ສາວລາວຫາຍສາບສູນ ພໍ່ແມ່ ກັງວົນ

ອຸ່ນແກ້ວ ສຸກສະຫວັນ
2021.05.14
ສາວລາວຫາຍສາບສູນ ພໍ່ແມ່ ກັງວົນ ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ທີ່ ຕິດກັບຊາຍແດນຈີນ ຊຶ່ງເປັນເຂດທີ່ຄົນຈີນ ເຂົ້າມາລາວ ຄົນລາວເຂົ້າໄປຈີນ ມີທັງຖືກຕ້ອງ ແລະ ນອກກົດໝາຍ
ນັກຂ່າວພົລເມືອງ

ນາງຟອງສມຸດ ວິໄລຫົງ ອາຍຸ 20 ປີ ຢູ່ບ້ານນາໂຄ້ງ ເມືອງຮຸນ ແຂວງອຸດົມໄຊ ຫາຍສາບສູນໄປກັບຄົນຈີນ ເປັນເວລາສອງເດືອນ ປາຍແລ້ວ ນັບແຕ່ວັນທີ່ 24 ເດືອນ ກຸມພາ 2021 ຊຶ່ງເປັນວັນສຸດທ້າຍ ທີ່ແມ່ຂອງນາງ ສາມາດຕິດຕໍ່ນາງໄດ້; ຜູ້ເປັນແມ່ ວິຕົກ ກັງວົນ ຢ້ານລູກສາວ ຖືກຕົກເປັນເຫຍື່ອ ຂອງການຄ້າມະນຸດ ຖືກຕົວະຍົວະ ຫລື ຖືກຂາຍໄປຈີນ ເພາະວ່າຫລັງຈາກນາງ ຫາຍສາບສູນໄປໃໝ່ໆ ຜູ້ເປັນແມ່ໄດ້ ໂທຣະສັບຫານາງຫລາຍຄັ້ງ ແຕ່ປະກົດວ່າ ແມ່ນຜູ້ຊາຍຈີນ ເປັນຄົນຮັບສາຍ; ແຕ່ປັດຈຸບັນ ໂທຣະສັບເບີນັ້ນ ໃຊ້ການ ບໍ່ໄດ້ແລ້ວ ປິດແລ້ວ.

ອີກຢ່າງນຶ່ງ ແມ່ໄດ້ຮັບຂ່າວວ່າ ຜູ້ເປັນລູກສາວ ຄືນາງ ຟອງສມຸດ ວິໄລຫົງ ຖືກເຈົ້າໜ້າທີ່ຕຳຣວດລາວ ກັກໂຕຢູ່ດ່ານບໍ່ເຕັນ ຊຶ່ງເປັນ ດ່ານຊາຍແດນ ລາວ-ຈີນ ຢູ່ແຂວງຫຼວງນ້ຳທາ ແລະ ເຈົ້າໜ້າທີ່ຕຳຣວດລາວ ກໍບອກວ່າ ເຈົ້າໜ້າທີ່ດ່ານ ໄດ້ປ່ອຍ ນາງຟອງສມຸດ ວິໄລຫົງ ຕັ້ງແຕ່ວັນທີ່ 24 ກຸມພາ ພຸ້ນ ແຕ່ປາກົດວ່າ ນາງຟອງສມຸດ ບໍ່ໄດ້ກັບ ມາບ້ານຫາພໍ່ແມ່ ຫາຍສາບສູນໄປເລີຍ. ທັງໝົດທີ່ ກ່າວມານັ້ນ ແມ່ນຄຳເວົ້າຂອງຜູ້ເປັນແມ່.

ແມ່ຂອງ ນາງຟອງສມຸດ ໃຫ້ຣາຍລະອຽດກ່ຽວກັບເຣື່ອງນີ້ຕື່ມ ກັບວິທຍຸເອເຊັຍເສຣີ ໃນວັນທີ່ 7 ເດືອນ ພຶສພາ ປີ 2021 ນີ້ວ່າ:

“ຕັ້ງແຕ່ເດືອນປາຍມານີ້ ໄປຫາສອງເດືອນ ຕິດຕໍ່ບໍ່ໄດ້ເລີຍ ອີ່ແມ່ກໍຢາກຮູ້ໂຕຈິງ ເປັນຫຍັງມືຖືກໍໜ້າທີ່ ມັນກໍຢູ່ກັບລູກສາວໂອ້ ບາງເທື່ອຂື້ນຣົດນຳຄົນຈີນເກັບໄວ້ ລະແມ່ນລົມຫັ່ນ ແມ່ນມັນຖືກຄົນຈີນນັ້ນຮັບ. ດຽວນີ້ ອີ່ແມ່ໂທ ແລ້ວປິດເຄື່ອງ ດຽວນີ້ນະ. ອີ່ແມ່ຢ້ານເຂົາຊິເອົາໄປຂາຍ ຢ້ານໄປຄ້າມະນຸດ ຈະແມ່ນເຂົາເອົາເປັນເມັຍ.”

ຜູ້ເປັນແມ່ກ່າວຕື່ມວ່າ ກ່ອນຫາຍສາບສູນ ລູກສາວ ໄດ້ໄປເຮັດວຽກເປັນແມ່ບ້ານຢູ່ນະຄອນຫຼວງວຽງຈັນ; ໃນເວລານັ້ນ ນາງໄດ້ຮູ້ຈັກ ກັບແມ່ຍິງລາວຄົນນຶ່ງ ຊຶ່ງເປັນນາຍໜ້າ ແລະກໍມີຜົວເປັນຄົນຈີນຢູ່ຈີນ ໄດ້ຊັກຊວນລູກສາວໄປເຮັດວຽກຢູ່ຈີນ; ຜູ້ເປັນລູກສາວກໍຂໍ ເງິນກັບແມ່ ສີ່ແສນກີບ ເພື່ອໃຫ້ນາຍໜ້າປະກອບ ເອກກະສານໄປຈີນ; ແຕ່ປັດຈຸບັນ ແມ່ບໍ່ສາມາດຕິດຕໍ່ ຜູ້ເປັນນາຍໜ້ານັ້ນໄດ້ ອີກເລີຍ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕຳແໜ່ງ ຊີ້ແຈງຕໍ່ວິທຍຸເອເຊັຍເສຣີວ່າ ທາງ ຜແນກ ປກສ ແຂວງອຸດົມໄຊ ກໍບໍໄດ້ນິ້ງນອນໃຈ ພຍາຍາມຊອກຫາ ຍິງສາວລາວ ທີ່ຫາຍສາບສູນຫລາຍຄົນ ໃນນັ້ນລວມທັງ ນາງ ຟອງສມຸດ ນັ້ນນຳ. ນັບແຕ່ເດືອນ ມົກກະຣາ ປີນີ້ ຈົນເຖິງປັດຈຸບັນ ມີຍິງສາວລາວໃນ ແຂວງ ອຸດົມໄຊ ຫາຍສາບສູນໄປ ປະມານ ສິບຄົນ; ບັນຫາມີຢູ່ວ່າ ໃນໄລຍະນີ້ ເຈົ້າໜ້າທີ່ຕຳຣວດ ຍັງບໍ່ສາມາດຊ່ວຍເຫລືອ ພວກເຂົາເຈົ້າ ໄດ້ກັບຄືນປະເທດເທື່ອ ຍ້ອນການ ຣະບາດ ຂອງ ໂຄວິດ-19. ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ທ່ານນີ້ ອະທິບາຍຕື່ມວ່າ:

“ເຮົາຈະປຶກສາຫາລື ທາງຈີນເນາະ; ທາງ ສປຈີນ ອາດຈະຄ້າງຄາເຣື່ອງໂຄວິດ ນີ້ຫລາຍກວ່າ; ຜ່ານມາ ພວກເຮົາປະສານໄປທາງ ຈີນ ກໍຕອບມາໄວເນາະ. ຖ້າຢູ່ລາວ ມັນກໍບໍ່ຍາກ ດອກ ເຂົາປະສານ ມາຫາເຮົາຢູ່ແລ້ວ ແປວ່າ ເຂົາສົ່ງໄປຢູ່ຈີນ ແລ້ວດຽວນີ້ຫັ່ນ ໄປທາງລັດ ໄປທາງຊາຍແດນ ເຂົາບໍ່ໃຫ້ໄປດອກ. ພວກເຮົາຊ່ວຍເຕັມທີ່ຢູ່ແລ້ວ ມັນຂຶ້ນກັບ ສະພາບການ ຂອງປະເທດ.”

ເຈົ້າໜ້າທີ່ ປກສ ທ່ານນີ້ ກ່າວຕື່ມວ່າ ເຈົ້າໜ້າທີ່ຕຳຣວດ ດ່ານບໍ່ເຕັນ ຂອງລາວ ໄດ້ແຈ້ງມາຫາຜແນກ ປກສ ແຂວງອຸດົມໄຊ ວ່າ ນາງຟອງສມຸດ ຖືກກັກໂຕຢູ່ດ່ານບໍ່ເຕັນ ນັບແຕ່ວັນທີ 12 ກຸມພາ ປີນີ້ ແລະ ທາງດ່ານ ກໍໄດ້ປ່ອຍນາງ 12 ມື້ຕໍ່ມາ ຄືໃນວັນທີ່ 24 ກຸມພາ. ຫລັງຈາກປ່ອຍໂຕ ນາງຟອງສມຸດ ເຈົ້າໜ້າທີ່ດ່ານບໍ່ເຕັນ ກໍໂທຫານາຍໜ້າ ເພື່ອບອກວ່າ ນາງຟອງສມຸດ ຖືກປ່ອຍໂຕແລ້ວ ແຕ່ປະກົດວ່າ ນາຍໜ້າ ບໍ່ຍອມຮັບສາຍ ປິດໂທຣະສັບ.

ສ່ວນເຈົ້າໜ້າທີ່ ອຳນາດການປົກຄອງ ບ້ານນາໂຄ້ງ ເມືອງຮຸນ ແຂວງອຸດົມໄຊ ຊຶ່ງເປັນບ້ານຂອງ ນາງຟອງສມຸດ ກໍເຊື່ອວ່າ ນາງຟອງສມຸດ ຕ້ອງຖືກຕົວະຍົວະ ໄປຈີນ ເພາະວ່າ ແມ່ຂອງນາງໂທຣະສັບ ໄປຫາເບີ ຂອງນາງຫລາຍເທື່ອ ແລະ ທຸກເທື່ອ ກໍແມ່ນຜູ້ຊາຍຈີນ ເປັນຄົນຮັບສາຍ. ເຈົ້າໜ້າທີ່ບ້ານທ່ານນີ້ເວົ້າບໍ່ແຈ້ງປານໃດ ແຕ່ມີຄວາມໝາຍວ່າ:

“ນາງຕ້ອງຖືກຄ້າມະນຸດຫັ່ນແຫລະ ເພາະວ່າມີຄົນພາໄປ ພໍ່ແມ່ ຫ້າມແລ້ວ ສຸດທ້າຍ ນາງກໍໄປ. ເຈົ້າໜ້າທີ່ກັກນາງຢູ່ຊາຍແດນ ບໍ່ເຕັນ ແລ້ວກໍປ່ອຍອອກ ປ່ອຍອອກແລ້ວ ແຕ່ນາງ ບໍ່ກັບມາບ້ານ ຫາຍໂຕໄປເລີຍ. ນາງຕ້ອງຖືກຄົນຈີນ ຕົວະຍົວະໄປ ເພາະວ່າ ຜູ້ເປັນແມ່ໄດ້ໂທຫານາງ ຫລາຍເທື່ອ ແລ້ວກໍແມ່ນຄົນຈີນ ເປັນຜູ້ຮັບໂທຣະສັບ ທັງໆທີ່ເປັນ ໂທຣະສັບ ແລະເບີຂອງນາງຟອງສມຸດ.”

ແຕ່ເຈົ້າໜ້າທີ່ ປກສ ເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ ຜ່ານມາ ມີຍິງສາວເຜົ່າມົ້ງສອງຄົນ ໃນເມືອງຮຸນ ຫາຍສາບສູນໄປຈີນ ເປັນເວລາຫຼາຍປີແລ້ວກໍຖືກສົ່ງກັບຄືນມາລາວ. ທາງເຈົ້າໜ້າທີ່ຕຳຣວດເມືອງ ກໍໄດ້ສືບສວນ ແລະສອບສວນ ຈຶ່ງຮູ້ແນ່ນອນວ່າ ສາວທັງສອງ ຖືກຄ້າຂາຍໄປຈີນແທ້; ແຕ່ໃນກໍຣະນີ ນາງຟອງສມຸດ ເຈົ້າໜ້າທີ່ຍັງບໍ່ແນ່ໃຈວ່າ ນາງ ຖືກຄ້າຂາຍໄປຈີນ ແທ້ຫລືບໍ່ ເພາະຍັງບໍ່ທັນໄດ້ສອບປາກຄຳ:

“ເຮົາໄດ້ເອົາປາກຄຳ ຂອງເຂົາຫັ່ນເດ໋ ສອບເຂົາ ເຮົາຈັ່ງໄດ້ຮູຸ້ວ່າ ທີ່ໄປທີ່ມາ ໄປມັກຖືກຜູ້ໃດຕົວະຍົວະໄປແນວໃດ ຄັນມັນຢູ່ໃນການ ຕົວະຍົວະ ຢູ່ໃນການຊື້ຈ້າງຈອບອອຍນີ້ນ່າ ເຮົາກໍຮູ້ເນາະ ເວົ້າເຣື່ອງການມີຄົນຂົນສົ່ງເນາະ ຈາກບ່ອນນີ້ໄປບ່ອນນີ້ ເຮົາຈັ່ງຮູ້ວ່າ ມັນຢູ່ໃນຂໍ້ຫາ ຄ້າມະນຸດ ດຽວນີ້ ເຮົາຍັງບໍໄດ້ຮູ້ໂຕລາວມາ ເຮົາກໍບໍ່ຊ່າງຊິຕອບເປັນ ຄ້າມະນຸດ ຫລື ເປັນຂໍ້ຫາໃດຫັ່ນໜ໋າ.”

ພັນຕຳຣວດໂທຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕຳຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສງົບ ຣາຍງານ ໃນທ້າຍປີ 2018 ວ່າ ໃນຣະຍະຜ່ານມາ ມີແມ່ຍິງລາວ ຖືກຄ້າມະນຸດໄປຈີນ ປະມານສາມພັນຄົນ ໃນນັ້ນ 600 ຄົນ ໄດ້ຖືກຊົດຊ່ວຍ ກັບຄືນປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.