ຊອກຫາຜູ້ເຄາະຮ້າຍ ຈາກ ຄ້າມະນຸດ ຕ້ອງໃຊ້ເງິນ
2018.07.09
ຄອບຄົວຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຕ້ອງໄດ້ໃຊ້ຈ່າຍເງິນຫລາຍ ໃນການຕິດຕາມຊອກຫາ ລູກຫລານຂອງຕົນ ທີ່ຖືກຫຼອກລວງ ໄປຂາຍຢູ່ຕ່າງປະເທສ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກ ຍ້ອນພາກສ່ວນກ່ຽວຂ້ອງ ຂອງທາງການລາວ ຢູ່ບາງເມືອງ ບາງແຂວງມີ ງົບປະມານທີ່ຈໍາກັດ.
ເມື່ອປີກາຍ ແມ່ຍິງລາວອາຍຸ 21 ປີ ຢູ່ເມືອງປາກອູ ແຂວງຫລວງພຣະບາງ ທີ່ຄອບຄົວຕ້ອງໄດ້ເສັຍເງິນຈ້າງຕໍາຣວດ ໃຫ້ຊ່ອຍຕິດຕາມ ຫລັງຈາກນາງຖືກ ຄົນຈີນຕົວະຍົວະໄປຈີນ. ດັ່ງເຈົ້າໜ້າທີ່ ເມືອງປາກອູ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ກໍຣະກະດາ ນີ້ວ່າ:
"ປີ 2017 ແມ່ຍິງ 21 ປີ ເຂົາຈະໄປແຕ່ງງານກັນແລ້ວເອົາໄປຈີນ ແລ້ວເອົາໄປຂາຍຕໍ່ຊີ້ນະ ເອົາໄປພຸ້ນແລ້ວພຍາຍາມໃຫ້ລາວ ເຮັດວຽກ ໂດຍການຂາຍຕົວ ປະມານນີ້ຫັ້ນນະ ແຕ່ປັດຈຸບັນນີ້ ຄືນບ້ານແຕ່ວ່າເຣື່ອງຄໍານີ້ ພໍ່ແມ່ພີ່ນ້ອງຫັ້ນນະ ຂະເຈົ້າແຈ້ງ ເຈົ້າໜ້າທີ່ແລ້ວ ກໍແຈ້ງ ຕໍາຣວດ ແຈ້ງໄປຕາມຂະບວນການ ແຕ່ຄວາມຈິງແລ້ວ ພໍ່ແມ່ພີ່ນ້ອງຕ້ອງຈ້າງຕໍາຣວດ ມາເຮັດວຽກ ໄປລົງຂໍ້ມູນເກັບກໍາ ອັນນັ້ນອັນນີ້."
ເມື່ອເດືອນສິງຫາ 2016 ມີແມ່ຍິງລາວ ເຜົ່າມົ້ງອາຍຸ 16 ປີ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ຖືກຄົນລາວທີ່ເປັນນາຍໜ້າ ຕົວະຍົວະ ໄປຂາຍ ຢູ່ປະເທສຈີນ, ແຕ່ບໍ່ທັນໄປຮອດຈີນ ຖືກເຈົ້າໜ້າທີ່ຕໍາຣວດ ສະກັດກັ້ນໄວ້ໄດ້ ໃນໂຮງງານຈີນໃກ້ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ໃນຂນະທີ່ ຜູ້ເປັນພີ່ນ້ອງຂອງນາງ ປະກາດໃຫ້ຣາງວັນ ແກ່ຜູ້ທີ່ສາມາດຊອກພົບນາງ ແລະຈັບຄົນຮ້າຍໄດ້ ເປັນເງິນຈໍານວນ 5 ລ້ານກີບ.
ນອກຈາກ 2 ເມືອງ ຢູ່ 2 ແຂວງ ທີ່ວ່ານັ້ນແລ້ວ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ເຈົ້າໜ້າທີ່ຕ້ານການຄ້າມະນຸດ ທ່ານນຶ່ງກໍເວົ້າວ່າ ໃນເມືອງນີ້ກໍມີ ແມ່ຍິງລາວ ຖືກຕົວະຍົວະໄປຂາຍຢູ່ຈີນ ແຕ່ພາກສ່ວນກ່ຽວຂ້ອງ ຂອງທາງການລາວ ຂາດເຂີນງົບປະມານ ທີ່ຈະຊ່ອຍ ຕິດຕາມ. ດັ່ງທີ່ທ່ານກ່າວວ່າ:
"ໄປຄ້າຂາຍມະນຸດ ຕົວນີ້ມີເນາະ ເມືອງພວກຂ້າພະເຈົ້າມີແຕ່ວ່າ ບໍ່ທັນອັນນັ້ນເທື່ອເນາະ ເພາະວ່າເຮົາກໍຄາເຣື່ອງ ອັນບໍ່ມີງົບປະມານ ວ່າສິເອົາ ມາຈາກໃສຫັ້ນ ຍັງບໍ່ທັນມີເທື່ອ ງົບປະມານ ສິລົງໄປຮັບໄປຊ່ວຍ ຕົວນີ້ທາງແຂວງ ທາງສູນກາງມີຫຍັງ ທາງອົງການຊ່ວຍເຫລືອ ຫັ້ນລົງມາ ໃຫ້ການສນັບສນູນດ້ານນີ້ ຍັງບໍ່ທັນມີເທື່ອ ເມືອງຂ້າພະເຈົ້າ."
ເຖິງແມ່ນວ່າ ໃນຣະຍະ 2 ປີທີ່ຜ່ານມານີ້ ຣັຖບາລລາວ ໄດ້ຮັບເງິນຊ່ອຍເຫລືອ ຈາກຕ່າງປະເທສ ແລະໄດ້ໂຄສະນາ ຕ້ານການຄ້າມະນຸດ ແຕ່ບໍ່ໄດ້ພຍາຍາມ ພໍເທົ່າໃດ ໃນການສະກັດກັ້ນ ການຄ້າມະນຸດ ຮວມທັງການຊ່ອຍເຫຼືອ ຜູ້ເຄາະຮ້າຍທີ່ຖືກ ຕົວະຍົວະຫຼອກລວງໄປຕ່າງ ປະເທສ ໃຫ້ໄດ້ກັບຄືນມາບ້ານ.