ເຫຍື່ອຄ້າມະນຸດຄົນລາວຢູ່ ໄທ
2016.12.16
ປັດຈຸບັນ ຄອບຄົວຊາວລາວ ຈາກ ເມືອງຊະນະສົມບູນ ແຂວງ ຈຳປາສັກ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ຢູ່ແຂວງ ເພັຊບູຣີ ປະເທສໄທ ທັງ 7 ຄົນ, ມີແມ່ຍິງ 3 ຄົນ ນັ້ນໄດ້ຮັບ ການຊ່ວຍເຫລືອ ຈາກຕຳຣວດ ແລະ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຂ້າມຊາດ ຂອງໄທ ຫລື LPN ໃນທ້າຍເດືອນ ກັນຍາ ທີ່ຜ່ານມານັ້ນ, ຍັງຢູ່ໃນຣະຫວ່າງ ຄອຍຖ້າຂຶ້ນ ໃຫ້ປາກຄຳ ຕໍ່ສານ ທີ່ສະຖານ ຄຸ້ມຄອງ ຜູ້ຕົກເປັນເຫຍື່ອ ການຄ້າມະນຸດ ບ້ານປະທຸມ ແຂວງປະທຸມທານີ ແລະ ຢູ່ໃນຄວາມ ດູແລ ຂອງ ທາງການໄທ. ຕາມການເປີດ ເຜີຍຂອງ ເຈົ້າໜ້າທີ່ ມຸນນິທິ LPN ຕໍ່ RFA ໃນວັນທີ 15 ທັນວາ ນີ້ວ່າ:
"ຕອນນີ້ ກໍໄດ້ຊ່ວຍາ ການຊ່ວຍເຫລືອ ຄຸ້ມຄອງໄວ້ ເພື່ອທີ່ຈະໄດ້ ດໍາເນີນຄະດີ ກັບນາຍຈ້າງ ຢູ່ທີ່ສ່ວນກາງ ຂອງ ຣາຊການໄທ ເພື່ອ ຄວາມປອດໄພ ຂອງທາງຜູ້ເສັຽຫາຍ ແລະໃນການດໍາເນີນ ຄະດີ ເຈົ້າໜ້າທີ່ຣາຊການ ກໍຈະໄດ້ຊ່ວຍ ໃຫ້ຄອບຄົວ ຢູ່ກັນແບບ ຄອບຄົວ ບໍ່ໃຫ້ແຍກກັນ ແລະຣະຫວ່າງ ດໍາເນີນຄະດີ ກະຊວງພັທນາສັງຄົມ ແລະຄວາມໝັ້ນຄົງ ຂອງມະນຸດ ກໍຈະໄປຄຸ້ມຄອງ ແລະປະສານງານ ກັບສະຖານທູດ ແລະ ປະສານງານ ກັບບ້ານເກີດ ຂອງຄົນ ປະເທດລາວ".
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ຕໍາຣວດ ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແລະ ກະຊວງພັທນາສັງຄົມ ແລະຄວາມ ໝັ້ນຄົງ ຂອງມະນຸດໄທ ໄດ້ສອບປາກຄໍາ ແລະຮວບຮວມ ຫລັກຖານຈາກ ຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ທັງໝົດ ຊຶ່ງ ມີອາຍຸແຕ່ 12 ປີຫາ 45 ປີ ທີ່ໄດ້ໄປ ເຮັດວຽກ ຢູ່ປະເທສໄທ ຢ່າງຖືກຕ້ອງ ຕາມກົດໝາຍ ແຕ່ປີ 2001 ມາ.
ສ່ວນຜູ້ຕ້ອງຫາ ທີ່ເປັນໄທທັງ 3 ຄົນນັ້ນ ຕໍາຣວດໄດ້ຕັ້ງຂໍ້ຫາ 3 ຂໍ້ຄື: ທໍາຮ້າຍຮ່າງກາຍ ແລະກັກຂັງໜ່ວງໜ່ຽວ ຄ້າມະນຸດ ແລະບັງຄັບ ໃຊ້ແຮງງານເດັກນ້ອຍ ອາຍຸ ຕໍ່າກວ່າ 17 ປີ. ແຕ່ຜູ້ຕ້ອງຫາ ທັງ 3 ຄົນ ທີ່ຖືກກັກຂັງ ຢູ່ໃນຄຸກ ທີ່ ແຂວງເພັຊບຸຣີ ນັ້ນ ປະຕິເສດ ທຸກ ຂໍ້ກ່າວຫາ ແລະ ທາງເຈົ້າໜ້າທີ່ ຕໍາຣວດໄທ ບໍ່ໃຫ້ ປະກັນຕົວ ຍ້ອນເປັນຄະດີ ຮ້າຍແຮງ.
ເຖິງແມ່ນວ່າຜູ້ຕ້ອງຫາ ຈະປະຕິເສດ ຕໍ່ຂໍ້ກ່າວຫາ ທີ່ວ່ານັ້ນ ມາໂດຍຕລອດ ແຕ່ທາງ ເຈົ້າໜ້າທີ່ໄທ ທຸກຝ່າຍ ທີ່ກ່ຽວຂ້ອງ ກໍພຍາຍາມ ສືບສວນສອບສວນ ຫາຂໍ້ເທັດຈິງ ເພື່ອໃຫ້ ຄວາມເປັນທັມ ໃການແກ້ໄຂ ຄະດີນີ້ ດັ່ງທ່ານກ່າວວ່າ:
"ຣາຊການໄທ ກໍຖືວ່າຮ່ວມມືກັນດີ ໃນການຊ່ວຍທຸກໆຝ່າຍ ພະນັກງານສອບສວນ ຕໍາຣວດ ກໍຈະເປັນຄົນດູແລ ໃນການ ສອບປາກຄໍາ ຮ່ວມກັນ ດໍາເນີນ ຄະດີ ມີທັງ ເຈົ້າໜ້າທີ່ ຕໍາຣວດ ມີສວັດດີການ ຄຸ້ມຄອງ ແຮງງານ ມີກະຊວງ ພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸສ ໄດ້ແຈ້ງຂໍ້ ກ່າວຫາ ໃຫ້ກັບນາຍຈ້າງ 3 ຄົນ ແລ້ວ".
ທ່ານກ່າວຕື່ມອີກວ່າ ເວົ້າເຖິງເຣຶ່ອງ ການຂຶ້ນສານ ຍັງບໍ່ທັນມີກໍານົດ ວ່າຈະເປັນມື້ໃດ ເພາະຍັງຢູ່ ໃນຣະຫວ່າງ ການພິຈາຣະນາ ຂອງ ເຈົ້າໜ້າທີ່ ຫຼາຍຝ່າຍ ທີ່ກ່ຽວຂ້ອງ ໂດຍໄດ້ຮັບ ການຮ່ວມມື ຈາກ ສະຖານທູດ ສປປລາວ ປະຈໍາ ປະເທສໄທ ທີ່ເອົາໃຈໃສ່ ກ່ຽວກັບ ຄະດີນີ້ ເປັນຢ່າງດີ.