບໍ່, ເອົາໄປແບບບໍ່ຖືກຕ້ອງ, ຫັ້ນນ່າ. ແຕ່ງດອງໄປຮອດພຸ້ນ ກະເປັນລາຍໃໝ່ ໄປຮອດໄດ້ລູກໄດ້ເຕົ້າ. ຜ່ານມາເຄີຍດຳເນີນຄະດີ, ແລ້ວກະຂາຍໄປເລີຍ.”

ອີງຕາມບົດຣາຍງານ ຂອງທາງການລາວ, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກສະຖານທູຕອອສເຕຣເລັຽ ປະຈຳລາວ  ແລະ ກອງທຶນເພື່ອປະຊາກອນ ແຫ່ງອົງການສະຫະປະຊາຊາຕ ຫຼື UNFPA ລວມມູລຄ່າທັງໝົດ 750 ລ້ານກີບ.

ສ່ວນແຂວງອັດຕະປື ຫາກໍມີ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເຊັ່ນດຽວກັນ ຍ້ອນວ່າ ພາຍໃນແຂວງ ມີປະຊາຊົນຫຼາຍພັນຄົນ ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ແລະ ກໍມີຫຼາຍຊົນເຜົ່າ ທີ່ຍັງປະຕິບັດ ຕາມຮີດຄອງປະເພນີຢູ່, ແມ່ຍິງຍັງຖືກກົດຂີ່ຂົ່ມເຫັງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຂອງແຂວງອັດຕະປື ໄດ້ກ່າວວ່າ:

“ສ່ວນຫຼາຍນີ້ ແມ່ນເປັນຄວາມຮຸນແຮງ ທາງເພດແດ່, ແລ້ວກໍອາລົມ ກໍມີ ແລ້ວກໍຄວາມຮຸນແຮງ ທາງດ້ານການຕົບຕີກັນ, ນີ້ນ່າ. ສ່ວນຫຼາຍ ເພິ່ນເອົາຮີດຄອງປະເພນີ ມາຄອບງຳຫຼາຍ ອັດຕະປືເຮົາ, ຫັ້ນນ່າ. ເພາະວ່າ ຜູ້ຊາຍເປັນໃຫຍ່ຫັ້ນເດ່ ຜູ້ຍິງຫັ້ນ ສ່ວນຫຼາຍ ມີແຕ່ຮັບໃຊ້ຜົວ, ຫັ້ນນ່າ. ຄັນເມັຽມີອິສຣະໜ້ອຍນຶ່ງ ໄປໜ້ອຍນຶ່ງ ເພິ່ນກໍຢາກລົງໄມ້ລົງມື ລັກສະນະນັ້ນ, ຫັ້ນນ່າ.”

ເຈົ້າໜ້າທີ່ ຈາກແຂວງຫຼວງນ້ຳທາ, ບໍ່ແກ້ວ ແລະ ອັດຕະປື ກ່າວໃນທຳນອງດຽວກັນວ່າ ກ່ອນໜ້ານີ້ ໃນພາກເໜືອ ຂອງລາວ ແລະ ແຂວງອັດຕະປື ທີ່ຍັງບໍ່ມີ ສູນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທາງການທັງ 3 ແຂວງ ຈຳເປັນຕ້ອງສົ່ງຜູ້ເຄາະຮ້າຍ ໄປພັກຢູ່ສະຖານທີ່ພັກເຊົາ ທີ່ທາງການລາວ ຈັດຫາໃຫ້ ແບບຊົ່ວຄາວ ແລະ ເຈົ້າໜ້າທີ່ ກໍຈຳເປັນຕ້ອງເວນຍາມ ຮັກສາຄວາມປອດພັຍໃຫ້ ແລະ ການເຮັດແບບນີ້ ສິ້ນເປືອງງົບປະມານຫຼາຍ. ດັ່ງນັ້ນ, ທາງການທັງ 3 ແຂວງ ຈຶ່ງສເນີໃຫ້ຣັຖບານລາວ ຊ່ອຍສ້າງສູນ ໃຫ້ ຈົນນຳມາສູ່ ການເປີດສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ແຫ່ງຕ່າງໆນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.