ການຄ້າປະເວນີທີ່ທ້າທາຍ ຕໍ່ສັງຄົມ


2013.10.23
F-tuk-tuk ຣົດຈໍາໂບ້ຄັນນີ້ ກໍາລັງພາ ພວກນັກທ່ຽວຜູ້ສາວ ເລາະໄປຕາມໂຮງໂສເພນີ ໃນນະຄອນຫລວງວຽງຈັນ ທີ່ມີຂ່າວວ່າ ບ່ອນໃດມີເດັກນ້ອຍ ຜູ້ຍິງມາໃໝ່
RFA

 

ປັຈຈຸບັນມີການຄ້າບໍຣິການທາງເພດ ຢ່າງເປິດແປນ ແລະກວ້າງຂວາງ ໃນສັງຄົມລາວ ໂດຍສະເພາະ ໃນນະຄອນຫລວງວຽງຈັນ ແຮງພົບ ເຫັນຫລາຍ ຈະສັງເກດເຫັນໄດ້ ຕາມໂຮງແຮມໃຫຍ່ໆຫລາຍແຫ່ງ ໃນເຂດບ້ານໂພນສີນວນ, ໃນເຂດ ບ້ານນາຄໍາ, ເຂດບ້ານ ສີບຸນເຮືອງ ໂດຍບໍ່ເກັງຕໍ່ກົດໝາຍ ບ້ານເມືອງແລະຮິດຄອງປະເພນີແຕ່ຢ່າງໃດ.

ຫລາຍຄົນເຫັນວ່າການປະປ່ອຍໃຫ້ມີການກະທໍາເຊັ່ນນີ້ ເຮັດໃຫ້ສົມໜ້າສັງຄົມລາວເສົ້າຫມອງ. ຊາວລາວໃນນະຄອນຫລວງວຽງຈັນ ເວົ້າວ່າ: ການຊອກຫາຊື້ ບໍຣິການທາງເພດ ກໍບໍ່ເປັນການຍາກ ພຽງແຕ່ຖາມຄົນຂັບຣົຖຕັກຊີ້ ຣົຖຕຸກໆ ຈໍາໂບ ເຂົາກໍພາໄປ ຫາສະຖານທີ່ນັ້ນໂລດ. ລູກຄ້າສ່ວນໃຫຍ່ທີ່ມັກຊື້ ບໍຣິການໂສເພນີ ກໍແມ່ນຊາວຈີນ ທີ່ມາອາສັຍ ແລະເຮັດທຸຣະກິດ ຢູ່ລາວ. ນອກນັ້ນກໍແມ່ນ ນັກທ່ອງທ່ຽວ ແລະຜູ້ ຊາຍຄົນລາວ ຈໍານວນນື່ງກໍມັກຊື້ ບໍຣິການ ໂຮງໂສເພນີ ເຊັ່ນດຽວກັນ.

ຕາມຣາຍງານວ່າ ສາວບໍຣິການທາງເພດ ຢູ່ຕາມໂຮງແຮມຕ່າງໆ ໃນນະຄອນຫລວງວຽງຈັນ ສ່ວນໃຫຍ່ແມ່ນສາວນ້ອຍ ມາຈາກຕ່າງແຂວງ ຫຼືຕາມບ້ານນອກ ຊື່ງພວກເຂົາເຫລົ່ານັ້ນຈະມີອາຍຸຣະຫວ່າງ 16 ຫາ 25 ປີ ຫຼືຕໍ່າກ່ວານັ້ນ.

ຢ່າງໃດກໍຕາມ ທຸກມື້ນີ້ ສັງຄົມມີຄວາມເປັນຫ່ວງ ໃນການກະທໍາດັ່ງກ່າວ ທີ່ມີຫລາຍຂື້ນ ທຸກມື້ຊື່ງເປັນການ ຄ້າມະນຸດໂດຍທາງອ້ອມ ກໍວ່າ ໄດ້ ກ່ຽວກັບບັນຫານີ້ ທາງການລາວ ກໍບໍ່ມີມາຕການ ຫ້າມປາມແຕ່ຢ່າງໃດ ຈີ່ງເຮັດໃຫ້ມີ ບໍຣິການ ປະເພດນີ້ເກີດເພີ້ມຂຶ້ນ ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.