ນາງໄກ່ ໄດ້ກັບເມືອບ້ານແລ້ວ
2017.07.11
ນາງໄກ່ນາຊື່ສົມມຸດ ເດັກນ້ອຍແມ່ຍິງລາວ ຈາກເມືອງມະຫາໄຊ ແຂວງຄຳມ່ວນ ອາຍຸ 15 ປີ ຜູ້ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດໃນໄທ ຫລັງຈາກທີ່ ເຈົ້າຫນ້າທີ່ໄທ ໄດ້ຊ່ອຍ ອອກມາໄດ້ ໃນມື້ວັນທີ 24 ທັນວາ ຜ່ານມາ ແລະໄດ້ພານາງ ໄປບຳບັດຈີດໃຈ ຢູ່ບ້ານເກດຕະການ ແຂວງ ປະທຸມທານີ ເປັນເວລາ 6 ເດືອນ ໄດ້ກັບຄືນບ້ານທີ່ ສປປລາວ ແລ້ວ. ຕາມການເປີດເຜີຍ ຂອງຜູ້ເປັນພໍ່ ຂອງນາງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ:
"ດີໃຈໄດ້ລູກມາ ໄດ້ໄປຮັບເອົາລູກເຮົາແນ່ ດີໃຈແລ້ວລູກມານະ ໄດ້ມາໄດ້ປະມານອາທີດ ກວ່າແລ້ວໃດ ເຈົ້າຫນ້າທີ່ ຢູ່ເມືອງມະຫາໄຊ ໄປຮັບເອົາ ຢູ່ວຽງຈັນ ເພີ່ນໄປເບີກ ຄວາມຊື່ງໆ ເບີກຄວາມກັບສານ ຊື່ໆເພີ່ນສົ່ງຕົວມາຫັ້ນແລ້ວ ເພີ່ນຫາກໍສົ່ງເຣື້ອງ ອີກເທື່ອນື່ງ".
ໃນປັດຈຸບັນ ຄະດີຂອງນາງໄກ່ ຍັງບໍ່ທັນແລ້ວເທື່ອ ແຕ່ເຈົ້າຫນ້າທີ່ໄທ ໄດ້ສົ່ງໃຫ້ນາງກັບບ້ານກ່ອນ ໃນຊົ່ວຣະຍະນື່ງ ຈາກນັ້ນເມື່ອສານ ທີ່ ບາງກອກ ພ້ອມທີ່ຈະດຳເນີນ ຄະດີ ຜູ້ຕ້ອງຫາ ທາງສານກໍຈະເອີ້ນ ນາງໄກ່ ພ້ອມຄອບຄົວ ກັບມາໃຫ້ປາກຄຳ ຕໍ່ສານອີກ ແຕ່ຍັງບໍ່ຮູ້ວ່າ ເວລາໃດ.
ນາງໄກ່ເວົ້າວ່າໃນເວລາ ທີ່ນາງຢູ່ໃນ ສະຖານທີ່ຄຸ້ມຄອງ ບຳບັດຈີດໃຈ ຜູ້ຕົກເປັນເຫຍື່ອ ການຄ້າມະນຸດ ໃນໄທນັ້ນ ເຈົ້າຫນ້າທີ່ໄທ ກໍໄດ້ ຈັດສັນ ໃຫ້ນາງຝຶກອາຊີບ ຕາມທີ່ ນາງມັກ ໃນ ສະຖານທີ່ດັ່ງກ່າວ:
"ກໍດີ ກໍຖືວ່າ ກໍດີຢູ່ ຂະເຈົ້າໃຫ້ແບບຝຶກອາຊີບ ແບບຫຍັງແລ້ວ ຈະເຮັດຫຍັງກໍໄດ້ ແບບເຈົ້າ ຈະຕ່ຳຫູກບໍ ເຮັດຂະຫນົມບໍ ຫລືວ່າເຮັດຫຍັງ ກໍໄດ້ເຮັດ ຈັ່ງຊີ້ຫນ່າ ແຕ່ບໍ່ໄດ້ຮຽນ ຫນັງສື ເພາະວ່າ ມັນບໍ່ມີຄຣູສອນ ຄົນລາວຫັ້ນຫນ່າ".
ເຖິງຢ່າງໃດກໍຕາມ ນາງເວົ້າວ່າຖ້າເລືອກໄດ້ ນາງກໍຈະບໍ່ກັບ ໄປຊອກວຽກ ຢູ່ເມືອງໄທອີກ ຍ້ອນຢ້ານເກີດເຣື້ອງ ນີ້ຂຶ້ນມາອີກໃຫມ່ ໃນໄທ. ນາງໄກ່ ໄດ້ເຂົ້າມາ ເຮັດມາ ເຮັດວຽກ ຢູ່ປະເທດໄທ ໃນເດືອນສງຫາ ປີ 2016 ຕາມຄຳຊັກຊວນ ຂອງຫມູ່ ທີ່ຮູ້ຈັກກັນ ແລະຖືກນາຍຈ້າງ ຄົນໄທ ຮຽກຄ່າໄຖ່ ສອງມື່ນບາດ ຈາກພໍ່ຂອງນາງ ໂດຍອ້າງວ່າ ນາງລັກ ສາຍສ້ອຍຄຳ ນ້ຳຫນັກ ນື່ງບາດ ທັ້ງໆທີ່ນາງບໍ່ໄດ້ ເປັນຄົນລັກ. ຕຳຣວດໄທ ຮ່ວມດ້ວຍຫນ່ວຍງານ ທີ່ິກ່ຽວຂ້ອງ ຫລາຍຫນ່ວຍງານ ໄດ້ເຂົ້າໄປຊອ່ຍນາງ ອອກຈາກ ສະຖານທີ່ ດັ່ງກ່າວ.
ໃນປັດຈຸບັນ ນາຍຈ້າງຖືກປະກັນ ຕົວອອກໄປແລ້ວ ແຕ່ຈະຖືກຂໍ້ຫາ ໃນສາມ ກະໂທງເປັນຕົ້ນ.
ນື່ງ-ໃຊ້ແຮງງານ ເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ
ສອງ-ກັກຂັງຜູ້ອື່ນໂດຍເຈດຕະນາ
ສາມ- ໃຫ້ບ່ອນຢູ່ອາສັຍ ແຮງງານຕ່າງດ້າວ ທີ່ ຜິດກົດຫມາຍໃນໄທ.