ລາວຮຽກຮ້ອງອາຊຽນຮ່ວມ ຕ້ານ ອາສຍາກັມ


2013.09.18
F-Thongsing ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ສປປລາວ
Wikipedia

 

ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ສປປລາວ ກ່າວໃນພິທີ ເປີດກອງປະຊຸມຣັຖມົນຕຣີ ອາຊຽນ ວ່າດ້ວຍການ ຕ້ານອາສຍາກັມ ຂ້າມຊາດ AMMTC ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 17 ກັນຍາ 2013 ໂດຍຮຽກຮ້ອງໃຫ້ທັງພາກພື້ນອາຊຽນ ຮ່ວມມືກັນ ຕ້ານອາສຍາກັມ. ທ່ານກ່າວຕອນນຶ່ງວ່າ:

"ການຮ່ວມມື ຢ່າງສນິດແໜ້ນ ຂອງບັນດາປະເທດອາຊຽນ ໂດຍສະ ເພາະແມ່ນ ອົງການ ທີ່ຮັບຜິດຊອບ ແລະການເປັນຄູ່ຮ່ວມ ເຈຣະຈາ ທີ່ເຂັ້ມແຂງ ແລະມີຄວາມສາມັກຄີ ຂອງພວກເຮົາແມ່ນມີ ຄວາມຈໍາ ເປັນທີ່ສຸດ ເພື່ອປະເຊີນໜ້າກັບສິ່ງທ້າທາຍ ເຫລົ່ານີ້".

ພ້ອມດຽວກັນນັ້ນ ທ່ານ ກໍໄດ້ສັລເສີນ ຄວາມເປັນປຶກແຜ່ນ ຂອງອາ ຊຽນ ໃນການຕ້ານອາສຍາກັມຕ່າງໆເຊັ່ນ ການຄ້າຢາເສບຕິດ ການ ຄ້າມະນຸດ ການໂຈຣະກັມ ທາງທະເລ ການຄ້າອາວຸດ ຜິດກົດໝາຍ ການຟອກເງິນ ການກໍ່ການຮ້າຍ ແລະ ການກໍ່ອາສຍາກັມ ທາງອິນ ເທີແນັຕ cyber crime. ທ່ານວ່າ ອາສຍາກັມຕ່າງໆ ມີຄວາມກ້າວ ໜ້າໄປພ້ອມໆກັບ ການພັທນາ ແລະຄວາມກ້າວໜ້າ ໃນພູມີພາກ ເອເຊັຽຕາເວັນອອກສ່ຽງໃຕ້ ແລະການໃຊ້ເທັກໂນໂລຊີ ທີ່ທັນສມັຍ ຂອງພວກເຂົາ ເຮັດໃຫ້ປະເທດໃດ ປະເທດນຶ່ງ ບໍ່ສາມາດ ທີ່ຈະສະກັດກັ້ນ ຫລືຍຸຕິການອາສຍາກັມ ເຫລົ່ານັ້ນໄດ້ ຕາມລໍາພັງ.

AMMTC ເປັນກົລໄກ ການຮ່ວມມື ດ້ານການເມືອງ ແລະຄວາມໝັ້ນຄົງ ຂອງປະຊາຄົມອາຊຽນ ຊຶ່ງຮວມທັງ 3 ຄູ່ຮ່ວມເຈຣະຈາ ຄື ຈີນ ເກົາຫລີໃຕ້ ແລະ ຍີ່ປຸ່ນ. AMMTC ຖືກຕັ້ງຂຶ້ນ ເມື່ອປີ 1997 ແລະກອງປະຊຸມ ມີຂຶ້ນໃນແຕ່ລະ 2 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.