ຍິງສາວ ຖືກຕົວະ ຮັບຈ້າງຖືພາ ກັບຄືນລາວ

ຈໍາປາທອງ
2020.02.05
ເດັກນ້ອຍ ຍິງລາວ ຫຍິບປັກ ຖັກແຊ່ວ ເຮັດວຽກບ້ານ ການເຮືອນ
RFA

ຍິງສາວລາວ 2 ຄົນ, ຜູ້ນຶ່ງອາຍຸ 17 ປີ ຈາກບ້ານທົ່ງ ເມືອງປາກຊັນ ແຂວງບໍຣິຄໍາໄຊ ແລະ ອີກຜູ້ນຶ່ງ ອາຍຸ 22 ປີ ຈາກບ້ານຫົວເມືອງເໜືອ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ທີ່ຖືກຄົນຈີນ ຕົວະໄປເຮັດວຽກ ຢູ່ຈີນ ແລ້ວຖືກຍົວະ ໃຫ້ຮັບຈ້າງຖືພາ ອອກລູກ ໃຫ້ຄົນຈີນ ຕັ້ງແຕ່ເດືອນ ກໍຣະກະດາ ປີກາຍນັ້ນ ໄດ້ກັບຄືນ ມາຮອດລາວ ທັງສອງຄົນແລ້ວ ພາຍຫລັງ ເຈົ້າໜ້າທີ່ລາວ ໄປຮັບເອົາ ຢູ່ກົງສຸນລາວ ປະຈໍາ ປະເທດຈີນ ເມື່ອຕົ້ນເດືອນມົກກະຣາ ທີ່ຜ່ານມານີ້.

ປັດຈຸບັນ ນາງທັງສອງ ຢູ່ໃນຣະຫວ່າງ ບໍາບັດຈິດໃຈ ແລະ ກວດສຸຂພາບ ຢູ່ສູນ ໃຫ້ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ທີ່ນະຄອນຫລວງ ວຽງຈັນ ເປັນເວລາ 2 ອາທິດ. ພວກນາງ ແຂງແຮງດີ ແລະ ໄດ້ຕິດຕໍ່ ໂອ້ລົມກັບຄອບຄົວ, ອີງຕາມຄໍາເວົ້າ ຂອງຜູ້ເປັນພໍ່ ຂອງນາງ ທີ່ບ້ານທົ່ງ ແຂວງບໍລິຄໍາໄຊ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກຸມພານີ້:

"ເພິ່ນໄດ້ ໂທຫາແມ່ເພິ່ນແລ້ວ ລູກສາວນະ ເພິ່ນໄດ້ໂທຫາແມ່ ກໍຈັກສິດົນບໍ່ດົນບໍ່ຮູ້ດອກ ຮູ້ຫັ້ນກໍມີຫລາຍຄົນ ມີຊາວກວ່າຄົນຢູ່ ເພິ່ນບອກ ແມ່ເພິ່ນວ່າ ຢູ່ດີມີແຮງ ແຕ່ວ່າ ເພິ່ນກໍພາກັນ ເພິ່ນກໍພາເຮັດ ກິຈກັມຫຍັງກໍບໍ່ຮູ້ ແຫລະ ອາຈກິຈກໍາຫລາຍຢ່າງຈັ່ງຊີ້ແຫລະ.”

ແລະແມ່ຂອງຜູ້ທີ່ ມາຈາກບ້ານຫົວເມືອງເໜືອ ແຂວງສວັນນະເຂດ ກໍເວົ້າວ່າ ປະມານວັນ ທີ 20 ປາຍ ຂອງເດືອນມົກກະຣາ ທີ່ຜ່ານມາ ຕົນໄດ້ໂທລົມກັບ ລູກສາວ ໂດຍທີ່ລູກສາວບອກວ່າ ເພິ່ນຢູ່ນະຄອນຫຼວງວຽງຈັນນີ້ເອງ, ບໍ່ຕ້ອງເປັນຫ່ວງ, ໄດ້ຢູ່ດີ ກິນດີ ຢູ່ຄືເຮືອນເຮົາເອງ ແລະວ່າ ອີກບໍ່ດົນ ທາງສູນເພິ່ນຈະຕິດຕໍ່ຫາພໍ່ແມ່ ໃຫ້ມາເຊັນຮັບເອົາກັບຄືນບ້ານ ດັ່ງທີ່ນາງເວົ້າ ໃນມື້ດຽວກັນນີ້ວ່າ:

"ລູກກໍວ່າ ດຽວນີ້ ຢູ່ວຽງວ່າຊີ້ແຫລະ ອີກບໍ່ດົນເພິ່ນສິສົ່ງສວັນນະເຂດວ່າຊີ້ ອັນລູກເອງກໍເວົ້າວ່າ ບໍ່ຕ້ອງເປັນຫ່ວງເຮົາດອກ ເຮົາກໍຢູ່ດີກິນດີ ເພິ່ນກໍບໍ່ໄດ້ກັກຂັງເຮົາດອກ ເພິ່ນກໍໃຫ້ເຮົາ ຢູ່ແບບ ທັມມະຊາດ ແບບເຮືອນເຮົາເອງ ວ່າຈັ່ງຊັ້ນແຫລະ.”

ກ່ຽວກັບ ເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ທີ່ນະຄອນຫລວງວຽງຈັນ ເວົ້າວ່າ ກໍຣະນີ ຂອງ ແມ່ຍິງອາຍຸ 17 ປີ ຈາກແຂວງ ບໍຣິຄໍາໄຊ ທາງສູນ ຈະໂທ ໃຫ້ຜູ້ປົກຄອງນາງ ມາຮັບເອົາ ພາຍໃນອາທິດນີ້ ຍ້ອນທາງສູນ ບໍ່ມີງົບປະມານ ນໍາສົ່ງນາງ ກັບຄືນບ້ານ ແລະ ຈະແຈ້ງ ໃຫ້ສະຫະພັນ ແມ່ຍິງແຂວງ ຊ່ອຍຕິດຕາມ ໃນເຣື່ອງຊີວິດ ການເປັນຢູ່ຂອງນາງ ດັ່ງທີ່ນາງກ່າວວ່າ:

"ປັດຈຸບັນ ພວກເອື້ອຍຫັ້ນ ຄືກອງເລຂາ ເພິ່ນຍັງບໍ່ທັນ ໄດ້ສນອງງົບປະມານ ເຣື່ອງການນໍາສົ່ງ ເຣື່ອງອັດຕາກິນຈັ່ງຊີ້ ຄືຫົວໜ້າກົມໃຫຍ່ ເພິ່ນເລີຍມີຄວາມເຫັນວ່າ ຄືກໍຣະນີ ນໍາສົ່ງແມ່ນພວກເຮົາ ຈະແຈ້ງຫາ ສະຫະພັນແມ່ຍິງແຂວງ ໃນການຮັບຊາບວ່າ ພວກເອື້ອຍ ຈະສົ່ງຜູ້ ຖືກເຄາະຮ້າຍ ຈະມອບໃຫ້ ທາງຄອບຄົວ ຂະເຈົ້າ ມາຮັບເອົາຢູ່ສູນ ໃຫ້ປຶກສານີ້ເລີຍ ແຕ່ວ່າ ເຣື່ອງສືບຕໍ່ ການຊ່ວຍເຫລືອ ຈະມອບໃຫ້ທາງແຂວງ ຫັ້ນເປັນຜູ້ຕຕາມຕື່ມອີກ.”

ສ່ວນກໍຣະນີ ຂອງນາງ ອາຍຸ 22 ປີ ຈາກບ້ານຫົວເມືອງເໜືອ ແຂວງສວັນນະເຂດນັ້ນ ທາງສູນ ຈະໂທໃຫ້ຜູ້ປົກຄອງຂອງນາງມາຮັບເອົາ ໃນອາທິດນີ້ຄືກັນ ຍ້ອນວ່າຜູ້ປົກຄອງ ຂອງນາງ ເຮັດວຽກ ແລະ ຢູ່ນະຄອນຫຼວງວຽງຈັນ ນີ້ເອງ ດັ່ງທີ່ນາງກ່າວວ່າ:

"ສວັນນະເຂດ ແມ່ນວ່າ ເຮົາຈະສົ່ງ ຢູ່ນະຄອນຫຼວງພີ້ເລີຍ ຄືກໍຣະນີ ຂອງສວັນນະເຂດ ຜູ້ປົກຄອງ ຂະເຈົ້າຍ້າຍມາຢູ່ນະຄອນຫຼວງ ນີ້ໝົດແລ້ວຫັ້ນໜາ.”

ກ່ຽວກັບ ກໍຣະນີ ດັ່ງກ່າວ ເມື່ອວັນທີ 7 ພຶສພາ ປີກາຍ ນັກສຶກສາລາວ ຂັ້ນປະຣິນຍາໂທ ທີ່ຮຽນຢູ່ ເມືອງເຫີໜານ ປະເທດຈີນ ໄດ້ຮັບຂ່າວ ຈາກເຈົ້າໜ້າທີ່ຕໍາຣວດຈີນ ວ່າ ພົບແມ່ຍິງລາວ 2 ຄົນ ທີ່ຖືກຕົວະ ໄປເຮັດວຽກຢູ່ຈີນ ເມື່ອໄປຮອດຈີນ ໄດ້ປະມານ 3-4 ເດືອນ ພວກນາງ ກໍຖືກຄົນຈີນ ຍົວະໃຫ້ຮັບຈ້າງຖືພາ. ດັ່ງນັ້ນ ພວກນາງ ຈຶ່ງລັກໜີ ອອກມາຫາຕໍາຣວດ ເພື່ອຂໍຄວາມຊ່ອຍເຫລືອ ໃຫ້ໄດ້ກັບຄືນບ້ານ ທີ່ປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.