ແມ່ຍິງລາວ 50 ຄົນຖືກຈັບຢູ່ ໄທ

ອຸ່ນແກ້ວ ສຸກສະຫວັນ
2014.12.03
F-HT ຕໍາຣວດໄທ ບຸກເຂົ້າທໍາລາຍ ຮ້ານອາຫານ ແລະ ຄວບຄຸມຕົວ ຜູ້ຍິງລາວ 50 ຄົນ ຖານຂາຍບໍຣິການ ທາງເພສ
screenshot from AS.TV video

 

ໃນວັນທີ 2 ທັນວາ ເຈົ້າໜ້າທີ່ ຕຳຣວດ ໄທ ໄດ້ ບຸກຈັບ ຜູ້ຍິງລາວ ຈຳນວນ 50 ຄົນ ຢູ່ ຮ້ານ ອາຫານ ສອງ ແຫ່ງ ຢູ່ ອຳເພີ ເມືອງ ແຂວງ ຊະເຊີງເຊົາ ພາກກາງ ຂອງ ປະເທດໄທ ໃນຂໍ້ຫາ ເຂົ້າມາ ຂາຍ ບໍຣິການ ທາງເພສ ແລະ ຂໍ້ຫາ ລັກລອບ ເຂົ້າເມືອງ ຜິດ ກົດໝາຍ.

ຕໍ່ເຫດການ ດັ່ງກ່າວ ເຈົ້າໜ້າທີ່ ກະຊວງ ແຮງງານ ໄທໄດ້ ເປີດເຜີຍ ຕໍ່ ເອເຊັຽ ເສຣີ ວ່າ ປັດຈຸບັນ ຢູ່ແຂວງ ຊະເຊີງເຊົາ ແລະ ຫຼາຍ ແຂວງ ທາງ ພາກກາງ ຂອງໄທ ຍັງມີ ແມ່ຍິງລາວ ຈໍານວນ ຫລາຍ ທີ່ ຍັງລັກ ເຮັດວຽກ ຂາຍ ບໍຣິການ ແອບແຝງ ຢູ່ຕາມ ຮ້ານ ອາຫານ. ດັ່ງທ່ານ ກ່າວວ່າ:

"ຂໍ້ມູນ ຈາກ ກະຊວງ ແຮງງານ ແມ່ຍິງລາວ ກໍບໍ່ເຄີຍ ຫາຍໄປໄໜ ມັນມີ ທົ່ວໄປໝົດ ບໍ່ນັບ ທາງ ພາກອີ່ສານ, ເປັນໄປຕາມ ທັມມະຊາດ ຫັ້ນແຫລະ ເມື່ອ ການກວາດລ້າງ ຄັ້ງໃຫຍ່ ໄດ້ແລ້ວໄປ ມັນ ກໍຈະມີ ຊ່ອງຫວ່າງ ໃຫ້ ການເຮັດວຽກ ດັ່ງກ່າວ ຜຸດຂຶ້ນມາ ອີກເທື່ອ".

ຂ່າວຍັງ ແຈ້ງ ອີກວ່າ ມີແມ່ຍິງລາວ ຈຳນວນ 3 ຄົນ ທີ່ ມີອາຍຸ ບໍ່ເຖີງ 18 ປີ ແລະ ຈະມີການ ສືບສວນ ເພີ່ມເຕີມ ເພື່ອ ຈະດຳເນີນ ຄະດີ ກັບ ເຈົ້າຂອງຮ້ານ ໃນຂໍ້ຫາ ຄ້າມະນຸດ. ນອກຈາກ ນີ້ ໃນວັນ ທີ 19 ສິງຫາ ທີ່ຜ່ານມາ ເຈົ້າໜ້າທີ່ ຕຳຣວດໄທ ໄດ້ຊ່ວຍເຫລືອ ແມ່ຍິງລາວ ຈຳນວນ 16 ຄົນ ຈາກ ຮ້ານ ຄາຣາໂອເກະ ແລະ ໃນ ວັນທີ 21 ມີນາ ເຈົ້າໜ້າທີ່ ຕຳຣວດ ກໍບຸກເຂົ້າ ໄປຊ່ວຍເຫລືອ ແມ່ຍິງລາວ 29 ຄົນ ຈາກ ຮ້ານ ຄາຣາໂອເກະ ອີກ ແຫ່ງນຶ່ງ, ຊຶ່ງ ທັງສອງ ເຫດການ ທີ່ ເກີດຂຶ້ນ ແມ່ນຢູ່ ແຂວງ ຊະເຊີງເຊົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.