ທ້າວແຫຼ້ ໄດ້ກັບຄືນຫາ ຄອບຄົວ

ສຸພັດຕາ
2020.02.14
F-Laie ທ້າວແຫຼ້ ເຫຍື່ອ ການຄ້າມະນຸດ ເຮືອປະມົງໄທ ທີ່ ໄປຄ້າງຢູ່ເກາະ ປະເທດ ອິນໂດເນເຊັຽ 17 ປີ ໄດ້ກັບຄືນບ້ານ ພົບພໍ້ຄອບຄົວ ແລ້ວ ເມື່ອຕົ້ນເດືອນ ກຸມພາ ນີ້.
RFA

ທ້າວແຫຼ້ ເຫຍື່ອ ການຄ້າມະນຸດ ໃນເຮືອປະມົງໄທ ທີ່ຄ້າງຢູ່ເກາະຕວນ ປະເທດ ອິນໂດເນເຊັຽ ດົນເຖິງ 17 ປີ ໄດ້ພົບພໍ້ຄອບຄົວທີ່ບ້ານ ເກີດ ເມືອງໄຊບູລີ ແຂວງສວັນນະເຂດ ແລ້ວພາຍຫລັງໄດ້ຮັບການຊ່ອຍເຫຼືອຈາກທາງການລາວ, ອົງການສາກົນ ໃນລາວແລະໄທ ທີ່ພາ ເຂົາ ກັບຄືນສູ່ ປະເທດລາວ ແລະຊ່ອຍພາ ເຂົ້າສູນຟື້ນຟູ ສະພາບຈິດໃຈ ໃນນະຄອນຫລວງວຽງຈັນ.

ທ້າວ ແຫລ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກຸມພາ ນີ້ວ່າ ຕົນຮູ້ສຶກດີໃຈ ແລະ ຢາກຂອບໃຈທາງການລາວ ແລະອົງການສາກົນ ທີ່ ຊ່ອຍລາວກັບຄືນບ້ານເກີດ:

“ເອີ໊ ສະບາຍດີຢູ່ ດີໃຈຢູ່ຂ້ອຍໄດ້ກັບເມືອບ້ານ ເອີ໊ ດີໃຈ ຂອບໃຈສະຖານທູດກັບຕໍາຣວດນະ ໝົດຫັ້ນແຫລະ ເອີ໊ ຂອບໃຈ ຂອບເພິ່ນ ຂອບໃຈ ສະຖານທູດນະ ສະຖານທູດໄທ.”

ທ້າວແຫຼ້ ເວົ້າຕື່ມວ່າ ຫລັງຈາກໄດ້ຮັບການຊ່ອຍເຫລືອ ຈາກສະຖານທູດລາວ ປະຈໍາອິນໂດເນເຊັຽ ແລະອົງການສາກົນ ຢູ່ລາວແລະໄທ ກັບຄືນປະເທດລາວ ເມື່ອທ້າຍປີ 2019 ແລ້ວນັ້ນ ພາກສ່ວນກ່ຽວຂ້ອງ ຂອງທາງການລາວ ກໍຊ່ອຍພາເຂົາໄປຢູ່ສູນ ຂອງ ສະຫະພັນ ແມ່ຍິງລາວ ແລະ ກະຊວງແຮງງານ ແລະ ສວັດດີການສັງຄົມ ໃນນະຄອນຫຼວງວຽງຈັນ ເພື່ອ ຟື້ນຟູສະພາບຈິດໃຈ ໄລຍະນຶ່ງ. ເມື່ອ ຟື້ນຟູແລ້ວ ເຈົ້າໜ້າທີ່ກ່ຽວຂ້ອງ ກໍສົ່ງເຂົາເມືອບ້ານ ທີ່ເມືອງ ໄຊບູລີ ເມື່ອຕົ້ນເດືອນກຸມພານີ້ ແລະກໍໄດ້ເຮັດນາ ຊ່ອຍຄອບຄົວ.

ປັດຈຸບັນ ທ້າວແຫຼ້ ຍັງລໍຖ້າການດໍາເນີນຄະດີ ຮຽກຮ້ອງຄ່າຊົດເຊີຍ ຈາກນາຍຈ້າງ ທີ່ຕົ້ວຕົ້ມເຂົາໄປເຮັດວຽກ ຢູ່ເຮືອປະມົງໄທ ເມື່ອ 17 ປີກ່ອນຢູ່ ຊຶ່ງຍັງບໍ່ຮູ້ວ່າຕອນນີ້ ໄປຮອດໃສແລ້ວ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ບໍ່ປະສົງອອກຊື່ ແລະສຽງ ທີ່ເບິ່ງແຍງຄະດີນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງການລາວ ໄດ້ສອບປາກຄໍາ ທ້າວແຫຼ້ ໃນເບື້ອງຕົ້ນແລ້ວ, ແລະຕອນນີ້ ກໍຢາກໃຫ້ທ້າວແຫຼ້ ຟື້ນຟູສະພາບຈິດໃຈຕົນເອງ ແລະໃຊ້ເວລາຢູ່ກັບຄອບຄົວ ກ່ອນ. ເມື່ອສະພາບຈິດໃຈ ດີຂຶ້ນ ກໍຈະເອີ້ນມາສອບຖາມຕື່ມ ແລະ ສົ່ງເຣື່ອງໃຫ້ພາກສ່ວນກ່ຽວຂ້ອງ ໃນປະເທດໄທ ເພື່ອ ດໍາເນີນຄະດີ ຕໍ່ໄປ.

ທ່ານ ສມັກ ທັບທານີ ຫົວໜ້າຜແນກປ້ອງກັນ ແລະປາບປາມ ການຄ້າມະນຸດ ມູນນິທິເຄືອຂ່າຍ ສົ່ງເສີມຄຸນນະພາບຊີວິດແຮງງານ ຫລື LPN ຂອງໄທ ທີ່ເປັນພາກສ່ວນນຶ່ງ ໃນການຊ່ວຍເຫລືອ ທ້າວແຫຼ້ ນັ້ນ ກໍໄດ້ກ່າວຄືກັນວ່າ ຕອນນີ້ ພາກສ່ວນກ່ຽວຂ້ອງ ທັງໄທແລະລາວ ຢາກໃຫ້ ທ້າວແຫຼ້ ໄດ້ໃຊ້ເວລາຢູ່ກັບຄອບຄົວ ໄປກ່ອນ ເພື່ອໃຫ້ສະພາບຈິດໃຈ ດີຂຶ້ນເປັນປົກກະຕິ ຍ້ອນການຮຽກຮ້ອງ ຄວາມເປັນທັມ ໃນຂັ້ນຕໍ່ໄປ ອາດມີການຂຶ້ນສານ, ຫາກ ສະພາບຈິດໃຈຍັງບໍ່ດີ ກໍອາດກະທົບຕໍ່ຄະດີຄວາມໄດ້, ດັ່ງທ່ານກ່າວວ່າ:

“ທ້າວແຫຼ້ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກສະຖານເອກອັຄຣັຖທູດ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ທີ່ກຸງຈາກາຕ໊າ ຕໍາຣວດ ຄ້າມະນຸດ ແລະ ສະຫະພັນແມ່ຍິງລາວ ໃນການສົ່ງໂຕກັບ ປະເທດ ທາງມູນນິທິ LPN ເອງກໍໄດ້ເຂົ້າໄປຕິດຕາມ ກ່ຽວກັບ ການດໍາເນີນ ຄະດີ ຄ້າມະນຸດ ແລະການບັງຄັບໃຊ້ ແຮງງານ. ສະພາບຈິດໃຈ ຕ້ອງຟື້ນຟູ ໃຫ້ແລ້ວເສັດກ່ອນ. ຈາກນັ້ນ ເມື່ອພ້ອມທີ່ຈະໃຫ້ການ ຫລື ໃຫ້ຂໍ້ມູນ ກໍມີຄວາມຈໍາເປັນ ທີ່ຣັຖບານ ທັງ 2 ປະເທດ ຕ້ອງນັດ ປະຊຸມກັນ.”

ອີງຕາມຄໍາເວົ້າຂອງ ທ້າວແຫຼ້ ຕໍ່ເຈົ້າໜ້າທີ່ LPN, ປັດຈຸບັນ ທ້າວແຫຼ້ ອາຍຸ 30 ປີ. ເຂົາຖືກຕົວະມາ ໄທ ແຕ່ອາຍຸ 13 ປີ ແລະຖືກຕົວະ ໄປເຮັດວຽກ ຢູ່ເຮືອປະມົງ ທີ່ອິນໂດເນເຊັຽ ເກືອບ 5 ປີ. ຫລັງຈາກນັ້ນ ເມື່ອທົນຕໍ່ການຖືກທໍາຮ້າຍຮ່າງກາຍຢ່າງ ໜັກໜ່ວງບໍ່ໄດ້ເຂົາຈຶ່ງ ໜີອອກ ຈາກເຮືອໄປຢູ່ປ່າ ຈົນມີຄົນອິນໂດເນເຊັຽ ພົບເຫັນ ແລະຊ່ອຍເຂົາໃຫ້ເຮັດວຽກ ເປັນຊາວສວນ, ເຂົາຈຶ່ງມີຊີວິດລອດ ຢູ່ທີ່ເກາະນັ້ນ ມາຈົນຮອດປີ 2019 ຮວມເວລາໄດ້ 17 ປີ.

ແລະ ນັບແຕ່ໄດ້ພົບ ທ້າວແຫຼ້ ໃນປີ 2016 ຣັຖບານລາວ ໃຊ້ເວລາເກືອບ 4 ປີ ໃນການຕິດຕາມຫາ ພີ່ນ້ອງ ຂອງທ້າວແຫຼ້ ໃນລາວ ເພື່ອມາຢືນຢັນ ວ່າເປັນຄົນລາວແທ້ ແລະກໍພົບ ເມື່ອຕົ້ນເດືອນ ສິງຫາ ປີ 2019 ທີ່ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.