ຄົນງານລາວ ຢູ່ສາມຫຼ່ຽມຄຳ ຍັງລໍການຊ່ອຍເຫຼືອ

ຈຳປາທອງ
2022.01.04
ຄົນງານລາວ ຢູ່ສາມຫຼ່ຽມຄຳ ຍັງລໍການຊ່ອຍເຫຼືອ ເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021.
RFA

ຄົນງານລາວຫຼາຍຄົນ ທີ່ຖືກຕົວະໄປເຮັດວຽກຢູ່ເຂດເສຖກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕ້ອງການກັບບ້ານ ແຕ່ຍັງບໍ່ໄດ້ຮັບການຊ່ອຍເຫຼືອ ເຖິງແມ່ນວ່າທາງການລາວ ຈະໄດ້ອອກແຈ້ງການ ສະບັບເລກທີ 1141/ຫສນຍ ລົງວັນທີ 7 ກັນຍາ 2021 ວ່າດ້ວຍມາຕການສະເພາະໜ້າ ເພື່ອຈັດຕັ້ງປະຕິບັດໃນການແກ້ໄຂບັນຫາແຮງງານ ຢູ່ເຂດເສຖກິດພິເສດສາມຫລ່ຽມຄໍາ ແລ້ວກໍຕາມ, ອີງຕາມຄໍາເວົ້າຂອງແມ່ຍິງລາວ ອາຍຸ 19 ປີ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຜູ້ເຄີຍຖືກຕົວະໄປເຮັດວຽກ ຕອບ chat ລູກຄ້າຢູ່ໃນເຂດເສຖກິດພິເສດດັ່ງກ່າວ ຕໍ່ວີທຍຸເອເຊັຍເສຣີ ໃນມື້ວັນທີ 4 ມົກກະຣານີ້.

ນ້ອງກໍມີໝູ່ຫຼາຍຄົນ ເຂົາຢູ່ນັ້ນເນາະ ກໍຢາກໃຫ້ເຂົ້າໄປຊ່ອຍ ມີບາງຄົນໄປຢູ່ນັ້ນ ເຂົາກໍບໍ່ໄດ້ເຂົ້າກິນເນາະ ກໍຢາກໃຫ້ເຂົານີ້ຊ່ອຍ ອອກມາບໍ່ໄດ້ ຕ້ອງໄດ້ຕິດຕໍ່ສະເພາະກິດເຂົາເນາະ ແລ້ວຖ້າເຮົາບໍ່ຕິດຕໍ່ສະເພາະກິດເຂົາ ແລ້ວກໍເຮົາຕ້ອງເອົາເງິນຈ້າງເຂົາເຮັດເອກສານໃຫ້ເຮົາອອກມາ.

ສາເຫດ ທີ່ເຮັດໃຫ້ຊາວໜຸ່ມລາວ ຊຶ່ງຖືກຕົວະໄປເຮັດວຽກຢູ່ໃນເຂດນັ້ນ ບໍ່ສາມາດເດີນທາງກັບບ້ານໄດ້ ແມ່ນເປັນຍ້ອນຖືກບັງຄັບໃຫ້ເຮັດວຽກເພື່ອໃຊ້ໜີ້ 100,000 ຢັວນ ຫຼືປະ ມານ 176 ລ້ານກີບ ທີ່ນາຍໜ້າຊ່ອຍແລ່ນເອກສານໃຫ້ໄດ້ເຂົ້າໄປເຮັດວຽກຢູ່ໃນເຂດດັ່ງ ກ່າວ ດັ່ງຊາວນະຄອນຫລວງວຽງຈັນ ອາຍຸ 27 ປີ ຜູ້ເຄີຍຖືກຕົວະໄປເຮັດວຽກແບບດຽວກັນນັ້ນ ອີກນາງນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ:

ຫຼາຍແຮງ ເຮົາກໍຊ່ວຍຫຍັງບໍ່ໄດ້ ກໍຍ້ອນມັນເຂົ້າໄປແລ້ວມັນອັ້ນ ເຈົ້າເຂົ້າມາແລ້ວຈະຕ້ອງ ເຮັດວຽກໃຊ້ໜີ້ໃຫ້ຂ້ອຍໄດ໊ ຂ້ອຍໃຫ້ເຈົ້າມາແລ້ວ ຂ້ອຍກະບໍ່ໄດ້ບັງຄັບໃຫ້ເຈົ້າມາ ເຕັມໃນມາເອງ ຄືດຽວນີ້ພວສກທີ່ວ່າໄປພ້ອມຂ້ອຍຫັ້ນ ຂະເຈົ້າກໍຢາກກັບແດ່ ແຕ່ວ່ານາຍໜ້າ ເພິ່ນກໍເວົ້າຄ່າແນວນັ້ນແຫລະ ຜູ້ໃດສິກັບຫັ້ນນ່າ ເອົາເງິນມາໃຫ້ບໍຣິສັດຄົນລະແສນຢັວນ ຊ່ວຍຍາກ ຄືຫຼາຍຄົນເວົ້າຫັ້ນລະ ຊ່ວຍຍາກເພາະວ່າມັນຖືກກັບດັກ ຊອງເຂົາແລ້ວເດ໋.

ແລະຄົນລາວຢູ່ເມືອງຕົ້ນເຜິ້ງ ທີ່ເຄີຍເຂົ້າໄປເຮັດວຽກເປັນກັມກອນ ຢູ່ໃນເຂດນັ້ນອີກຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ຂະບວນການຕົວະຄົນງານລາວ ໄປເຮັດວຽກຢູ່ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ມີມາໄດ້ຫຼາຍເດືອນແລ້ວ ແລະມີຜູ້ຖືກເຄາະຮ້າຍຈໍານວນນຶ່ງໄດ້ອອກມາເປີດເຜີຍຄວາມຈິງ. ແຕ່ໜ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂບັນຫານັ້ນໄດ້ຢ່າງຈິງຈັງ ໂດຍສະເພາະພວກນາໜ້າ ທັງຄົນຈີນ ແລະຄົນລາວ ທີ່ຍັງໂພສຂໍ້ຄວາມຜ່ານສື່ສັງຄົມອອນລາຍ ເພື່ອຕົວະຄົນລາວເຂົ້າໄປເຮັດວຽກ ຕອບ chat ລູກຄ້າຢູ່ໃນເຂດນັ້ນ.

ເອົາເທົ່າທີ່ເຫັນນີ້ ຄື ບໍ່ຄ່ອຍມີການເຄື່ອນໃຫວຫຍັງເລີຍ ທັງໆທີ່ມີຜູ້ເສັຽຫາຍອິຫຍັງ ເຂົາອອກມາສະແດງໂຕຫຼາຍປານນີ້ແລ້ວ ຂະເຈົ້າແລ່ນເຣື່ອງໄປເຖິງຂນາດນັ້ນແລ້ວ ວ່າມັນມີການຄ້າມະນຸດແບບໂຈ່ງແຈ້ງແບບນັ້ນແລ້ວ ເປັນຫຍັງເຂົາບໍ່ຊອກສອບສືບສວນຕໍ່ ຖ້າມີຄົນຮ້ອງຮຽນມາ ແບບຕໍ່ໜ້າແບບນັ້ນແລ້ວ ມັນໜ້າຈະເຂົ້າໄປຊ່ອຍໄດ້ອກຫຼາຍຄົນ ມັນບໍ່ຄວນຈະແມ່ນປະຊາຊົນທີ່ວ່າ ອອກມາແລ່ນເຣື່ອງ ອອກມາດີ້ນຮົນເອງ. 

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ມົກກະຣານີ້ວ່າ ສາເຫດທີ່ເຮັດໃຫ້ຄົນງານລາວ ຕ້ອງການເດີນທາງກັບບ້ານ ແມ່ນຍ້ອນພວກເຂົາເຈົ້າເຮັດວຽກໄປແລ້ວ 3-4 ເດືອນ ແຕ່ບໍ່ໄດ້ເງິນ. ແລະຍັງມີອີກຈໍານວນນຶ່ງ ຖືກຕົວະໃຫ້ກັກຕົວຢູ່ໃນເຂດນັ້ນຫຼາຍເດືອນ ໂດຍທີ່ນາຍໜ້າບໍ່ມີວຽກໃຫ້ເຮັດ.

ກັບຫຼາຍເຕີບ ດຽວນີ້ມີຢູ່ ຂະເຈົ້າໄປລົງທະບຽນຢູ່ ຂະເຈົ້າທະຍອຍກັບ ນຶ່ງມາກະສິແມ່ນແນວນັ້ນແຫລະ ກໍຄືບໍ່ໄດ້ເງິນເດືອນ ສອງມາມັນເວລາໄປກໍບໍ່ສູ້ສິເຮັດວຽກຫຍັງນໍ໋ ແນວນັ້ນຫັ້ນແຫລະເພາະວ່າ ຜ່ານມາ ບາງຄົນກໍອາຈຖືກຕົວະ ລັກໄປ ບາງຄົນກໍອາຈຜ່ານຜແນກແຮງງານເຮົານີ້ ມັນຈະບໍ່ມີບັນຫາຫຍັງເນາະ ຜ່ານແຮງງານເຮົານີ້ ມັນຈະມີຣາຍຊື່ໝົດວ່າ ບໍຣິສັດຈັດຫາງານອັນໃດເອົາເຂົ້າໄປ ຫັ້ນນ່າ.

ອີງຕາມບົດສລຸບຂອງກອງປະຊຸມປຶກສາຫາຣື ກ່ຽວກັບການຂຶ້ນທະບຽນ ແລະກວດກາສຸຂພາບຄົນງານ ຢູ່ເຂດເສຖກິດພິເສດສາມຫລ່ຽມຄໍາ ນໍາໂດຍກະຊວງແຮງງານ ແລະສວັດດິການສັງຄົມ ເມື່ອວັນທີ 27 ພຶສຈິກາ 2021, ໃນໄລຍະທີ່ຜ່ານມາ ການນໍາໃຊ້ແຮງງານໃນເຂດເສຖກິດພິເສດສາມຫລ່ຽມຄໍາ ຍັງບໍ່ເປັນໄປຕາມກົດໝາຍ ແລະຣະບຽບການແຮງງານ. ຍ້ອນເຫດນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈຶ່ງບໍ່ສາມາດເຂົ້າໄປຕິດຕາມໄດ້ຢ່າງທົ່ວເຖິງ, ເຮັດໃຫ້ຄົນງານສ່ຽງທີ່ຈະຖືກເອົາປຽບ ຊຶ່ງອາຈກາຍເປັນບັນຫາການຄ້າມະນຸດ ຫຼືບ່ອນເຄື່ອນໄຫວຂອງພວກຄົນບໍ່ດີຕາມມາ. ເຖິງແມ່ນວ່າ ທີ່ຜ່ານມາ ທາງໜ່ວຍງານທີ່ກ່ຽວຂ້ອງ ຈະພະຍາຍາມປະຕິບັດຕາມຄໍາສັ່ງຂອງນາຍົກຣັຖມົນຕຣີ ສະບັບເລກທີ 62/ນຍ ເພື່ອແກ້ໄຂບັນຫາຄົນຕ່າງປະເທດ ເຂົ້າມາເຄື່ອນໄຫວຢູ່ໃນປະເທດລາວ ແບບບໍ່ຖືກຕ້ອງຕາມກົດໝາຍ, ແຕ່ກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ເວົ້າໃນມື້ວັນທີ 4 ມົກກະຣານີ້ວ່າ ທາງໜ່ວຍງານທີ່ກ່ຽວ ຂ້ອງ ກໍພະຍາຍາມຊ່ອຍເຫຼືອໃຫ້ຄົນງານລາວ ທີ່ຖືກຕົວະເຂົ້າໄປເຮັດວຽກຢູ່ໃນເຂດເສຖກິດພິເສດນັ້ນຢູ່ຕລອດ, ແຕ່ກໍຕ້ອງໄດ້ລໍຖ້າການຊ່ອຍເຫຼືອຕາມລໍາດັບ ເນື່ອງຈາກມີຄົນງານລາວຈໍານວນຫຼາຍ ຕ້ອງການກັບບ້ານ.

ມີແຕ່ສໍາເນົາບັດປະຈໍາໂຕ ແລ້ວກໍແຈ້ງເມືອໄດ້ເລີຍເນາະ ກໍມີຜູ້ຢາກເມືອແຕ່ຜູ້ມາກໍມີ ຕາມຄວາມສາມາດຫັ້ນນ່າເນາະ ພະນັກງານເຮົາກໍມີ ຈໍາກັດເນາະ ຜູ້ໃດຕ້ອງການເມືອງ ກໍເມືອຕາມລໍາດັບເນາະ ກໍລົງ ທະບຽນເມືອຕາມລໍາດັບ. ດຽວນີ້ເຮົາກໍບໍ່ໄດ້ໃຫ້ລົງທະບຽນແລ້ວ ເຮົາກໍໃຫ້ເພິ່ນສາມາດເຂົ້າເມືອງໄດ້ເລີຍ.

ບຸກຄົນໃດ ທີ່ຕ້ອງການກັບບ້ານ ໃຫ້ນໍາເລກບັດປະຈໍາຕົວ ຫຼືປຶ້ມສໍາມະໂນຄົວ, ຊື່ບໍຣິສັດ, ບ່ອນພັກເຊົາປັດຈຸບັນ ແລະເບີໂທຣະສັບຂອງຕົນເອງ ມາຂຶ້ນທະບຽນນໍາຄະນະຄຸ້ມຄອງເຂດເສຖກິດພິເສດສາມຫລ່ຽມຄໍາ ໂດຍຈະບໍ່ມີຄ່າໃຊ້ຈ່າຍໃດໆ ແລະຢ່າຫລົງເຊື່ອຄໍາຕົວະຍົວະເອົາເງິນຄ່າລົງທະບຽນນັ້ນ, ອີງຕາມແຈ້ງການຂອງຄະນະຄຸ້ມຄອງເຂດເສຖກິດພິເສດສາມຫລ່ຽມຄໍາ ສະບັບເລກທີ 926/ຄຂສພ ລົງວັນທີ 7 ທັນວາ 2021 ເຣື່ອງການລົງທະ ບຽນກັບບ້ານຂອງຄົນງານລາວ ທີ່ເຮັດວຽກຢູ່ໃນເຂດດັ່ງກ່າວ.

ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງ ສາມາດເກັບກໍາຂໍ້ມູນຂອງຄົນງານ ທີ່ເຮັດວຽກຢູ່ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ໄດ້ສ່ວນໃດສ່ວນນຶ່ງ ບໍ່ວ່າຈະເປັນຂໍ້ມູນກ່ຽວກັບຈໍານວນຄົນຫວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຄົນງານທີ່ເຮັດວຽກແບບຖືກຕ້ອງຕາມກົດໝາຍ ແລະຜິດກົດໝາຍ, ຜູ້ຕ້ອງການເຮັດວຽກຕໍ່ ແລະຜູ້ຕ້ອງການກັບຄືນບ້ານ ຫຼືກັບຄືນປະເທດ ຊຶ່ງໃນນັ້ນອາຈມີຄົນຈໍານວນ ນຶ່ງຕົກເປັນເຫຍື່ຶອຂອງການຄ້າມະນຸດ.

ເວົ້າເຖິງການຄ້າມະນຸດ, ອີງຕາມປະມວນກົດໝາຍອາຍາ ປີ 2017 ມາຕຣາ 215 ຊຶ່ງໃນນັ້ນ ລະບຸໄວ້ທັງການຊອກຫາ, ລັກພາຕົວ, ການເຂື່ອນຍ້າຍ, ການຂົນສົ່ງ ຫຼືນໍາສົ່ງ, ຮັບ

ເອົາຄົນຢູ່ພາຍໃນ ຫຼືຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼືລີ້ຊ່ອນ ດ້ວຍການຂົນ ຂວາຍ, ແນະນໍາ, ຕົວະຍົວະຫລອກລວງ, ຊື້ຈ້າງ, ຈອບອອຍ, ຍຸຍົງ, ສວຍໃຊ້ອໍານາດ, ບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ ແລະອື່ນໆ ເພື່ອຂູດຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າປະເວນີຂອງຜູ້ອື່ນ ເພື່ອຜົລປໂຍດຕ່າງໆ. ໃນມາດຕຣານີ້ລະບຸທັງເຖິງບຸກຄົນທີ່ກະທໍາຜິດ ໃນຖານການຄ້າມະນຸດ ທີ່ຈະຖືກລົງໂທດຕາມແຕ່ລະກໍຣະນີ, ຈະຖືກລົງໂທດຕັດອິດສະຣະພາບ ແຕ່ 5 ປີຫາ 15 ປີ ແລະຈະຖືກປັບໃໝແຕ່ 10 ລ້ານກີບຫາ 100 ລ້ານກີບ. ສ່ວນຜູ້ທີ່ກະທໍາຜິດເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ເຮັດໃຫ້ມີຜູ້ຖືກເຄາະຮ້າຍຕັ້ງແຕ່ 2 ຄົນຂຶ້ນໄປ ຈະຖືກລົງໂທດຕັດວິສຣະພາບ ແຕ່ 15 ປີຫາ 20 ປີ ແລະຈະຖືກປັບໃໝແຕ່ 100 ລ້ານກີບຫາ 500 ລ້ານກີບ ແລະຈະຖືກຢຶດຊັພ. ຖ້າກະທໍາຜິດໜັກໄປກວ່ານັ້ນ ກໍຈະຖືກລົງໂທດຕັດອິສຣະພາບຕລອດຊີວິດ ແລະປັບໃໝແຕ່ 500 ລ້ານກີບຫາ 1 ຕື້ກີບ ແລະຈະຖືກຢຶດຊັພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.