ເດັກນ້ອຍແມ່ຍິງ ຄືຜູ້ຮັບເຄາະ


2013.03.19
f-ht ເດັກນ້ອຍ ແມ່ຍິງລາວ ແລະ ໃນຂົງເຂດ ເອເຊັຍ ຖືກບັງຄັບ ຖືກຫລອກ ໃຫ້ຄ້າ ປະເວນີ ຫລາຍຂຶ້ນທຸກມື້
Polaris Project

ເດັກນ້ອຍແມ່ຍິງລາວ ຕົກເປັນເຫຍຶ່ອ ຂອງຂະບວນການ ຄ້າມະນຸດ ຫລາຍຂຶ້ນ ນໍາທຸກມື້ ຍ້ອນສະພາບເສຖກິດທ້ອງຖິ່ນ ຄວາມທຸກຍາກ ຄ່າຄອງຊີພ ແພງ ການຂາດ ວຽກເຮັດ ງານທຳ ໃນລາວ ປະກອບ ດ້ວຍແສງສີ ແລະ ຄວາມຈະເຣີນ ທີ່ ປະເທດໄທ ເດັກນ້ອຍ ແມ່ຍິງ ຈຶ່ງຖືກຫລອກ ໄດ້ງ່າຍ ທາງການລາວ ກໍຊ່ອຍຫຍັງບໍ່ໄດ້ ມີແຕ່ເວົ້າ ວ່າ ຂະເຈົ້າ ລັກໄປເອງ.

ສປປລາວ ເປັນທັງ ຕົ້ນທາງ ປາຍທາງ ແລະ ທາງຜ່ານ ຂອງ ກຸ່ມ ຄ້າມະນຸດ, ແມ່ຍິງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໂດຍ ບໍ່ຮູ້ສຶກໂຕ ຜູ້ທີ່ມາ ຫລອກ ແມ່ຍິງລາວ ສ່ວນໃຫຍ່ ເປັນຄົນ ທີ່ຮູ້ຈັກກັນ ແລະ ເຄີຍໄປ ເຮັດວຽກທີ່ ປະເທດ ເພຶ່ອນບ້ານ ມາກ່ອນ.

ຣາຍງານວ່າ ແມ່ຍິງລາວ ຖືກຫລອກໄປ ຄ້າ ປະເວນີ ຫລາຍຂຶ້ນ ໃນທຸກມື້ນີ້ ແລະ ຜູ້ທີ່ຖືກ ຫລອກ ສ່ວນໃຫຍ່ ຈະມາຈາກ ເຂດ ຊົນນະບົດ ແລະ ສ່ວນໃຫຍ່ ຈະມາຈາກ ເຂດພາກໃຕ້ ຂອງລາວ ຊຶ່ງ ເປັນເຂດ ທີ່ທຸກຍາກ ຫລາຍກວ່າຫມູ່ ດັ່ງ ແຂວງ ຈຳປາສັກ ສາຣະວັນ ອັດຕະປື ເຊກອງ ແລະ ສວັນນະເຂດ. ສຳລັບ ຜູ້ຊາຍ ແລ້ວແມ່ນ ຖືກຫລອກໄປ ເຮັດວຽກ ຢູ່ໂຮງງານ ນາຣົກ ຫລື ອຸດສາຫະກັມ ປະໂມງ ບາງຄົນ ກໍ ຫາຍສາບສູນ ໄປເລີຍ. ແມ່ຍິງລາວ ທາງພາກເຫນືອ ກໍຖືກຫລອກ ໄປແຕ່ງງານ ກັບຄົນຈີນ ແລະ ບາງຄົນ ກໍ ຫາຍສາບສູນ ໄປເລີຍ. ທີ່ ປະເທດໄທ ແມ່ຍິິງລາວ ສ່ວນໃຫຍ່ ຈະເຮັດວຽກ ໃນ ສະຖານທີ່ ບັນເທິງ ຮ້ານອາຫານ ແລະ ບ່ອນອົບນວດ ນອກຈາກ ໂຮງຈັກ ໂຮງງານ ແລະ ແມ່ບ້ານ ແລ້ວ ກຸ່ມທີ່ ເຮັດວຽກ ຢູ່ ຮ້ານກິນດຶ່ມ ຫລື ສະຖານທີ ບັນເທີງ ແລະ ຮ້ານອົບນວດ ນັ້ນ ສ່ວນໃຫຍ່ ຈະມີການ ຄ້າປະເວນີ ແອບແຝງ ຢູ່ນຳ.

ປັດຈຸບັນ ຄາດວ່າ ມີແຮງງານ ລາວ ເຮັດວຽກ ໃນໄທ ແບບຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມ ກົດຫມາຍ ເກືອບຮອດ 3 ແສນຄົນ ໃນນັ້ນ ເຄີ່ງນຶ່ງ ແມ່ນແມ່ຍິງ ແລະ ເດັກນ້ອຍ ໃນຈຳນວນ ແມ່ຍິງເກືອບ ເຄີ່ງນຶ່ງ ຕົກເປັນເຫຍຶ່ອ ຂອງ ຂະບວນການ ຄ້າມະນຸດ ແລະ ການກົດຂີ່ ແຮງງານ ປະເພດຕ່າງໆ ຮ່ວມທັງ ການຄ້າ ປະເວນີ.

ອົງການ World Vision ລາຍງານວ່າ 44% ຂອງ ພໍ່ແມ່ ເດັກນ້ອຍ ລາວ ທີ່ ໄປເຮັດວຽກ ໃນໄທ ບໍ່ຮູ້ວ່າ ລູກ ຂອງຕົນ ໄປໃສ ແລະ ຢູ່ຈັ່ງໃດ ຕາຍຫລືຍັງ ໃນຈຳນວນ ເດັກນ້ອຍ ທີ່ ຖືກຈັບ ແລະ ຖືກສົ່ງກັບ ບ້ານນັ້ນ ເຄີ່ງນຶ່ງ ບອກວ່າ ພວກຂະເຈົ້າ ປະເຊີນກັບ ຄວາມເຈັບຊ້ຳ ໃນຊີວິດ ຢູ່ໄທ, ໃນນັ້ນ 40% ຖືກກັກຂັງ ໂດຍ ນາຍຈ້າງ ແລະ 13% ຖືກຂົ່ມຂືນ ທາງເພດ.

ເຈົ້າຫນ້າທີ່ ຫ້ອງການ ສວັດດີການ ສັງຄົມ ຈາກ ແຂວງພາກໃຕ້ ຂອງລາວ ທ່ານນຶ່ງ ເວົ້າວ່າ ໃນປັດຈຸບັນ ມີເດັກນ້ອຍ ແມ່ຍິງ ຈາກພາກໃຕ້ ຕົກເປັນ ເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດ ຫລາຍຂຶ້ນ ສ່ວນໃຫຍ່ ຈະຖືກ ຫລອກລວງ ແລະ ບາງຄົນ ກໍສມັກໃຈ ໄປເອງ ເພາະ ຄວາມທຸກຍາກ ຂອງ ຄອບຄົວ ພັຍແຫ້ງແລ້ງ ຍາມຝົນ ກໍຖືກ ນ້ຳຖ້ວມນາ ຈຶ່ງຊອກ ຊ່ອງທາງ ຫາເງິນ ຊ່ອຍພໍ່ແມ່ ດ້ວຍການລັກ ເຂົ້າໄປ ເຮັດວຽກ ໃນໄທ ທ່ານວ່າ ທີ່ ແຂວງ ສວັນນະເຂດ ແຂວງດຽວ ຄາດວ່າ ມີແຮງງານ ລັກເຂົ້າໄປ ໄທ ເຖິງ 45 ພັນ ກວ່າຄົນ, ແຂວງ ຈຳປາສັກ ປະມານ 32 ພັນຄົນ ແຂວງ ສາຣະວັນ ອັດຕະປື ແລະ ເຊກອງ ແຂວງ ລະປະມານ 10 ພັນ ກວ່າຄົນ ເດັກນ້ອຍ ວັຍລຸ້ນ ຈະບໍ່ພົບເຫັນ ໃນເຂດ ບ້ານນອກ ແລະ ເຂດໃນເມືອງ ບາງເມືອງ ສ່ວນໃຫຍ່ ຈະຢູ່ໄທ ແລະ ບາງຄົນ ກໍເອົາຜົວ ເອົາເມັຽ ແລ້ວບໍ່ກັບ ຄືນບ້ານເລີຍ ບາງຄົນ ກໍ ຫາຍສາບສູນ ແລະ ແມ່ຍິງ ບາງຄົນ ກໍຕົກເປັນເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດ ພໍ່ແມ່່ ກໍບໍ່ຮູ້ ຈະໄປຊອກຫາ ຢູ່ໃສ ທາງການ ແຂວງ ກໍບໍ່ສາມາດ ຊອ່ຍໄດ້ ມີແຕ່ ປຸກຣະດົມ ປະຊາຊົນ ຕ້ານການ ຄ້າມະນຸດ: ເຊີນຟັງສຽງ

ທ່ານວ່າ ເດັກນ້ອຍ ກຸ່ມນີ້ ສ່ວນໃຫຍ່ ມາຈາກ ຄອບຄົວ ທີ່ທຸກຍາກ ແຕ່ໃນລາວ ປະມານ 80 ສ່ວນຮ້ອຍ ເປັນຊາວນາ ແລະ ທຸກຍາກ ກັນຫມົດ ບາງຄົນ ພໍ່ແມ່ ກໍເຫັນພ້ອມ ໃຫ້ໄປ ເພື່ອຊ່ອຍຫາ ເງິນ ມາລ້ຽງ ຄອບຄົວ ແຕ່ຫລາຍຄົນ ລັກໄປເອງ ກັບຫມູ່ພວກ. ນອກຈາກ ແຂວງ ພາກໃຕ້ ແລ້ວ ກໍຍັງມີ ແຂວງພາກເຫນືອ ອີກ ລັກໄປ ເຊັ່ນກັນ ແຕ່ບໍ່ ຫລາຍເທົ່າ ແຂວງພາກໃຕ້ ເພາະພາກເຫນືອ ເປັນເຂດ ທີ່ອຸດົມ ສົມບູນ ກວ່າ ແລະ ປະຊາຊົນ ກໍບໍ່ມັກຫນີ ຈາກ ບ້ານປານໃດ.

ແຂວງພາກເຫນືອ ສ່ວນຫລາຍ ກໍແມ່ນ ມາຈາກ ເຂດ ຊົນນະບົດ ຫລື ຊາວເຜົ່າ ດ່ັງເຜົ່າລາວ ສູງ ຂະມຸ ມົ້ງ ຢ້າວ ແລະອຶ່ນໆ ກຸ່ມດັ່ງກ່າວ ມີຄວາມຮູ້ ຫນ້ອຍ ແລະ ຖືກຫລອກລວງ ໄດ້ງ່າຍ. ກຸ່ມຄ້າມະນຸດ ໃນໄທ ແລະລາວ ຈະດຳເນີນງານ ເປັນ ຂະບວນການ ດ້ວຍການ ໃຊ້ນາຍຫນ້າ ຄົນທີ່ ຮູ້ຈັກກັນ ມາລໍ້ ໂດຍສັນຍາ ວ່າຈະຫາ ວຽກເຮັດ ງານທຳໃຫ້ ເມື່ອສົ່ງຂ້າມ ດ່ານສ່ວນໃຫຍ່ ຈະໄປແບບ ນັກທ່ອງທ່ຽວ ແລ້ວນາຍຫນ້າ ທີ່ ເປັນຄົນໄທ ຈະເອົາຣົຖຕູ້ ມາຮັບເອົາ ຕໍ່ອີກ ທອດນຶ່ງ ເພື່ອສົ່ງ ແມ່ຍິງ ໃຫ້ນາຍທຶນ ຕາມ ໃບສັ່ງ ບາງລາຍ ກໍຈະຖືກ ສົ່ງໄປ ແຂວງພາກໃຕ້ ພາກກາງ ພາກເຫນືອ ຫລື ກຸງເທບ ແລ້ວແຕ່ຈະມີ ຜູ້ສັ່ງ ສ່ວນ ແມ່ຍິງລາວ ກໍບໍ່ຮູ້ ຫຍັງຫມົດ ສຳລັບ ນາຍຫນ້າ ທີ່ ເປັນຄົນລາວ ນັ້ນກໍຫມົດ ຫນ້າທີ່ໄປ ແລ້ວກັບມາ ລາວ ມາລໍ້ເຫຍຶ່ອ ຣາຍໃໝ່ຕໍ່.

ເຫດຜົລໃຫຍ່ໆ ທີ່ ແມ່ຍິງລາວ ຕົກເປັນເຫຍື່ອ ຂອງ ການຄ້າມະນຸດ ໃນໄທ ກໍແມ່ນວ່າ 1- ຄວາມທຸກຍາກ ໃນເຂດ ທ້ອງຖິ່ນ ໃນລາວ ເພາະ ການພັທນາ ໄປບໍ່ເຖິງ ທາງການລາວ ກໍບໍ່ ເອົາໃຈໃສ່ ຫລາຍປານໃດ ໃນການ ຍົກຣະດັບ ຊິວິດ ຊາວບ້ານ ຍ້ອນການ ສໍ້ຣາສ ບັງຫລວງ ໃນລາວ ເດັກນ້ອຍລາວ ເມື່ອຈົບ ການສຶກສາ ຂັ້ນປະຖົມ ແລ້ວ ກໍບໍ່ມີ ຫຍັງເຮັດ ມີແຕ່ເຮັດນາ ຊ່ອຍພໍ່ແມ່ ເມື່ອຮູ້ວ່າ ມີວຽກເຮັດ ໃນໄທ ກໍສ່ຽງໄປ ກັບຫມູ່ ເພາະຢາກມີ ຊິວິດ ທີິ່ດີກວ່າເກົ່າ. 2- ຖືກຕົວະຍົວະ ແລະ ຖືກຫລອກລວງ ຍ້ອນຮູ້ເທົ່າ ບໍ່ເຖິງການ ຍ້ອນຕ້ອງການ ຄວາມກ້າວຫນ້າ ແລະ ຫາຣາຍໄດ້ ຊ່ອຍພໍ່ແມ່ ແລະ ຄອບຄົວ. 3- ແສງສີ ແລະ ຄວາມຈະເຣິນ ທີ່ ປະເທດໄທ ທີ່ໄດ້ຍິນ ຈາກຫມູ່ພວກ ທີ່ເຄີຍໄປ ເຮັດວຽກ ຢູ່ໄທ ແລະ ມີລາຍໄດ້ ມາໃຫ້ຄອບຄົວ ມາກ່ອນ ກໍເລີຍ ຕັດສິນໃຈ ໄປກັບ ຫມູ່. 4- ໂຄງການ ພັທນາ ຕ່າງໆ ຂອງ ຣັຖບານລາວ ບໍ່ໄປເຖິງ ປະຊາຊົນ ແລະ ສ່ວນໃຫຍ່ ກໍມີແຕ່ ຄົນໃນເມືອງ ຫລື ເຈົ້າຫນ້າທີ່ ຣັຖ ເປັນຜູ້ໄດ້ຮັບ ຜົລປໂຍດ. ແລະ 5- ການຂາດວຽກເຮັດ ງານທຳ ແລະ ການສໍ້ຣາສ ບັງຫລວງ ໃນລາວ.

ສປປລາວ ບໍ່ມີ ອຸດສາຫະກັມ ການຜລິດຫລາຍ ມີແຕ່ ໂຄງການ ສ້າງເຂຶ່ອນ ໄຟຟ້າ ຂຸດຄົ້ນ ແຮ່ທາດ ແລະ ປູກຕົ້ນໄມ້ ເສຖກິດ ເຊັ່ນ ຢາງພາລາ ແລະ ສ່ວນຫລາຍ ກໍເອົາແຮງງານ ຈາກ ປະເທດເຂົາເອງ ມາເຮັດ.

ອົງການ ສະຫະປະຊາຊາດ ກ່າວວ່າ ເຫດຜົລ ທີ່ເດັກນ້ອຍ ແມ່ຍິງ ໃນຂົງເຂດ ຕົກເປັນເຫຍຶ່ອ ຂອງ ຂະບວນການ ຄ້າມະນຸດ ເປັນຍ້ອນ ຄວາມແຕກໂຕນ ທາງດ້ານເສຖກິດ ຣະຫວ່າງ ປະເທດ ສະມາຊິກ ສຳລັບ ປະເທດ ລຸ່ມ ແມ່ນ້ຳຂອງ ແລ້ວ ໄທ ມີເສຖກິດ ດີກວ່າ ຈຶ່ງເຮັດໃຫ້ ແຮງງານ ຈາກ ປະເທດອຶ່ນໆ ທີ່ຮ່ວມດ້ວຍ ແຮງງານ ແມ່ຍິງ ຈາກ ລາວ ກຳພູຊາ ພະມ້າ ແລະ ວຽດນາມ ລັກເຂົ້າໄປ ໄທ ຫລາຍຂຶ້ນ ແລະ ການລັກເຂົ້າໄປ ຂອງ ກຸ່ມດັ່ງກ່າວ ກໍຈະປະເຊີນ ກັບບັນຫາ ຫລາຍຢ່າງ ທີ່ຮ່ວມດ້ວຍ ການບັງຄັບ ໃຫ້ ຄ້າ ປະເວນີ.

ການສຳຣວດ ຈາກ ອົງການ ILO ໃນປີທີ່ ຜ່ານມາ ພົບວ່າ ປະມານ 7% ຂອງ ຄອບຄົວ ຄົນລາວ ໃນເຂດ 3 ແຂວງ ຕາມແນວ ຊາຍແດນ ໄທ-ລາວ ມີສະມາຊິກ ຄອບຄົວ ໄປເຮັດວຽກ ໃນໄທ ຢ່າງນ້ອຍ 1-3 ຄົນ ແລະ ບາງຄົນ ກໍບໍ່ກັບບ້ານ ຫລື ຫາຍສາບສູນ ເຄີ່ງນຶ່ງ ຂອງ ປະຊາກອນ ລາວ ຜູ້ທີ່ມີ ອາຍຸ ຕ່ຳກວ່າ 20 ປີ ຫນີໄປຊອກວຽກ ທີ່ ປະເທດໄທ ໃນນັ້ນ ບາງຄົນ ກໍຕົກເປັນເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດ ແລະ ການເຄື່ອນຍ້າຍ ຂອງ ປະຊາກອນ ຈາກເຂດ ຊົນນະບົດ ໄປຢູ່ ຫົວເມືອງ ໃຫຍ່ໆ ໃນລາວ ເປັນທີ່ມາ ຂອງ ການຂ້າມໄປ ເຮັດວຽກ ໃນໄທ ຫລາຍຂຶ້ນ ເພາະຢູ່ລາວ ບໍ່ມີວຽກເຮັດ ແລະ ຄ່າຄອງຊີບ ກໍແພງ.

ນັກວິຊາການ ທ່ານນຶ່ງ ເວົ້າວ່າ ທາງການລາວ ບໍ່ເອົາໃຈໃສ່ ໃນການ ປາບປາມ ກຸ່ມ ຄ້າມະນຸດ ຢ່າງຈິງຈັງ ກົດຫມາຍລາວ ກໍມີແຕ່ ຢູ່ໃນເຈັ້ຽ ແຕ່ພາກ ປະຕິບັດ ນັ້ນ ບໍ່ມີເລີຍ. ໃນປີ 2010 ເຈົ້າຫນ້າທີ່ ລາວ ໄດ້ສືບສວນ ການ ຄ້າມະນຸດ ໃນຈຳນວນ 27 ກໍຣະນີ ໃນນັ້ນ ມີແຕ່ 15 ກໍຣະນີ ເທົ່ານັ້ນ ຖືກດຳເນີນ ຄະດີ ໃນສານ ແລະ ມີພຽງແຕ່ 3 ຄົນ ເທົ່ານັ້ນ ຖືກຄຸກ ພຽງ ແຕ່ຄົນລະ 6 ເດືອນ ເທົ່ານັ້ນ ຫລັງຈາກນັ້ນ ຫລື ກ່ອນຫນ້ານັ້ນ ກໍບໍ່ມີ ການຈັບກຸມ ເລີຍ. ມີລາຍງານວ່າ ເຈົ້າຫນ້າທີ່ ລາວ ບາງຄົນ ມີສ່ວນພົວພັນ ກັບ ການ ຄ້າມະນຸດ ແຕ່ເທົ່າ ເຖິງ ປັດຈຸບັນ ຍັງບໍ່ມີິ ເຈົ້າຫນ້າທີ່ ລາວ ຈັກຄົນ ຖືກຈັບ ໃນຄະດີ ດັ່ງກ່າວ.

ໃນລະຍະ ຫລັງໆມານີ້ ຍ້ອນຄວາມ ກົດດັນ ຈາກ ນານາຊາດ ແລະ ຄອບຄົວ ຂອງ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ທາງການລາວ ກໍໄດ້ ປຸກຣະດົມ ປະຊາຊົນ ໃນການຕ້ານ ການ ຄ້າມະນຸດ ສ້າງ ສະຖານທີ່ ບຳບັດ ແຮງງານ ທີ່ຖືກສົ່ງກັບ ມາຈາກໄທ ຊົ່ວຄາວ ທີ່ ນະຄອນ ຫລວງວຽງຈັນ, ຕັກເຕືອນ ກຸ່ມນາຍຫນ້າ ທັງຫລາຍ ຈະຖືກຈັບກຸມ ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ ແຮງງານລາວ ກໍຍັງຂ້າມໄປ ໄທ ຕຣອດ ແລະ ຫລາຍລາຍ ໂດຍສະເພາະ ແມ່ຍິງ ກໍຍັງຕົກ ເປັນເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດຫລາຍ ຢູ່ ແມ່ຍິງລາວ ຫລາຍຄົນ ກໍຂ້າມໄປ ອຸດອນ ຍາມເຊົ້າ ແລງກັບ ຫລື ຄ້າງຢູ່ທີ່ນັ້ນ ເພື່ອຄ້າ ປະເວນີ ດ້ວຍຄວາມ ສມັກໃຈ ຍ້ອນຄວາມ ທຸກຍາກ ແລະ ການສໍ້ຣາສ ບັງຫລວງ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.