ໃນມື້ວັນສຸກ ຜູ້ຕາງໜ້າ ຈາກກະຊວງແຮງງານ ແລະ ສວັດດີການສົງຄົມ ສປປລາວ ຮ່ວມກັບ ອົງການ Village Focus ສາກົນ ໄດ້ຈັດ ສຳມະນາ ວ່າດ້ວຍ ການປົກປ້ອງ ຜູ້ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ຮ່ວມທັງ ຜູ້ທີ່ມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ຂອງກຸ່ມຄ້າມະ- ນຸດ ໃນອະນາຄົດ ໃນທົ່ວປະເທດ ໂດຍສະເພາະ ກຸ່ມຊົນເຜົ່າ ແລະ ກຸ່ມອື່ນໆໃນລາວ.
ສຳລັບບຸກຄົນທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ທີ່ຖືກສົ່ງກັບລາວ ທາງການລາວ ແລະອົງການດັ່ງກ່າວ ກໍຈະສົ່ງເສີມ ທາງດ້ານສຸຂພາບ, ການສືກສາ ແລະ ການຝືກອາຊີບ ເພື່ອໃຫ້ຂະເຈົ້າ ສາມາດລ້ຽງຕົນເອງໄດ້ ໃນການເຊື່ອມເຂົ້າ ໃນສັງຄົມລາວ ໃນຈຳນວນ ງົບປະມານ 6 ແສນ ກວ່າໂດລາ ຈາກຣັຖບານ ສະຫະຣັດ.
ອົງການ village focus ໄດ້ເຮັດວຽກຢູ່ລາວມາແຕ່ປີ 2001 ສ່ວນໃຫຍ່ ຈະແນເປົ້າຫມາຍ ໃສ່ການສຶກສາ ການຝຶກອົບຮົມອາຊີບ ແລະ ການປ້ອງກັນ ໂຣຄຣະບາດ ຢູ່ແຂວງພາກໃຕ້ ຂອງລາວ ເປັນຕົ້ນທີ່ ແຂວງສາຣະວັນ ຈຳປາສັກ ແລະ ສວັນນະເຂດ. ນອກຈາກນັ້ນ ຍັງ ໄດ້ເຮັດວຽກກັບ ກະຊວງແຮງງານ ແລະ ສວັດດີການສັງຄົມ ໃນການຊ່ອຍເຫລືອ ຜູ້ທີ່ຕົກເປັນເຫຍື່ອ ຂອງ ກຸ່ມຄ້າມະນຸດ ນຳອີກ.
ທາງໂຄງການ ແລະ ທາງການລາວ ມີແຜນການ ສົ່ງເສີມ ອາຊີບ ຣະຍະສັ້ນ ແລະຣະຍາວ ໃຫ້ແກ່ ຜູ້ທີ່ຕົກ ເປັນເຫຍື່ອ ຂອງກຸ່ມຄ້າ- ມະນຸດ ທີ່ຖືກສົ່ງກັບບ້ານ ຈຳນວນ 200 ຄົນ ໃນປັດຈຸບັນ ເພື່ອບໍ່ໃຫ້ ຂະເຈົ້າກັບຄືນສູ່ ຂະບວນການ ດັ່ງກ່າວ ອີກໃຫມ່ ໃນອະນາຄົດ.