ລາວ, ຈີນ ຮ່ວມກັນ ສະກັດກັ້ນ ການຄ້າມະນຸດ
2019.03.31
ຍິງສາວຊົນເຜົ່າລາວ ຕາມບ້ານຕ່າງໆ ໃນເມືອງຍອດອູ ແຂວງຜົ້ງສາລີ ຖືກກັມກອນຈີນ ແລະ ນັກຄ້າມະນຸດ ຕົວະຍົວະ ໄປຂາຍຢູ່ຈີນເລື້ອຍໆ, ຊຶ່ງ ຫລ້າສຸດ ເມື່ອເດືອນມົກຣາ ຕໍາ ຣວດຈີນ ກໍຊ່ອຍເຫລືອ ຍິງສາວລາວ ແລະ ສົ່ງກັບມາໄດ້ 10 ຄົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ປກສ ເມືອງຍອດອູ ໃນມື້ວັນທີ 29 ມິນາ 2019 ນີ້:
"ເອີ ຄົນລາວເຮົາແຫລະ ຄົນຈີນ ມາຕົວະໄປ ມາຊອກ ໄປຢູ່ບັນດາຮ້ານໆ ເຂົາເຂົ້າມາຊອກເອງ ແລ້ວກໍເຂົາເຂົ້າມາ ລັກຮວມ ແລ້ວເຂົາກໍ ເອົາໄປ ເພາະວ່າ ມັນໄກ ຈາກເມືອງເດ໊ເນາະ ເອົາໄປທາງນ້ອຍ ພີ້ຄົນຈີນ ມາເປັນ ກັມກອນ ຢູ່ຫັ້ນກໍມີເນາະ ເຮົາເກັບກໍາ ທາງເຮົາ ມາອອກແຮງງານ ຕົວະກັນໄປ ແນວນັ້ນ."
ບັນຫາຍິງສາວຊົນເຜົ່າລາວ ຖືກຕົວະຍົວະ ໄປຈີນນີ້ ເກີດມາດົນແລ້ວ ຢູ່ເຂດຊົນເຜົ່າຈີນຫໍ້ ເມືອງຍອດອູ ເປັນຕົ້ນ ບ້ານຍັງປາພົງ ສີເບີຍຈ໋າຍ ສີເກົ້າໂຫ໊ ແລະ ມາລີເທົາ ຍ້ອນບໍ່ໄດ້ມີ ການສະກັດກັ້ນ ຢ່າງຈິງຈັງ, ຣັຖບານລາວ ບໍ່ມີງົບປະມານໃຫ້. ມາຮອດປີ 2018 ເມື່ອບັນຫານັ້ນ ໃຫຍ່ຂຶ້ນ ທາງການ ແຂວງຜົ້ງສາລີ ຈຶ່ງຈັດສັນ ງົບປະມານ ໃຫ້ ປກສ ເມືອງ ແລະ ສະຫະພັນແມ່ຍິງເມືອງ ຊ່ອຍກັນສະກັດກັ້ນ ເຣື່ອງນີ້ ຢ່າງຈິງຈັງ.
ທ່ານເວົ້າວ່າ ຫາກຖາມເຖິງ ຈໍານວນຜູ້ຕົກເປັນເຫຍື່ອທັງໝົດ ໃນໄລຍະຜ່ານມານັ້ນ ທາງເມືອງ ບໍ່ໄດ້ສລຸບເທື່ອ ແຕ່ກໍຄາດກັນວ່າ ມີເຖິງ 200 ປາຍຄົນ. ແລະ ໃນຈໍານວນນີ້ ມີທັງ ຜູ້ທີ່ລັກໜີ ກັບຄືນມາໄດ້ ແລະ ຜູ້ທີ່ຫາຍສາບສູນ. ແຕ່ທາງເມືອງ ກໍບໍ່ໄດ້ປະລະເຣື່ອງນີ້ ໄດ້ມີການຮ່ວມມື ກັບຕໍາຣວດຈີນ ເມື່ອກາງປີ 2018 ແລະ ມາຮອດປັດຈຸບັນ ທາງການຈີນ ກໍສົ່ງແມ່ຍິງລາວ ທີ່ຖືກຕົວະຍົວະ ໄປຈີນນັ້ນ ກັບບ້ານຢູ່ເລື້ອຍໆ ດັ່ງທີ່ທ່ານກ່າວຕື່ມຕອນນຶ່ງ:
"ຜ່ານມາກໍແບບວ່າ ປກສ ຈີນ ຂະເຈົ້າມາ ສົ່ງກໍມີຈໍານວນນຶ່ງ ເຂົາກວດເຄັ່ງຄັດໄດ໊ ຈີນ ເຂົາກໍເອົາມາສົ່ງ ຫວ່າງແລ້ວນີ້ ເຂົາກໍເອົາມາສົ່ງ ຜູ້ຍິງໝົດເລີຍນະ ທີ່ຖືກຕົວະໄປນະ ບາງຄົນ ກໍໄປກໍບໍ່ເຫັນເລີຍ.”
ທ່ານກ່າວ ໃນຕອນທ້າຍວ່າ ແມ່ຍິງຊົນເຜົ່າລາວ ທີ່ຖືກຕົວະໄປຈີນນັ້ນ ມີທັງພາໄປຂາຍ ເປັນກັມກອນ ສວນກ້ວຍ, ສວນຢາງພາລາ ຂາຍໃຫ້ ຮ້ານອາຫານ ແລະ ຊ້ອງໂສເພນີ. ສ່ວນໃຫຍ່ ຖືກພາໄປ ຢູ່ເຂດຈາງຊຸນ ແຂວງຍຸນນ່ານ. ປັດຈຸບັນ ຜູ້ປະຕິບັດ ໜ້າທີ່ວຽກງານນີ້ ຍັງຕ້ອງການ ທຶນຊ່ອຍເຫລືອ ທັງຈາກສາກົລ ແລະ ຈາກທາງການລາວ ຍ້ອນງົບປະມານ ທີ່ໄດ້ ໃນການລົງໄປໃຫ້ ຄວາມຮູ້ ແກ່ປະຊາຊົນ ແລະ ວຽກງານອື່ນໆ ກ່ຽວກັບ ເຣື່ອງນີ້ ບໍ່ພໍ.