ຄົນງານລາວທີ່ຄ້າງຢູ່ເກາະ ປະເທດ ອິນໂດເນເຊັຽ

ມະນີຈັນ
2017.09.17
f-workers ຄົນງານທີ່ເຮັດວຽກ ໃນເຮືອປະມົງຂອງໄທ ທີ່ໄປຈາກຫຼາຍປະເທດໃກ້ຄຽງ
RFA

ຄົນງານລາວທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ໃນເຮືອປະມົງໄທ ໃນເຂດນ່ານນໍ້າ ທະເລ ປະເທດ ອິນໂດເນເຊັຽ ທີ່ຖືກຊ່ວຍໃຫ້ ພົ້ນຈາກ ສະພາບການ ຖືກຄ້າມະນຸດ ອີກຈໍານວນຫລາຍຄົນ ຍັງຄ້າງຢູ່ເກາະຕ່າງໆ ໂດຍສະເພາະ 3 ເກາະ ຄື: ອໍາບົນ ເກາະຕັວນ ແລະ ເກາະເບກິນາ ຂອງ ອິນໂດເນເຊັຽ ບໍ່ຖືກສົ່ງກັບບ້ານເກີດ ທີ່ປະເທດລາວ ໄດ້ເທື່ອ ຍ້ອນລໍຖ້າ ການຢືນຢັນ ສັນຊາດ ຈາກທາງການລາວ ຈາກພີ່ນ້ອງ ຈາກຄອບຄົວຢູ່.

ທ່ານ ສາມາດ ເສນາສຸ ເຈົ້າໜ້າທີ່ ຊ່ວຍເຫລືອຄົນງານປະມົງ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຫລື LPN ກ່າວຕໍ່ RFA ເມື່ອໄວໆມານີ້ວ່າ ມີຄົນງານລາວ ນັບ ເປັນຫົວຮ້ອຍ ທີ່ຍັງບໍ່ສາມາດ ກັບບ້ານໄດ້ ຕ້ອງໄດ້ລໍຖ້າ ໄປຕື່ມອີກ ຍ້ອນວ່າກວ່າຈະ ໄດ້ ເຂົ້າເຖິງ ຄອບຄົວ ຫລືພີ່ນ້ອງ ຜູ້ທີ່ຈະສາມາດ ມາເຊັນຮັບຮອງ ວ່າຜູ້ເຄາະຮ້າຍ ຊາວລາວຄົນນັ້ນໆ ແມ່ນຄົນໃນຄອບຄົວຂະເຈົ້າ ແທ້ຫຼືບໍ່ ນັ້ນຕ້ອງໃຊ້ເວລາຫລາຍ:

"ທີ່ວ່າຄົນລາວ ໄດ້ກັບມາໜ້ອຍ ເພາະວ່າຕອນນີ້ ພະຍານຫລັກຖານ ກ່ຽວກັບຕົວຕົນຂອງເຂົາເອງ ເຮົາຈະສືບ ລໍາບາກເພາະວ່າ ເຮົາກໍແຄ່ ເຈົ້າໜ້າທີ່ ຢູ່ທາງປະເທດໄທ ຕ້ອງປະສານງານ ກັບຂ້າຣາຊການ ຫລື ຍາດພີ່ນ້ອງ ປະສານງານ ກັບຍາດພີ່ນ້ອງ ຂອງເຂົາ ເພາະວ່າເຮົາຢູ່ ຄົນລະຝັ່ງ ມັນກໍເລີຍ ປະສານງານກັນຍາກ ຍັງເຫລືອອີກ ຫລາຍຮ້ອຍຄົນນະ ທີ່ເຂົາ ຍັງລໍຄວາມ ຊ່ວຍເຫລືອຢູ່ ບາງຄົນກໍຍັງ ຢູ່ໃນປ່າ ຢູ່ເລີຍ ບາງຄົນກໍຕ້ອງໄດ້ ເຮັດວຽກງານ ຮັບຈ້າງພໍແລກ ເຂົ້າກິນ ແຕ່ລະມື້ແຕ່ລະມື້".

ແລະການທີ່ ມີຂ້ອນຂ້າງຫຼາຍຂັ້ນຕອນ ຊຶ່ງແຕ່ລະຂັ້ນຕອນ ຕ້ອງໃຊ້ເວລາຮວມທັງບັນຫາ ທີ່ທາງພໍ່ແມ່ ພີ່ີ່ນ້ອງບໍ່ມັກອອກມາ ຮັບຮອງວ່າ ຜູ້ເຄາະຮ້າຍ ຄົນນີ້ເປັນຄົນ ໃນຄອບຄົວ ທີ່ສູນຫາຍໄປ ເມື່ອນັ້ນເມື່ອນັ້ນ ເມື່ອທາງການ ແຈ້ງເຣື່ອງໄປ ຍັງເມືອງ ຫລືທ້ອງຖິ່ນຕ່າງໆ ກໍ ລ້ວນແລ້ວແຕ່ເຮັດໃຫ້ ການຊ່ວຍກັບມາ ຫຍູ້ງຍາກ ແລະແກ່ຍາວ. ແຕ່ເຖິງແນວໃດກໍຕາມ ທາງການລາວ ທາງການໄທ ແລະມູນນິທິ LPN ສາມາດຊ່ວຍເຫລືອ ຄົນລາວ ທີ່ຄ້າງຢູ່ ເກາະ ຂອງອິນໂດເນເຊັຽ ກັບຄືນບ້ານໄດ້ ບໍ່ຮອດ 20 ຄົນໃນຫລາຍປີ ຜ່ານມານີ້.

ທ້າວ ແຫລ້ ອາຍຸ 27 ປີ ຄົນງານລາວ ທີ່ຕົກເປັນຜູ້ເຄາະຮ້າຍ ໃນເຮືອ ປະມົງໄທ ຈາກການຄ້າມະນຸດ ທີ່ຖືກປ່ອຍໄວ້ ຢູ່ເກາະ ຕັວນ ປະເທດ ອິນໂດເນເຊັຽ ດົນເຖິງ 13 ປີຄືຕັ້ງແຕ່ປີ 2004 ກໍເປັນອີກ ກໍຣະນີນຶ່ງ ທີ່ຍັງບໍ່ສາມາດ ກັບຄືນລາວໄດ້ ຍ້ອນຂັ້ນຕອນ ແກ່ຍາວ ແລະບໍ່ມີພີ່ນ້ອງ ຄົນໃດມາຢືນຢັນ ໃຫ້ຂໍ້ມູນກ່ຽວກັບ ເຂົາ ຄືດັ່ງທີ່ໄດ້ເວົ້າ ມານັ້ນ ຕໍ່ກົງສູນລາວ ປະຈໍາກຸງ Jakarta.

ຢ່າງໃດກໍຕາມ ກໍຣະນີຂອງທ້າວແຫລ້ນີ້ ກໍຖືວ່າໂຊກດີຢູ່ ເພາະມີຂ່າວຄືບໜ້າ ແລ້ວກ່ຽວກັບ ຄອບຄົວຂອງເຂົາ. ຕາມຄໍາເວົ້າຂອງ ທ່ານ ສມັກ ທັບທານີ ຜູ້ອໍານວຍການ ຝ່າຍປ້ອງກັນ ສິດ ແລະຕໍ່ຕ້ານການ ຄ້າມະນຸດ ມູລນິທິ LPN.

ທ້າວແຫລ້ ຕາມຄໍາເວົ້າຂອງເຈົ້າໜ້າທີ່ LPN ຜູ້ຖືກຕົວະມາຢູ່ ປະເທດອິນໂດເນເຊັຽ ຕັ້ງແຕ່ອາຍຸ 14 ປີ ຄືເມື່ອ 10 ປີ ປາຍກ່ອນໜ້ານີ້ ຖືກທໍາຮ້າຍ ຮ່າງກາຍ ຫລາຍຄັ້ງ ຈົນສມອງ ບໍ່ປົກຕິ ຈຶ່ງໃຫ້ຂໍ້ມູນ ບໍ່ໄດ້ຫລາຍ ເທົ່າທີ່ຄວນ. ກ່ອນນັ້ນ ທ້າວແຫລ້ ເຄີຍບອກວ່າ ເປັນຄົນ ແຂວງສະຫວັນນະເຂດ. ແຕ່ຕໍ່ມາ ເຂົາບອກວ່າ ເປັນຄົນແຂວງ ຄໍາມ່ວນ ຊຶ່ງຂໍ້ມູນທີ່ໃຫ້ ແຕ່ລະຄັ້ງນັ້ນບໍ່ກົງກັນ ເຮັດໃຫ້ເຈົ້າໜ້າທີ່ທາງ ການລາວ ສືບທາວຫາ ພໍ່ແມ່ພີ່ນ້ອງເຂົາ ໄດ້ຍາກ.

ທ້າວແຫລ້ ເຄີຍຮຽນຢູ່ໂຮງຮຽນ ບ້ານນາຝາຍ ເມືອງໄກສອນ ແຂວງສະຫວັນນະເຂດ, ພໍ່ຊື່ທ້າວ ໂຍ, ແມ່ຊື່ ກອງ, ປ້າຊື່ ມຸນ, ລຸງຊື່ ບົວທອງ, ແມ່ຕູ້ຊື່ ຊົມມາ, ພໍ່ຕູ້ ຊື່ ປານ. ທ່ານ ສາມາດ ເສນາສຸ ກ່າວຕື່ມຕອນນຶ່ງ ກ່ຽວກັບ ຂັ້ນຕອນການຢືນຢັນ ຂອງພໍ່ແມ່-ພີ່ນ້ອງ ວ່າຜູ້ເຄາະຮ້າຍ ຄົນນັ້ນ ເປັນຄົນໃນຄອບຄົວ ຂອງຕົນແທ້ນັ້ນ ແມ່ນໃຊ້ ເວລາຫລາຍ:

"ທີ່ວ່າຄົນລາວໄດ້ກັບໜ້ອຍ ຄືວ່າພະຍານຫລັກຖານ ກ່ຽວກັບຕົວຕົນ ຂອງເຂົາເອງ ເຮົາກະສິສືບລຳບາກ ເພາະເຮົາກະເປັນແຕ່ ເຈົ້າໜ້າທີ່ ຢູ່ປະເທດໄທ ຄືຢູ່ຝັ່ງນັ້ນ ບໍ່ຄືຢູ່ຝັ່ງ ເຮົາທີ່ຮູ້ວ່າ ຢູ່ບ່ອນນັ້ນບ່ອນນັ້ນ ມັນກະ ປະສານງານ ງ່າຍ ເຮົາເຂົ້າໄປ ແຕ່ລະເທື່ອ ກໍປະສານ ກັບ ຣາຊການ ຖ້າເຮົາຢູ່ແຄ່ນີ້ ເຮົາກະບໍ່ແໜ້ນພໍ ເຂົາກະບໍ່ແໜ້ນພໍ ເຮົາກະຂໍ ເອກສານຢູ່ ອິນໂດເນເຊັຽ ກະບໍ່ໄດ້ ກະຍັງຫລາຍ ຮ້ອຍຄົນເຂົາ ຍັງລໍຄວາມ ຊ່ວຍເຫລືອຢູ່".

ທ່ານ ສາມາດ ຜູ້ເຄີຍເປັນຜູ້ເຄາະຮ້າຍໃນເຮືອປະມົງໄທ ກ່າວເຖິງ ກໍຣະນີຄົນງານລາວ ທີ່ ຖືກທາຣຸນ ທີ່ມີຢູ່ 4 ຄົນໃນເຮືອ ລຳດຽວກັນ ກ່ອນທີ່ຖືກຊ່ວຍໄດ້ ນັ້ນວ່າຈື່ ຊື່ບໍ່ໄດ້ ເພາະຫລາຍປີ ຜ່ານມາແລ້ວ. ມີແຕ່ຈື່ວ່າ ຄົນງານລາວ ນັ້ນຖືກຕີ, ເຈັບ ເຮັດວຽກ ບໍ່ໄດ້:

"ຄົນລາວບໍ່ສະບາຍ ແບບວ່າເຂົາເຈີອວນຖືກແຂນ ມັນເຈັບບໍ່ເຮັດບໍ່ໄດ້ ຄົນອື່ນກະເຮັດງານຢູ່ ເຂົາກໍເອີ້ນມາ ລະຫຼັງຈາກນັ້ນ ເຂົາກະເຮັດ ບໍ່ໄດ້ລະ ຫົວໜ້າໜ່ວຍງານ ຄົນອ້ວນນະເຂົ້າມາ ທໍາຮ້າຍຮ່າງກາຍ ຕີດ້ວຍຂອງແຂງ ດ້ວຍເຫລັກ ແປັບສໍາລັບ ເອົາໄວ້ລຽງປາ ໃນຫ້ອງ ຟຣີດ ທີ່ນີ້ເຂົາເລີຍຕີ ແບບມືໜັກ ມືໜັກແຮງ ຈົນແບບວ່າເຂົາ ຕາຍເລີຍ ໂຍນຖີ້ມລົງນໍ້າ ເຂົາວ່າຕາຍແລ້ວ ເຂົາປະໃຫ້ນອນຢູ່ ຫັ້ນເລີຍ ດົນເຕີບ ຄິດວ່າຕາຍແລ້ວ".

ຄົນງານລາວ ທີ່ຖືກຈັບໂຍນລົງນໍ້າ ຕາມຄໍາເວົ້າຂອງ ທ່ານ ສາມາດ ແລ້ວ ແມ່ນວ່າ ເປັນຄົນດີ ດຸໝັ່ນ:

"ຄົນລາວທີ່ວ່າຕາຍໄປນັ້ນ ກໍຂຍັນ ແຕ່ມື້ນັ້ນ ເຂົາໄດ້ຖືກຂ້າ ເຂົາເຮັດງານບໍ່ໄດ້ ມືປ່ອບອວນໄປ ມືເຂົາໄປໂດນ ອວນເກາະລະກະຄ້າຍໆ ມືຜົມ ໂດນເກາະລະກະເສັຽມື ເຂົາຍັງປວດ ທັງຍັງເຮັດວຽກ ບໍ່ໄດ້ມັນບວມ ເຂົາເອີ້ນລົງມາ ກະລົງມາຢູ່ເຂົາກະເຮັດ ງານຊ້າ ຫົວໜ້າ ໜ່ວຍງານ ຍ່າງມາທາງໃດ ກໍບໍ່ຮູ້ ເອົາເຫລັກຟາດ ຕອນແລກ ກະນຶກວ່າສລົບ ກະປ່ອຍ ໄປຫລາຍຊົ່ວໂມງ ກະຄືບໍ່ຕື່ນ ກະຂຽວ ກະຫຍັງຂຶ້ນ ກະເລີຍບອກວ່າ ຕາຍແລ້ວ ຢ່າເອົາເຂົ້າຝັ່ງ ດຽວເດືອດຮ້ອນ ກໍໂຍນລົງນໍ້າ ຂະນະທີ່ ເຮືອວິ້ງ ແລ່ນໄປຫາ ຈຸດລ່າປາທົ່ວໄປ ເລີຍໂຍນລົງນໍ້າ ໄປເລີຍ".

ນີ້ເປັນກໍຣະນີ ທີ່ຈື່ບໍ່ລືມ ທ່ານສາມາດ ກ່າວ.

ໃນຕອນທ້າຍຂອງການສັມພາດ ທ່ານ ສາມາດ ກໍຮຽກຮ້ອງໃຫ້ ອໍານາດການປົກຄອງບ້ານ, ໃຫ້ທາງພໍ່ແມ່ ພີ່ນ້ອງຂອງ ຜູ້ເຄາະຮ້າຍ ຮັບຮອງເອົາ ຜູ້ເຄາະຮ້າຍ ຖ້າແມ່ນຈິງ ຫາກມີການ ແຈ້ງຂ່າວໄປໃຫ້ຮູ້:

"ຜົມກະຢາກໃຫ້ ທາງຜູ້ໃຫຍ່ບ້ານ ທາງລາວ ຊາວບ້ານ ທີ່ຄິດວ່າ ຍາດພີ່ນ້ອງລູກຫລານ ເຈົ້າຂອງ ຫາຍໄປຄັນມີ ການຕິດຕໍ່ ກະຢາກໃຫ້ ຄວາມຮ່ວມມືກັບ ທາງຣາຊການໄທ ກັບມູນນິທິ ເພື່ອສິໄດ້ສືບວ່າ ເຂົາຢູ່ ລຳບາກມາກ ບາງຄົນ ກະຍັງຢູ່ໃນປ່າ ຢູ່ເລີຍ. ບາງຄົນຍັງໄດ້ ຮັບຈ້າງ ພໍແລກເຂົ້າກິນ ແຕ່ລະມື້ ແຕ່ລະມື້ ບໍ່ແມ່ນວ່າ ສິໄດ້ກິນ 2-3 ຄາບ ບາງມື້ຄາບດຽວ ບາງມື້ບໍ່ໄດ້ ກິນເລີຍ ຖ້າບໍ່ມີແຮງ ເຮັດວຽກງານ ເວົ້າລະຄືວ່າ ອົດມື້ກິນມື້ ໃຫ້ຊ່ວຍໃຫ້ເຂົາ ໄດ້ກັບບ້ານເກີດ ເມືອງນອນ ຜົມກະເປັນ ຄົນໄທ ແຕ່ຜົມກະຢາກ ໃຫ້ໝູ່ພວກ ໄດ້ກັບມາບ້ານ ໃຫ້ມີຄວາມສຸກ ກັບຄອບຄົວ ດຽວນີ້ຜົມໄດ້ ກັບມາແລ້ວ ກໍຮູ້ສຶກວ່າມັນ ມີຄວາມສຸກ ກັບຄອບຄົວ ກະແມ່ນ ຄວາມສຸກແບບໃດ ເຂົາກະມີ ຄວາມສຸກ ແບບຜົມ ຂໍ້ນີ້ຜົມ ກໍຢາກຝາກໃຫ້ ຊ່ວຍເຫລືອ ເຂົາໄດ້ກັບບ້ານ ຕອນນີ້ຍັງ ມີຫລາຍຄົນ ກຳລັງ ຂໍຄວາມຊ່ວຍເຫລືອຢູ່".

ຖ້າເວົ້າຮວມແລ້ວ ໃນລະຍະທີ່ຜ່ານມາ ມູນນິທິ LPN, ທາງການໄທ ແລະທາງການ ປະເທດຕົ້ນທາງຕ່າງໆ ສາມາດຊ່ວຍ ຄົນງານ ທີ່ຕົກຄ້າງຢູ່ເກາະ ອິນໂດເນເຊັຽ ໄດ້ 2,250 ຄົນ. ໃນນັ້ນມີຄົນໄທ 613 ຄົນ, ພະມ່າ 628 ຄົນ, ກັມພູຊາ 65 ຄົນ ຂະນະທີ່ ຄົນລາວ ມີພຽງ 14 ຄົນ ຍ້ອນການປະສານງານ ຢູ່ໃນປະເທດລາວ ມີຄວາມຫຍູ້ງຍາກ ແລະໃຊ້ເວລາດົນ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.