ຕໍາຣວດໄທຊ່ອຍຜູ້ຍິງລາວ 13 ປີ

ການວາງແຜນ ກ່ອນເຂົ້າຈັບກຸມ ຂອງເຈົ້າໜ້າທີ່ ໜ່ວຍສືບສວນຄະດີພິເສດ DSI, ເຈົ້າໜ້າທີ່ LPN ແລະ ເຈົ້າໜ້າທີ່ຕໍາຣວດ ແຂວງສະມຸດສາຄອນ ປະເທດໄທ
ການວາງແຜນ ກ່ອນເຂົ້າຈັບກຸມ ຂອງເຈົ້າໜ້າທີ່ ໜ່ວຍສືບສວນຄະດີພິເສດ DSI, ເຈົ້າໜ້າທີ່ LPN ແລະ ເຈົ້າໜ້າທີ່ຕໍາຣວດ ແຂວງສະມຸດສາຄອນ ປະເທດໄທ (RFA/TP)

0:00 / 0:00

ທ້າວບຸນ ພໍ່ຂອງນາງໄກ່ (ນາມສົມມຸດ) ຈາກ ບ້ານໂພນແດງ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ເດີນທາງໄປ ປະເທດໄທ ເພື່ອເອົາເງິນ ໄປໄຖ່ໂຕ ລູກສາວ ຜູ້ທີ່ຖືກກັກໂຕ ຮຽກຄ່າໄຖ່ 2 ຫມື່ນບາດ ຈາກ ຄົນໄທ ໃນມື້ວັນທີ 3 ມົກກະຣາ ແຕ່ໄປບໍ່ທັນ ມື້ກຳນົດ.

ນາຍຈ້າງຄົນໄທ ທີ່ກັກຕົວ ນາງໄກ່ ໄວ້ນັ້ນຊື່ວ່າ ນາງຕຸກ ຫລື ເຈ້ຕຸກ ຕູ່ຫາວ່າ ນາງໄກ່ ໄດ້ລັກ ສາຍສ້ອຍຄຳ ນ້ຳຫນັກ 1 ບາດ ຈຶ່ງ ໂທຣະສັບ ໃຫ້ພໍ່ຂອງນາງ ເອົາເງິນມາ ໃຊ້ຄ່າ ສາຍສ້ອຍນັ້ນ 2 ຫມື່ນບາດ. ດັ່ງທ້າວບຸນ ຜູ້ເປັນພໍ່ ຂອງນາງໄກ່ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 5 ມົກກະຣາ ນີ້ວ່າ:

"ເຈ້ຕຸກເວົ້າວ່າ ລູກພໍ່ລັກສ້ອຍ ຍັງປາກແຂງອີກ ລູກພໍ່ວ່າຈັ່ງຊີ້ນະ ກໍເລີຍວ່າຢາກໄດ້ ເງິນ 2 ຫມື່ນ ເພິ່ນວ່າຄ່າສ້ອຍ ຕ້ອງການ ຢາກ ໄດ້ເງິນ ຢ່າງດຽວເລີຍນະ ເຈ້ຕຸກ ຄົນນັ້ນນະ ກັກລູກສາວໄວ້ ດຽວນີ້ນະ ຕີດຕໍ່ໂທໄປ ກໍບໍ່ຮັບດຽວນີ້ ບໍ່ຮັບ ເຈ້ຕຸກ ເພິ່ນຊີ່ຂັງໄວ້ບໍ ອີ່ຫຍັງ ກໍບໍ່ຈັກແລ້ວ ເຂົ້ານ້ຳ ຈັກໄດ້ກີນ ບໍ່ໄດ້ກີນ".

ທ້າວບຸນ ກ່າວຕື່ມວ່າ ລູກສາວຂອງລາວ ນາງໄກ່ ອາຍຸ 13 ປີ ມາເຮັດວຽກ ແມ່ບ້ານ ຢູ່ໄທກັບ ນາຍຈ້າງຄົນໄທ ຄົນດັ່ງກ່າວ ຕັ້ງແຕ່ ເດືອນ ສິງຫາ ປີ 2016 ແລະ ໄດ້ເງິນເດືອນລະ 7 ພັນບາດ ຊຶ່ງ ຕົນເອງ ກໍບໍ່ຄີດວ່າ ຈະເກີດ ບັນຫານີ້ ຈົນກະທັ້ງ ວັນທີ 24 ທັນວາ 2016 ນາງຕຸກໄດ້ ໂທຣະສັບ ມາຫາວ່າ ນາງໄກ່ ຖືກກັກໄວ້ ຍ້ອນລັກ ສາຍສ້ອຍຄຳ ນ້ຳຫນັກ 1 ບາດ ຖ້າຫາກ ຄອບຄົວ ຢາກໄດ້ຕົວ ລູກສາວຄືນ ໃຫ້ເອົາເງິນ ມາໄຖ່ 2 ຫມື່ນບາດ ແລະ ຈະມີການ ນຳສົ່ງຕົວ ຢູ່ແຂວງ ສະມຸດສາຄອນ ໃນວັນທີ 3 ມົກກະຣາ ປີ 2017.

ທ້າວບຸນວ່າ ເມື່ອລາວໄດ້ຮັບ ໂທຣະສັບ ກໍວີ້ງເຕັ້ນ ຊອກຫາເງິນ ໂດຍເອົານາ ໄປຈຳນອງ ເພື່ອເອົາເງິນ ມາໄຖ່ເອົາ ລູກສາວຄືນ ແຕ່ ການເດີນທາງໄປ ປະເທດໄທ ກໍຕ້ອງໄດ້ ເຮັດເອກກະສານ ການເດີນທາງ ຫຼາຍຢ່າງ ຈຶ່ງຊັກຊ້າ ຈົນຮອດວັນທີ 4 ມົກກະຣາ ຈຶ່ງມາຮອດ ບາງກອກ. ເມື່ອມາຊ້າກວ່າ ກຳນົດແລ້ວ ແຮງຢ້ານວ່າ ລູກສາວ ຈະບໍ່ປອດພັຍ ຈຶ່ງໄປຂໍ ຄວາມຊ່ອຍເຫລືອ ຈາກ ສະຖານທູດລາວ ທາງ ສະຖານທູດລາວ ກໍໄດ້ຕິດຕໍ່ ໄປຍັງມູນນິທີ ສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຂ້າມຊາດ, ອົງກອນດັ່ງກ່າວ ກໍໄດ້ປະສານ ໄປຍັງ ກົມ ສືບສວນພິເສດ ຫລື DSI ຂອງໄທ:

"ຄັນວ່າ ເຈົ້າຫນ້າທີ່ ເຮັດໃຫ້ ກໍຍັງມີ ຄວາມຫວັງຢູ່ ແຕ່ຄັນ ເຈົ້າຫນ້າທີ່ ບໍ່ເຮັດໃຫ້ ກໍແລ້ວແລະ ບໍ່ມີ ຄວາມຫວັງຫຍັງແລ້ວ ກັບລູກ ຍ້ອນຢ້ານ ເພິ່ນເອົາໄປ ທາງອື່ນ".

ຫລັງຈາກນັ້ນ ເຈົ້າຫນ້າທີ່ DSI ແລະ ເຈົ້າຫນ້າທີ່ ຕຳຣວດ ກໍໄດ້ຈັບຕົວ ນາຍຈ້າງ ຄົນໄທ ນາງຕຸກ ໃນວັນທີ 7 ມົກກະຣາ ໂດຍຕັ້ງ ຂໍ້ຫາວ່າ ຈ້າງແຮງງານ ເດັກນ້ອຍ ອາຍຸ ຕ່ຳກວ່າ 18 ປີ.