ແມ່ຍິງລາວຍັງຖືກຕົວະ ໄປຈີນ
2019.06.04
ໃນຣະຍະ 1 ປີ ຜ່ານມາ ເຈົ້າໜ້າທີ່ລາວ ສາມາດຊ່ວຍເຫຼືອ ແມ່ຍິງລາວອາຍຸແຕ່ 17 ປີ ຫາ 25 ປີ ໄດ້ປະມານ ນຶ່ງຮ້ອຍຄົນທີ່ຕົກເປັນ ເຫຍື່ອ ຂອງການຄ້າມະນຸດ ໃນຈີນ, ຊຶ່ງສ່ວນຫຼາຍເປັນແມ່ຍິງ ຢູ່ທາງພາກເໜືອຂອງລາວ ໂດຍສະເພາະແຂວງຜົ້ງສາລີ ທີ່ຖືກຕົວະໄປ ແຕ່ງງານ ກັບຄົນຈີນ ຍ້ອນຢາກໄດ້ ເງິນມາຊ່ວຍເຫຼືອຄອບຄົວ ແລະ ຢາກມີຊີວິດການເປັນຢູ່ທີ່ດີຂຶ້ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 3 ມິຖຸນາ ນີ້:
“ທີ່ເຮົາຊ່ວຍເຫຼືອມາໄດ້ ຈາກການຖືກຄ້າມະນຸດ ປີນຶ່ງມີຢູ່ປະມານ 90 ຫຼື 100 ຄົນ ບາງປີ ມັນກໍຈະສູງ ບາງປີ ກໍຈະຕໍ່າ ກໍບໍ່ແນ່ນອນ ຊ່ວຍເຫຼືອມາໄດ້ສູງສຸດແມ່ນຈີນ ກັບເກົາຫລີ ຍ້ອນເຂົາເຈົ້າຮູ້ເທົ່າບໍ່ເຖິງການ ບໍ່ມີອາຊີບ ຕ້ອງການເງິນ ບໍ່ມີທາງເລືອກ ບໍ່ມີທາງຫາຣາຍໄດ້ ເຂົາເຈົ້າເລີຍຕັດສິນໃຈໄປ.”
ຈໍານວນຜູ້ຍິງລາວ ທີ່ ຖືກຕົວະຍົວະໄປຈີນນັ້ນ ພວກເຂົາບໍ່ສາມາດ ຂໍຄວາມຊ່ວຍເຫຼືອໄດ້ ເຂົາຖືກນາຍໜ້ານໍາໄປຂາຍຕໍ່ ຖືກຍຶດພາສປອດ ແລະ ຖືກກັກຂັງ ບໍ່ໃຫ້ໄປໃສໄດ້. ທ່ານກ່າວຕື່ມວ່າ ແມ່ຍິງລາວສ່ວນຫຼາຍ ທີ່ຖືກຊົດຊ່ວຍມາໄດ້ ຈາກຈີນ ແລະ ເກົາຫລີໃຕ້ ແມ່ນພວກທີ່ຂໍ ຄວາມຊ່ວຍເຫຼືອ ກັບກົງສູນລາວ ຫຼື ບອກໃຫ້ໝູ່ເພື່ອນ ທີ່ໜີມາໄດ້ ໄປບອກເຈົ້າໜ້າທີ່ ມາຊ່ວຍ:
“ການຊ່ວຍເຫຼືອມາໄດ້ ຍ້ອນເຂົາເຈົ້າໄປແຈ້ງຢູ່ ກົງສູນ ປະເທດທີ່ຖືກຄ້າມະນຸດພຸ້ນ ແຈ້ງສູນວ່າ ຂ້ອຍຖືກຄ້າມະນຸດ ຂ້ອຍຢາກກັບປະເທດ ອັນທີ່ສອງ ແມ່ນຜູ້ທີ່ເຂົາເຈົ້າຊ່ວຍເຫຼືອມາໄດ້ ແລະ ໝູ່ເຂົາເຈົ້າຕິດຕໍ່ມາຕື່ມສິນ່າ."
ຄນະກັມມາທິການ ຕ້ານການຄ້າມະນຸດ ຣະດັບຊາດ ຣາຍງານໃນກອງປະຊຸມ ຕ້ານການຄ້າມະນຸດ ປະຈໍາປີ 2018 ວ່າຜ່ານມາ ມີແມ່ຍິງ ລາວ ຖືກຕົວະຍົວະໄປຈີນ ປະມານ 3 ພັນຄົນ ໃນນັ້ນ 6 ຮ້ອຍຄົນ ໄດ້ໂທຣະສັບຫາກົງສູນລາວ ຢູ່ຈີນ ໃຫ້ຊ່ອຍກັບຄືນ ປະເທດລາວ.
ຕໍ່ແມ່ຍິງລາວ ທີ່ຖືກຊ່ວຍເຫຼືອມາໄດ້ນັ້ນ ເຈົ້າໜ້າທີ່ຈະສືບສວນ ແລະ ຝຶກອົບຮົມ ວິຊາຊີບໃຫ້ ເຊັ່ນ ວິຊາຕັດຫຍິບ ເປັນເວລາ 6 ເດືອນ ຢູູ່ນະຄອນຫຼວງວຽງຈັນ ເພື່ອໃຫ້ພວກເຂົາເຈົ້າ ມີອາຊີບຫາລ້ຽງຕົວເອງ ແລະຄອບຄົວໄດ້.
ທ່ານກ່າວໃນຕອນທ້າຍວ່າ ເຈົ້າໜ້າທີ່ ທາງການລາວ ຢາກກ່າວເຕືອນປະຊາຊົນ ໂດຍສະເພາະ ໃນເຂດຊົນນະບົດ ວ່າຢ່າຫຼົງເຊື່ອຄໍາເວົ້າ ຂອງພວກຄ້າມະນຸດ ຊຶ່ງປັດຈຸບັນ ເຂົາໃຊ້ຫຼາຍວິທີຫຼາຍຮູບແບບ ເຊັ່ນແຈກຢາຍໃບປິວປະກາດຫາຄູ່ ແລະ ຕັ້ງບໍຣິສັດ ຈັດຫາຄູ່ໃນລາວ.