ຜູ້ຖືກເຄາະຮ້າຍຈາກ ການຄ້າມະນຸດ


2013.03.19
f-ht ອົງການ ສາກົນ ຕິດຕາມ ປາບປາມ ກຸ່ມຄ້າມະນຸດ ໃນພາກພື້ນ ເອເຊັຽ ເປັນຕົ້ນ ໃນໄທ ທີ່ມີການ ສ້ອງສຸມ ແມ່ຍິງ ແລະ ເດັກນ້ອຍ ບັງຄັບ ໃຫ້ຄ້າ ປະເວນີ.
photonictech10/Sex Slaves Documentary

ຈໍານວນ ແມ່ຍິງ ແລະ ເດັກນ້ອຍ ຢູ່ລາວ ທີ່ໄດ້ຮັບ ເຄາະຮ້າຍ ຈາກ ການຄ້າມະນຸດ ມີທ່າອ່ຽງ ເພີ່ມຂຶ້ນ ນັບມື້.

ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ຜູ້ຂໍສງວນ ຊື່ ທ່ານນຶ່ງ ເປີດເຜີຍ ຕໍ່ ເອເຊັຍເສຣີ ວ່າ ນັບແຕ່ປີ 2001 ຫາປີ 2012 ມີຜູ້ໄດ້ຮັບ ເຄາະຮ້າຍ ຈາກການ ຄ້າມະນຸດ ແລະ ໄດ້ຮັບການ ຊ່ວຍເຫລືອ ຢ່າງເປັນທາງການ ຈໍານວນ 1981 ຄົນ. ໃນນັ້ນ 95% ເປັນແມ່ຍິງ ແລະ 85% ແມ່ນເດັກນ້ອຍ ທີ່ມີອາຍຸ ຕໍ່າກວ່າ 18 ປີ.

ໃນປີ 2012 ມີຈໍານວນ 195 ຄົນ ຖືກເຈົ້າໜ້າທີ່ ປະເທດ ໃກ້ຄຽງ ຈັບ ໃນຂໍ້ຫາ ເຂົ້າເມືອງ ຜິດກົດໝາຍ ແລະ ສົ່ງກັບບ້ານ ແບບບໍ່ເປັນ ທາງການ ໃນນັ້ນ 86% ແມ່ນແມ່ຍິງ ແລະ 69% ແມ່ນເດັກນ້ອຍ ຊຶ່ງສ່ວນ ຫລາຍໄປຈາກ ນະຄອນ ຫລວງ ວຽງຈັນ, ແຂວງວຽງຈັນ, ສວັນນະເຂດ, ສາລະວັນ, ຈໍາປາສັກ.

ໃນຂະນະ ດຽວກັນ ນັກຊ່ຽວຊານ ກ່ຽວກັບ ບັນຫາ ການຄ້າມະນຸດ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ກໍເວົ້າວ່າ ໃນຣະຍະ 10 ປີ ຜ່ານມາ ອາດມີຄົນງານ ລາວ ທີ່ຖືກເຄາະຮ້າຍ ຈາກ ການຄ້າມະນຸດ ໃນປະເທດໄທ ຫລາຍເຖິງ 21 ພັນ ກວ່າຄົນ ຫລື ເທົ່າກັບ 14% ຂອງ ຄົນງານ ເຄື່ອນຍ້າຍ ທັງໝົດ.

ຕາມການບອກເຫລົ່າ ກ່ຽວກັບ ປະສົພການ ຂອງ ຜູ້ຖືກເຄາະຮ້າຍ ສ່ວນໃຫຍ່ ແມ່ນເວົ້າ ເປັນສຽງດຽວ ກັນວ່າ ພວກເຂົາ ຖືກຂູດຮີດ, ຖືກເອົາລັດ ເອົາປຽບ, ຖືກຂາຍຄື ສິນຄ້າ, ຖືກຣະເມີດ ອິສຣະພາບ ແລະ ຂາດສິດທິ ຄວາມເປັນ ມະນຸດ ຢ່າງຮ້າຍແຮງ.

ທີ່ຜ່ານມາ ເຖິງແມ່ນວ່າ ຣັຖບານລາວ ມີມາຕການ ຕ່າງໆ ຕ້ານ ການຄ້າມະນຸດ ແລະ ໃຫ້ຄວາມ ສໍາຄັນ ໃນການແກ້ໄຂ ບັນຫານີ້ ມາໂດຍຕລອດ ແຕ່ກໍຍັງ ເຫັນວ່າ ການຄ້າມະນຸດ ຢູ່ລາວ ຫລາຍຂຶ້ນ ນັບມື້ ຊຶ່ງຕົ້ນຕໍ ກໍແມ່ນ ເກີດຈາກ ຄວາມທຸກຍາກ ຂາດເຂີນ ຂອງ ປະຊາຊົນ, ຄວາມ ບໍ່ສເມີພາບ ໃນສັງຄົມ, ບໍ່ມີວຽກເຮັດ ງານທໍາ, ຄ່າແຮງງານຕໍ່າ ແລະ ຖືກຕົວະຍົວະ ຫລອກລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.