ເດັກນ້ອຍແມ່ຍິງ, ແມ່ຍິງມົ້ງລາວ ຂ. ຊຽງຂວາງ ຖຶືກຄ້າມະນຸສ ໄປຈີນ

ສຸພັດຕາ
2023.12.23
ເດັກນ້ອຍແມ່ຍິງ, ແມ່ຍິງມົ້ງລາວ ຂ. ຊຽງຂວາງ ຖຶືກຄ້າມະນຸສ ໄປຈີນ ໂຕຢ່າງ ແມ່ຍິງລາວ ຊົນເຜົ່າມົ້ງ ທີ່ມາຮ່ວມ ສລອງບຸນກິນຈຽງ ໃນເຂດຫຼັກ 52 ແຂວງວຽງຈັນ, (TS) ເດືອນທັນວາ, 2020
RFA

ເດັກນ້ອຍແມ່ຍິງ ແລະ ແມ່ຍິງມົ້ງລາວ ແລະ ຄອບຄົວທຸກຍາກ ຈາກແຂວງຊຽງຂວາງ ຍັງຄົງຖືກຕົວະແຕ່ງດອງ ກັບຜົວຈີນ, ບາງຄົນ ຖືກລັກພາໂຕ ໄປເປັນເມັຽ ຂອງຄົນຈີນ ກໍມີ. ປະກົດວ່າ ພວກເຂົາເຈົ້າທັງໝົດ ບໍ່ສົມຫວັງ ບໍ່ໄດ້ຜົວດີ, ແຕ່ຖືກຄ້າມະນຸສ ໃນຮູບແບບ ທີ່ແຕກຕ່າງກັນໄປ, ບາງຄົນ ເອົາໂຕລອດ ກັບມາຮອດລາວໄດ້, ແຕ່ບາງຄົນ ກໍຍັງກັບມາລາວບໍ່ໄດ້ ຂາດການຕິດຕໍ່ ເປັນເວລາດົນ.

ຫຼ້າສຸດ ປີ 2023 ນີ້, ຄະນະຮັບຜິດຊອບ ວຽກງານຕ້ານການຄ້າມະນຸສ ແຂວງຊຽງຂວາງ ໄດ້ຊ່ອຍເຫຼືອເດັກນ້ອຍ ແມ່ຍິງມົ້ງລາວ ອາຍຸຕໍ່າກວ່າ 18 ປີ ທີ່ມີຖານະທຸກຍາກ ຈໍານວນ 1 ຄົນ ພາຍຫຼັງໄປເຮັດວຽກ ເປັນກັມມະກອນ ຢູ່ສວນກ້ວຍຈີນ ທີ່ແຂວງຫຼວງນໍ້າທາ ແລ້ວຖືກຜູ້ຊາຍຈີນ ຕົວະແຕ່ງດອງ ທັງໆທີ່ອາຍຸ ຂອງນາງ ບໍ່ທັນເຖິງກະສຽນ. ເມື່ຶອເຂົາເຈົ້າ ໄປຮອດຈີນແລ້ວ ກໍມີລູກນໍາຜົວຈີນ 2 ຄົນ ແລ້ວມາປີນີ້  ເດັກນ້ອຍ ແມ່ຍິງມົ້ງລາວ ຜູ້ນີ້ ທົນສະພາບການເປັນຢູ່ ທີ່ເຮືອນຜົວ ໃນປະເທດຈີນ ບໍ່ໄຫວ ຈຶ່ງໄດ້ລັກໜີ ອອກມາ ຂໍຄວາມຊ່ອຍເຫຼືອ ນໍາເຈົ້າໜ້າທີ່ວຽດນາມ ທີ່ດ່ານສາກົລປາງຫົກ ຢູ່ເມືອງໃໝ່ ແຂວງຜົ້ງສາລີ ເປັນດ່ານສາກົລລາວ-ວຽດນາມ. ຈາກນັ້ນ, ເຈົ້າໜ້າທີ່ວຽດນາມ ກໍຖາມນາງວ່າ ນາງເປັນຄົນແຂວງໃດ ນາງກໍບອກວ່າ ເປັນຄົນແຂວງຊຽງຂວາງ ເຈົ້າໜ້າທີ່ວຽດນາມ ຈຶ່ງໃຫ້ເຈົ້າໜ້າທີ່ລາວ ທີ່ປະຈໍາຢູ່ ດ່ານສາກົລປາງຫົກ ຕິດຕໍ່ຫາ ເຈົ້າໜ້າທີ່ແຂວງຊຽງຂວາງ ໄປຮັບໂຕນາງ ກັບຄືນບ້ານເກີດ, ໂດຍທີ່ຜົວຈີນ ນັ້ນ, ບໍ່ໄດ້ມອບລູກໃຫ້ນາງ ເອົາກັບມາລ້ຽງ ແຕ່ຢ່າງໃດ. ທາງຄະນະຮັບຜິດຊອບ ວຽກງານຕ້ານການຄ້າມະນຸສ ຈຶ່ງປະເມີນວ່າ ເດັກນ້ອຍແມ່ຍິງລາວ ຜູ້ນີ້ ເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ທັນວາ ນີ້ວ່າ:

ໃນປີນີ້ແຫຼະ ເປັນຜູ້ຍິງເດ້ ໄປຮັບຢູ່ ເຂົ້າມາທາງຜົ້ງສາລີ ນ່າ. ໂຕນີ້, ໄປເປັນເມັຽເຂົາເຈົ້າ ແລ້ວບາດນີ້ ຖືວ່າ ຢູ່ບໍ່ໄດ້ຫັ້ນແຫຼະເນາະ, ຜູ້ກ່ຽວ ຖືວ່າໄດ້ລັກໜີມາໄດ້, ຫັ້ນນ່າ. ໂອ້ ໄດ້ລູກ 2 (ຄົນ) ຖືວ່າ ລູກຫັ້ນ ຜົວເອົາ, ຜົວຈະບໍ່ໃຫ້ເດ້ ຄືນີ້ນີ້ ຕາມອັນນ່າ ສັມພາດຜູ້ກ່ຽວຫັ້ນ ແບບບໍ່ໄດ້ຂົ່ມເຫັງ, ແຕ່ຜູ້ກ່ຽວ ຢາກກັບເນາະ ຢາກກັບ ຄືຊິແມ່ນໄປຢູ່ພຸ້ນ ເຫັນສະພາບເຂົາບໍ່ດີ ແລ້ວກັບ. ຕອນທີ່ຈະໄປທໍາອິດ ຜູ້ກ່ຽວຫັ້ນ ຍັງອາຍຸ ຍັງນ້ອຍເດ້ເນາະ ແລະ ໄປເປັນກັມມະກອນ ເຮັດຢູ່ສວນກ້ວຍ ຂອງຈີນບໍ, ຢູ່ອັນຫຼວງນໍ້າທາ ເຮົານີ້ແຫຼະ. ແລ້ວບາດນີ້, ຈີນ ແລ້ວແມ່ນຕົວະ ເອົາເຂົ້າໄປຈີນເລີຍ, ຫັ້ນນ່າ ແບບວ່າ ເອົາເປັນເມັຽບໍ ນີ້ນ່າ. ຜູ້ກ່ຽວກໍຕົກລົງວ່າ ຮັບເປັນເມັຽ ແລ້ວຜູ້ກ່ຽວ ກໍເອົາໄປເລີຍ, ຕົວະເດັກນ້ອຍເນາະ ເພາະວ່າ ຜູ້ນ້ອຍເນາະ ອາຍຸ ຍັງບໍ່ທັນເຖິງ. ເຂົາເວົ້າວ່າ ໄປກໍຊິແມ່ນ ຊວນໄປຫັ້ນໄປນີ້ ໄປທ່ຽວໄປຫຍັງຫັ້ນ ໄປເລີຍ. ໄທເຮົາຈຶ່ງເວົ້າ ຕົກເປັນເຫຍື່ອຄ້າມະນຸສ ເພາະວ່າ ຄືເຂົາວ່າ ເດັກບໍ່ທັນເຖິງເນາະ ເຖິງວ່າ ເຮົາຊິໃຊ້ເຫຼ້ຫຼ່ຽມອັນໃດ ມັນກໍຕົກເປັນ ຂໍ້ຫາຄ້າມະນຸສ, ຫັ້ນນ່າ.”

ເມື່ອລົງຣາຍລະອຽດ ໃຫ້ເລິກຂຶ້ນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 2 ກ່າວວ່າ ກ່ອນທີ່ເດັກນ້ອຍ ແມ່ຍິງມົ້ງລາວ ຜູ້ນີ້ ຈະໄປຮອດຈີນ ນັ້ນ, ແມ່ນໄດ້ຜ່ານ ການແຕ່ງດອງ ຕາມຮີດຄອງປະເພນີ  ຢູ່ລາວ ພ້ອມໄດ້ຮັບເງິນຄ່າດອງ ຈາກຜົວຈີນ ປະມານ 80 ລ້ານກີບ, ແຕ່ເອກກະສານ ຢັ້ງຢືນວ່າ ເປັນຄູ່ຜົວ-ເມັຽ ແຕ່ງງານກັນ ຖືກຕ້ອງຕາມກົດໝາຍ ບໍ່ໄດ້ມີການດໍາເນີນການ ຜ່ານທາງການລາວ ແລະ ຈີນ ແຕ່ຢ່າງໃດ. ມີພຽງແຕ່ວ່າ ຜົວຈີນ ພາເດັກກນ້ອຍ ແມ່ຍິງມົ້ງ ໄປຢູ່ຈີນ ດ້ວຍວີຊ້າທ່ອງທ່ຽວ ແບບຜິດກົດໝາຍ. ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍ ຈະເປັນມົ້ງເນາະ. ສ່ວນຫຼາຍ ອາຍຸບໍ່ເກີນ 18 ປີນ່າ, ໂດຍສະເພາະແມ່ນຈີນ ທີ່ວ່າ ມາເອົາຄົນລາວ ຢູ່ຊຽງຂວາງ, ຫັ້ນນ່າ. ຂໍແບບວ່າ ແຕ່ງດອງແບບແອບແຝງບໍ ຍາດຕິພີ່ນ້ອງ, ແລ້ວກໍແລ້ວ  ແລ້ວໄປລັກສະນະທີ່ວ່າ ໄປນໍາທ່ຽວ ແລ້ວເຂົາເອົາໄປເລີຍ. ຜູ້ນໍາສົ່ງຄອບຄົວ ທາງເມືອງໝອກນີ້, ລາວໄດ້ຖືກຂາຍ ຫຼາຍເທືື່ອໄດ໋. ພົລເມືອງເຂົາຫຼາຍເນາະ ຜູ້ຊາຍຫຼາຍເນາະ ແລ້ວກໍເອົາສາວລາວໄປ  ເພາະວ່າ ມັນຢາກໄດ້ ເພາະພັນ ຢາກໄດ້ລູກໄດ້ເຕົ້າ. ທໍາອິດ, ກໍມີໜັງສືເນາະ ຂ້າມຊາຍແດນໄປແລ້ວ ເຂົາກໍປ່ຽນແປງເດ້, ເຂົາກໍບໍ່ໃຫ້ເລີຍເດ້. ໜ້ອຍທີ່ສຸດ ອັນທີ່ວ່າ ເຂົາເຈົ້າຈະແຕ່ງງານ, ຫັ້ນນ່າ ແທ້ນ່າ.”

ຂະນະທີ່ ໃນປີ 2023 ນີ້, ຍັງມີເດັກນ້ອຍແມ່ຍິງມົ້ງ ແລະ ແມ່ຍິງມົ້ງ ພາຍໃນແຂວງຊຽງຂວາງ ຍັງຕົກເປັນເຫຍື່ອຄ້າມະນຸສ ຢູ່ຈີນ ອີກ 3 ຄົນ ທີ່ຍັງບໍ່ທັນໄດ້ຮັບ ການຊ່ອຍເຫຼືອ ຈາກທາງການລາວ ແລະ ທາງການຈີນເທື່ອ. ໃນນັ້ນ ມີ 2 ຄົນ ຖືກຄ້າມະນຸສ ໃນຮູບແບບການໝັ້ນໝາຍ ຫຼືແຕ່ງດອງແອບແຝງ. ສ່ວນອີກ 1 ຄົນ ຖືກຄ້າມະນຸສ ໃນຮູບແບບ ການຖືກລັກພາໂຕ. ຂະນະທີ່ປັດຈຸບັນ, ພໍ່ແມ່ຜູ້ປົກຄອງ ກໍຕິດຕໍ່ຫາ ພວກເຂົາເຈົ້າ ບໍ່ໄດ້ເລີຍ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 1 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ກໍມີຫຼາຍກໍ ເພາະວ່າ ທາງເບື້ອງຜູ້ປົກຄອງ ເຂົາມາຫາຄວາມຊ່ວຍເຫຼືອ ແລ້ວກໍທາງເບື້ອງແຂວງເຮົາ ກໍຖືວ່າ ໄດ້ເອົາຂໍ້ມູນ ເອົາຫຍັງ ແລ້ວກໍເຮັດບົດຣາຍງານ ຫາທາງກົມນ່າ. ຖືວ່າ ໄປ 2-3 ຄົນເດ້ ຍັງບໍ່ເມືອ  ມິດເນາະ, ຜູ້ປົກຄອງ ເຂົາຍັງມາທວງຢູ່. ມັນມີ 2 ກໍຣະນີ, ກໍຣະນີນຶ່ງ ມີແຕ່ວ່າ ອັນຄົນຈີນ ເຂົາເຈົ້າຈ່າຍເງິນ ໃຫ້ຄ່າສິນສອດບໍ ແລ້ວໄປເນາະ. ແລ້ວບາດນີ້, ທາງເບື້ອງພໍ່ແມ່ ກໍບໍ່ໃຫ້ທາງເບື້ອງຄົນຈີນ ປະກອບເອກະສານ, ແຕ່ຫຼັງຈາກວ່າ ມີແຕ່ຮີດຄອງ ຕາມພໍ່ແມ່ແລ້ວ ແມ່ນເອົາໄປເລີຍ ແບບບໍ່ກັບມາເລີຍ, ຫັ້ນນ່າ. ກໍຣະນີນຶ່ງ ແມ່ນຄົນຈີນ ເຂົາມາແລ້ວ ເຂົາແບບມາລັກເອົານ່າ, ເອົາຣົຖມາແລ້ວ ກຸມເອົາໄປເລີຍ, ຫັ້ນນ່າ.”

ຄວາມທຸກຍາກ ແລະ ລະດັບການສຶກສາຕໍ່າ ບວກກັບຄວາມໃຝ່ຝັນ ຂອງວັຍໜຸ່ມຍິງ-ຊາຍ ຢາກຫຼຸດພົ້ນ ຈາກຄວາມທຸກຍາກ ແມ່ນສາເຫດສໍາຄັນ ທີ່ພາໃຫ້ເດັກນ້ອຍແມ່ຍິງ ແລະ ແມ່ຍິງມົ້ງ ຖືກຄ້າມະນຸສ ຫຼາກຫຼາຍຮູບແບບ. ອີກທັງ ພາຍໃນແຂວງຊຽງຂວາງ ມີໂຄງການກໍ່ສ້າງເຂື່ອນ ຈາກນັກລົງທຶນຈີນ ຈໍານວນຫຼາຍ ເຮັດໃຫ້ທີ່ຜ່ານມາ ຮອດປັດຈຸບັນ ມີກັມມະກອນ, ວິຊາການ ຈາກຈີນ ມາເຄື່ອນໄຫວ ພາຍໃນແຂວງຊຽງຂວາງ ແລ້ວຕົວະເດັກນ້ອຍແມ່ຍິງ ແລະ ແມ່ຍິງ ພາຍໃນແຂວງ ໄປເປັນເມັຽ ປະມານ 5-6 ຄົນແລ້ວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ຍາມນີ້ ຊຽງຂວາງເຮົາ ແຮງມີເຂື່ອນຫຼາຍເນາະ ເຂົາມາສ້າງເຂື່ອນ ມີຫຍັງຕ່າງໆ ມາເຮັດວຽກ ແລ້ວກໍເຂົາກໍເຫັນຄົນລາວ ແລ້ວເຂົາກໍ ແນວວ່າຜູ້ຊາຍ ເຂົາກໍອອກມາ ດົນຫຼາຍເນາະ ກໍມີໃຈຢາກໝາຍ ກໍບໍ່ຮູ້ ມັນຊິແນວໃດ, ຫັ້ນນ່າ. ບາດນີ້, ຄົນລາວເຮົາ ເວົ້າເຣື່ອງເງິນ ເວົ້າເຣື່ອງຫຍັງ ເວົ້າເຣື່ອງລະດັບການສຶກສາ ແມ່ນຫຍັງເນາະ ຄວາມເຂົ້າໃຈ ກໍບໍ່ທັນມີ. ເວົ້າເຣື່ອງ ຄວາມທຸກຍາກເນາະ ຄິດວ່າ ໄປປະເທດເພິ່ນ  ຄືຊິສະດວກສະບາຍ ຄິດວ່າ ຢູ່ບ້ານເຮົາ ເຮັດໄຮ່ເຮັດນາ ມີຫຍັງ ທໍາການຜລິຕຫຍັງ ມັນມີຄວາມລໍາບາກ ກໍຊິຈໍານວນນຶ່ງ, ຫັ້ນນ່າ.”

ທີ່ຜ່ານມາ, ຕັ້ງແຕ່ອະດີດ ຮອດປັດຈຸບັນ ຄືຕັ້ງແຕ່ປີ 2019 ຮອດ ປີ 2023, ພາກສ່ວນທີ່ກ່ຽວຂ້ອງ  ໂດຍສະເພາະ ຜແນກສະກັດກັ້ນ ແລະ ຕ້ານການຄ້າມະນຸສ ເຮັດວຽກສະກັດກັ້ນ ການຄ້າມະນຸສ ຢ່າງຕັ້ງໜ້າ, ໂດຍສະເພາະ ວຽກລົງໂຄສະນາ ເຜີຍແຜ່ຜົລຮ້າຍ ຂອງການຄ້າມະນຸສ ໃຫ້ປະຊາຊົນ, ນັກຮຽນ ຢູ່ຕາມບ້ານ ລຽບຕາມຊາຍແດນ ໃນເຂດຫ່າງໄກສອກຫຼີກ ເປັນຕົ້ນ: ບ້ານນໍ້າກະ ແລະ ບ້ານຫໍກາງ ເມືອງຜາໄຊ, ບ້ານໜອງໂອມ ເມືອງຄໍາ, ບ້ານນາຄ່ອນ, ກຸ່ມນໍ້າຈັດ ແລະ ກຸ່ມລ້ອງໂມ້ ເມືອງໝອກ, ແຕ່ງົບປະມານ ເພື່ອວຽກລົງໂຄສະນາ ດັ່ງກ່າວ ກໍບໍ່ພຽງພໍ ເຮັດໃຫ້ປີ 2023 ຍັງມີເດັກນ້ອຍແມ່ຍິງ ແລະ ແມ່ຍິງ ພາຍໃນແຂວງ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ແບບບວ່າ ງົບປະມານເຮົາ ກໍຍັງບໍ່ມີພຽງພໍເນາະ ຍັງຈໍາກັດຢູ່ ແບບວ່າ ການເຜີຍແຜ່ ພວກເຮົາກໍຍັງ ບໍ່ກວ້າງຂວາງປານໃດ. ພໍ່ແມ່ວ່າ ລູກເຂົາເຈົ້າໄປ, ໄປແລ້ວພວກເຮົາຊິຮູ້ ການຕິດຕໍ່ ພວກເຮົາກໍບໍ່ຮູ້ແຫຼະ ແນວວ່າ ເຈົ້າບໍ່ແຈ້ງພວກເຮົາກ່ອນ ວ່າເພິ່ນໄປແນວໃດ ມາແນວໃດເດ້ເນາະ.”

ສອດຄ່ອງກັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 3 ກ່າວຄືເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ທີ 2  ໃນມື້ດຽວກັນນີ້ວ່າ:

ອັນນຶ່ງ ກໍເອີ້ນວ່າ ແມ່ນຢູ່ຫ່າງໄກສອກຫຼີກນ່າເນາະ. ອັນຫ່າງໄກສອກຫຼີກ ແລ້ວບາດນີ້ ຄອບຄົວ ເປັນຄອບຄົວທຸກ ເຫັນເງິນຫຼາຍ ແລ້ວເຂົາເຈົ້າ ເອົາລູກໃຫ້ໄປເລີຍ ແລ້ວຄິດວ່າ ແມ່ນບໍ່ຮູ້ວ່າ ເຂົາເຈົ້າຊິເອົາໄປເຮັດແນວໃດ ທາງໜ້າ, ຫັ້ນນ່າ. ຢູ່ຊຽງຂວາງ ມັນຢູ່ເຂດນອກ ມັນໄກ, ຫັ້ນນ່າ ເຂົາເຈົ້າ ບໍ່ໄດ້ຮຽນ, ຫັ້ນນ່າ ເຂົາເຈົ້າ ບໍ່ໄດ້ຮຽນສູງປານໃດ, ຫັ້ນນ່າ. ຖ້າມີງົບປະມານ ເຮົາລົງໄປທົ່ວເຖິງ ເຂົາໂຕຈິງ ຊິດີເນາະ, ດີຕື່ມໄດ໋ເນາະ.”

ຄະນະຮັບຜິດຊອບ ວຽກງານຕ້ານການຄ້າມະນຸສ ແຂວງຊຽງຂວາງ ຍັງເຮັດວຽກສະກັດກັ້ນ ປົກປ້ອງ ແລະ ຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຮ່ວມກັບແຂວງອື່ນອີກນໍາ ຈົນເຮັດໃຫ້ 4 ປີທີ່ຜ່ານມາ ຢູ່ເມືອງແປກ ສາມາດຊ່ອຍແມ່ຍິງ ແລະ ເດັກນ້ອຍແມ່ຍິງ ພາຍໃນແຂວງຊຽງຂວາງ ກັບພູມລໍາເນົາ ກ່ອນຖືກຕົວະແຕ່ງດອງ ກັບຜູ້ຊາຍຈີນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແປກ ກ່າວໃນມື້ດຽວກັນນີ້ວ່າ:

ທີ່ວ່າໄປ ທາງຫຼວງນໍ້າທາພຸ້ນ ແລ້ວເພິ່ນກັກໄວ້ ແລ້ວເອົາສົ່ງກັບຄືນ, ຫັ້ນນ່າ. ມີແຕ່ເທື່ອດຽວ ແບບວ່າອັນນ່າ ຍັງບໍ່ທັນໄດ້ແຕ່ງງານ, ຫັ້ນນ່າ ແບບວ່າໄປແລ້ວ ເຂົາເຈົ້າກັກໄວ້ກ່ອນ, ຫັ້ນນ່າ. ຄືບໍ່ມີເອກະສານຫັ້ນແຫຼະ ແລ້ວເຂົາເຈົ້າ ເອົາສົ່ງກັບຄືນມາ, ຫັ້ນນ່າ. ລົງໄປກຊຸກຍຸກຍູ້ ແຕ່ລະເທື່ອນີ້ ກໍອັນນ່າ ໄດ້ເວົ້າເຣື່ອງ ຕ້ານການຄ້າມະນຸສບໍ, ອັນນີ້ ອັນນ່າ ຢ້ານມີ, ຫັ້ນນ່າ. ກໍເຄີຍເວົ້າ ສູ່ບ້ານເຂົາເຈົ້າຟັງຢູ່, ເຂົາເຈົ້າ ທີ່ວ່າ ແຕ່ງງານບໍ ອັນນັ້ນນ່າ ບໍ່ເຫັນເຂົາເຈົ້າ ແຈ້ງມາເລີຍ, ຫັ້ນນ່າ.”

ນອກນັ້ນ, ກໍຍັງເປັນຍ້ອນຄວາມທຸກຍາຍກ ເຮັດໃຫ້ວັຍໜຸ່ມແມ່ຍິງ ຫຼັງຈາກຮຽນຈົບ ຊັ້ນ ມ.7 ແລ້ວ ກໍບໍ່ພາກັນຮຽນຕໍ່ຊັ້ນສູງ ແຕ່ເລືອກຈະໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທຍ ເຮັດໃຫ້ປີ 2022 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດໄທຍ ໄດ້ຊ່ອຍເຫຼືອແມ່ຍິງມົ້ງລາວ ຈໍານວນ 2 ຄົນ ທີ່ມີພູມລໍາເນົາ ຢູ່ເມືອງໝອກ ແຂວງຊຽງຂວາງ ກັບຄືນສູ່ຄອບຄົວ ພາຍຫຼັງຖືກຕົວະ ໄປເຮັດວຽກ ຢູ່ຮ້ານອາຫານ ທີ່ປະເທດໄທຍ, ແຕ່ເມື່ອໄປເຖິງໄທຍແລ້ວ, ພັດຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ. ປັດຈຸບັນ ແມ່ຍິງມົ້ງລາວ ຈໍານວນດັ່ງກ່າວ ກໍກັບມາເຮັດວຽກ ຢູ່ພາຍໃນປະເທດ ເປັນປົກກະຕິແລ້ວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໝອກ ກ່າວວ່າ:

ມີແຕ່ເຮົາແບບວ່າ ເຮົາໄດ້ຕິດຕາມ ຜູ້ທີ່ເຂົາເຈົ້າ ເຮົາຮັບມາຊຸດແລ້ວຫັ້ນ, ເພິ່ນສົ່ງມາໃຫ້ 2 ຄົນຫັ້ນ. ເຮົາຊ່ວຍກັບມາໄດ້ ແລ້ວເຂົາເຈົ້າ ກໍມາແບບວ່າ ມາຢູ່ບ້ານ ຢູ່ນີ້, ເຂົາກໍເຮັດວຽກ ໄດ້ປົກກະຕິເນາະ. ແລ້ວບາດນີ້, ເຂົາກໍຊອກ ວຽກເຮັດງານທໍາ ຫັ້ນອີກ, ຊີ້ນ່າ. ຄືຢູ່ບ້ານເຮົານີ້ ມັນກໍເປັນ ບ້ານນອກຫັ້ນແຫຼະ  ເພາະວ່າ ການຊອກຫາ ວຽກເຮັດງານທໍາ ໄດ້ເຂົ້າໄປຫາໃນເມືອງເນາະ ກໍຖືວ່າ ເຂົາເຈົ້າກໍມີສະຕິດີແລ້ວ  ຍາມນີ້ ເພາະວ່າ ເຂົາເຈົ້າຮູ້ແລ້ວເດ້ ເຂົາໄດ້ພົບເທື່ອນຶ່ງແລ້ວ ກໍບໍ່ມີປັນຫາອັນໃດແລ້ວ, ຕອນນີ້ນ່າ.”

ໃນໄລຍະ 5 ປີ ຜ່ານມາ ຄື ແຕ່ປີ 2016 ເຖິງປີ 2020, ມີຄະດີຄ້າມະນຸສ 9 ຄົນ, ໃນນັ້ນ, ຈັບຜູ້ຖືກກ່າວຫາໄດ້ 12 ຄົນ ແລະ ມີຄະດີພົວພັນ ເຖິງການຄ້າມະນຸສ 14 ຄົນ, ໃນນັ້ນ, ຈັບໂຕຜູ້ຖືກກ່າວຫາ ໄດ້ 16 ຄົນ, ຂໍ້ມູນຢ່າງເປັນທາງການ ຈາກຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຊຽງຂວາງ.

ສໍາລັບຮູບແບບ ການຄ້າມະນຸສ ຢູ່ປະເທດລາວ ປະກອບດ້ວຍ ຫຼາຍຮູບການ ໂດຍສະເພາະແມ່ນ ການໄປອອກແຮງງານ, ການຖືກລັກພາໂຕ, ການໄປທ່ອງທ່ຽວ, ການໝັ້ນໝາຍ ຫຼືແຕ່ງດອງ ແບບແອບແຝງ, ເອົາເດັກນ້ອຍ ມາລ້ຽງແບບແອບແຝງ ໃຫ້ບ່ອນລີ້ຊ່ອນ, ຄ້າໂສເພນີ, ການເຜີຍແຜ່ ສິ່ງລາມົກ, ການຕົວະຍົວະຫຼອກລວງ, ການເອົານໍ້າເຊື້ອ ເພື່ອຜະສົມພັນທຽມ, ການໃຫ້ຖືພາ ແລະ ການຕັດອະວັຍວະ. ຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ຈະຖືກທຸບຕີ, ທໍຣະມານ, ກັກຂັງ ແລະ ຖືກບັງຄັບທາງເພດ ແລະ ບັນຫາອື່ນໆອີກ, ອີງຕາມຂໍ້ມູນ ຈາກຫ້ອງການ ກອງບັນຊາການ ປກສ ແຂວງຊຽງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.