ແມ່ຍິງລາວໄປທ່ຽວໄທ ແຕ່ລັກ ເຮັດວຽກ

ໄມຊູລີ
2017.10.10
f-lao-girls ເຈົ້າໜ້າທີ່ໄທ ເວົ້າວ່າ ແມ່ຍິງລາວທີ່ໃຊ້ Passport ໄປໄທເພື່ອສວຍໂອກາດ ຫາເຮັດວຽກນັ້ນ ສ່ວນຫລາຍ ອາຍຸ 20 ປີ ຂື້ນໄປ ແລະ ມັກໄປເຮັດວຽກ ຕາມຮ້ານອາຫານ ຄາຣາໂອເກະ ຫຼືສຖານທີ່ ບໍຣິການທາງເພດ
RFA

ປັຈຈຸບັນການສະກັດກັ້ນ ແມ່ຍິງລາວບາງຈໍາພວກ ທີ່ໃຊ້ ພາສປອຕ ໄປທ່ຽວໄທ ແລ້ວພາກັນລັກ ເຮັດວຽກຢູ່ໄທ ນັ້ນຍາກທີ່ສຸດ ຍ້ອນວ່າ ເຈົ້າໜ້າທີ່ ດ່ານຊາຍແດນ ບໍ່ສາມາດຮູ້ໄດ້ວ່າ ໃຜໄປລັກ ຊອກເຮັດວຽກ ໃຜໄປ ທ່ອງທ່ຽວແທ້. ດັ່ງເຈົ້າໜ້າທີ່ໄທ ກ່າວໃນ ວັນທີ່ 9 ຕູລາ ນີ້ວ່າ:

“20 ປາຍປີ ຂື້ນໄປແລ້ວ ເຂົາເຈົ້າສາມາດ ເຮັດພາສປອຕ ອິຫຍັງໄດ້ແລ້ວ ບາດນີ້ເຂົາເຈົ້ານັ້ນ ຂ້າມແດນໄປໄດ້ ຕໍາຣວດ ກໍບໍ່ສົງສັຍ ບາດນີ້ ເຂົາເຈົ້າກໍຂ້າມແດນ ໄປໄດ້ແລ້ວກໍຢູ່ພຸ້ນແລ້ວ ກໍເຮັດ ວຽກຫຍັງຫັ້ນນະ ເຮົາກໍສິບໍ່ສາມາດ ຮູ້ໄດ້ເນາະ ເຂົາເຈົ້າ ອາຍຸກາຍເນາະ ສາມາດເຮັດໄດ້ ແລ້ວກໍອອກໄປຈັ່ງຊີ້ນະ ໄປທ່ອງທ່ຽວ ໄປຫຍັງ ແຕ່ວ່າ ໄປຄ້າງຢູ່ຫັ້ນນາ”.

ນາງກ່າວຕື່ມວ່າ ແມ່ຍິງລາວທີ່ໃຊ້ ພາສປອຕ ໄປໄທ ເພື່ອສວຍໂອກາດ ຫາເຮັດວຽກນັ້ນ ສ່ວນຫລາຍ ອາຍຸ 20 ປີ ຂື້ນໄປ ແລະມັກໄປ ເຮັດວຽກ ຕາມຮ້ານອາຫານ ຄາຣາໂອເກະ ຫຼືສະຖານທີ່ ບໍຣິການທາງເພດ ເທົ່ານັ້ນ ເນື່ອງຈາກ ຕາມໂຮງງານ ຫຼືແຫລ່ງອື່ນໆ ຈະຕ້ອງມີ ການເຮັດ ສັນຍາ MOU ກັນ.

ກໍຣະນີແມ່ຍິງລາວ ທີ່ໃຊ້ພາສປອຕ ລັກລອບໄປເຮັດວຽກ ຢູ່ໄທນັ້ນ ພັນຕໍາຣວດ ເອກ ກອນລະວັດ ຫອມຫວນ ຫົວໜ້າກົມຕໍາຣວດ ເມືອງ ບໍ່ວິນ ແຂວງຊົນບູຣີຂອງໄທ ທີ່ບຸກເຂົ້າໄປຈັບແມ່ຍິງລາວ 23 ຄົນ ທີ່ມາຂາຍ ບໍຣິການທາງເພດ ເມື່ອວັນທີ່ 3 ຕູລາ ຜ່ານມາເວົ້າວ່າ ໃນ ຫລາຍປີຜ່ານມາ ໃນເມືອງບໍ່ວິນ ກໍມັກມີແມ່ຍິງລາວ ໃຊ້ວິທີນີ້ ຂ້າມມາຂາຍ ບໍຣິການທາງເພດ ເລື່ອຍໆ:

“ທ່ານວ່າ ປະເທດເພື່ອນບ້ານ ຂ້ອນຂ້າງຈະບໍ່ມີວຽກເຮັດ ແລ້ວກໍຖືກຊັກຊວນ ຈາກໝູ່ ຈາກອີຫຍັງ ມາເຫັນວ່າ ໄດ້ເງິນງ່າຍ ກໍເຂົ້າມາແບບ ນັກທ່ອງທ່ຽວອາຍຸ 20 ປີຂື້ນໄປເຖິງ 30 ປີ ພວກນີ້ຈະຢູ່ ບໍ່ຮອດ 30 ມື້, ໃກ້ຮອດປຸບ ກໍຕ້ອງກັບໄປ ຕໍ່ຢູ່ຊາຍແດນ ແລ້ວກັບມາ ກໍມີມາ ເລື່ອຍໆ ເປັນແບບນີ້ ມາເປັນສິບສິບ ປີແລ້ວ”.

ປັຈຈຸບັນຫຼາຍແຂວງຢູ່ລາວ ໂດຍສະເພາະ ເຂດຫ່າງໄກສອກຫລິກ ແມ່ຍິງຈໍານວນໜື່ງ ຍັງຊອກຫາ ວິທີຕ່າງໆ ເພື່ອຈະໄດ້ໄປ ເຮັດວຽກຢູ່ ໄທ ຍ້ອນຄວາມທຸກຍາກ ຊຶ່ງເຈົ້າໜ້າທີ່ໄທ ກໍມີຄວາມເປັນຫ່ວງ ຢ້ານແມ່ຍິງກຸ່ມນີ້ ຈະຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.