ຕໍາຣວດລາວຊ່ອຍແມ່ຍິງ ວຽດນາມ 14 ຄົນ ແລະ ຕໍາຣວດໄທຍ ຈັບຄົນລາວ 5 ຄົນ

ສຸພັດຕາ
2021.06.24
ຕໍາຣວດລາວຊ່ອຍແມ່ຍິງ ວຽດນາມ 14 ຄົນ ແລະ ຕໍາຣວດໄທຍ ຈັບຄົນລາວ 5 ຄົນ ເມື່ອວັນທີ 21 ມິຖຸນາ 2021 ເຈົ້າຫນ້າທີ່ໄທຍ ລາດຕະເວນ ແຄມນ້ຳຂອງ ໄດ້ຈັບຊາວລາວ 5 ຄົນ ລີ້ຢູ່ໃນປ່າ ເຂດ ສີບຸນເຣືອງ ແຂວງ ມຸກດາຫານ ປະເທດໄທຍ.
ພາບ: ຂ່າວລາວໄທຍ

ເມື່ອບໍ່ດົນມານີ້ ຕໍາຣວດຜແນກຕ້ານ ການຄ້າມະນຸດ ນະຄອນຫຼວງວຽງຈັນ ສົມທົບກັບ ຜູ້ຕາງໜ້າຕໍາຣວດ ວຽດນາມ ປະຈໍາລາວ ໄດ້ເຂົ້າໄປຊ່ອຍເຫຼືອ ແມ່ຍິງຊາວວຽດນາມ 14 ຄົນ ແລະ ຜູ້ຊາຍຊາວວຽດນາມ ອີກ 1 ຄົນ ຮວມທັງໝົດ 15 ຄົນ ທີ່ບໍ່ມີໜັງສື ຜ່ານແດນ ຢູ່ໂຮງແຮມແຫ່ງນຶ່ງ ຢູ່ບ້ານສາຍລົມ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ເມື່ອວັນທີ 16 ມິຖຸນາ ທີ່ຜ່ານມາ ທາງ ຕໍາຣວດ ໄດ້ຮັບແຈ້ງຂໍຄວາມຊ່ອຍເຫຼືອ ຈາກ ແມ່ຍິງຊາວວຽດນາມຄົນນຶ່ງ ໃນຈໍານວນດັ່ງກ່າວ ວ່າຖືກຕົວະມາແຕ່ ປະເທດວຽດນາມ.

ຫຼ້າສຸດນີ້ ເຈົ້າໜ້າທີ່ຕໍາຣວດ ນະຄອນຫຼວງວຽງຈັນ ໄດ້ນໍາຊາວວຽດນາມທັງ 15 ຄົ ໄປກັກໂຕຕາມມາຕການ ຄວບຄຸມແລະປ້ອງກັນ ໂຄວິດ-19 ເມື່ອຄົບກໍານົດແລ້ວ ກໍຈະມີການ ສືບສວນ-ສອບສວນ ຜູ້ກ່ຽວຕາມຂັ້ນຕອນຕໍ່ໄປ, ແຕ່ຍັງບໍ່ທັນສາມາດຣະບຸໄດ້ວ່າ ກ່ຽວຂ້ອງກັບຂະບວນການຄ້າມະນຸດ ຫຼືບໍ່, ດັ່ງເຈົ້າໜ້າທີ່ຕໍາຣວດ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມິຖຸນາ ນີ້ວ່າ:

“ແມ່ນແຫຼະ ໂຕນີ້ ເພິ່ນກະຕ້ອງໄດ້ເອົາໄປກັກ ບໍຣິເວນຫັ້ນແລ້ວເນາະ ກໍານົດໄວ້ຫັ້ນນ່າເນາະ ມັນມີຫຼາຍເມືອງເດ້ເນາະ ບາງເທື່ອ ອາຈແມ່ນເມືອງຈັນທະບູຣີ ບາງເທື່ອກະແມ່ນ ເມືອງໄຊທານີ.”

ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ ຫາ ຜແນກຕໍາຣວດຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ເພື່ອສອບຖາມຣາຍຣະອຽດເພີ່ມ ຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ ຂໍ້ມູນໄປຫຼາຍກວ່ານີ້ໄດ້ເທື່ອ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ບ້ານສາຍລົມ ທ່ານນຶ່ງ ທີ່ຢູ່ໃກ້ກັບໂຮງແຮມ ທີ່ເກີດເຫດກ່າວວ່າ ຍັງບໍ່ຮູ້ຄັກແນ່ ວ່າເຫດການ ດັ່ງກ່າວ ມີການກ່ຽວຂ້ອງກັບການ ຄ້າມະນຸດ ຫຼືບໍ່ ແຕ່ຕົນເອງ ກໍຮູ້ສຶກສົງສັຍແນວນັ້ນ ເນື່ອງຈາກເຫຍື່ອ ທີ່ຖືກຕົວະເຂົ້າມາ ເປັນແມ່ຍິງເກືອບ ທັງໝົດ ຊຶ່ງຕ້ອງລໍຖ້າຟັງ ການຊີ້ແຈງ ຈາກພາກສ່ວນທີ່ກ່ຽວຂ້ອງຕໍ່ໄປ, ດັ່ງທ່ານກ່າວວ່າ:

“ເປັນແມ່ຍິງໝົດ 10 ປາຍຄົນ ຣາຍຣະອຽດນີ້ ເຮົາກໍຍັງບໍ່ຮູ້ຈະແຈ້ງ ເພາະວ່າເພິ່ນມາເອົາ ແບບຮີບດ່ວນເນາະ ອັນນີ້ ກະຍັງບໍ່ທັນຮູ້ ເທື່ອເພາະວ່າດຽວນີ້ ທາງເທິງໄດ້ກັກໂຕໄວ້ ຫັ້ນແຫຼະ ແຕ່ຍັງມີການສືບສວນຕື່ມຢູ່.”

ໃນຂນະທີ່ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ອີກນາງນຶ່ງ ກໍເຊື່ອວ່າຊາວວຽດນາມ ຈໍານວນດັ່ງກ່າວ ອາຈລັກເຂົ້າມາເອງຕາມຊາຍ ແດນທັມຊາດ ແລ້ວພາກັນເດີນທາງມາຮອດ ນະຄອນຫຼວງວຽງຈັນ ເພື່ອຊອກຫາວຽກເຮັດ ຊຶ່ງຕົນເອງກໍຄິດວ່າ ພວກຂະເຈົ້າອາຈ ເຂົ້າມາເຮັດວຽກ ກ່ຽວກັບດ້ານຂາຍບໍຣິການ ທາງເພດ, ດັ່ງຍານາງ ກ່າວວ່າ:

“ເຫັນເຂົາລົງເຟສ ຫັ້ນນ່າ ກໍບໍ່ເຂົ້າໃຈ ບາງເທື່ອກະຊິວ່າ ຊິມາທໍາງານຫຍັງ ຫຼື ວ່າເຂົາລັກມາເອງເບາະ ເຮົາກະບໍ່ຮູ້ປານໃດນິ ຢ້ານວ່າເຂົາລັກເຂົາມາເອງຫັ້ນແຫຼະ ວຽດນາມຖືວ່າ ເຂົາເຂົ້າມາຂາຍໂຕອິຫຍັງ ຫຼືວ່າແນວໃດ.”

ຍານາງກ່າວຕື່ມວ່າ ແຕ່ເຖິງຢ່າງໃດກໍຕາມ ການເຂົ້າມາໃນລາວ ແບບຜິດກົດໝາຍ ຂອງກຸ່ມຄົນຊາວວຽດນາມ ດັ່ງກ່າວກໍເຮັດໃຫ້ ຕົນເອງຮູ້ສຶກຢ້ານວ່າ ພວກເຂົາອາຈນໍາເຊື້ອ ໂຄວິດ-19 ເຂົ້າມາແຜ່ຣະບາດໃນລາວຕື່ມອີກ ເພາະຢູ່ປະເທດວຽດນາມເອງ ກໍຍັງ ມີການແຜ່ຣະບາດ ຂອງໂຄວິດ-19 ຢູ່ ຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ມີການກວດກາ ຢ່າງເຂັ້ມງວດ ຕາມຊາຍແດນ ເພື່ອ ສະກັດກັ້ນ ກຸ່ມຄົນດັ່ງກ່າວ ທີ່ສວຍໂອກາດເຂົ້າມາໃນລາວ.

ທາງດ້ານຊາວບ້ານ ຢູ່ແຂວງຈໍາປາສັກ ອີກນາງນຶ່ງ ກ່າວວ່າ ກ່ຽວກັບກໍຣະນີດັ່ງກ່າວ ຕົນເອງ ກໍເຊື່ອວ່າ ຊາວວຽດນາມຈໍານວນ 15 ຄົນ ທີ່ລັກເຂົ້າມາໃນລາວນັ້ນ ຈະຕ້ອງຜ່ານ ຂັ້ນຕອນ ການເສັຽຄ່າໃຊ້ຈ່າຍໃຫ້ແກ່ ພວກນາຍໜ້າ ເພື່ອພາເຂົ້າມາເຮັດວຽກ ໃນລາວ ດັ່ງທີ່ເຄີຍເຫັນໃນຂ່າວ ໃນກ່ອນໜ້ານີ້ ສ່ວນຈະມີຜູ້ຢູ່ເບື້ອງຫຼັງ ຫຼືບໍ່ນັ້ນ ກໍເປັນວຽກງານ ຂອງ ເຈົ້າໜ້າທີ່ ທີ່ຈະມີການສອບສວນຕໍ່ໄປ, ດັ່ງຍານາງ ກ່າວວ່າ:

“ວຽດນາມ ເຂົາກໍຕ້ອງຢາກມາເຮັດວຽກຢູ່ລາວ ແມ່ນບໍ ພໍຢາກເຮັດວຽກຢູ່ລາວ ເຂົາກະຊິລັກເຂົ້າມາ ບາດນີ້ພໍລັກເຂົ້າມາ ບໍ່ຮູ້ວ່າເສັຽ ໃຫ້ທາງໃດແດ່ແຫຼະ ເສັຽໃຫ້ຄົນນໍາທາງ ເຂົ້າມາ ຫັ້ນແຫຼະ ຫຼາຍເທື່ອແລ້ວລະ ມັນເປັນຂ່າວຈັ່ງຊີ້ນ່າ.”

ໃນຂນະດຽວກັນ ກໍຍັງມີເຫດການຄົນລາວ ທີ່ຍັງພາກັນລັກລອບຂີ່ເຮືອຂ້າມນໍ້າຂອງ ໄປຊອກຫາວຽກເຮັດຢູ່ຝັ່ງໄທຍ ແລ້ວຖືກ ເຈົ້າໜ້າທີ່ໄທຍ ຈັບໂຕໄດ້ຢູ່ເລື້ອຍໆ, ຫຼ້າສຸດນີ້ ເມື່ອ ວັນທີ 22 ມິຖຸນາ ປີ 2021 ເຈົ້າໜ້າທີ່ ທະຫານຕໍາຣວດ ແຂວງມຸກດາຫານ ປະເທດໄທຍ ໄດ້ຈັບຊາວລາວ ທັງໝົດ 5 ຄົນ ທີ່ລັກຂີ່ເຮືອຂ້າມມາ ຈາກ ແຂວງສວັນນະເຂດ ຊຶ່ງ ປັດຈຸບັນ ທາງເຈົ້າໜ້າທີ່ ໄດ້ ພາເຂົ້າສູ່ຂັ້ນຕອນ ການກັກໂຕ ຕາມມາຕການຄວບຄຸມ ແລະປ້ອງກັນໂຄວິດ-19 ຈາກນັ້ນຈະດໍາເນີນຄະດີ ຕາມກົດໝາຍຢູ່ໄທຍ ເມື່ອຮັບໂທດຕາມກົດໝາຍ ຄົບຖ້ວນແລ້ວ ກໍຈະຜັກດັນກັບ ປະເທດລາວຕໍ່ໄປ, ດັ່ງທ່ານ ພັນ ຕໍາຣວດເອກ ນົບພະດົນ ຣັກຊາດ ຫົວໜ້າຫ້ອງການ ຕໍາຣວດກວດຄົນເຂົ້າເມືອງ ແຂວງມຸກດາຫານ ກ່າວວ່າ:

“ພວກເຮົາໄດ້ວາງແຜນ ກັບ ທະຫານພານ ຈາກນັ້ນມີເຮືອຫາງຍາວ ແລ່ນເຂົ້າມາ ປະກົດວ່າ ມາສົ່ງຄົນລາວຢູ່ແຄມຂອງ ຝັ່ງແຂວງ ມຸກດາຫານ ມາຈາກແຂວງສວັນນະເຂດ ພໍສົ່ງຄົນລາວລົງເຮືອ ກໍໄປລີ້ຢູ່ໃນປ່າ ເລີຍເຂົ້າໄປຈັບ ສ່ວນຄົນຂັບເຮືອ ກໍຂັບເຮືອໜີກັບ ຝັ່ງລາວ, ທາງພວກເຮົາຈະດໍາເນີນຄະດີ ຕາມຂບວນການ ຈາກນັ້ນ ກໍຈະດໍາເນີນການ ຜັກດັນກັບລາວ.”

ຊາວລາວ 5 ຄົນ ທີ່ລັກຂ້າມມາຈາກ ແຂວງສວັນນະເຂດ ມາແຂວງມຸກດາຫານ ໃນເທື່ອນີ້ ປະກອບດ້ວຍ ທ້າວ ພິມມະສອນ ອາຍຸ 23 ປີ, ທ້າວ ວິໄລ ອາຍຸ 32 ປີ, ນາງ ວາດສະໜາ ອາຍຸ 23 ປີ, ນາງແດງ ອາຍຸ 26 ປີ ແລະນາງຈ່ອຍ ອາຍຸ 27 ປີ ຊຶ່ງທັງ 5 ຄົນນີ້ ຮັບສາຣະພາບວ່າ ໄດ້ຈ້າງໃຫ້ເຮືອຈາກ ແຂວງສວັນນະເຂດ ມາສົ່ງຢູ່ຝັ່ງໄທຍ ໂດຍເສັຽຄ່າໂດຍສານ ໃຫ້ຄົນຂັບເຮືອ ປະມານ 8.000 ບາດ ຫາ 10,000 ບາດ ໂດຍມີເປົ້າໝາຍເດີນທາງ ຕໍ່ໄປເຮັດວຽກຢູ່ກຸງເທບ ແຕ່ຖືກເຈົ້າໜ້າທີ່ ສະກັດຈັບໄດ້ກ່ອນ.

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວມ້ວນທ້າຍວ່າ ພາຍຫຼັງທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ໄດ້ເບົາບາງລົງ ຈົນເຮັດໃຫ້ທາງການລາວ ປະກາດມາຕການ ຜ່ອນຜັນຫຼາຍກິຈກັມ ກໍເຮັດໃຫ້ມີຄົນລາວ ຈໍານວນນຶ່ງ ສວຍໂອກາດລັກລອບຂ້າມມາຝັ່ງໄທຍ ຈຶ່ງຢາກຂໍຄວາມ ຮ່ວມມື ໃຫ້ທາງການລາວ ສະກັດກັ້ນບັນຫານີ້ ຢ່າງເຂັ້ມງວດຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.