ອຸດົມໄຊຕ້ານກຸ່ມຄ້າ ມະນຸດ
2016.02.26
ທາງການ ເມືອງນາໝໍ້ ແຂວງ ອຸດົມໄຊ ໂຄສະນາ ກ່ຽວກັບ ອັນຕະລາຍ ຂອງ ກຸ່ມ ຄ້າມະນຸດ ໃຫ້ ແມ່ຍິງ ມີສະຕິ ຣະວັງຕົວ ພາຍຫລັງ ທີ່ມີ ແມ່ຍິງ 3 ຄົນ ຖືກ ຫຼອກໄປ ຈີນ ແລ້ວລັກໜີ ອອກມາໄດ້ ໂດຍ ຄວາມຊ່ວຍເຫລືອ ຈາກ ເຈົ້າໜ້າທີ່ ຈີນ ແລະ ໄດ້ຖືກສົ່ງ ກັບຄືນມາ ສປປລາວ ເມື່ອ 2 ປີ ກ່ອນ. ດັ່ງ ເຈົ້າໜ້າທີ່ ເມືອງ ນາໝໍ້ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 25 ກຸມພາ 2016 ນີ້ວ່າ:
"ເພາະວ່າ ໂຕນີ້ຫັ້ນ ພວກເຮົາ ກະມີການ ຄຸ້ມຄອງ ມີການລົງໄປ ເຜີຍແພ່ ລົງສຶກສາ ອົບຮົມ ໃຫ້ຂະເຈົ້າ ແຕ່ລະເຂດ ແຕ່ລະຈຸດ ຫັ້ນນະ ກະມີ ຄວາມເຂົ້າໃຈ ວ່າ ເຊື່ອມຊຶມ ຫຼາຍຂຶ້ນແລ້ວ ເນາະ ແຕ່ກີ້ຫັ້ນ ພວກເຮົາ ກໍລົງໄປແບບ ບໍ່ທົ່ວເຖິງ ເວົ້າເຣຶ່ອງ ທາງດ້ານ ງົບປະມານ ຕ່າງໆຫັ້ນ".
ນາງ ເລົ່າວ່າມີ ແມ່ຍິງ ເມືອງນາໝໍ້ 3 ຄົນຖືກ ພວກນາຍໜ້າ ຄ້າມະນຸດ ເຂົ້າມາ ຕົວະຍົວະວ່າ ຈະພາໄປ ເຮັດວຽກຢູ່ ຈີນ ມີຣາຍໄດ້ ດີ. ແຕ່ເມື່ອໄປຮອດ ຈີນ ແລ້ວ ຖືກບັງຄັບ ໃຫ້ແຕ່ງດອງ ກັບ ຄົນຈີນ, ຖືກ ໃຊ້ວຽກໜັກ ຢູ່ ໃນຄອບຄົວ ແລະ ຖືກຂູ່ວ່າ ຈະຂາຍໃຫ້ ຮ້ານບັນເທີງ. ແຕ່ຕໍ່ມາ ແມ່ຍິງທັງ 3 ຄົນ ກໍໜີ ອອກມາໄດ້. ໃນ ຈໍານວນ 3 ຄົນນັ້ນ ຜູ້ນຶ່ງມີລູກ ກັບຄົນ ຈີນ ແລະ ໄດ້ປະ ລູກມາ.
ເມືອງນາໝໍ້ ແຂວງ ອຸດົມໄຊ ຕິດກັບ ຊາຍແດນ ຈີນ ດັ່ງນັ້ນ ຈຶ່ງ ມີຊາວຈີນ ເດີນທາງ ເຂົ້າອອກຫຼາຍ ໃນແຕ່ລະມື້, ແລະ ເຈົ້າໜ້າທີ່ ກໍເຊື່ອວ່າ ພວກນາຍໜ້າ ຄ້າມະນຸດ ຍັງຊອກຫາ ແມ່ຍິງລາວ ຢູ່ຕາມເຂດ ຊົນນະບົດ ເພື່ອຫຼອກ ໃຫ້ ໄປແຕ່ງດອງ ກັບ ຄົນຈີນ ຊຶ່ງ ຜູ້ເປັນພໍ່ແມ່ ບາງຄອບຄົວ ກໍເຫັນດີ ໃຫ້ລູກສາວ ຂອງຕົນ ແຕ່ງດອງ ກັບຄົນ ຈີນ ແລ້ວ ໄປນໍາເຂົາ ໂດຍ ບໍ່ຮູ້ເຖິງ ພັຍ ອັນຕະລາຍ ທີ່ ຈະເກີດຂຶ້ນ ກັບ ລູກສາວ ຂອງຕົນ.