ຣາຍງານ ຂອງ ອົງການ ດັຊນີ ດ້ານ ຂ້າທາດ ໂລກ GSI ປີ 2014 ແຈ້ງວ່າ ມີ ຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍ ປະມານ 35 ລ້ານ 8 ແສນ ຄົນ ໃນ ທົ່ວໂລກ ຖືກຕົກ ຢູ່ໃນ ສະພາບ ຂ້າທາດ ໂດຍຜ່ານ ການ ຄ້າມະນຸດ ການ ບັງຄັບ ໃຊ້ ແຮງງານ ການຕິດ ໜີ້ແບບ ສືບທອດ ການ ບັງຄັບ ໃຫ້ ແຕ່ງດອງ ຫລືການ ຂູດຮີດ ທາງເພດ ເພື່ອ ການຄ້າ.
ໃນເຂດ ເອເຊັຽ ປາຊີຟິກ ພະມ້າ ຢູ່ອັນດັບ ທີ 3 ໃນ ຄວາມສ່ຽງ ຂອງ ຜູ້ຄົນ ໃນການທີ່ ຈະຕົກສູ່ ສະພາບ ເປັນ ຂ້າທາດ ໄດ້ຄະ ແນນ 72.3 ແລະ ມີຄວາມ ສ່ຽງ ທີ່ສຸດ ຫາກເວົ້າ ເຣື່ອງ ສິດທິ ມະນຸດ ໄດ້ ຄະແນນ ສູງ ເຖິງ 91.8 ແລະ ຫາກ ເວົ້າ ເຣື່ອງ ສະເຖັຽ ຣະພາບ ແຫ່ງຣັຖ ແມ່ນສ່ຽງ ໜ້ອຍ ທີ່ສຸດ ໄດ້ ຄະແນນ 61.8 ສໍາລັບ ກໍຣະນີ ຢູ່ໄທ ບ່ອນ ເປັນ ເປົ້າໝາຍ ຂອງ ຄົນງານ ຍ້າຍຖິ່ນ ເກືອບ 3 ລ້ານ ຄົນ ຈາກ ລາວ ພະມ້າ ແລະ ກັມພູຊາ ນັ້ນ ກໍບົ່ງບອກ ວ່າ ຄົນງານ ຍ້າຍຖິ່ນ ສ່ວນໜຶ່ງ ຈາກ ພະມ້າ ສ່ຽງຕໍ່ ການເປັນ ຂ້າທາດ ຍຸກໃໝ່.
ເຖິງແມ່ນວ່າ ຣາຍງານ ກ່ຽວກັບ ການ ລ່ວງຣະເມີດ ສິດທິ ມະນຸດ ຈະມີ ລັກສນະ ໄປ ໃນທາງ ທີ່ບໍ່ດີ ໃນ ປະເທດ ພະມ້າ ແຕ່ ພະມ້າ ກໍບໍ່ຖືກຈັດ ເຂົ້າຢູ່ໃນ ກຸ່ມ ປະເທດ ທີ່ ແກ້ໄຂ ບັນຫາ ຂ້າທາດ ຍຸກໃໝ່ ແບບ ອ່ອນແອ ທີ່ສຸດ ໃນໂລກ ໃນ ຊ່ວງ ທີ່ມີການ ສຶກສາ ສໍາຣວດ ນັ້ນ. ປະເທດ ທີ່ວ່ານັ້ນ ກໍມີ ເກົາຫລີ ເໜືອ ອິຣ່ານ ຊີເຣັຽ ແລະ ອິຣັກ ຮວມ ຢູ່ດ້ວຍ.
ຣາຍງານ ນັ້ນ ສລຸບວ່າ ຂ້າທາດ ມີຢູ່ ໃນ ທັງໝົດ 167 ປະເທດ. ຈີນ ມີຕົວເລກ ຄົນມີ ຊີວິດ ຢູ່ແບບ ຂ້າທາດ ແຫ່ງ ຍຸກສມັຍ ສູງທີ່ສຸດ ໃນເຂດ ເອເຊັຽ ໃຕ້ ມີ 3 ລ້ານ 2 ແສນ 4 ໝື່ນ 1 ພັນ 400 ຄົນ ຕິດຕາມ ມາດ້ວຍ ອິນໂດເນເຊັຽ 714 ພັນ ກວ່າຄົນ, ໄທ 475 ພັນ ກວ່າ ຄົນ ແລະ ວຽດນາມ 322 ພັນ ກວ່າຄົນ.