ສະຫະຣັຖຊ່ວຍສູນບຳບັດ ຢາເສພຕິດ
2013.08.08

ສະຫະຣັຖ ໃຫ້ເງິນຊ່ວຍເຫລືອແກ່ ສປປ ລາວ ເພື່ອຊ່ວຍ ປ້ອງກັນ ບຳບັດແລະປິ່ນປົວ ຜູ້ຕິດຢາເສພຕິດ. ຣັຖບານ ສະຫະຣັຖ ປະກາດ ໃຫ້ການຊ່ວຍເຫລືອ ເປັນເງິນຈຳນວນ 150,000 ດອນລ່າ ໃຫ້ແກ່ ສູນບຳບັດ ບ້ານສົມສງ່າ ທີ່ ນະຄອນຫລວງ ວຽງຈັນ ເມື່ອວັນພຸດ ທີ່ຜ່ານມາ.
ຍານາງ Karen Stewart ເອກອັຄຣາຊທູຕສະຫະຣັຖ ປະຈຳລາວ ຊຶ່ງກຳລັງ ຈະພົ້ນຕຳແໜ່ງ ກ່າວໃນພິທີມອບເງິນຊ່ວຍເຫລືອນັ້ນວ່າ ຢາບ້າເປັນ ຢາເສພຕິດ ທີ່ອັນຕຣາຍຕໍ່ສຸຂພາບຂອງຄົນ ພວກເຮົາ ສາມາດ ປາບປາມໄດ້ ຖ້າຮ່ວມໃຈ ສະມັກຄີກັນ.
ທ່ານ ກຸ ຈັນສີມາ ຜູ້ຮັກສາການແທນ ປະທານຄນະ ກັມມາທິການ ຄວບຄຸມ ແລະກວດກາຢາເສພຕິດ ແຫ່ງຊາດລາວ ກ່າວວ່າ ບ້ານ ສົມສງ່າ ມີຜູ້ຕິດ ຢາເສພຕິດ ທັງໝົດ 1,500 ຄົນ ສ່ວນຫລາຍ ເປັນຊາວໜຸ່ມ ໄວລຸ້ນ. ໃນທົ່ວປະເທດ ລາວ ມີຜູ້ຕິດຢາ ທັງໝົດ ປະມານ 60,000 ຄົນ ໃນນັ້ນຕິດ ຢາບ້າ 40,000 ຄົນ ແລະ 10 ສ່ວນຮ້ອຍ ຂອງຈຳນວນນັ້ນ ຕິດຢ່າງໜັກ.
ເມື່ອປີກາຍ ອົງການສິດທິມະນຸດ ຣາຍງານວ່າບ້ານສົມສງ່າ ບໍ່ແມ່ນສູນບຳບັດ ແຕ່ແມ່ນສູນກັກຂັງທໍຣະມານ ແລະບັງຄັບຄົນເຄັ່ງຄັດເກີນໄປ. ໃນຣະຍະຊາວກວ່າປີທີ່ຜ່ານມາ ສະຫະຣັຖ ໄດ້ໃຫ້ເງິນຊ່ວຍເຫລືອແກ່ ສປປລາວ ເຖີງ 68 ລ້ານດອນລ່າ ສ່ວນຫຼາຍແມ່ນການຊ່ວຍເຫລືອ ປາບປາມ ຢາເສພຕິດ ສ້າງ ຖນົນຫົນທາງ ຣະບົບ ຊົລປະທານ ນ້ຳປະປາ ສ້າງໂຮງຮຽນ ໂຮງໝໍ ແລະ ສຸຂສາລາ ໃນເຂດ ຊົນນະບົດ ຂອງລາວ.