ລາວ 13 ຄົນພົ້ນຈາກເປັນ ຂ້າທາດ
2015.08.25

ຄົນງານ ລາວ 13 ຄົນ ທີ່ ຕົກເປັນ ເຫຍື່ອ ຄ້າມະນຸດ ໃນ ຟາມລ້ຽງຫມູ ແຫ່ງນຶ່ງ ໃນ ແຂວງ ນະຄອນ ປະຖົມ, ຖືກ ສົ່ງຕົວ ໄປຢູ່ໃນ ຄວາມ ຄຸ້ມຄອງ ຂອງ ກະຊວງ ພັທນາ ສັງຄົມ ແລະ ຄວາມ ໝັ້ນຄົງ ຂອງ ມະນຸດ ແລ້ວ, ປັຈຈຸບັນ ນີ້ ຜູ້ຊາຍ 12 ຄົນ ຢູ່ ສູນ ຄຸ້ມຄອງ ສວັດດິພາບ, ຜູ້ເສັຽຫາຍ ຈາກການ ຄ້າມະນຸດ ແຂວງ ປະທຸມທານີ ສ່ວນຜູ້ຍິງ 1 ຄົນ ຢູ່ບ້ານ ເກດຕຣະການ ແຂວງ ນົນທະບູຣີ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ສະຖານ ຄຸ້ມຄອງ ສວັດດິພາບ ໃນວັນ ທີ 24 ສິງຫາ ນີ້:
“ນາງວ່າ ສົ່ງຕົວມາ ມື້ວານນີ້ ຕອນ 5 ໂມງ ເຢັນ ໂດຍ ນໍາມາ ສອບປວັດ ສອບຂໍ້ມູນ ຕ່າງໆ ເພື່ອດໍາເນີນ ການ ຊ່ວຍເຫລືອ ຕາມ ຂະບວນການ ຕອນນີ້ ສະພາບ ຮ່າງກາຍ ປົກກະຕິ ສະພາບ ຈິດໃຈ ຫລັງຈາກ ເຮັດແບບ ປະເມີນ ໄປແລ້ວ ບໍ່ມີ ຄວາມຄຽດ, ຢູ່ໃນເກນ ປົກກະຕິ ຂອງ ຄົນ ທົ່ວໄປ.”
ຮອງ ຜູ້ກໍາກັບ ການ ສຶບສວນ ສອບສວນ ສະຖານີ ຕໍາຣວດ ພູທອນ ກໍາແພງແສນ ເວົ້າວ່າ, ຂນະນີ້ ຄົນງານລາວ ທັງໝົດ 13 ຄົນ ຢູ່ໃນ ຂັ້ນຕອນ ການ ຄຸ້ມຄອງ ເຫຍື່ອ, ເພື່ອ ສອບສວນ ແລະ ຮັບຕົວໄວ້ ເປັນ ພະຍານ ເນື່ອງຈາກ ຕໍາຣວດ ໄດ້ ແຈ້ງ ຂໍ້ຫາ ຄ້າມະນຸດ ແລະ ໃຊ້ ແຮງງານ ເດັກ ກັບ ເຈົ້າຂອງ ຟາມ ລ້ຽງ ໝູ ທີ່ ນະຄອນ ປະຖົມ ແລ້ວ, ຕາມ ຂະບວນການ ທາງ ກົດໝາຍ ຂອງໄທ, ແລະວ່າ ຊາວລາວ 13 ຄົນນີ້ ຈະໄດ້ ກັບ ປະເທດລາວ ເມື່ອ ໃຫ້ ການ ເປັນພະຍານ ກັບ ສານ ສິ້ນສຸດ ລົງ:
“ທ່ານວ່າ 13 ຄົນນີ້ ເຂົ້າສູ່ ຂະບວນການ ຄຸ້ມຄອງ ເຫຍື່ອ 13 ຄົນ ນີ້ ຕົກເປັນ ເຫຍື່ອ ບໍ່ແມ່ນ ຈໍາເລີຍ ເຣື້ອງ ຫລົບໜີ ເຂົ້າເມືອງ ເຮົາບໍ່ໄດ້ ດໍາເນີນການ ເພາະ ເຂົາມາ ເປັນເຫຍື່ອ ຄ້າມະນຸດ ໃນ ປະເທດໄທ ຕອນນີ້ ເຮົາກໍ່ສົ່ງ ໃຫ້ ກະຊວງ ພັທນາ ສັງຄົມ ເຂົາ ຈະເອົາຕົວ ໄປຄຸ້ມຄອງ ແລະ ຟື້ນຟູ.”
ຢ່າງໃດກໍຕາມ ສໍາລັບ ການຕິດຕໍ່ ກັບ ທາງການລາວ ນັ້ນ ສະຖານ ຄຸ້ມຄອງ ສວັດດີພາບ ຜູ້ເສັຽຫາຍ ຈາກ ການ ຄ້າມະນຸດ ເວົ້າວ່າ, ຍັງບໍ່ໄດ້ ຕິດຕໍ່ ກັບ ທາງການລາວ ເນື່ອງຈາກ ວ່າ ຫາກໍຢູ່ ໃນຂັ້ນຕອນ ການສອບສວນ ປວັດ ຜູ້ເສັຽຫາຍ. ເອເຊັຽ ເສຣີ ໄດ້ ໂທຣະສັບ ສອບຖາມ ເຈົ້າໜ້າທີ່ ສະຖານທູດ ລາວ ປະຈໍາ ປະເທດໄທ ແຕ່ໄດ້ຮັບ ການ ປະຕິເສດ ທີ່ ຈະໃຫ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້ ພຽງແຕ່ ບອກວ່າ ທາງການ ລາວ ໄດ້ ຮັບຮູ້ແລ້ວ ເທົ່ານັ້ນ.