ຜູ້ເຄາະຮ້າຍຖືກຫຼອກ ໄປຈີນ ຂໍໃຫ້ຊ່ອຍເຫຼືອ

ໄຊຍາ
2019.05.01
F-HT ອີງຕາມການສລຸບ ຜູ້ຖືກເຄາະຮ້າຍ ສ່ວນຫລາຍແມ່ນ ຈາກແຂວງຫົວພັນ, ແຂວງບໍຣິຄຳໄຊ ແລະ ນະຄອນຫລວງວຽງຈັນ.
ຮູບພາບຈາກ : ອົງກອນສາຣະຄະຄີ ຕ້ານການຄ້າມະນຸດ ສປປ ລາວ

ຍິງລາວຄົນນຶ່ງ ທີ່ຕົກເປັນເຫຍື່ອຂອງຂະບວນການການຄ້າມະນຸດ ທີ່ຖືກນາຍໜ້າຕົວະຍົວະ ໄປຂາຍໃຫ້ກັບຄົນຈີນ ທີ່ຕ້ອງການຢາກໄດ້ເມັຽ ເປັນຄົນລາວ. ໂດຍນາຍໜ້າໄດ້ໃຊ້ຄຳຫລອກລວງວ່າ ຈະໄດ້ເຮັດວຽກເບົາ ເງິນເດືອນດີ ເດືອນລະ 1000 ຢວນຂື້ນໄປ ແລະ ຖ້າຕ້ອງການ ກັບບ້ານ ເມື່ອໃດ ນາຍໜ້າກໍ່ຈະພາກັບມາ; ແຕ່ເມື່ອໄດ້ຕົກລົງກັນແລ້ວ ຄວາມຈິງກັບບໍ່ເປັນແນວນັ້ນ ນາຍໜ້າໃຊ້ວິທີຫລອກລວງ ເມື່ອເດີນ ທາງມາຮອດຊາຍແດນແລ້ວ ໄດ້ເອົາຍິງສາວເດີນທາງຂ້າມພູ ບໍ່ຜ່ານດ່ານຊາຍແດນ ທີ່ຖືກຕ້ອງຕາມກົດໝາຍ ແລະ ກໍ່ມີຜູ້ຮ່ວມຂະບວນການ ມາຮັບເອົາ ແລ້ວສົ່ງຕໍ່ໄປຂາຍໃຫ້ ຜູ້ທີ່ຕ້ອງການໄດ້ເມັຽລາວ ຜູ້ຕົກເປັນເຫຍື່ອບອກວ່າ ຣາຄາທີ່ຂາຍແມ່ນປະມານ 1 ແສນ ຢວນສະກຸນເງyນ ຈີນ.

ນອກຈາກນີ້ ຜູ້ຕົກເປັນເຫຍື່ອ ຢູ່ໃນຈີນ ຈຶ່ງພຍາຍາມຊອກຫາວິທີກັບບ້ານໃຫ້ໄດ້ ແຕ່ເຫຍື່ອຜູ້ເຄາະຮ້າຍ ກໍ່ບໍ່ມີໜັງສືເດີນທາງ ຫຼືເອກສານ ເຂົ້າປະເທດຈີນ ຖືກຕ້ອງຕາມກົດໝາຍ ຈຶ່ງໄດ້ຮຽກຮ້ອງຜ່ານທາງສຳນັກຂ່າວພວກເຮົາ ໄປຫາທາງການໃຫ້ຫາທາງຊ່ອຍເຫຼືອຜູ້ເຄາະຮ້າຍ ດັ່ງກ່າວ. ດັ່ງຜູ້ເຄາະຮ້າຍໄດ້ໃຫ້ສຳພາດ ເມື່ອວັນທີ 27 ເມສາ ຜ່ານວ່າ : ສຽງສຳພາດ

ບັນຫາການຄ້າມະນຸດ ຄນະກັມມາທິການຕ້ານການຄ້າມະນຸດຣະດັບຊາດ ໄດ້ຣາຍງານໃນກອງປະຊຸມ ວຽກງານຕ້ານການຄ້າມະນຸດປະຈຳປີ 2018 ວ່າ:

ມີແມ່ຍິງລາວຖືກຕົວະຍົວະໄປຈີນປະມານ 3 ພັນຄົນ ນີ້ແມ່ນໂຕເລກບໍ່ເປັນທາງການ. ໄລຍະຜ່ານມາມີແມ່ຍີງລາວໄດ້ໂທສະສັບ ແລະຕິດຕໍ່ ທາງວີແຊັດມາຫ້ອງການກົງສູນໃຫຍ່ ຂອງ ສປປ ລາວ ປະຈຳ ສປ ຈີນ ເພື່ອຂໍຄວາມຊ່ອຍເຫລືອ ແລະ ໄດ້ສົ່ງກັບປະມານ 600 ຄົນ.

ຣາຍງານອ້າງເຖີງສາເຫດວ່າ ສ່ວນຫຼາຍແມ່ນຖືກຕົວະຍົວະ ໃຫ້ແຕ່ງດອງກັບຄົນຈີນ ໄປຢ້ຽມຢາມຄອບຄົວຝ່າຍຊາຍ ກ່ອນການແຕ່ງດອງ ໄປທ່ອງທ່ຽວ, ໄປອອກແຮງງານເປັນຕົ້ນ. ອີງຕາມການສະຫລຸບຜູ້ຖືກເຄາະຮ້າຍ ໂດຍສ່ວນຫລາຍແມ່ນຢູ່ ແຂວງຫົວພັນ, ແຂວງບໍຣິຄຳໄຊ ແລະ ນະຄອນຫລວງວຽງຈັນ. ແຕ່ບໍ່ໄດ້ຣາຍງານໂຕເລກຣະອຽດວ່າ ແຕ່ລະແຂວງມີເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.