ເດັກນ້ອຍຍິງລາວທີ່ເຄາະຮ້າຍ ໃນໄທ
2014.12.03

ຄວາມຄືບຫນ້າ ຂອງ ເດັກນ້ອຍ ລາວ ອາຍຸ ບໍ່ຮອດ 18 ປີ ຈຳນວນ 6 ຄົນ ທີ່ ເຈົ້າຫນ້າທີ່ ໄທ ຊ່ອຍ ອອກມາ ຈາກ ຮ້ານ ຄາຣາໂອເກະ ແຫ່ງນຶ່ງ ໃນ ເມືອງທ່າແຊະ ແຂວງ ຊຸມພອນ ພາກໃຕ້ ຂອງໄທ ເມື່ອ ວັນທີ 5 ຕຸລາ ຜ່ານມາ ນັ້ນ, ຫລ້າສຸດ ມີ ຣາຍງານ ວ່າ ແມ່ຍິງ ກຸ່ມ ດັ່ງກ່າວ ຖືກສົ່ງໄປ ຮັບການ ປິ່ນປົວ ສະພາບ ຈີດໃຈ ຢູ່ ທີ່ ສະຖານ ຄຸ້ມຄອງ ແລະ ຝຶກອາຊີບ ຢູ່ແຂວງ ສຸຣາຊທານີ ພ້ອມທັງໄດ້ ຮັບການ ຝຶກອົບຮົມ ທາງດ້ານ ວິຊາຊີບ ນຳອີກ ກ່ອນຈະຖືກ ສົ່ງກັບ ສປປລາວ. ດັ່ງ ເຈົ້າຫນ້າທີ່ ກົມ ພັທນາ ສັງຄັມ ແລະ ຄວາມຫມັ້ນຄົງ ຂອງ ມະນຸດ ທີ່ ແຂວງ ຊຸມພອນ ກ່າວວ່າ:
"ແມ່ຍິງລາວ ທັງຫມົດ 6 ຄົນ ກໍສົ່ງໄປ ສະຖານທີ່ ປິ່ນປົວ ບ້ານ ສີສຸລາດ ຢູ່ ຕຽມຄວາມພ້ອມ ຟື້ນຟູ ພັທນາ ຄວາມ ສາມາດ ປິ່ນປົວ ຈີດໃຈ ຂະເຈົ້າ ເຂົ້າ ວຽກງານ ດ້ານ ສັງຄົມ ສົງເຄາະ ຕ້ອງ ປິ່ນປົວ ສະພາບ ຈີດໃຈ ຈັກ ຣະຍະ ນຶ່ງ".
ເຈົ້າຫນ້າທີ່ ກ່າວ ຕໍ່ໄປວ່າ ສຳລັບ ການ ສອບປາກຄຳ ເດັກນ້ອຍຍິງ ລາວ ທັງ 6 ຄົນ ນັ້ນ ຖືວ່າ ສິ້ນສຸດ ຫມົດແລ້ວ ຊຶ່ງ ທາງ ເຈົ້າຫນ້າທີ່ ຕຳຣວດ ໄດ້ ສລຸບ ສຳເນົາ ແລະ ສົ່ງຟ້ອງສານ ໄປເປັນທີ່ ຮຽບຮ້ອຍ ເພື່ອ ລໍຟັງ ຄຳຕັດສີນ ຄະດີ ຂອງ ເຈົ້າຂອງຮ້ານ ຄາຣາໂອເກະ.
ເຈົ້າຫນ້າທີ່ ໄທ ຍັງ ບໍ່ໄດ້ຂໍ້ມູນ ຄັກແນ່ ວ່າ ຜູ້ຍິງລາວ ທັງ 6 ຄົນ ໄປຈາກ ແຂວງໃດ ຂອງ ສປປລາວ, ຮູ້ພຽງແຕ່ ເຂົາເຈົ້າ ໄດ້ ເດີນທາງ ມາ ເຮັດວຽກ ໃນໄທ ເພື່ອຫາເງິນ ຊ່ອຍ ຄອບຄົວ ທີ່ ທຸກຍາກ ໃນລາວ.
ໃນຣະຍະ 4 ເດືອນ ຜ່ານມາ ມີຂ່າວ ຢູ່ເລື້ອຍໆວ່າ ມີການ ຊ່ອຍເຫລືອ ແມ່ຍິງລາວ ທີ່ ຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ໃນ ຫລາຍແຂວງ ຢູ່ໄທ, ບັນຫາ ດັ່ງກ່າວ ແກ້ໄຂ ໄດ້ຍາກ ຍ້ອນການ ຂາດ ວຽກເຮັດ ງານທຳ ໃນລາວ.