ຄອບຄົວ ທ.ກ້ອງ ລໍຖ້າ ຄ່າ ຊົດເຊີຍ
2017.11.30
ຄົນງານລາວໃນເຮືອຫາປາ ຢູ່ ປະເທດໄທ
ຄອບຄົວຂອງຜູ້ທີ່ໄດ້ຮັບ ເຄາະຮ້າຍ ທ້າວກ້ອງ ມະຫາລາດ ຈາກ ເມືອງທ່າແຂກ ແຂວງຄຳມ່ວນ ທີ່ໄປເຮັດວຽກຢູ່ເຮືອປະມົງໄທ ທີ່ແຂວງ ເພັດບູລີ ແລ້ວກໍຫາຍສາບສູນ ໄປໃນເວລາເຮັດວຽກ ຫມົດຄວາມຫວັງທີ່ຈະໄດ້ ຮັບຄວາມເປັນທັມ ຈາກທາງການໄທ ແລະຄ່າຊົດເຊີຍຈາກ ນາຍຈ້າງ ຍ້ອນວ່າ ຄະດີນີ້ໄດ້ຜ່ານມາ ເປັນເວລາປີປາຍແລ້ວ ແຕ່ຍັງບໍ່ມີຄວາມຄືບໜ້າເລີຍ. ດັ່ງຄຳເວົ້າຂອງ ສະມາຊິກຄອບຄົວທ່ານນື່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 22 ພຶສຈິກາ ນີ້ວ່າ:
"ຍັງບໍ່ມີຫຍັງເລີຍ ຍັງບໍ່ມີຄວາມຄືບຫນ້າຫຍັງຫັ້ນແຫລະ ພວກນ້ອງກໍລໍບໍ່ມີເງິນຫັ້ນນ່າ ລໍຖ້າວ່າເພີ່ນສິເຮັດແນວໃດໃຫ້ ພວກທາງເອື້ອຍ ທາງນີ້ຫມົດຄວາມຫວັງແລ້ວ ມີແຕ່ລໍຖ້າທາງໄທ ເພິ່ນສິຕັດສິນໃຈແນວໃດ ກັບສະຖານທູດລາວ ມີແຕ່ລະທາງນັ້ນແຫຼະ ພວກເອື້ອຍຢາກ ໄດ້ເງິນມາເຮັດບຸນໃຫ້ເພິ່ນ ທາງຂ້ອຍຢູ່ຄົນລາວ ຍັງລໍຄອຍໃຫ້ເພິ່ນຕັດສິນໃຈໃຫ້ຢູ່."
ນ້ອງສາວຂອງທ້າວກ້ອງ ອະທິບາຍວ່າ ອ້າຍຂອງນາງ ທ້າວກ້ອງ ຫາຍສາບສູນໄປ ໃນຂນະທີ່ເຮັດວຽກໃນເຮືອ ໃນທະເລ ໃນກາງເດືອນ ພຶສຈິກາ ປີ 2015 ຊຶ່ງພັລຍາຂອງລາວ ທີ່ເປັນຄົນໄທນັ້ນເຊື່ອວ່າ ຖືກຄາດຕະກັມ ຍ້ອນວ່າກ່ອນຕາຍ ອ້າຍຂອງນາງໄດ້ ໂທຣະສັບຫາເມັຽ ຂໍຄວາມຊ່ອຍເຫລືອ ໃຫ້ເຈົ້າຫນ້າທີ່ໄທ ເຂົ້າມາຊ່ອຍລາວ ເນື່ອງຈາກລາວ ຮູ້ສືກວ່າ ຜູ້ຄຸມຄົນງານ ຈະຂ້າລາວຖີ້ມ.
"ປະມານເດືອນຫ້າ ປີ 2015 ມື້ເພິ່ນສິເສັຽ ເພິ່ນກໍໂທມາຫາເມັຽເພິ່ນຕຣອດເລີຍ ເອື້ອຍໄພ້ເພິ່ນເລົ່າຫັ້ນ ໂທມາແລ້ວກາຍໄປສອງຊົ່ວໂມງ ກໍບໍ່ອັນນັ້ນເລີຍ ຄິດຮອດຫັ້ນແຫລະນ່າ ອ້າຍຜູ້ຫາເງິນໃຫ້ໃຊ້ ແລະພວກເອື້ອຍຫັ້ນ ບໍ່ມີເງິນ.
ກ່ຽວກັບບັນຫາດັ່ງກ່າວ ໃນປັດຈຸບັນ ຕຳຣວດພູທອນ ແຂວງເພັດພູລີ ຊຶ່ງເປັນຜູ້ຮັບຜິດຊອບ ໃນຄະດີນີ້ ຍັງບໍ່ສາມາດ ໃຫ້ຄຳເຫັນໃດໆ ເພາະຍັງຢູ່ໃນຂັ້ນຕອນ ການສືບສວນຢູ່ ທາງການຕຳຣວດ ກໍຍັງບໍ່ສາມາດສລຸບໄດ້ວ່າ ເປັນການຄາດຕະກັມ ຍ້ອນບໍ່ເຫັນສົບຂອງຜູ້ກ່ຽວ ອາດເປັນການຫາຍສາບສູນ.
ທ່ານ ສມັກ ທັບທານີ ຜູ້ອຳນວຍການຜແນກປ້ອງກັນ ແລະປາບປາມການຄ້າມະນຸດ ຈາກມູລນິທິສົ່ງເສີມ ຄຸນນະພາບແຮງງານໄດ້ກ່າວ ກ່ຽວກັບເຣື້ຶ້ອງນີ້ ວ່າງຫລັງໆມານີ້ວ່າ ກ່ອນປີ 2018 ທາງການມູລນິທິ ຈະຮື້ຟື້ນຄະດີ ນີ້ຂື້ນມາໃຫມ່ ພ້ອມທັງ ຈະປະສານງານໄປຫາ ກະຊວງແຮງງານ ແລະທາງການຕຳຣວດ ທີ່ແຂວງເພັດບູລີ ໃຫ້ເລັ່ງສືບສວນ ເຣື້ອງແລະສລຸບຜົລເຣື້ອງນີ້ໂດຍໄວ.