ເຈົ້າໜ້າທີ່ໄທຕັ້ງຂໍ້ຫາ ນາຍຈ້າງ

ສິດນີ
2015.08.26
F-workers ເຈົ້າໜ້າທີ່ ຕໍາຣວດ ໄທ ບຸກເຂົ້າຊ່ອຍເຫຼືອ ຄົນງານທີ່ຖືກ ກັກຂັງ ບັງຄັບ ໃຫ້ອອກແຮງງານ ດັ່ງຂ້າທາດ
Courtesy of Matichon/Tholakhong

ໃນ ກໍຣະນີ ຄົນງານ ລາວ 13 ຄົນ ທີ່ໄດ້ຮັບ ການ ຊ່ອຍເຫຼືອ ອອກຈາກ ຟາມ ລ້ຽງຫມູ ທີ່ ນະຄອນປະຖົມ, ໂດຍ ສະຖານີ ຕຳຣວດ ພູທອນ ສາມ ຄວາຍເຜືອກ ຜູ້ເປັນ ເຈົ້າຂອງ ຄະດີ, ໄດ້ ໃຫ້ສຳພາດ ຕໍ່ ວິທຍຸ ເອເຊັຽ ເສຣີ, ໃນວັນທີ 26 ສິງຫາ 2015 ວ່າ, ຜູ້ ທີ່ໄດ້ຮັບ ເຄາະຮ້າຍ ຊາວລາວ 13 ຄົນ ຍັງຈະຕ້ອງ ໄດ້ຢູ່ ປະເທດ ໄທ ອີກ ຫຼາຍເດືອນ, ເພື່ອເປັນ ພິຍານ ໃນການຟ້ອງ ນາຍຈ້າງ, ທີ່ ສານ ແຂວງ ນະຄອນປະຖົມ:

"2 ເດືອນນີ້ ຄື ສົ່ງສຳນວນ ໄປ ສານ ແລ້ວ ກວ່າສານ ຈະ ປະທັບ ຮັບຟ້ອງ ນັດສືບພິຍານ ອິຫຍັງອີກ ກໍຄົງໃຊ້ ເວລາ ປະມານ 4-5 ເດືອນ".

ເຈົ້າຫນ້າທີ່ ຕຳຣວດ ທ່ານນີ້ ເວົ້າຕື່ມວ່າ, ປັດຈຸບັນ ຄະດີ ຍັງຢູ່ໃນ ຣະຫວ່າງ ການ ຮວບຮວມ ຫລັກຖານ ປະມານ 2 ເດືອນ ຈຶ່ງ ຈະຟ້ອງ ຕອນນີ້ ແຮງງານ ລາວ ຜູ້ຊາຍ 12 ຄົນ ຍັງຢູ່ໃນ ການ ຄຸ້ມຄອງ ຂອງສູນ ຄຸ້ມຄອງ ຜູ້ເສັຽຫາຍ ຈາກ ການ ຄ້າມະນຸດ ທີ່ ແຂວງ ປະທຸມທານີ, ໃນນັ້ນ 9 ຄົນ ມີອາຍຸ ປະມານ 15-17 ປີ, ສ່ວນ ແມ່ຍິງ 1 ຄົນ ນັ້ນ ຢູ່ທີ່ບ້ານ ເກດຕະການ ແຂວງ ນົນທະບູຣີ.

ໃນຂນະ ດຽວກັນ ຜູ້ ອຳນວຍການ ສູນຄຸ້ມຄອງ ຜູ້ ເສັຽຫາຍ ຈາກການ ຄ້າມະນຸດ ທີ່ ແຂວງ ປະທຸມທານີ ໄດ້ໃຫ້ ສຳພາດ ຕໍ່ ເອເຊັຽ ເສຣີ ແບບສັ້ນໆ ວ່າ:

"ຕອນນີ້ ມີຄວາມ ເປັນຢູ່ ສບາຍດີ ຮ່າງກາຍ ແຂງແຮງ ຄຸ້ມຄອງ ສວັດດີການ ຮຽບຮ້ອຍ ບໍ່ ມີບັນຫາ, ໃນ ເຣື້ອງ ຂອງ ນະໂຍບາຍ ຫລື ແນວການ ດຳເນີນ ງານ ຂ້າພະເຈົ້າ ອາດໃຫ້ ຣາຍລະອຽດ ຕອນນີ້ ຍັງບໍ່ໄດ້ ຍັງຢູ່ໃນ ຣະຫວ່າງ ການ ສືບສວນ".

ສຳລັບ ນາຍ ໄຊເດດ ໂສນຸຊ ເຈົ້າຂອງ ຟາມ ລ້ຽງຫມູ ທີ່ ແຂວງ ນະຄອນປະຖົມ ບ່ອນ ເກີດເຫດ ນັ້ນ, ຖືກ ຕຳຣວດ ແຈ້ງຂໍ້ຫາ ໃນ 4 ຄະດີ ຄື: ຄ້າມະນຸດ, ກັກຂັງ ແຮງງານ, ທຳຮ້າຍ ຮ່າງກາຍ, ແລະ ໃຊ້ ແຮງງານ ເດັກນ້ອຍ ແຕ່ ໄດ້ຮັບການ ປະກັນຕົວ ຕາມສິດທິ ຂອງຜູ້ ຕ້ອງຫາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.