ແມ່ຍິງລາວ 6 ຄົນຖືກຊ່ອຍ ຢູ່ ມາເລເຊັຽ
2017.11.20
ໃນກໍຣະນີ ຈໍານວນແມ່ຍິງຕ່າງຊາດ 17 ຄົນ ທີ່ຕົກເປັນເຫຍື່ອການຄ້າມະນຸດ ຢູ່ເມືອງ ສຸໂຫງະເປຕານີ ປະເທດມາເລເຊັຍ ຊຶ່ງໃກ້ກັບ ຊາຍແດນໄທ ໃນມື້ວັນທີ່ 19 ຜ່ານມານີ້ ມີແມ່ຍິງລາວ 6 ຄົນຮວມຢູ່ນໍາ ຊຶ່ງທາງການມາເລເຊັຍ ໄດ້ຊ່ວຍເຫລືອໄວ້ແລ້ວ ແລະ ປັຈຈຸບັນນີ້ ກໍາລັງຢູ່ໃນຂັ້ນຕອນ ຄັດແຍກ ຜູ້ເສັຍຫາຍ, ດັ່ງເຈົ້າໜ້າທີ່ ດ້ານການຄ້າມະນຸດຂອງໄທ ຜູ້ບໍ່ປະສົງ ອອກຊື່ແລະສຽງທ່ານນຶ່ງ ກ່າວວ່າ:
“ທາງການມາເລເຊັຍຈະໄຊ້ເວລາ ປະມານ 21 ມື້ ໃນການຄັດແຍກ ຜູ້ຕົກເປັນເຫຍື່ອ ກ່ອນຈະປະສານງານ ໄປຍັງທາງສະຖານທູດ ຂອງ ຜູ້ເສັຍຫາຍແຕ່ລະປະເທດ ມາຮັບໄປ."
ກ່ຽວກັບການຄ້າມະນຸດ ໃນປະເທດມາເລເຊັຍ ເຈົ້າໜ້າທີ່ຕ້ານການຄ້າມະນຸດ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເເຊັຽເສຣີ ວ່າປັຈຈຸບັນ ແມ່ຍິງລາວ ທີ່ຖືກຕົວະຍົວະ ໄປຂາຍບໍຣິການທາງເພດ ບໍ່ຄ່ອຍມີຫລາຍແລ້ວ ເພາະທາງການມາເລເຊັຍ ໄດ້ໃຊ້ມາດຕະການ ປາບປາມຢ່າງເຂັ້ມງວດ, ດັ່ງທ່ານກ່າວ ໃນວັນທີ່ 20 ພຶສຈິກາ ນີ້ວ່າ:
“ທ່ານວ່າ ສະຖານະການຜູ້ຍິງຄ້າປະເວນີ ຢູ່ມາເລເຊັຍ ຈະຢູ່ຊາຍແດນເພາະວ່າມາເລເຊັຍ ເຄັ່ງສາສນາ ເປິດບໍ່ໄດ້ ຈຶ່ງຕ້ອງຢູ່ຊາຍແດນ ກໍເປັນ ກາຣາໂອເກ ແລ້ວມີແມ່ຍິງ ນັ່ງກັບລູກຄ້າ ອີຫຍັງປະມານນີ້ ແລ້ວຄົນມາເລເຊັຍ ກໍເຂົ້າມາ ສ່ວນໃຫຍ່ ເປັນຄົນເຂົາໝົດເລີຍ ມາເລ ສິງກະໂປ ກໍເວົ້າໄປ.”
ທ່ານ ອະທິບາຍເພີ້ມຕື່ມວ່າ ແມ່ຍິງລາວສ່ວນຫລາຍ ທີ່ຖືກນໍາໄປຂາຍບໍຣິການທາງເພດ ຢູ່ ມາເລເຊັຍ ນັ້ນແມ່ນມາຈາກ ແຂວງພາກໃຕ້ ຂອງລາວ ເມື່ອມາຂາຍບໍຣິການ ຢູ່ໄທຣະຍະນຶ່ງ ຈາກນັ້ນກໍຈະຍ້າຍໄປຢູ່ ຕາມຊາຍແດນ ຝັ່ງໄທ-ມາເລເຊັຍ ບໍຣິເວນ ດ່ານສະເດົາ ດ່ານເປຕົງ ແລະ ສຸໂຫງະໂກລົກ ໃນລັກສນະ ແອບແຝງຄ້າບໍຣິການ ໃນຮ້ານອາຫານ ບ້ານພັກ ຄາຣາໂອເກະ ຫຼືໂຮງແຮມ.
ທ່ານກ່າວຕຶ່ມວ່າ ໃນຣະຍະ 4-5 ປີຜ່ານມານີ້ ໜ່ວຍງານໄທ ໄດ້ຊ່ວຍເຫລືອ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໄດ້ຫລາຍຄົນ ແລ້ວ:
“ກໍຣະນີ ທີ່ເປັນແມ່ຍິງແຂວງຈໍາປາສັກ ທີ່ຖຶກຕົວະ ໄປຂາຍບໍຣິການທາງເພດ ຢູ່ມາເລເຊັຍ ຕອນນັ້ນ ທາງສະຖານທູດລາວ ກໍດໍາເນີນການ ຊ່ວຍເຫລືອ ຜູູ້ຍິງໜີອອກຈາກ ສະຖານທີ່ຄ້າບໍຣິການ ຈາກນັ້ນ ເຮົາກໍແຈ້ງສະຖານທູດ ແລ້ວສະຖານທູດ ກໍດໍາເນີນການ ໄປຊ່ວຍເຫລືອ ປະມານ 4-5 ປີກ່ອນ ມີປະມານ 3-4 ຄົນ ແລ້ວກໍມີ ແບບໃຫ້ຕິດຕາມ ຫາໃນຄຸກ ອີກ 1 ຄົນ ປະມານຕົ້ນປີ.”
ສໍາລັບແມ່ຍິງລາວ 6 ຄົນ ທີ່ຖືກຊ່ວຍມາໄດ້ ຄັ້ງນີ້ ປັຈຈຸບັນ ທາງເຈົ້າໜ້າທີ່ ຍັງບໍ່ສາມາດ ໃຫ້ຂໍ້ມູນໄດ້ເທື່ອວ່າ ເປັນຄົນແຂວງໃດ ແລະ ຖືກຊ່ວຍໄດ້ຈາກໃສ ຍ້ອນຍັງຢູ່ໃນ ຣະຫວ່າງ ຂະບວນການ ທາງດ້ານກົດໝາຍຢູ່.