ປະຊາຊົນຮຽກຮ້ອງໃຫ້ເພີ່ມ ໂຄສະນາ ຕ້ານຄ້າມະນຸດ

ສຸພັດຕາ
2019.11.20
F-HT ຫ້ອງການປາບປາມ ຢາເສພຕິດແລະອາຊຍາກັມ ຂອງອົງການສະຫະປະຊາຊາຕ ໄດ້ອອກໂຄສະນາ ຕ້ານການຄ້າມະນຸສ ທຸກຮູປແບບ
UNODC

ປະຊາຊົນ ບ້ານແສນສີ ເມືອງແບງ ແຂວງອຸດົມໄຊ ຮຽກຮ້ອງໃຫ້ທາງການ ອອກໂຄສະນາຕ້ານການຄ້າມະນຸດ, ພາຍຫຼັງທີ່ ແມ່ຍິງເຜົ່າມົ້ງ ພາຍໃນບ້ານ ອາຍຸ 15-16 ປີ ຈໍານວນ 3 ຄົນ ຖືກຄົນຈີນ ຕົວະແຕ່ງງານແລ້ວຫາຍໂຕໄປ ໃນເວລາໄລ່ເລັ່ຽກັນ ໂດຍບໍ່ຮູ້ສາເຫດ ແລະ ບໍ່ໄດ້ຕິດຕໍ່ພໍ່ແມ່ ມາໄດ້ປະມານ 1 ປີແລ້ວ, ອີງຕາມຄໍາເວົ້າຂອງປະຊາຊົນ ບ້ານແສນສີ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີວ່າ:

“ຕາມຮູ້ໂຕຈິງນັ້ນ 3 ຄົນເນາະ ໂອ້ ກະຫາຍໂຕ ມັກນໍາຈີນຫ່ັ່ນນາ ແລະເປັນແມ່ຍິງໄປນໍາກັນຫັ່ນນາ ຂະເຈົ້າເອົາຜົວ ກໍຊິມີການແຕ່ງດອງ ມີອັນນັ້ນ ກໍຫາຍໂຕແລ້ວນີ້ນ່າ ຈິດໃຈຢາກໃຫ້ມີໂຄສະນາ ໃຫ້ຄົນທີ່ວ່າຄ້າມະນຸດ ດຽວນີ້ຢາກໃຫ້ຮູ້ວ່າຜົນຮ້າຍ ທຸກມື້ນີ້ບໍ່ວ່າຊິໝົດ ລູກຫຼານ ກໍມີຫຼາຍ ຖ້າເປັນແບບນີ້ ຕໍ່ໜ້າກໍສິມີຂາຍໄປຕື່ມອີກ ໂອ້.”

ທ່ານກ່າວຕື່ມວ່າ ກ່ອນທີ່ແມ່ຍິງ ທັງສາມຄົນນີ້ ຈະຫາຍໂຕໄປນັ້ນ, ພວກນາງ ໄດ້ໄປເຮັດວຽກຢູ່ສວນກ້ວຍຈີນ ແລ້ວຮັກມັກກັບຄົນຈີນ ທີ່ເຮັດວຽກບ່ອນດຽວກັນ ຈຶ່ງໃຫ້ຜົວຈີນ ໄປສູ່ຂໍນາງກັບພໍ່ແມ່ ຕາມຮີດຄອງປະເພນີ ຊົນເຜົ່າມົ້ງ ຄ່າດອງ 30 ລ້ານກີບ, ຫຼັງຈາກນັ້ນ ພວກນາງ ກໍໄປຢູ່ກັບຜົວຈີນ ບໍ່ໄດ້ຕິດຕໍ່ຫາພໍ່ແມ່ ແລະບໍ່ໄດ້ເຮັດເອກກະສານແຕ່ງງານ ກັບຄົນຈີນນັ້ນ ແບບຖືກຕ້ອງຕາມກົດໝາຍລາວ.

ຕໍ່ກັບເຫດການນີ້ ປະຊາຊົນ ເຜົ່າມົ້ງ ຢູ່ບ້ານແສນສີ ກ່າວວ່າ ປະກົດການ ແມ່ຍິງເຜົ່າມົ້ງ ຢູ່ພາຍໃນບ້ານ ຫາຍໂຕໄປກັບຄົນຈີນນັ້ນບໍ່ເຄີຍ ເກີດຂຶ້ນມາກ່ອນ ຫາກະເກີດຂຶ້ນ 1 ປີ ຜ່ານມານີ້ ແລະກັງວົນວ່າຕໍ່ໜ້າ ຢ້ານວ່າຈະມີແມ່ຍິງຖືກຄົນຈີນຕົວະໄປອີກ ຍ້ອນຣະຍະນີ້ ມີຄົນຈີນ ເຂົ້າມາທ່ຽວພາຍໃນບ້ານຫຼາຍຂຶ້ນ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ເມືອງແບງ ກ່າວວ່າ ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ລົງໄປ ໂຄສະນາ ເຕືອນພັຍຄ້າມະນຸດ ຈາກຄົນຕ່າງປະເທດ ພາຍໃນບ້ານແສນສີແລ້ວ, ແຕ່ຊາວບ້ານ ບໍ່ຢູ່ບ້ານ. ດັ່ງທີ່ທ່ານກ່າວວ່າ:

“ປີກາຍກໍລົງຢູ່ ແຕ່ວ່າ ສ່ວນຫຼາຍຂະເຈົ້າບໍ່ຢູ່ບ້ານນະ ນາງ ຂະເຈົ້າໄປຢູ່ສນາມ ເຮັດເປັນປາງ ແຕ່ລະຈຸດ ແຕ່ລະບ່ອນ ຂະເຈົ້າອາຈບໍ່ໄດ້ ເຕົ້າໂຮມກັນຢູ່ ໃນນັ້ນ ເພາະວ່າ ກ່ອນຈະລົງໄປ ຈະເຮັດແຈ້ງເຖິງການປົກຄອງບ້ານ ທາງຫ້ອງການ ແມ່ຍິງ ເຮົາກໍໄດ້ ໂທນັດຕື່ມເນາະ ຄືວ່ານັ້ນແຫຼະ ມັນຢູ່ຫຼາຍຈຸດ ຫຼາຍບ່ອນ ມັນຈະພົບຄວາມຫຍຸ້ງຍາກ.”

ສ່ວນເຈົ້າໜ້າທີ່ຕໍາຣວດ ຫ້ອງການສະກັດກັ້ນ ຕ້ານການຄ້າມະນຸດ ເມືອງແບງ ກ່າວວ່າ ຕໍາຣວດກໍກໍາລັງສໍາຣວດກວດກາຢູ່, ດັ່ງທ່ານກ່າວ ໃນມື້ດຽວກັນນັ້ນວ່າ:

“ຈໍານວນດັ່ງກ່າວແຫຼະ ທຸກມື້ນີ້ ທາງອ້າຍນ້ອງ ເຂົາກໍາລັງກວດຄົ້ນ ກໍາລັງກວດກາລາຍຊື່ ແຕ່ລະບ້ານ ທີ່ວ່າໄປແບບບໍ່ຖືກຕ້ອງ ຜ່່່ານຣະຍະ ຈັກເດືອນຈັກປີ ທາງຄອບຄົວຕິດຕໍ່ບໍ່ໄດ້ ມາແລ້ວຮູ້ແລ້ວ ກໍສລຸບຈໍານວນດັ່ງກ່າວ ແລ້ວກໍສົ່ງໃຫ້ຫ້ອງການ ຕ່າງປະເທດຂອງລາວ ແລ້ວຈັ່ງ ເຊັກລາຍຊື່ ມາໃຫ້ຫ້ອງການຕ່າງປະເທດຈີນ.”

ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ຕໍາຣວດ ຫ້ອງການສະກັດກັ້ນ ຕ້ານການຄ້າມະນຸດເມືອງແບງ ແຂວງ ອຸດົມໄຊ ແລ້ວແມ່ນວ່າ ແມ່ຍິງລາວ ທີ່ແຕ່ງງານກັບຄົນຕ່າງປະເທດ ຕາມປະເພນີ, ແຕ່ບໍ່ເປັນທາງການ ຫຼືບໍ່ຖືກຕ້ອງຕາມກົດໝາຍລາວນັ້ນມີຫຼາຍ ແລະ ເຈົ້າໜ້າທີ່ ກໍບໍ່ສາມາດ ຕິດຕາມຊ່ອຍເຫຼືອໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.